ຂົວມິຕພາບລາວ-ໄທຍ 5 ປາກຊັນ-ບຶງການ ຄືບໜ້າຫຼາຍ
2023.12.27
ການກໍ່ສ້າງ ຂົວມິຕພາບລາວ-ໄທຍ ແຫ່ງທີ 5, ຊຶ່ງເປັນຂົວຂ້າມ ແມ່ນ້ຳຂອງ ລະຫວ່າງເມືອງປາກຊັນ ແຂວງບໍຣິຄຳໄຊ ປະເທດລາວ ແລະ ແຂວງບຶງການ ປະເທດໄທຍ ມີຄວາມກ້າວໜ້າຫຼາຍແລ້ວ ຄືໃນເບື້ອງຝັ່ງລາວ ການກໍ່ສ້າງເສົາຂົວ ກາງແມ່ນ້ຳຂອງ ແລະ ການສ້າງອາຄານ ດ່ານສາກົລ ກໍເກືອບສຳເຣັດ ຮ້ອຍສ່ວນຮ້ອຍແລ້ວ. ນອກຈາກນີ້, ສະຖານີຂົນສົ່ງສິນຄ້າ ແລະ ທາງເບຕົງ ຈາກອາຄານ ດ່ານສາກົລ ໄປຫາຖນົນເລຂທີ 13 ໃຕ້ ກໍໃກ້ຈະສຳເຣັດແລ້ວ ເຊັ່ນກັນດຽວ, ເຊິ່ງໃນອະນາຄົດ ທາງການລາວ ມີແຜນ ຈະສ້າງທາງ ຕໍ່ຈາກຂົວມິຕພາບ ລຽບໄປຕາມ ເມືອງປາກຊັນ ນຳອີກ.
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຖາມຊາວບ້ານ ຫຼາຍຄົນ. ຄົນນຶ່ງ ຢູ່ບ້ານກ້ວຍອຸດົມ ເມືອງປາກຊັນ ແຂວງບໍຣິຄຳໄຊ, ເຊິ່ງເປັນຈຸດກໍ່ສ້າງ ຂົວມິຕພາບ ທາງເບື້ອງຝັ່ງລາວ ໄດ້ກ່າວວ່າ ໂຄງການກໍ່ສ້າງ ຂົວມິຕພາບລາວ-ໄທຍ ແຫ່ງທີ 5 ໃກ້ຈະສຳເຣັດແລ້ວ ຄາດວ່າ ອາຈເປີດໃຊ້ ພາຍໃນປີ 2024 ຈະມາເຖິງນີ້. ດັ່ງລາວ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 26 ທັນວາ 2023 ນີ້ວ່າ:
“ໂອ້, ສ້າງຂົວເນາະ ຕາມເພິ່ນຕີລາຄາ ເພິ່ນກະວ່າ ຈະໃຫ້ແລ້ວ ຢູ່ປະມານ ທ້າຍປີ 2024 ຫຼືວ່າປະມານກາງປີ 2024 ນ່າເຈົ້າ. ຖືວ່າໂຕນີ້, ເພິ່ນກໍ່ສ້າງ ໄດ້ຫຼາຍແລ້ວເດ ທາງເບື້ອງລາວເຮົາ, ຫັ້ນນ່າ. ເບື້ອງຝັ່ງບ້ານກ້ວຍເນາະ ກະຖືວ່າ ສ້າງໄດ້ຫຼາຍແລ້ວ ກະກຳລັງຈະຕໍ່ໃສ່ ຕໍ່ໃສ່ອີກບ໋ອກນຶ່ງນ່າ ເພິ່ນວ່ານ່າ. ຍັງບໍ່ໄດ້ເຊື່ອມກັນນ່າ. ຈະໃສ່ຄານ ໃສ່ຫຍັງ, ຫັ້ນນ່າ.”
ຊາວບ້ານ ອີກຜູ້ນຶ່ງ ຢູ່ບ້ານກ້ວຍອຸດົມ ເຊັ່ນດຽວກັນ ກ່າວວ່າ ພາຍຫຼັງຂົວເປີດໃຊ້ ການເດີນທາງ ຂອງຊາວລາວ ຢູ່ໃນຂົງເຂດນີ້ ຈະມີຄວາມສະດວກສະບາຍ ຫຼາຍຂຶ້ນ ແລະ ບັນຫາສິນຄ້ານຳເຂົ້າ ບໍ່ຖືກຕ້ອງ ຕາມກົດໝາຍ ອາຈຫຼຸດລົງ ແລະ ອາຈເປັນໂອກາດໃໝ່ ສຳລັບການທ່ອງທ່ຽວ ຂອງແຂວງບໍຣິຄຳໄຊ ນຳອີກ.
“ແມ່ນແຫຼະ, ຖ້າມີຂົວ ເຂົາເຈົ້າຈະໄດ້ ກະຈະສະດວກສະບາຍ. ສິນຄ້າ ທີ່ບໍ່ຜ່ານພາສີ ມັນກະອາຈຊິຫຼຸດໜ້ອຍລົງ, ຊີ້ນ່າ. ທາງປາກຊັນເຮົານີ້, ມັນກະຈະມີ ບ່ອນທ່ອງທ່ຽວ ກະຫຼາຍແນ່ເຈົ້າ ບໍ່ວ່າຈະເປັນ ສະຖານທີ່ວັທນະທັມ, ເປັນວັດວາອາຮາມເນາະ. ຢ່າງບ້ານກ້ວຍ ກໍຈະເປັນ ງານເທສການ ບຸນບັ້ງໄຟບໍ່ ຫຼືວ່າຈະເປັນ ງານເທສການ ສົງການເນາະ.”
ສ່ວນເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງ, ເຊິ່ງບໍ່ປະສົງບອກຊື່ ແລະ ຕຳແໜ່ງ ກ່າວວ່າ ໜ້າວຽກ ກ່ຽວກັບການກໍ່ສ້າງອາຄານ ດ່ານສາກົລ, ສະຖານີຂົນສົ່ງສິນຄ້າ ແລະ ທາງເບຕົງ ແມ່ນສຳເຣັດ ຫຼາຍກວ່າ 80% ແລ້ວ ຍັງເຫຼືອແຕ່ວຽກສ້າງຂົວ.
ນອກຈາກນີ້, ກໍມີບໍຣິສັດຂົນສົ່ງ ໂລຈິສຕິກ ໄດ້ເຂົ້າມາສ້າງເດີ່ນ ຖ່າຍ-ປ່ຽນສິນຄ້າ ແລະ ສ້າງສາງສິນຄ້າແດ່ແລ້ວ.
ຂົວມິຕພາບ ແຫ່ງທີ 5 ຈະເປັນເສັ້ນທາງນຶ່ງ ທີ່ສຳຄັນ ໃນການຂົນສົ່ງສິນຄ້າ ລະຫວ່າງ ໄທຍ, ລາວ, ວຽດນາມ ແລະ ຈີນ. ດັ່ງທີ່ທ່ານ ໄດ້ກ່າວວ່າ:
“ຍັງຢູ່ເດີ້, 2025 ພຸ້ນແຫຼະ. ໂຕດ່ານແລ້ວໆ ຍັງແຕ່ໂຕຂົວ. ມັນມີແຕ່ບໍຣິສັດ ລາວໂລຈິສຕິກ ນັ້ນແຫຼະ ມາເຮັດເດີ່ນສະຕ໋ອກ ບ່ອນຄ່ຽນຖ່າຍສາງ ບ່ອນຄ່ຽນຖ່າຍ ຕູ້ຄອນເທນເນີ້ ນັ້ນແຫຼະ. ໃກ້ກັບວຽດນາມ, ໂຕນີ້ ຂ້ອຍກໍບໍ່ແນ່ໃຈ, ແຕ່ວ່າ ໄລຍະຫ່າງ ແມ່ນໃກ້ຄຽງກັນ ບໍ່ຫຼຸດລື່ນກັນຫຼາຍ.”
ສຳລັບການກໍ່ສ້າງຂົວ ໃນເບື້ອງຝັ່ງໄທຍ ກໍໄດ້ມີຄວາມຄືບໜ້າ ຫຼາຍພໍສົມຄວນ. ທ່ານ ອາຈານ ສຸຣິຍານົນ ພົລສິມ, ຈາກວິທຍາລັຍ ການປົກຄອງທ້ອງຖິ່ນ, ມະຫາວິທຍາລັຍຂອນແກ່ນ ຂອງໄທຍ, ເຊິ່ງກຳລັງສຶກສາວິໄຈ ກ່ຽວກັບແຜນ ນະໂຍບາຍ ການພັທນາ ແຂວງບຶງການ ຂອງໄທຍ ໄດ້ກ່າວວ່າ ທາງການໄທຍ ມີແຜນການຈະສ້າງ ສນາມບິນບຶງການ ໃກ້ໆກັບ ຂົວມິຕພາບລາວ-ໄທຍ ແຫ່ງທີ 5 ແລະ ເທສະບານ ເມືອງບຶງການ ເພື່ອອຳນວຍຄວາມສະດວກ ແກ່ຊາວໄທຍ, ຊາວລາວ ແລະ ນັກທ່ອງທ່ຽວຕ່າງປະເທດ ໃນການເດີນທາງ ຂ້າມໄປຫາ ແຂວງບໍຣິຄຳໄຊ ແລະ ຈະເດີນທາງຕໍ່ ໄປພາກເໜືອ ຂອງລາວ, ພາກໃຕ້ ຂອງລາວ ຫຼືຈະອອກໄປວຽດນາມ ໝາຍຄວາມວ່າ ຂົວແຫ່ງນີ້ ຈະເປັນປໂຢດ ແກ່ປະຊາຊົນ ທັງສອງປະເທດ ຫຼາຍສົມຄວນ. ດັ່ງທ່ານອາຈານ ໄດ້ກ່າວໃນມື້ດຽວກັນ ນີ້ວ່າ:
ທ່ານກ່າວວ່າ: “ບຶງການນີ້ ຊິສ້າງສນາມບິນ. ເສັ້ນທາງຈາກ ຂົວມິຕພາບບຶງການ ແຫ່ງທີ 5 ນີ້ ກະຊິ direct ຕຣົງມາຍັງ ສນາມບິນເລີຍ. ຊາວລາວ ກະສາມາດນັ່ງຍົນ ຈາກບາງກອກ ມາລົງບຶງການ ແລ້ວກະຂ້າມຂົວມິຕພາບ ເຂົ້າໄປໄດ້ເລີຍ. ເພາະສະນັ້ນ, ພື້ນຖານໂຄງຮ່າງ ທີ່ກຳລົງຊິລົງ ຢູ່ບຶງການ ນີ້ ບໍ່ວ່າຊິສນາມບິນກໍດີ, ບໍ່ວ່າຂົວມິຕພາບ ແຫ່ງທີ 5 ກໍດີ ຈະເກີດປໂຢດ ກັບນັກທ່ອງທ່ຽວ, ກັບນັກທຸຣະກິຈ, ກັບປະຊາຊົນ ທັງສອງຝັ່ງ ຢ່າງແນ່ນອນ.”
ທ່ານ ສຸຣິຍານົນ ພົລສິມ ກ່າວຕື່ມວ່າ ຈຸດເດັ່ນນຶ່ງ ຂອງຂົວມິຕພາບລາວ-ໄທຍ ແຫ່ງທີ 5 ກໍແມ່ນ ຂົວຂ້າມແມ່ນ້ຳຂອງ ແຫ່ງນີ້ ຈະເປັນທາງລັດ ເຮັດໃຫ້ໄລຍະເດີນທາງ ຈາກພາກອີສານ ຂອງໄທຍ ອອກໄປວຽດນາມ ສັ້ນເຂົ້າ ຫຼືໃກ້ເຂົ້າໄປອີກ, ຊຶ່ງທາງການລາວ ແລະ ໄທຍ ຫວັງວ່າ ຂົວມິຕພາບລາວ-ໄທຍ ແຫ່ງທີ 5 ຈະຊ່ອຍເຮັດໃຫ້ ການເດີນທາງ ແລະ ການຂົນສົ່ງສິນຄ້າ ລະຫວ່າງປະເທດ ແລະ ໃນພາກພື້ນ ມີຄວາມສະດວກສະບາຍ ແລະ ໄວຂຶ້ນ.
ໂຄງການກໍ່ສ້າງທາງ ແລະ ຂົວມິຕພາບລາວ-ໄທຍ ແຫ່ງທີ 5 ມີໄລຍະທາງ ທັງສອງເບື້ອງ ທັງໝົດ ປະມານ 16 ກິໂລແມັຕ, ແບ່ງເປັນເບື້ອງໄທຍ ທາງຍາວ 12 ກິໂລແມັຕ ແລະ ທາງເບື້ອງລາວ 3 ກິໂລແມັຕ ແລະ ກະໂຕຂົວ ມີຄວາມຍາວປະມານ 1 ກິໂລແມັຕ. ໂຄງການນີ້ ມີມູລຄ່າ ທັງໝົດ 3,640 ລ້ານບາທ. ໃນນີ້, ຣັຖບານລາວ ໄດ້ຢືມເງິນ ຈາກສຳນັກງານ ຄວາມຮ່ວມມື ດ້ານການພັທນາເສຖກິຈ ກັບປະເທດເພື່ອນບ້ານ ຂອງໄທຍ ຈຳນວນ 1,380 ລ້ານບາທ ເພື່ອສ້າງຂົວ, ອາຄານຫ້ອງການ ດ່ານສາກົລ ແລະ ເດີ່ນສາງທ່າບົກ ຫຼືເດີນຖ່າຍປ່ຽນສິນຄ້າ.
ການກໍ່ສ້າງ ຂົວມິຕພາບລາວ-ໄທຍ ແຫ່ງທີ 5 ໄດ້ເຣີ່ມແຕ່ປີ 2019, ແຕ່ການກໍ່ສ້າງ ມີຄວາມຊັກຊ້າ ຍ້ອນການແຜ່ຣະບາດ ຂອງໂຄວິດ-19.
ທີ່ຜ່ານມາ, ຣັຖບານລາວ ໂດຍສະເພາະ ທາງການແຂວງບໍຣິຄຳໄຊ ໄດ້ຈ່າຍຄ່າຊົດເຊີຍທີ່ດິນ ໃຫ້ແກ່ປະຊາຊົນ ບ້ານກ້ວຍອຸດົມ ເມືອງປາກຊັນ ແຂວງບໍຣິຄຳໄຊ ແລ້ວ, ແຕ່ຊາວບ້ານຫຼາຍຄົນ ຈົ່ມວ່າ ຄ່າຊົດເຊີຍທີ່ດິນ ທີ່ໄດ້ມາ ໜ້ອຍຫຼາຍ ບໍ່ຄຸ້ມຄ່າ. ບໍ່ພຽງແຕ່ບໍ່ຄຸ້ມຄ່າ ການຈ່າຍ ກໍຊັກຊ້າ ຍ້ອນສະພາບເງິນເຟີ້.
ຊາວບ້ານ ຜູ້ນຶ່ງ ທີ່ສູນເສັຽທີ່ດິນ ໃຫ້ແກ່ໂຄງການ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ທາງການເພິ່ນ ໄດ້ຈ່າຍຄ່າຊົດເຊີຍທີ່ດິນ ໝົດແລ້ວ. ສຳລັບຄອບຄົວ ຂອງຂ້າພະເຈົ້າ ກໍບໍ່ໄດ້ຫຼາຍ ໄດ້ພຽງແຕ່ເກືອບ 30 ລ້ານກີບ ນີ້ແຫຼະ.”
ຊາວບ້ານອີກຜູ້ນຶ່ງ ໄດ້ກ່າວວ່າ:
“ເວົ້າເຣື່ອງ ການຈ່າຍຄ່າຊົດເຊີຍ ປະຊາຊົນ ພວກຂ້າພະເຈົ້າ ໄດ້ສູ້ຊົນ ບໍ່ແມ່ນງ່າຍ ຈຶ່ງໄດ້ຄ່າຊົດເຊີຍມາ, ແຕ່ເມື່ອໄດ້ມາແລ້ວ ພວກເຮົາໄປຊອກຊື້ ດິນໄຮ່-ດິນນາ ຢູ່ໃສ ກໍບໍ່ໄດ້ ໃນລາຄານີ້, ໂດຍສະເພາະ ໃນສະພາບເສຖກິຈ ຄູ່ມື້ນີ້ ມັນຍາກ, ມັນກະບໍ່ໄດ້ເລີຍແຫຼະ.”
ອີງຕາມຂໍ້ມູນ ຈາກຊາວບ້ານ, ທາງການລາວ ໄດ້ຈ່າຍຄ່າຊົດເຊີຍ 1,200 ກີບ ຕໍ່ນຶ່ງແມັຕມົນທົນ ຫຼືນຶ່ງຕາຕະລາງແມັຕ, ເຊິ່ງຖືວ່າ ຕໍ່າຫຼາຍ ແລະ ບໍ່ສົມເຫດສົມຜົລ ເມື່ອທຽບໃສ່ ສະພາບເງິນເຟີ້ ແລະ ເງິນກີບອ່ອນຄ່າ ໃນປັດຈຸບັນ, ແຕ່ຊາວບ້ານ ກໍບໍ່ສາມາດ ຄັດຄ້ານໄດ້ ຈໍາເປັນຕ້ອງຮັບເອົາ ຄ່າຊົດເຊີຍ.