ຟາຣ໌ມລ້ຽງໝູ ຈຳນວນນຶ່ງ ຕ້ອງຢຸດເຊົາກິຈການ
ຟາຣ໌ມລ້ຽງໝູ ຈຳນວນນຶ່ງ ຕ້ອງຢຸດກິຈການໄປ ຍ້ອນລາຄາຫົວອາຫານແພງ, ການແພ່ຣະບາດຂອງໂຄວິດ-19 ແລະພະຍາດໝູອາຟຣິກາ ເຮັດໃຫ້ບໍ່ມີຊີ້ນໝູພຽງພໍ ແລະເປັນເຫດໃຫ້ ລາຄາຊີ້ນໜູແພງຂຶ້ນ ເຖິງແມ່ນວ່າ ຈະມີການພະຍາຍາມຄວບຄຸມ ຈາກພາກຣັຖກໍ່ຕາມ.
-
ຈຳປາທອງ
2022-04-06 -
-
-
Your browser doesn’t support HTML5 audio
ທີ່ຜ່ານມາ ນະຄອນຫລວງວຽງຈັນ ໄດ້ມີຟາຣ໌ມລ້ຽງໝູທັງໝົດ 188 ແຫ່ງ ຊຶ່ງໃນນັ້ນ ຟາຣ໌ມລ້ຽງໝູ 33 ແຫ່ງໄດ້ຢຸດເຊົາໄປແລ້ວ ຍ້ອນລາຄາຫົວອາຫານແພງ, ການແພ່ຣະບາດຂອງໂຄວິດ-19 ແລະພະຍາດໝູອາຟຣິກາ, ເຮັດໃຫ້ບໍ່ມີຊີ້ນໝູພຽງພໍກັບຄວາມຕ້ອງການ. ດັ່ງນັ້ນ ໜ່ວຍງານທີ່ກ່ຽວຂ້ອງ ຈຶ່ງໄດ້ສນັບສນູນໃຫ້ຟາຣ໌ມລ້ຽງໝູທີ່ໄດ້ປິດໄປນັ້ນ ໄດ້ກັບມາລ້ຽງຄືນໃໝ່, ອີງຕາມຄໍາເວົ້າຂອງທ່ານ ແສງເພັດ ຈັນທະເສນ ຮອງຫົວໜ້າຂແນງລ້ຽງສັດ, ຜແນກກະສິກັມ ແລະປ່າ ໄມ້ ນະຄອນຫລວງວຽງຈັນ ທີ່ໃຫ້ສັມພາດໂທຣະທັສ ນະຄອນຫລວງວຽງຈັນ ເມື່ອບໍ່ດົນມານີ້.
ແຕ່ເຖິງຢ່າງໃດກໍຕາມ ຟາຣ໌ມລ້ຽງໝູຂນາດກາງ ແລະຂນາດນ້ອຍຈໍານວນນຶ່ງ ກໍຍັງບໍ່ສາມາດ ລ້ຽງໝູຄືນໄດ້ຄືເກົ່າ ຍ້ອນຕ້ອງໄດ້ໃຊ້ຕົ້ນທຶນສູງ, ຫົວອາຫານແພງຂຶ້ນຈາກ ເປົ໊ານຶ່ງ 180,000-200,000 ກີບເປັນ 300,000-400,000 ກີບ, ເຮັດໃຫ້ຟາຣ໌ມຈໍານວນນຶ່ງຍັງປິດຢູ່ ແລະຈໍານວນນຶ່ງໄດ້ຫລຸດຈໍານວນໝູລົງ. ດັ່ງເຈົ້າຂອງຟາຣ໌ມລ້ຽງໝູຂນາດນ້ອຍ ຢູ່ນະຄອນຫລວງວຽງຈັນ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ເມສານີ້ວ່າ:
“ໂອ້ຍ ມີ ມີຍັງເຫລືອໜ້ອຍດຽວ ແຕ່ກ່ອນນີ້ລ້ຽງປະມານ 40 ຫາ 50 ໂຕ. ແຕ່ຕອນນີ້ເຫລືອ 10 ປາຍໂຕ ແມ່ນແລ້ວ ໝູໂຕນ້ອຍນີ້ຈະໃຊ້ຫົວອາຫານ ຖ້າໂຕນ້ອຍຫາຕອນແລກເກີດນີ້ ທີ່ເກີດໃໝ່ນີ້ ແລ້ວກໍລ້ຽງໄປໄດ້ປະມານ ຮອດເດືອນນຶ່ງ ເຮົາກໍຈະລ້ຽງແບບທັມຊາດເລີຍ.”
ເພື່ອຊ່ອຍແກ້ໄຂບັນຫາຫົວອາຫານແພງ ເຈົ້າຂອງຟາຣ໌ມລ້ຽງໝູຂນາດນ້ອຍ ແລະຂນາດກາງຈໍານວນນຶ່ງ ທີ່ຕ້ອງການລ້ຽງໝູໄປຕໍ່ນັ້ນ ຈໍາເປັນຕ້ອງໄດ້ຫລຸດຄຸນນະພາບຫົວອາຫານລົງ ຫລືປ່ຽນໄປລ້ຽງໝູແບບທັມມະຊາດ ຄືໃຊ້ສາລີ, ຖົ່ວ ເຫລືອງ ແລະມັນຕົ້ນເສີມ ເພື່ອຫລຸດຕົ້ນທຶນລົງ.
ດັ່ງເຈົ້າຂອງຮ້ານຂາຍຫົວອາຫານໝູ ຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ:
“ຄືເຮົານໍາເຂົ້າຈາກໄທຍຍ ສົມມຸດວ່າເປົາລະ 700 ບາດ ມາພີ້ມັນຈະເພິ່ມຂຶ້ນອີກຢູ່ 10 ບາດ ຫລື 20 ບາດຕໍ່ເປົາ. ເຮັດໃຫ້ຜູ້ຊົມໃຊ້ຕອນນີ້ນີ້ ຖືວ່າເຣີ່ມປ່ຽນ ເຣີ່ມຢຸດການນໍາໃຊ້ແລ້ວ ໂຕນີ້ຂະເຈົ້າຈະໃຊ້ວັດຖຸດິບພາຍໃນເຮົາ ຟາຣ໌ມສ່ວນຫລາຍມັນຈະເປັນຟາຣ໌ມຂນາດນ້ອຍ. ຟາຣ໌ມໃຫຍ່ສ່ວນຫລາຍນີ້ ຂະເຈົ້າຈະນໍາເຂົ້າໂດຍໂກງເລີຍ ບາງສ່ວນກໍຜະລິດເອງ ແຕ່ຟາຣ໌ມໃຫຍ່ໆ ມັນຈະບໍ່ຫລາຍປານໃດ ບໍ່ເກີນ 3-4 ຟາຣ໌ມ.”
ທີ່ຜ່ານມາ ມີບໍຣິສັດໄທຍ ເຂົ້າມາຜລິດຫົວອາຫານສັດຢູ່ປະເທດລາວ ແລະໃຊ້ວັດ ຖຸດິບທີ່ຜລິດຢູ່ລາວປະມານ 50%, ສ່ວນທີ່ເຫລືອແມ່ນນໍາເຂົ້າມາຈາກຕ່າງປະເທດ, ແຕ່ທາງບໍຣິສັດພັດຄິດໄລ່ລາຄາຫົວອາຫານສັດນັ້ນ ເທົ່າກັນກັບລາຄາຫົວອາຫານສັດ ທີ່ນໍາເຂົ້າມາຈາກຕ່າງປະເທດ, ເຮັດໃຫ້ລາຄາຫົວອາຫານໃນລາວ ແພງຄືກັນກັບທີ່ນໍາເຂົ້າມາຈາກຕ່າງປະເທດ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງກ່າວວ່າ:
“ໝາຍຄວາມວ່າ ວັດຖຸດິບພາຍໃນເຮົາ ກໍເກືອບເຄິ່ງ 50 ສ່ວນຮ້ອຍຫັ້ນນ່າເນາະ. 10 ປາຍຫາ 20 ນີ້ນ່າທີ່ວ່າເພິ່ນນໍາເຂົ້ານີ້ນ່າ ບາດນີ້ ເວລາໄລ່ຢູ່ໃນໂຄງສ້າງຫົວອາຫານຫັ້ນ ເພິ່ນກໍຄູນອັດຕຣາແລກປ່ຽນເນາະ ຜົນບວກທັງໝົດ ແລ້ວມາຄູນອັດຕຣາແລກປ່ຽນ ແລ້ວກໍເລີຍເຮັດໃຫ້ລາຄາສູງ ເວລາກໍານົດລາຄາຂາຍຍ່ອຍແລ້ວກໍສູງນໍາ.”
ແລະເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງອີກທ່ານນຶ່ງ ກໍກ່າວວ່າ ກ່ຽວກັບເຣື່ອງທີ່ວ່ານີ້ ໜ່ວຍງານທີ່ກ່ຽວຂ້ອງ ກໍໄດ້ພະຍາຍາມຫາທາງແກ້ໄຂ ເພື່ອເຮັດໃຫ້ລາຄາຫົວອາຫານສັດ ຫລຸດຜ່ອນລົງ, ແຕ່ກໍຍັງບໍ່ທັນສາມາດແກ້ໄຂໄດ້ ຍ້ອນວ່າ ລາຄາຫົວອາຫານສັດນີ້ ແມ່ນບໍຣະສັດຂອງຕ່າງປະເທດ ເປັນຕົ້ນ ບໍຣິສັດ ຊີພີ ຂອງໄທຍ ທີ່ຜລິດຫົວອາຫານສັດໃນລາວ ເປັນຜູ້ກໍານົດ.
ດັ່ງທີ່ທ່ານກ່າວວ່າ:
“ອ່າ ຫົວອາຫານນີ້ແຫລະວ່າ ເຣື່ອງລາຄາໝູເປັນນີ້ນ່າເນາະ ມັນກໍສິບໍ່ມີກໍາໄລ ໂຕຍີ້ມັນເວົ້າເຣື່ອງນະໂຍບາຍ ໂຕນີ້ມັນຂຶ້ນກັບກຸ່ມບໍຣິສັດ. ເບື້ອງຣັຖບານຂອງພວກເຮົາກໍໄດ້ເອີ້ນໄປປະຊຸມ ເວົ້າເຣຶ່ອງການຕົກລົງກັນນີ້ແຫລະ ສິນຄ້າມັນກໍຖີບໂຕຫລາຍຫັ້ນນ່າ.”
ທ່ານກ່າວຕື່ມວ່າ ປັດຈຸບັນ ຢູ່ນະຄອນຫລວວຽງຈັນ ມີໂຮງງານຜລິດຫົວອາຫານສັດ ໃຫຍ່ 3 ແຫ່ງ ທີ່ສາມາດຜລິດໄດ້ສູງສຸດ 300,000 ຫາ 400,000 ຕັນ (Tons) ຕໍ່ປີ ແລະໜ່ວຍງານທີ່ກ່ຽວຂ້ອງກໍໄດ້ສົ່ງເສີມໃຫ້ ປະຊາຊົນປູກພືດທີ່ເປັນວັດຖຸດິບ ປ້ອນໂຮງງານ ເພື່ອຫລຸດຜ່ອນການນໍາ ວັດຖຸດິບຈາກຕ່າງປະເທດເຂົ້າມາ.
ເວົ້າເຖິງລາຄາຊີ້ນໝູ ຜແນກອຸດສາຫະກັມ ແລະການຄ້າ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການກໍານົດລາຄາໃນມື້ວັນທີ 16 ມິນາ ທີ່ຜ່ານມາ ຄືຊີ້ນໝູໜ້າຟາຣ໌ມ ຂາຍບໍ່ໃຫ້ເກີນກິໂລນຶ່ງ 30,500 ກີບ, ຊີ້ນທີ່ສົ່ງເຖິງຕລາດໃຫ້ຂາຍບໍ່ເກີນ 36,500 ກີບຕໍ່ກິໂລ. ສ່ວນລາຄາຂາຍຍ່ອຍຢູ່ຕລາດ ຊີ້ນໝູປະເພດນຶ່ງໃຫ້ຂາຍບໍ່ເກີນ 50,000 ກີບຕໍ່ກິໂລ, ຊີ້ນໝູປະເພດສອງ 46,000 ກີບ. ສໍາສັບຊີ້ນໝູຂາຍຍ່ອຍທີ່ວາງຂາຍຢູ່ຮ້ານຂອງບໍຣິສັດ ແລະຮ້ານຂາຍຍ່ອຍທົ່ວໄປ ບໍ່ໃຫ້ຂາຍເກີນ 52,000 ກີບຕໍ່ກິໂລ.
ໃນຂະນະທີ່ຜູ້ລ້ຽງໝູຈໍານວນນຶ່ງ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຄິດໄລ່ລາຄາຊີ້ນໝູຢູ່ໜ້າຟາຣ໌ມ ສູງກວ່າ 30,500 ກີບຕໍ່ກິໂລ ທີ່ທາງການກໍານົດໄວ້ນັ້ນ.
ດັ່ງເຈົ້າຂອງຟາຣ໌ມໝູ ຂນາດນ້ອຍ ອີກຜູ້ນຶ່ງເວົ້າວ່າ:
“ຄັນວ່າຫົວອາຫານຂຶ້ນຫັ້ນນ່າ ກຄືລາຄາໝູ່ໃຫຍ່ຫັ້ນກໍ ໃຫ້ຊື້ປາກຟາຣ໌ມປາກຄອກ ກໍໃຫ້ມັນລາຄາສູງຂຶ້ນແນ່ ຢ່າງທີ່ໄດ້ມັນໄດ້ 30 ພັນກີບ ບໍ່ເຖິງຮອດ 100 ບາດຊໍ້າບໍ ເພາະວ່າແມ່ນ ຖ້າເຂົາຊື້ນີ້ມີແຕ່ 27 ພັນ 28 ພັນເດ້ນີ້ ບາດລາຄາໝູນີ້ ມັນຫລຸດລົງຜ່ານມານີ້ ມັນກໍເລີຍເຮັດໃຫ້ກະເສຕກອນຜູ້ລ້ຽງໝູນີ້ ສັບສົນຫຍຸ້ງຍາກ ຕິດໜີ້ ຕິດສິນ ຢາກເບື່ອ ຢາກຕາຍ.”
ເມື່ອກ່ອນໜ້ານີ້ ທ່ານ ຫລ້າສາຍ ນວນທາສິງ ຫົວໜ້າຜແນກກະສິກັມ ແລະປ່າ ໄມ້ນະຄອນຫລວງວຽງຈັນ ໄດ້ໃຫ້ສັມພາດສື່ມວນຊົນທາງການລາວ ເມື່ອບໍ່ດົນມານີ້ວ່າ ໃນຈໍານວນຟາຣ໌ມລ້ຽງໝູ 188 ແຫ່ງທີ່ວ່ານັ້ນໄດ້ເຊົາລ້ຽງໄປແລ້ວ 33 ແຫ່ງ, ເຮັດໃຫ້ຍັງມີໝູລ້ຽງ 126,084 ໂຕ ແລະວ່າ ເພື່ອແກ້ໄຂບັນຫາຊີ້ນໝູແພງ ແລະສົ່ງເສີມໃຫ້ຟາຣ໌ມທີ່ເຊົາລ້ຽງກັບມາລ້ຽງຄືນໃໝ່ນັ້ນ ເປັນຕົ້ນ ຢູ່ນະຄອນຫລວງວຽງຈັນ ຣັຖບານຈະຕ້ອງມີນະໂຍບາຍ ແບ່ງພື້ນທີ່ການຕລາດໃຫ້ຄົນລາວ ຈໍານວນສອງສ່ວນສາມ, ສ້າງຕັ້ງກຸ່ມຜູ້ລ້ຽງໝູ ແລະສນອງຊີ້ນ ເພື່ອຄວາມສະດວກໃນການແບ່ງສັດສ່ວນ ແລະເປັນເອກກະພາບໃນການຜລິດ.
ໃນປີ 2021 ທີ່ຜ່ານມາ ຢູ່ນະຄອນຫລວງວຽງຈັນ ມີຄວາມຕ້ອງການຊີ້ນໝູ 18,478 ຕັນ, ແຕ່ສາມາດສນອງໄດ້ພຽງ 15,802 ຕັນ ແລະໃນປີ 2022 ນີ້ ກໍຄາດວ່າ ຈະຕ້ອງການຊີ້ນໝູປະມານ 19,088 ຕັນ, ແຕ່ຈະສາມາດສນອງໄດ້ ພຽງ 15,892 ຕັນເທົ່ານັ້ນ.