ຊາວບ້ານຢາກຮູ້ເຣື້ອງຄ່າ ຊົດເຊີຍ
ຊາວບ້ານ ທີ່ ຈະຖືກ ໂຍກຍ້າຍ ແລະ ຈະໄດ້ຮັບ ຜົລກະທົບ ຈາກ ໂຄງການ ເຂື່ອນ ດອນ ສະໂຮງ ຍັງລໍຖ້າ ຣາຍລະອຽດ ຈາກ ທາງການ ເຣື້ອງ ຄ່າຊົດເຊີຍ ຕ່າງໆ ດ້ວຍ ຄວາມ ກັງວົນ.
-
ສິດນີ
2015-11-25 -
-
-
Your browser doesn’t support HTML5 audio
ປະຊາຊົນ ຜູ້ທີ່ ຈະໄດ້ຮັບ ຜົລກະທົບ ຈາກ ໂຄງການ ເຂື່ອນ ດອນສະໂຮງ ບໍ່ພໍໃຈ ທີ່ ທາງການລາວ ປະເມີນ ຣາຄາດິນ ແລະ ຈ່າຍ ຄ່າຊົດເຊີຍ ໃຫ້ ປະຊາຊົນ ຊັກຊ້າ ຍ້ອນວ່າ ຂັ້ນເທິງ ປະຊຸມກັນ ເປັນເວລາ ດົນນານ ເທົ່າ ເຖິງ ປັດຈຸບັນ ຍັງບໍ່ມີ ຄຳຕອບ ຕໍ່ ຊາວບ້ານ ເທື່ອວ່າ ຈະຈ່າຍ ຄ່າຊົດເຊີຍ ເມື່ອໃດ ດັ່ງ ພໍ່ບ້ານ ຫາງສະດຳ ກ່າວ ໃນ ວັນທີ 23 ພຶສຈິກາ ນີ້ວ່າ:
"ເອີມັນຊ້າໆ ເຂົາບໍ່ພໍໃຈ ແລ້ວ ບໍ່ຫນີ ຄນະກັມມະການ ຊ້າຫລາຍ ເຮັດໃຫ້ ປະຊາຊົນ ມີການ ລໍຄອຍ ມີການ ຄອງຄອຍຫລາຍ".
ທ່ານວ່າ ເຖິງຢ່າງໃດ ກໍຕາມ ຊາວບ້ານ ກໍບໍ່ໄດ້ ຊຸມນຸມ ຕໍ່ຕ້ານ ການສ້າງເຂື່ອນ ມີແຕ່ຕ້ອງການ ຢາກໃຫ້ ທາງການລາວ ໃຫ້ຄຳຕອບ ທີ່ ແທ້ຈິງ ກ່ຽວກັບ ການຈ່າຍ ຄ່າຊົດເຊີຍ ເທົ່ານັ້ນ ພ້ອມທັງ ຢາກຮູ້ ແຜນ ການພັທນາ ໃນໂຄງການ ດັ່ງກ່າວ ເພາະ ຊາວບ້ານ ກໍຕ້ອງການ ທີ່ຢູ່ອາສັຍ ແລະ ບ່ອນທຳມາ ຫາກິນ ຖ້າ ຖືກໂຍກຍ້າຍ ທ່ານກ່າວ ເພີ້ມວ່າ:
"ເຂົາກໍບໍ່ຕ້ານ ດອກ ເຂົາກໍ ບໍ່ວ່າຈັ່ງໃດ ພຽງແຕ່ວ່າ ຖ້າ ຈະພັທນາ ຖ້າຈະເຮັດ ກໍຂໍໃຫ້ ປະຊາຊົນ ມີກິນມີໃຊ້ ແລ້ວກໍ ຖ້າຖືກ ຜົລກະທົບ ກໍມາຈ່າຍ ເປັນເງິນບໍ ຫລືວ່າ ເປັນ ວັສດຸ ຫລື ທົດແທນ ເປັນໄຮ່ ເປັນນາເຂົາ ມັນບໍ່ໄດ້ ເຫັນອີ່ຫຍັງ ປະຊາຊົນ ເຂົາກໍ ເປັນຫ່ວງ ເປັນໃຍ ຕອນນີ້ເຂົາ ກໍລໍຄອຍຢູ່".
ຈຳນວນ ປະຊາຊົນ ຜູ້ທີ່ຖືກ ໂຍກຍ້າຍ ຈາກ ໂຄງການ ເຂື່ອນ ດອນສະໂຮງ ມີ 13 ຄອບຄົວ ຈາກບ້ານ ຫາງສະດຳ ແລະ ບ້ານ ຫົວສະດຳ ປັດຈຸບັນ ຂະເຈົ້າ ກໍມີ ທີ່ ຢູ່ອາສັຍ ຣັຖບານ ກຳລັງສ້າງ ໂຮງຮຽນ ແລະ ສຸຂສາລາ ແຫ່ງໃຫມ່ ໃຫ້ ຂະເຈົ້າ.
ເຂື່ອນ ດອນສະໂຮງ ຈະສ້າງ ໃສ່ ແມ່ນ້ຳຂອງ ທີ່ ແຂວງ ຈຳປາສັກ ໂດຍ ບໍຣິສັດ MEGA FIRST ຂອງ ມາເລເຊັຽ, ສໍາລັບ ຜູ້ທີ່ ຈະ ທໍາການ ກໍ່ສ້າງ ແມ່ນ ບໍຣິສັດ ຊີໂນ-ໄຮໂດຣ ຂອງຈີນ ແລະ ມີແຜນການ ຈະ ເລີ້ມລົງມື ສ້າງ ໃນ ທ້າຍປີ ນີ້.