ຮ້ານກິນດື່ມຍັງຕັ້ງໃກ້ ໂຮງຮຽນ

ສຸພັດຕາ
2018.02.07
f-bars ຮ້ານກິນດື່ມທົ່ວໄປ ໃນນະຄອນຫຼວງວຽງຈັນ
ຮູບຈາກ ຜູ້ຟັງຣາຍການ

ບັນຮ້ານກິນດື່ມ ຮ້ານບັນເທິງ ທີ່ຕັ້ງຢູ່ໃກ້ສະຖາບັນການສຶກສາ ຢູ່ນະຄອນຫຼວງວຽງຈັນ ຍັງເປັນບັນຫາ ທີ່ແກ້ບໍ່ຕົກ ເຖິງແມ່ນວ່າ ຣັຖບານ ຈະມີຄຳສັ່ງເດັດຂາດ ບໍ່ໃຫ້ມີແລ້ວກໍ່ຕາມ ແຕ່ຜ່ານມາ ເປັນເວລາຫຼາຍເດືອນ ຍັງມີບາງຮ້ານເປີດ ບໍຣິການຢູ່ ສົ່ງຜົນກະທົບ ຕໍ່ນັກສຶກສາ ທີ່ຢູ່ບໍຣິເວນໃກ້ຄຽງ, ດັ່ງປະຊາຊົນ ທ່ານນຶ່ງກ່າວ ໃນວັນທີ 7 ກຸມພາ ນີ້ວ່າ:

“ມັນສົ່ງຜົນເສັຍຕໍ່ນັກຮຽນນັກສຶກສາ ນັ້ນແລ້ວ ບ່າຍໂມງນີ້ ບໍ່ທັນໄດ້ເລີກໂຮງຮຽນ ກໍແມ່ນຂາວເຈືອກເຜື້ອກ ຢູ່ຮ້ານຢູ່ຫັ້ນນຸ່ງເສື້ອຂາວນະ ຮ້້ານທີ່ເປັນບັນຫາ ເຂົາສັ່ງປິດເບິດ ມັນດັງຫຼາຍ ບໍ່ວ່ານັກຮຽນ ບໍ່ວ່າພໍ່ຄ້າຊາວຂາຍ ອິຫຍັງກໍເຂົ້າຫຼາຍ ມີນັກຮຽນ ແລະ ສ່ວນຫຼາຍແລ້ວ ມີຜົນກະທົບ ທັມມະດາ ເຂົາບໍ່ໃຫ້ນັກຮຽນເຂົ້ານະ ເພິ່ນພັດເຂົ້າສາ ມັນລະມີຜົນສະທ້ອນ ແຕ່ກີ້ກໍມີອາຣະວາດຕີກັນ ຕລອດນັ້ນແຫຼະ.”

ທ່ານຄຳປາດິດ ເຂັມມານິດ ຫົວໜ້າຜແນກຖແລງຂ່າວ ວັທນະທັມແລະທ່ອງທ່ຽວ ກ່າວກ່ຽວກັບບັນຫາດັ່ງກ່າວ ຕໍ່ໜັງສືພິມ ທາງການລາວ ວ່າບັນຫາທີ່ຍັງແກ້ໄຂໄດ້ຊ້າ ເພາະວ່າບາງຮ້ານ ບໍ່ທັນສາມາດຮື້ຖອນໄດ້ ຍ້ອນອີງໃສ່ສັນຍາເຊົ່າ ຫຼືການ ສຳປະທານ ຍັງຫຼາຍປີ ມີການ ລົງທຶນຫຼາຍ ຈຶ່ງໂຍະຍານໃຫ້ ໝົດກຳນົດເວລາກ່ອນ ແລ້ວຈຶ່ງຈະຍ້າຍອອກ ແຕ່ຕ້ອງໃຫ້ເຂັ້ມງວດ ຕໍ່ຣະບຽບກົດໝາຍ.

ທ່ານກ່າວຕື່ມວ່າບັນຫາດ່ັງກ່າວ ຂັ້ນເທິງໄດ້ມີການແຕ່ງຕັ້ງ ຄນະສະເພາະກິດຂັ້ນແຂວງ ແລະຂັ້ນເມືອງ ລົງສຶກສາອົບຮົມ ແລະຕຽມປິດຮ້ານ ທີ່ມີການຣະເມີດກົດຣະບຽບເຊັ່ນ; ເປີດບໍຣິການກາຍເວລາ ທີ່ທາງການກຳນົດ, ການປ່ອຍໃຫ້ຜູ້ທີ່ມີອາຍຸຕໍ່າກວ່າ 18 ປີ ເຂົ້າປໃຊ້ບໍຣິການ, ການໃຊ້ສຽງດັງເກີນຂອບເຂດ.

ປັດຈຸບັນ ສະຖາບັນການສຶກສາປາກປາສັກ, ດົງຄຳຊ້າງ, ມະຫາວິທຍາລັຍແຫ່ງຊາຕ, ໂຮງຮຽນມັທຍົມດອນໜູນ ແລະບ່ອນອື່ນໆຍັງປະກົດ ເຫັນມີຮ້ານກິນດື່ມ ຮ້ານບັນເທີງ ຕັ້ງຢູ່ໃກ້ເຂດ 500 ແມັດ ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.