ຄໍາສັ່ງ"ຫ້າມ"ສົ່ງໄມ້ອອກ
ທາງການ ລາວ ອອກ ແຈ້ງການ ຫ້າມ ສົ່ງອອກ ໄມ້ທ່ອນ ແລະ ໄມ້ຕັບ, ແຕ່ ຈະ ສາມາດ ບັງຄັບ ໃຊ້ ໄດ້ ຂນາດ ໃດ ໃນ ຄໍາສັ່ງ ລົມໆ ແລ້ງໆ ຂອງ ຫ້ອງການ ຣັຖບານ ລາວ.
-
ອຸ່ນແກ້ວ ສຸກສະຫວັນ
2015-09-25 -
-
-
ການຕັດໄມ້ ແບບຜິດ ກົດໝາຍ ຢູ່ລາວ ແລ້ວສົ່ງໄປ ປະເທດ ວຽດນາມ
RFA
Your browser doesn’t support HTML5 audio
ໃນ ເດືອນ ສິງຫາ ທີ່ ຜ່ານມາ ຫ້ອງວ່າການ ຣັຖບານ ໄດ້ອອກ ແຈ້ງການ ຫ້າມ ບໍ່ໃຫ້ ມີການ ສົ່ງອອກ ໄມ້ທ່ອນ ແລະ ໄມ້ຕັບ ໄປຂາຍ ຕ່າງ ປະເທດ ,ແຕ່ ໃນ ຂນະທີ່ ຢູ່ ແຂວງ ພາກໃຕ້ ເຊັ່ນ: ແຂວງ ຈໍາປາສັກ, ແຂວງ ສາຣະວັນ, ເຊກອງ ແລະ ອັດຕະປື ກໍຍັງມີ ການຂົນສົ່ງ ໄມ້ທ່ອນ ຂະໜາດ ໃຫຍ່ ອອກໄປ ປະເທດ ວຽດນາມ ຢູ່ ເປັນ ປະຈໍາ ແລະ ຫຼາຍຮ້ອຍ ຄັນ ຣົດ.
ກ່ຽວກັບ ບັນຫາ ດັ່ງກ່າວ, ນັກ ວິຊາການ ກໍໃຫ້ ທັສນະ ວ່າ, ແຈ້ງການ ທີ່ ອອກມາ ນັ້ນ ບໍ່ມີຜົນ ບັງຄັບໃຊ້ ໃນທາງ ປະຕິບັດ, ແຕ່ວ່າ ເຈົ້າໜ້າທີ່ ຂັ້ນ ແຂວງ ໃຫ້ ຄໍາເຫັນວ່າ ໄດ້ມີການ ປິດ ປ່າ ເປັນທີ່ ຮຽບຮ້ອຍ ແລ້ວ ແລະ ມີການ ຄວບຄຸມ ການສົ່ງ ອອກໄມ້ ແລະ ການ ຕັດໄມ້ ເປັນທີ່ ຮຽບຮ້ອຍ ແລ້ວ.
ແຕ່ໃນ ຄວາມເຫັນ ຂອງ ນັກ ວິຊາການ ແລ້ວ, ການອອກ ແຈ້ງການ ທີ່ ບໍ່ມີຜົນ ບັງຄັບໃຊ້ ກໍເພາະວ່າ ຜູ້ທີ່ຢູ່ ເບື້ອງຫລັງ ຂອງ ການ ສົ່ງໄມ້ອອກ ແມ່ນ ຜູ້ໃຫຍ່.