ກໍຣະນີຄົນຕາຍຍ້ອນເຄມີ ສວນກ້ວຍ

ອະວາຣີ
2016.04.22
F-Banana ສວນກ້ວຍ ຂອງ ນັກລົງທຶນ ຈີນ
RFA

ພີ່ນ້ອງ ຂອງຄົນງານ ສວນກ້ວຍ ທີ່ ເສັຽຊີວິດ ຍ້ອນ ສານເຄມີ ຢູ່ ເມືອງຕົ້ນຜິ້ງ ແຂວງບໍ່ແກ້ວ ນັ້ນ ບໍ່ໄດ້ຮັບ ຄວາມຮ່ວມມື ຈາກ ເຈົ້າໜ້າທີ່ ຕຳຣວດ ໃນການ ປະກອບ ເອກກະສານ ເພື່ອ ສົ່ງຟ້ອງສານ ຮຽກຮ້ອງ ຄ່າແຮງງານ ຈາກ ເຈົ້າຂອງ ສວນກ້ວຍ. ຕາມຄວາມເວົ້າ ຂອງ ເຈົ້າໜ້າທີ່ ແຂວງ ບໍ່ແກ້ວ ທ່ານນຶ່ງ ທີ່ ບໍ່ປະສົງ ບອກຊື່ ທີ່ ໄດ້ກ່າວ ຕໍ່ ວິທຍຸ ເອເຊັຽ ເສຣີ ເມື່ອ ບໍ່ດົນຜ່ານມາ ວ່າເ

“ກະແນະນຳ ໃຫ້ລາວ ເມື່ອແລ່ນເອົາ ເອກກະສານ ຈາກ ຕຳຣວດ ແຕ່ໄປແລ້ວ ຕຳຣວດ ທາງເມືອງ ຕົ້ນຜິ້ງ ເພິ່ນ ກະບໍ່ຮ່ວມໄມ້ ຮ່ວມມືນຳ ຫັ່ນນະ ໄປຖາມຫຍັງ ກະບໍໄດ້ ຫຍັງ ເຂົາບໍ່ຢາກ ຮ່ວມໄມ້ ຮ່ວມມື ຍ້ອນເຮົາ ເປັນຄົນ ຕ່າງເມືອງ.”

ເຈົ້າໜ້າທີ່ ຜູ້ນີ້ ເວົ້າຕື່ມວ່າ ປັດຈຸບັນ ພີ່ນ້ອງຄອບຄົວ ຂອງ ຜູ້ເສັຽຊີວິດ ມີແຕ່ໃບ ຢັ້ງຢືນ ການເສັຽຊີວິດ ຈາກ ໂຮງໝໍ ເທົ່ານັ້ນ ຊຶ່ງ ບໍ່ພຽງພໍ ສຳຣັບ ການປະກອບ ສຳນວນ ຟ້ອງ.

ເຫດການ ຄວາມເປັນມາ ກໍຄື; ຊາວບ້ານຫ້ວຍໂກນ ເມືອງຜາອຸດົມ ແຂວງ ບໍ່ແກ້ວ ຜູ້ນຶ່ງ ໄປເຮັດວຽກ ຢູ່ສວນກ້ວຍ ຂອງຈີນ ທີ່ ເມືອງຕົ້ນຜິ້ງ, ເຮັດວຽກໄດ້ ປະມານ ນຶ່ງປີ ແລ້ວລົ້ມປ່ວຍ ຍ້ອນ ສານເຄມີ ນອນ ໂຮງໝໍ ທາງ ບໍຣິສັດ ສວນກ້ວຍ ຂອງຈີນ ກໍຈ່າຍຄ່າ ປິ່ນປົວໃຫ້ 5 ແສນ ກີບ; ແຕ່ຕໍ່ມາ ບໍ່ດົນ ຜູ້ກ່ຽວກໍ ເສັຽຊີວິດ ໃນກາງປີ 2015.

ຫລັງຈາກນັ້ນ ພີ່ນ້ອງ ຄອບຄົວ ຂອງຜູ້ຕາຍ ກໍຮຽກຮ້ອງ ໃຫ້ ນັກລົງທຶນ ຈີນ ທີ່ ເປັນເຈົ້າຂອງ ສວນກ້ວຍ ຈ່າຍ ເງິນເດືອນ ທີ່ຜູ້ຕາຍ ນັ້ນຍັງ ບໍ່ໄດ້ຮັບ ຮວມເປັນ ນຶ່ງປີເຕັມ ໃຫ້ພີ່ນ້ອງ ຄອບຄົວ; ແຕ່ເຈົ້າຂອງ ສວນກ້ວຍ ບໍ່ຍອມຈ່າຍ; ສະນັ້ນ ພີ່ນ້ອງ ຄອບຄົວ ຈຶ່ງປະກອບ ສຳນວນ ຟ້ອງສານ ຮຽກຮ້ອງໃຫ້ ເຈົ້າຂອງ ສວນກ້ວຍ ຈ່າຍເງິນເດືອນ ໃຫ້ພວກເຂົາ.

ໃນການປະກອບ ສຳນວນ ນັ້ນ ທາງຄອບຄົວ ຕ້ອງການ ບາງ ເອກກະສານ ຈາກ ເຈົ້າໜ້າທີ່ ຕຳຣວດ ເມືອງຕົ້ນຜິ້ງ. ທາງ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ ໄປຫາ ຫ້ອງການ ປ້ອງກັນ ຄວາມສງົບ ເມືອງຕົ້ນເຜິ້ງ ຫຼາຍເທື່ອ ແຕ່ຍັງ ບໍ່ສາມາດ ເວົ້າກັບ ເຈົ້າໜ້າທີ່ ທ່ານໃດ ໄດ້ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.