ຊາວບ້ານໃນໂຄງການເຂື່ອນເຊເສັດ

ສິດນີ
2015.02.04
F-Saravan ຕລາດໃນແຂວງ ສາຣະວັນ
Citizen journalist

ເຈົ້າຫນ້າທີ່ ພລັງງານ ແລະ ບໍ່ແຮ່ ເວົ້າວ່າ ໂຄງການ ເຂື່ອນ ໄຟຟ້າ ເຊເສັດ ຫ້ວຍເປາະ ຂນາດ 15 ເມກາວັດ ຈະ ເລີ້ມ ລົງມື ສ້າງ ໃນ ປີນີ້ ແລະ ໃນ ວັນທີ 30 ມົກກະຣາ 2015 ທາງການ ໄດ້ ມີການ ຈ່າຍເງິນ ຊົດເຊີຍ ໃຫ້ແກ່ ຊາວບ້ານ ແຕ່ ມີຊາວບ້ານ ຈຳນວນ ນຶ່ງ ບໍ່ຍອມ ຮັບ ຄ່າຊົດເຊີຍ ທີ່ ທາງການ ສເນີ ໃຫ້ ຍ້ອນ ເຫັນວ່າ ຄ່າ ຊົດເຊີຍ ຂອງ ທາງການ ບໍ່ ເໝາະສົມ ກັບ ຣາຄາ ທີ່ດິນ ທີ່ ພວກ ຂະເຈົ້າ ເສັຽໄປ ທ່ານ ກ່າວວ່າ:

"ການ ຈັດຕັ້ງ ປະຕິບັດ ໂຄງການ ດຽວນີ້ ແມ່ນ ກຳລັງ ກະຕຽມ ລົງມື ກໍ່ສ້າງ ຄາດວ່າ ຂະເຈົ້າ ຈະ ລົງມື ເລີຍ ໃນຊ່ວງນີ້ ແລ້ວ ເພາະ ວ່າ ພວກທີ່ ຊົດເຊີຍ ແລ້ວ ບາງທີ ຂະເຈົ້າ ຈະ ລົງກ່ອນ ສະນະ ເພາະວ່າ ສອງ ຄອບຄົວ ຂະເຈົ້າ ວ່າ ມູນຄ່າ ມັນຕ່ຳ ມີແຕ່ຖືກ ດິນ ທຳມາ ຫາກີນ  ດິນໄຮ່ ດິນສວນ ດິນນາ ເຂົາຊື່ໆ ບ້ານນີ້ ແມ່ນ ບໍ່ມີ ຜົລ ກະທົບ ບໍ່ມີການ ໂຍກຍ້າຍ ຈັດສັນ ຫຍັງເລີຍ".

ທ່ານກ່າວ ຕື່ມວ່າ ໂຄງການ ດັ່ງກ່າວ ມີ ຊາວບ້ານ ໄດ້ຮັບ ຜົລ ກະທົບ 39 ຄອບຄົວ ຈາກ 4 ບ້ານ ຄື ບ້ານ ຂົວເສັດ  ບ້ານ ສັນທົ່ງ ບ້ານ ແສນວັງ ໃຫມ່ ໃນ ເມືອງ ສາຣະວັນ ແລະ ບ້ານ ນາກະລອນ ໃນ ເມືອງ ເຫລົ່າງາມ, ໂດຍ ທາງການ ໄດ້ ຈ່າຍຄ່າ ຊົດເຊີຍ ດິນ ເພາະປູກ ໃນມູນຄ່າ ເຮັກຕາ ລະ 18 ລ້ານກີບ ແຕ່ບໍ່ໄດ້ ຊອກຫາ ດິນ ຜລິດບ່ອນ ໃຫມ່ ໃຫ້ ຂະເຈົ້າ.

ເຂື່ອນ ເຊເສັດ ຫ້ວຍເປາະ ມີກຳລັງ ຜລິດ ໄຟຟ້າ 15 ເມກາວັດ ສ້າງໃສ່ ເທິງ ເຊເສັດ ລຸ່ມ ເຂື່ອນ ເຊເສັດ1 ມີແຜນການ ຈະ ເລີ້ມສ້າງ ໃນປີນີ້ ແລະ ຈະສຳເຣັດ ໃນ ປີ 2017 ໃນມູນຄ່າ ການ ກໍ່ສ້າງ ປະມານ 23 ລ້ານ ກວ່າ ໂດລາ ສະຫະຣັດ ໄຟຟ້າ ຈາກເຂື່ອນ ດັ່ງກ່າວ ຈະໃຊ້ ໃນ ແຂວງ ສາຣະວັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.