ຈັບຄົນລັກ ສາຍໄຟ ທາງຣົຖໄຟ ລາວ-ຈີນ 5 ຄົນ

ເຈົ້າໜ້າທີ່ ຕໍາຣວດ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈັບໂຕກຸ່ມຄົນບໍ່ດີ ໄດ້ຈໍານວນ 5 ຄົນ ທີ່ລັກຕັດສາຍໄຟ ຂອງໂຄງການ ຣົຖໄຟລາວ-ຈີນ ຢູ່ຈຸດ ບ້ານດົງໂພສີ ຈໍານວນຫຼາຍຄັ້ງ ສ້າງຄວາມເສັຍຫາຍ ມູນຄ່າ 83 ລ້ານປາຍກີບ.

ໂຕຢາງ ຂອງກາງ ຄະດີ ລັກຕັດສາຍໄຟ ເສັ້ນທາງຣົຖໄຟລາວ-ຈີນ ທີ່ຜ່ານມາ ເຂດ ນະຄອນຫຼວງພຣະບາງ. ຮູບພາບ ຈາກວິດີໂອ: ໂທລະພາບ ແຂວງຫຼວງພຣະບາງ

ເຈົ້າໜ້າທີ່ຕໍາຣວດ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈັບໂຕກຸ່ມຄົນບໍ່ດີ ໄດ້ຈໍານວນ 5 ຄົນ ທີ່ລັກຕັດສາຍໄຟ ຂອງໂຄງການຣົຖໄຟລາວ-ຈີນ ຢູ່ຈຸດບ້ານດົງໂພສີ ຈໍານວນຫຼາຍຄັ້ງ ສ້າງຄວາມເສັຍຫາຍ ເປັນມູນຄ່າ 83 ລ້ານປາຍກີບ.

ດັ່ງເຈົ້າໜ້າທີ່ຕໍາຣວດ ປກສ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 20 ມົກກະຣາ ນີ້ວ່າ:

ໂຕນີ້ ສາຍໄຟໂຕ ລາວ-ຈີນ ທີ່ວ່າເຊື່ອມຕໍ່ໄປຫັ້ນຕິ ເອີ່...ກະຜູ້ນ້ອຍຜູ້ຫຍັງແຫຼະ ພວກວັຍຣຸ້ນ ພວກຫຍັງນີ້ແຫຼະ.”

ຈາກການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕໍາຣວດ ປກສ ລະບຸວ່າ ການລັກຕັດສາຍໄຟຄັ້ງນີ້ ເລີ່ມແຕ່ວັນທີ່ 6-15 ມົກກະຣາ 2022 ໄດ້ມີກຸ່ມຄົນບໍ່ດີ ເຂົ້າໄປລັກຕັດສາຍໄຟຢູ່ສະຖານີຣົຖໄຟລາວ-ຈີນ ຈຸດບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈໍານວນຫຼາຍຄັ້ງ ຕາມການແຈ້ງການ ຂອງບໍຣິສັດຮັກສາຄວາມປອດພັຍ ສະຖານີຣົຖໄຟລາວ-ຈີນ.

ມາຮອດວັນທີ່ 15 ມົກກະຣາ 2022 ເວລາ 23:00 ໂມງ ພະນັກງານບໍຣິສັດ ຮັກສາຄວາມປອດພັຍ ສະຖານີຣົຖໄຟລາວ-ຈີນ ຈຸດບ້ານດົງໂພສີ ສາມາດຈັບໂຕຄົນຮ້າຍ ໄດ້ 1 ຄົນ ຊື່ທ້າວ ວັງ ອາຍຸ 25 ປີ ເປັນກັມມະກອນ ບ້ານຂັນເທິງ ເມືອງນໍ້າບາກ ແຂວງຫຼວງພຣະບາງ ມາພັກເຊົາຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ໂດຍຜູ້ກ່ຽວກໍາລັງຈະລັກເຂົ້າໄປຕັດສາຍໄຟຟ້າ ເພື່ອເອົາທອງໄປຂາຍ.

ຫຼັງຈາກນັ້ນ ພະນັກງານບໍຣິສັດຮັກສາຄວາມປອດພັຍ ສະຖານີຣົຖໄຟລາວ-ຈີນ ໄດ້ມອບໂຕຜູ້ກະທໍາຜິດ ໃຫ້ກັບເຈົ້າໜ້າທີ່ຕໍາຣວດ ຣົຖໄຟລາວ-ຈີນ, ປກສ ເມືອງຫາດຊາຍຟອງ ແລະ ໜ່ວຍງານສືບສວນ-ສອບສວນ ຄະດີອາຍາ-ເສຖກິຈ ດໍາເນີນການຕໍ່ໄປ.

ເຊິ່ງການສືບສວນ-ສອບສວນຂຍາຍຜົລຂອງເຈົ້າໜ້າທີ່ ສາມາດຈັບໂຕ ຜູ້ຮ່ວມຂບວນການໄດ້ຕື່ມອີກ 4 ຄົນ ຄື:

1-/ ທ້າວ ມີ ອາຍຸ 38 ປີ ອາຊີບກັມມະກອນ ຢູ່ບ້ານນໍ້າລິດ ເມືອງປາກລາຍ ແຂວງໄຊຍະບູຣີ, 2-/ ທ້າວ ມາແລ ອາຍຸ 29 ປີ ອາຊີບກັມມະກອນ ຢູ່ບ້ານປຸງທາງ ເມືອງຊໍາໃຕ້ ແຂວງຫົວພັນ, 3-/ ທ້າວ ສິງ ອາຍຸ 28 ປີ ອາຊີບກັມມະກອນ ຢູ່ບ້ານເມືອງວັງ ເມືອງແອດ ແຂວງຫົວພັນ ແລະ 4-/ ທ້າວ ພຸດທະສັກ ອາຍຸ 31 ປີ ອາຊີບກັມມະກອນ ຢູ່ບ້ານທ່ານາແລ້ງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ປັດຈຸບັນ ທັງ 4 ຄົນ ແມ່ນພັກເຊົາຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍເຈົ້າໜ້າທີ່ ສາມາດຍຶດຂອງກາງ ປະເພດອຸປະກອນຕັດສາຍໄຟ ແລະເຄື່ອງຢາມກະແສໄຟຟ້າ ເຊິ່ງຜູ້ກະທໍາຜິດທັງໝົດ ໄດ້ສາລະພາບວ່າ ໄດ້ມາເຮັດວຽກເປັນກັມມະກອນກໍ່ສ້າງຢູ່ໃນສະຖານີຣົຖໄຟລາວ-ຈີນ ຈຸດບ້ານດົງໂພສີ ຕໍ່ມາ ການກໍ່ສ້າງໄດ້ສໍາເຣັດແລ້ວ ແຕ່ພວກຜູ້ກ່ຽວຍັງບໍ່ທັນໄດ້ເດີນທາງ ກັບເມືອບ້ານຂອງຕົນເທື່ອ ຈຶ່ງພາກັນພັກເຊົາຢູ່ແຄ້ມກໍ່ສ້າງໃນເຂດໃກ້ຄຽງ ແລ້ວພາກັນເຂົ້າໄປລັກຕັດສາຍໄຟຟ້າແຮງສູງ ເພື່ອປອກເອົາທອງ ພາກັນເຮັດແບບນີ້ມາແລ້ວຈໍານວນ 9 ຄັ້ງ ແລ້ວນໍາເອົາທອງນັ້ນໄປຂາຍໃຫ້ຮ້ານຮັບຊື້ເຫຼັກເສດ ເມື່ອໄດ້ເງິນມາແລ້ວ ກໍເອົາໄປຊື້ຢາບ້າມາເສບ ແລະຫຼິ້ນເກມຈົນໝົດ.

ກ່ຽວກັບເຣື່ອງນີ້ ຊາວລາວໃນນະຄອນຫຼວງວຽງຈັນ ເຫັນວ່າ ກໍຮັບຮູ້ຂ່າວສານ ຈາກທາງການລາວມາຢ່າງຕໍ່ເນື່ອງ ວ່າມີກຸ່ມຄົນລັກຕັດສາຍໄຟຂອງໂຄງການຣົຖໄຟລາວ-ຈີນ ແຕ່ສ່ວນຫຼາຍ ກໍຈະເປັນກຸ່ມຄົນທີ່ບໍ່ມີວຽກເຮັດງານທໍາ ຫຼືຕິດຢາເສບຕິດ ແລະຢາກໃຫ້ທາງການລາວ ແລະບໍຣິສັດທາງຣົຖໄຟລາວ-ຈີນ ເຂັ້ມງວດໃນການຕິດຕາມກວດກາເພີ່ມຕື່ມ.

ດັ່ງຊາວລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 20 ມົກກະຣາ ນີ້ວ່າ:

ເອີ່ ກະຕັດສາຍໄຟ ມື້ນີ້ກະລົງຄຣິບຢູ່ເດ້ ລັກຕັດສາຍໄຟຫັ້ນ ປາມັນພວກຂ້າລັກເນາະ ຍອມພວກຂີ້ລັກນີ້ນ່າ ໄກເນາະບ່ອນເຂົາໄປບໍ່ເຖິງຫັ້ນແຫຼະ ບ່ອນຄົນບໍ່ເຫັນພຸ້ນ ມັນບໍ່ມີອັນຢູ່ອັນກິນເດ້ ກະໄດ້ລັກ ມີວຽກເຮັດງານທໍາ ເຂົາຊິໄປລັກເຮັດຫຍັງ ສ່ວນຫຼາຍກະພວກຕິດຢາຫັ້ນແຫຼະ.”

ຊາວລາວອີກຜູ້ນຶ່ງກ່າວວ່າ ໄດ້ຍິນຂ່າວມາດົນແລ້ວ ກ່ຽວກັບການລັກຕັດສາຍໄຟຂອງໂຄງການຣົຖໄຟລາວ-ຈີນ ແຕ່ໄລຍະຫຼັງມານີ້ ກໍຂ້ອນຂ້າງງຽບໄປ ຍ້ອນທາງການລາວ ແລະບໍຣິສັດຜູ້ພັທນາ ກໍໄດ້ມີການໂຄສະນາ ແລະອອກລະບຽບ ມາຕການລົງໂທດຕ່າງໆ ເຊິ່ງສ່ວນຫຼາຍ ກໍມີແຕ່ກຸ່ມຄົນຫວ່າງງານ ແລະຕິດຢາເສບຕິດ.

ດັ່ງຊາວລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ກະໄດ້ຍິນມາດົນແລ້ວ ໄລຍະນີ້ມັນງຽວແລ້ວ ເພາະວ່າເຈົ້າໜ້າທີ່ ເຂົາຈັດການເດ້ ຂີ້ຢາມັນລະເຕັມບ້ານເຕັມເມືອງຫັ້ນແຫຼະ ບັກຂີ້ຢາ ກິນແລ້ວກະບໍ່ເຮັດບໍ່ຫາຫຍັງ ນອນກາງຄືນ ກະຫາລັກຊັ້ນຕົ້ວ ເອົາໄປບໍາບັດອອກມາ ລະກະຄືເກົ່າຫັ້ນແຫຼະ.”

ຂະນະທີ່ຊາວລາວອີກຜູ້ນຶ່ງ ກ່າວວ່າ ຢາກໃຫ້ທາງການລາວ ແລະບໍຣິສັດຜູ້ພັທນາ ໂຄງການທາງຣົຖໄຟລາວ-ຈີນ ເພີ່ມມາຕການຮັກສາຄວາມປອດພັຍຂັ້ນສູງສຸດ ມີການລາດຕະເວນຕລອດ 24 ຊົ່ວໂມງ ເພື່ອສ້າງຄວາມເຊື່ອໝັ້ນຕໍ່ສັງຄົມ ກ່ຽວກັບລະບົບຮັກຄວາມປອດພັຍຂອງຣົຖໄຟລາວ-ຈີນ ເພາະຫາກເກີດອຸບັດຕິເຫດຫຍັງຂຶ້ນຮຸນແຮງ ມັນຈະສ້າງຄວາມເສັຍຫາຍ, ຄວາມວິຕົກກັງວົນຕ່າງໆຕໍ່ຄົນລາວ ແລະຕ່າງປະເທດອີກນໍາດ້ວຍ.

ດັ່ງຊາວລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ມີແຕ່ວ່າ ເພີ່ມທະວີການປ້ອງກັນນີ້ແຫຼະ ມີການລາດຕະເວນຕລອດໂລດ ບໍ່ເຮັດນິ່ມັນອັນຕລາຍໄດ໋ ບາດມັນເກີດອັນຕລາຍຂຶ້ນມາແລ້ວ ມັນແກ້ໄຂໄດ້ຍາກໄດ໋ ອັນນີ້ຕ້ອງມີການ ສັບປ່ຽນກັນລາດຕະເວນແຫຼະ ບໍ່ແມ່ນແຕ່ຊິແຕ່ງຕັ້ງແຕ່ ຄະນະດຽວ ຕ້ອງມີການສັບປ່ຽນກັນ.”

ຊາວລາວຜູ້ນຶ່ງກ່າວວ່າ ຫາກທາງການລາວ ແກ້ໄຂບັນຫາອັດຕຣາການຫວ່າງງານ ແລະບັນຫາຢາເສບຕິດໃນປະເທດລາວ ໄດ້ຢ່າງມີສິດທິພາບ ກໍຈະຊ່ອຍຫຼຸດຜ່ອນບັນຫາສັງຄົມໄດ້ ເປັນຕົ້ນ: ການປົ້ນຈີ້, ການລັກເລັກຂະໂມຍນ້ອຍ ແລະການຄາດຕະກັມໄດ້.

ຂະນະທີ່ ບັນຫາການລັກຕັດສາຍໄຟ ຂອງໂຄງການຣົຖໄຟລາວ-ຈີນ ແມ່ນເກີດຂຶ້ນຢ່າງຕໍ່ເນື່ອງ ແລະກາຍເປັນບັນຫາ ໃຫ້ກັບທາງການລາວ ແລະບໍຣິສັດຜູ້ພັທນາໂຄງການມາໂດຍຕລອດ.

ກ່ອນໜ້ານີ້ ໃນມື້ວັນທີ່ 17 ເດືອນຕຸລາ 2021 ທີ່ຜ່ານມາ ກໍໄດ້ເກີດເຫດ ຊາວບ້ານຄົນນຶ່ງ ອາຍຸ 27 ປີ ເສັຍຊີວິດຢູ່ເຂດເສັ້ນທາງຣົຖໄຟລາວ-ຈີນ ບໍຣິເວນບ້ານແຈ້ງສະຫວ່າງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຍ້ອນພຍາຍາມລັກຕັດສາຍໄຟຟ້າ ຂອງໂຄງການທາງຣົຖໄຟລາວ-ຈີນ  ແຕ່ໂຊກຮ້າຍ ຖືກໄຟຟ້າຊ໋ອດເສັຍຊີວິດໃນທີ່ເກີດເຫດ.

ແລະໃນເດືອນຕຸລາ ປີດຽວກັນນັ້ນ ກໍຍັງມີກຸ່ມຄົນບໍ່ມີຈໍານວນນຶ່ງ ໄດ້ເຂົ້າໄປລັກຕັດສາຍໄຟ ຂອງໂຄງການຣົຖໄຟລາວ-ຈີນ ຈໍານວນ 8 ຈຸດ ຢູ່ສະຖານີເມືອງໄຊ ແຂວງອຸດົມໄຊ ແຕ່ບໍ່ສາມາດຈັບກຸ່ມຜູ້ກະທໍາຄວາມຜິດໄດ້.

ໂດຍນັບຮວມກັນແລ້ວ ມີເຫດການລັກຕັດສາຍໄຟ ຂອງໂຄງການຣົຖໄຟລາວ-ຈີນ ມາແລ້ວ ເປັນຈໍານວນ 6 ຄັ້ງ ນັກແຕ່ເລີ່ມການກໍ່ສ້າງໂຄງການ ຈົນມາຮອດປັດຈຸບັນ.

ຢ່າງໃດກໍຕາມ ອີງຕາມດໍາລັດ ຂອງປະທານປະເທດລາວ ກ່ຽວກັບປະມວນກົດໝາຍອາຍາ ມາຕຣາ 156 ການກະທໍາທີ່ເປັນອັນຕລາຍຕໍ່ຄວາມປອດພັຍ ຂອງເຮືອ, ກໍ່າປັ່ນ, ຣົຖໄຟ, ຣົຖ, ສນາມບິນ, ທ່າກໍ່າປັ່ນ, ສະຖານີຣົຖໄຟ ຫຼືສະຖານີຣົຖ ບຸກຄົນໃດ ຫາກມີການກະທໍາທີ່ເປັນການລະເມີດລະບຽບ ແລະເປັນອັນຕລາຍຕໍ່ຄວາມປອດພັຍ ຂອງເຮືອ, ກໍ່າປັ່ນ, ຣົຖໄຟ, ຣົຖ, ສນາມບິນ, ທ່າກໍ່າປັ່ນ, ສະຖານີຣົຖໄຟ ຫຼືສະຖານີຣົຖ ເຊິ່ງໄດ້ສ້າງຄວາມເສັຍຫາຍຫຼາຍ ຈະຖືກລົງໂທດຕັດອິສຣະພາບ ແຕ່ 5 ປີ ຫາ 10 ປີ ແລະຈະຖືກປັບໃໝ ແຕ່ 5 ລ້ານກີບ ຫາ 20 ລ້ານກີບ.

ໃນກໍຣະນີ ທີ່ການກະທໍາຄວາມຜິດນັ້ນ ຫາກໄດ້ສ້າງຄວາມເສັຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດ ຕັດອິສຣະພາບແຕ່ 10 ປີ ຫາ 20 ປີ ແລະຖືກປັບໃໝ ແຕ່ 15 ລ້ານກີບ ຫາ 50 ລ້ານກີບ ຫຼືຈະຖືກລົງໂທດ ຕັດອິສຣະພາບຕລອດຊີວິດ ແລະຈະຖືກປັບໃໝ ແຕ່ 50 ລ້ານກີບ ຫາ 150 ລ້ານກີບ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org