ລາວ ໂຈະກິຈກັມ ສົ່ງເສີມການທ່ອງທ່ຽວ ຍ້ອນນໍ້າຖ້ວມ

ມະນີຈັນ
2018.09.20
F-tourists ນັກທ່ອງທ່ຽວ ຊາວຕ່າງປະເທດ ໃນແຂວງ ຫຼວງພຣະບາງ
RFA

ການກະຕຸ້ນປີທ່ອງທ່ຽວລາວ 2018 ຂອງທາງການລາວ ບໍ່ສາມາດບັນລຸຕາມເປົ້າໝາຍ ທີ່ວາງໄວ້ໄດ້ຍ້ອນປະເທດ ປະສົບພັຍນໍ້າຖ້ວມ ຊຶ່ງເຮັດໃຫ້ນັກທ່ອງທ່ຽວ ເຂົ້າລາວຫລຸດໜ້ອຍລົງ. ເຈົ້າຂອງໂຮງແຮມ-ເຮືອນພັກ ຢູ່ເມືອງວັງວຽງ ແຂວງວຽງຈັນ ທ່ານນຶ່ງ ເວົ້າວ່າ ຍອດຈອງຫ້ອງພັກ ຈາກລູກຄ້າ ຫລຸດລົງ 80 ເປີເຊັນເມື່ອທຽບກັບ ລະຍະດຽວກັນຂອງປີທີ່ຜ່ານມາ:

"ຜົລກະທົບທີ່ຫາກະເກີດຂຶ້ນນີ້ແມ່ນ ມີລູກຄ້າມາ cancel ຍ້ອນວ່າຂະເຈົ້າເດີນທາງມາ ບໍ່ໄດ້ເພາະວ່າຂົວປາກເຊືອງ ຢູ່ຫລວງພຣະບາງ ມັນຂາດ ຕົວນັ້ນແລ້ວມັນຫຍູ້ງຍາກ ໃນການທີ່ມາແລ້ວ ກໍຊ່ວງນີ້ຍອດຈອງ ຮູ້ສຶກວ່າມັນຈະຫລຸດລົງ ເກືອບ 80 ເປີເຊັນເລີຍ ຈໍານວນ ໂຕເລກທີ່ໂຕນກັນ ຫັ້ນນະ ຈະເລີ່ມເປັນມາຊ່ວງທີ່ວ່າໜ້າຝົນ ນີ້ລະ ຖ້າທຽບໃສ່ປີແລ້ວນີ້ ຖ້າຢ່າງບໍ່ມີກໍຕ້ອງມີ 5 ຫ້ອງເຖິງ 10 ຫ້ອງ ຈັ່ງຊີ້ຫັ້ນນະ.

ທ່ານກ່າວຕື່ມວ່າ ຢູ່ວັງວຽງ ເຈົ້າຂອງໂຮງແຮມຫລາຍຄົນ ກໍເວົ້າເປັນສຽງດຽວກັນວ່າ ລູກຄ້າຫລຸດລົງຫລາຍ ບາງແຫ່ງ ເຖິງຂັ້ນທີ່ບາງມື້ ບໍ່ມີລູກຄ້າເຂົ້າມາພັກ ອາສັຍເລີຍ."

ຍ້ອນນໍ້າຖ້ວມ ຣັຖບານ ໄດ້ໂຈະກິຈກັມ ສົ່ງເສີມການທ່ອງທ່ຽວຫລາຍຢ່າງ ດັ່ງເຈົ້າໜ້າທີ່ ຜແນກຖແລງຂ່າວ ວັທນະທັມແລະທ່ອງທ່ຽວ ກ່າວເຖິງເຣື່ອງການກະຕຸ້ນ ການທ່ອງ ທ່ຽວນັ້ນວ່າ

"ພວກເຮົາມີກິຈກັມ ພວກເຮົາງາງອອກຢູ່ຕລອດເນາະ ຢູ່ໃນ 7 ກິຈກັມຫລັກໃນການສົ່ງເສີມ ປີທ່ອງທ່ຽວຂອງພວກເຮົາ ໂຕໃໝ່ນີ້ຣັຖບານ ເພິ່ນໄດ້ອອກແຈ້ງການ ອັນນີ້ແມ່ນຢາກໃຫ້ໂຈະໆ ຢຸດຊະລໍໄວ້ກ່ອນ ວ່າຊັ້ນສະຕົວຢ່າງວ່າງານ ມະຫະກັມກິລາທົ່ວປະເທດ ປີນີ້ຫັ້ນນະ ເພິ່ນໄດ້ແຈ້ງມາວ່າໃຫ້ເລື່ອນແຫລະ ເພາະວ່າຈະສຸມທຶນຮອນ ສຸມແມ່ນຫຍັງຕ່າງໆໃສ່ການແກ້ໄຂ ພັຍພິບັດຫັ້ນນະ ຕ້ອງໄດ້ລໍໆຟັງເພິ່ນ ວ່າຈະແຈ້ງມາແນວໃດເນາະ."

ອີງຕາມຂໍ້ມູນ ຂອງທາງການລາວ ໃນປີ 2016 ມີນັກທ່ອງທ່ຽວເຂົ້າມາໃນສປປລາວ ປະມານ 4 ລ້ານ 2 ແສນຄົນ ຫລຸດລົງຈາກປີ 2015 ເຖິງ 440 ພັນຄົນ. ແລະໃນປີ 2017 ກໍບໍ່ສາມາດບັນລຸເປົ້າໝາຍ ທີ່ຕັ້ງໄວ້ວ່າຈໍານວນນັກທ່ອງທ່ຽວ ທີ່ເຂົ້າມາຈະມີ 4 ລ້ານ 7 ແສນຄົນ ແຕ່ກໍມີພຽງ 4 ລ້ານ 1 ແສນຄົນ ເຂົ້າມາທ່ຽວ. ຣັຖບານລາວຈຶ່ງຈັດ ໃຫ້ປີ 2018 ເປັນປີທ່ອງທ່ຽວລາວເພື່ອກະຕຸ້ນ ການທ່ອງທ່ຽວລາວ ແຕ່ກໍຍັງບໍ່ສາມາດ ສົ່ງເສີມການທ່ອງທ່ຽວ ໃຫ້ດີຂຶ້ນໄດ້ເທົ່າທີ່ຄວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.