ວຽດນາມ ໃຊ້ໝົດ ທຸກແມ່ນໍ້າ ແລ້ວ ເພື່ອ ສ້າງເຂື່ອນ ຜລິດ ໄຟຟ້າ. ເຂື່ອນ ທີ່ ສ້າງຂຶ້ນ ນັ້ນ ມີ ຜົນກະທົບ ຕໍ່ຊີວິດ ການເປັນຢູ່ ຂອງ ປະຊາຊົນ ຍ້ອນປ່າໄມ້ ຖືກທໍາລາຍ ແລ້ວ ຍັງເຮັດໃຫ້ ເກີດ ນໍ້າຖ້ວມ ຫລາຍຂຶ້ນ. ສປປ ລາວ ຈະ ຖອດຖອນ ບົດຮຽນ ແນວໃດ ຈາກ ວຽດນາມ.
ມາເຖິງ ປັດຈຸບັນ ນີ້ ວຽດນາມ ໄດ້ໃຊ້ ສັກກະຍາພາບ ຂອງ ແມ່ນໍ້າ ລໍາທານ ໃນ ທົ່ວປະເທດ ເຖິງ 90 ສ່ວນຮ້ອຍ ແລ້ວ ເພື່ອສ້າງ ເຂື່ອນ ຜລິດ ກະແສ ໄຟຟ້າ ເພື່ອ ຕອບສນອງ ຄວາມຕ້ອງການ ຂອງ ປະຊາຊົນ ແລະ ອຸດສາຫະກັມ ທີ່ກໍາລັງ ຂຍາຍໂຕ, ແຕ່ວ່າ ເຂື່ອນ ທີ່ສ້າງນັ້ນ ສ້າງ ຜົນກະທົບ ຕໍ່ ສິ່ງແວດລ້ອມ ຕໍ່ຊີວິດ ການເປັນຢູ່ ຂອງ ປະຊາຊົນ ອັນເນື່ອງ ມາຈາກ ການທໍາລາຍ ປ່າໄມ້ ແລະ ເຂື່ອນ ທີ່ສ້າງຂຶ້ນ ແລ້ວນັ້ນ ຫລາຍແຫ່ງ ເຮັດໃຫ້ ປະຊາຊົນ ມີຄວາມ ກັງວົນ ຢ້ານວ່າ ບໍ່ປອດພັຍ ຕໍ່ຊີວິດ. ຕາມ ລາຍງານ ຂອງ ກໍາມາທິການ ສະພາ ແຫ່ງຊາຕ.
ວຽດນາມ ເມື່ອວັນທີ 5 ເດືອນ ພຶສຈິກາ ປີ 2013 ຜ່ານມາ. ລາຍງານວ່າ ບັນຫາ ທີ່ເກີດຂຶ້ນ ຈາກ ການສ້າງ ເຂື່ອນ ນັ້ນ ມີຫລາຍ. ພ້ອມນັ້ນ ລາຍງານ ຍັງ ຣະບຸວ່າ ທາງການ ວຽດນາມ ໄດ້ຍົກເລີກ ໂຄງການ ສ້າງເຂື່ອນ ຂນາດ ນ້ອຍ ທັງໝົດ 418 ໂຄງການ ແລະ 6 ໂຄງການ ທີ່ມີ ປະສິທິພາບ ຕໍ່າ ໃນການ ຜລິດ ໄຟຟ້າ ແຕ່ວ່າ ຍັງເຫລືອ ອີກ 815 ໂຄງການ ທີ່ມີ ຄວາມສາມາດ ໃນການ ຜລິດ ໄຟຟ້າ ໄດ້ 24,000 ກ່ວາ ເມກາວັດ ໃນ ທົ່ວປະເທດ.
ໃນຈໍານວນ 815 ໂຄງການ ນັ້ນມີ 268 ໂຄງການ ທີ່ ເປີດໃຊ້ການ ຢູ່ແລ້ວ ທີ່ມີ ຄວາມສາມາດ ໃນການ ຜລິດ ໄຟຟ້າ ໄດ້ 14,000 ເມກາວັດ ກ່ວາໆ, ແລະ 205 ໂຄງການ ທີ່ມີ ຄວາມສາມາດ ຜລິດ ໄຟຟ້າ ໄດ້ 6,200 ເມກາວັດ ທີ່ມີກໍານົດ ເປີດໃຊ້ ພາຍໃນ ປີ 2017. ລາຍງານ ຕໍ່ໄປວ່າ ໂຄງການ ເຂື່ອນຂນາດ ນ້ອຍ ມີ ຈໍານວນ ຫລາຍ, ແຕ່ການ ຜລິດ ໄຟຟ້າ ມີຈໍາກັດ ຈົນວ່າຕ້ອງ ຈໍາເປັນຕ້ອງ ຍົກເລີກ ໂຄງການ ເຂື່ອນ ຂນາດນ້ອຍ ເຖິງ 34 ສ່ວນຮ້ອຍ ອອກຈາກ ໂຄງການ ແມ່ບົດ ການ ພັທນາ ເຂື່ອນ. ອີກປະການນຶ່ງ ຢູ່ໃນ ໂຄງການ ແມ່ບົດການ ພັທນາ ເຂື່ອນ, 90 ສ່ວນຮ້ອຍ ແມ່ນເຂື່ອນ ຂນາດນ້ອຍ ທັງນັ້ນ.
ຖ້າເວົ້າ ເຖິງການ ປະກອບສ່ວນ ໃນການ ຜລິດ ໄຟຟ້າ ຈາກເຂື່ອນ ຂນາດນ້ອຍ ທັງໝົດ ນີ້ ມີແຕ່ 26 ສ່ວນຮ້ອຍ ຂອງ ຈໍານວນ ໄຟຟ້າ ທັງໝົດ ທີ່ຜລິດ ຈາກ ເຂື່ອນ. ບັນຫາ ການຄຸ້ມຄອງ ເຂື່ອນ ຂອງ ຣັຖບານ ມີຄວາມຜິດພາດ ຫລາຍ ເພາະວ່າ ສ່ວນຫລາຍ ແລ້ວ ມອບໃຫ້ ເຈົ້າໜ້າທີ່ ທ້ອງຖິ່ນ ເປັນຜູ້ ດູແລ ເບິ່ງແຍງ ແມ່ແຕ່ໃຫ້ ເຈົ້າຂອງ ເຂື່ອນ ດູແລ ເອງ ກໍມີຫລາຍ. ກ່ຽວກັບ ການຄຸ້ມຄອງ ຄວາມ ປອດພັຍ ເຂື່ອນ ຂນາດນ້ອຍ ນັ້ນ ສ່ວນຫລາຍ ແລ້ວ ບໍ່ຖືກ ຕ້ອງ ຕາມລະບຽບ ກົດໝາຍ ອັນເຮັດໃຫ້ ມີ ຄວາມສ່ຽງສູງ. ຍັງບໍ່ເທົ່ານັ້ນ ປະມານ 30 ສ່ວນຮ້ອຍ ຂອງ ໂຄງການ ເຂື່ອນ ຂນາດນ້ອຍ ທັງໝົດ ບໍ່ໄດ້ຖືກ ກວດກາ ໃນຂະນະ ທີ່ 2 ສ່ວນ 3 ຂອງ ໂຄງການ ເຂື່ອນ ຂນາດນ້ອຍ ບໍ່ມີແຜນ ການປ້ອງກັນ ຄວາມປອດພັຍ ທີ່ໄດ້ຮັບ ການ ອະນຸມັດ ຈາກຣັຖ. ພ້ອມນັ້ນ 55 ສ່ວນຮ້ອຍ ຂອງ ເຈົ້າຂອງ ໂຄງການ ທັງໝົດ ບໍ່ມີແຜນ ໃນການ ຮອງຮັບ ກັບພັຍ ນໍ້າຖ້ວມ.
ເມື່ອວັນທີ່ 21 ພຶສຈິກາ ປີ 2013 ຜ່ານມາ ນັກວິທຍາສາຕ ວຽດນາມ ອອກມາ ຖແຫລງວ່າ 80 ຫາ 90 ສ່ວນຮ້ອຍ ຂອງ ເຂື່ອນ ຂນາດນ້ອຍ ແລະ ປານກາງ ຕ້ອງໄດ້ ກວດກາ ຄືນໃໝ່ ເພາະ ເຫັນວ່າ ການກໍ່ສ້າງ ບໍ່ໄດ້ ມາຕຖານ ແຫ່ງຊາຕ. ສາສດາຈານ Vu Trong Hong ປະທານ ສະມາຄົມ ຊັພຍາກອນ ນໍ້າ ເວົ້າວ່າ ບັນຫາໃຫ່ຽ ຂອງ ການສ້າງ ເຂື່ອນ ໃນວຽດນາມ ແມ່ນບໍ່ ປະຕິບັດ ຕາມລະບຽບ ຂອງ ແຜນການ ອ່າງແມ່ນໍ້າ ອັນເຮັດໃຫ້ ໂຄງການ ເຂື່ອນ ຕ່າງໆ ບໍ່ສາມາດ ຫລຸດຜ່ອນ ນໍ້າຖ້ວມ ໃນຍາມ ລະດູຝົນ ໄດ້, ແລະ ໃນຍາມ ລະດູແລ້ງ ພວກທີ່ຢູ່ ລຸ່ມເຂື່ອນ ຂາດເຂີນນໍ້າ ເພາະວ່າ ເຂື່ອນ ແຕ່ລະແຫ່ງ ຕ້ອງກັກ ນໍ້າໄວ້ ເພື່ອປັ່ນ ໄຟຟ້າ.
ໃນຂະນະ ດຽວກັນ ຫົວໜ້າ ຫ້ອງການ ການຄຸ້ມຄອງ ຊັພຍາກອນ ນໍ້າ ກ່າວວ່າ ທຸກຄັ້ງ ທີ່ ກະຊວງ ອຸດສາຫະກັມ ອອກແຜນ ສ້າງເຂື່ອນ ເຂົາເຈົ້າ ບໍ່ເຄີຍ ປຶກສາ ຫ້ອງການ ຂອງ ທ່ານເລີຽ ຊຶ່ງມັນ ໝາຍຄວາມ ວ່າ ການ ປະສານງານ ລະຫ່ວາງ ຫ້ອງການ ກ່ຽວຂ້ອງ ບໍ່ມີ ປະສິທິພາບ.
ຫລັງຈາກ ສ້າງເຂື່ອນ ສໍາເຣັດ ແລ້ວ ມີ ກໍາມະການ ກວດກາ ຢ່າງແທ້ຈິງ ກ່ອນມີ ການຮັບມອບ, ແຕ່ວ່າ ກໍາມະການ ກວດກາ ນັ້ນ ແມ່ນເຈົ້າຂອງ ທີ່ ລົງທຶນ ສ້າງເຂື່ອນ ເປັນຜູ້ ຈ້າງມາກວດ ແທນທີ່ ຈະແມ່ນ ກໍາມະການ ອິສຣະ. ຕໍ່ ບັນຫາ ນີ້ ນັກ ວິທຍາສາຕ ວ່າ ມັນ ເຊື່ອຖື ບໍ່ໄດ້. ຕາມກົດໝາຍ ນັ້ນ ນັກລົງທຶນ ສ້າງເຂື່ອນ ໃດໆ ກໍດີ ຕ້ອງຍື່ນ ລາຍງານ ຜົນກະທົບ ຕໍ່ ສິ່ງແວດລ້ອມ ທີ່ ອາດເກີດຂຶ້ນ ໃຫ້ ຫ້ອງການ ການ ຄຸ້ມຄອງ ຊັພຍາກອນ ນໍ້າ ກ່ອນ ໂຄງການ ຈະຖືກ ຈັດຕັ້ງ ປະຕິບັດ ໄດ້.
ຢູ່ວຽດນາມ ບໍ່ທັນ ມີລະບຽບ ກົດໝາຍ ໃນການ ປ່ອຍນໍ້າ ຈາກເຂື່ອນ ຫລາຍເຂື່ອນ ທີ່ ຕັ້ງຢູ່ ໃນ ແມ່ນໍ້າລໍາ ດຽວກັນ. ໃນຍາມ ຝົນ ເຂື່ອນ ດັ່ງກ່າວ ອາດປ່ອຍ ນໍ້າ ພ້ອມໆ ກັນ ແລ້ວມັນ ກໍເກີດ ນໍ້າຖ້ວມ ຂະນາດໃຫ່ຽ. ສາສດາຈານ Vu Trong Hong ກ່າວວ່າ ເຂື່ອນ ຂນາດນ້ອຍ ແລະ ຂນາດກາງ ມີຄວາມ ປອດພັຍ ຫນ້ອຍກ່ວາ ເຂື່ອນ ຂນາດໃຫ່ຽ ເພາະວ່າ ເຂື່ອນ ສ່ວນຫລາຍ ແມ່ນ ບໍຣິສັດ ເອກກະຊົນ ເປັນ ຜູ້ສ້າງ. ບໍຣິສັດ ເລົ່ານີ້ ພຍາຍາມ ຕັດຮອນ ລາຍ ຈ່າຍ ລົງໂດຍ ການໃຊ້ ອຸປກອນ ແລະ ວັສດຸ ກໍ່ສ້າງ ຣາຄາຖືກ ຈາກ ປະເທດຈີນ ແລ້ວ ຍັງ ຂ້າມລັດ ຕັດຕອນ ຂັ້ນຕອນ ຂອງ ລະບຽບ ການກໍ່ສ້າງ ອີກດ້ວຍ. ດັ່ງນັ້ນ ຫລາຍເຂື່ອນ ທີ່ ສ້າງຂື້ນ ນັ້ນ ຫລັງຈາກ 10 ຫາ 20 ປີແລ້ວ ກໍ ເປ່ເພ ໃຊ້ການ ບໍ່ໄດ້.
ຍົກ ໂຕຢ່າງ ເມືອວັນທີ່ 17 ພຶສຈິກາ ຜ່ານມາ ເກີດ ເຫດການ ນໍ້າຖ້ວມຢູ່ ເຂດເມືອງ ດຽນບັນ ແຂວງ ກວາງນໍາ ພາກກາງ ວຽດນາມ ຍ້ອນ ພາຍຸ ຝົນ ສົມທົບ ກັບ ເຂື່ອນ 15 ແຫ່ງ ປ່ອຍນໍ້າ ພ້ອມກັນ ອອກຈາກ ອ່າງ ເກັບນໍ້າ ເຮັດໃຫ້ ມີຜູ້ ເສັຽຊີວິດ 41 ຄົນ ແລະ ໄດ້ຮັບ ບາດເຈັບ 74 ຄົນ. ຊາວ ວຽດນາມ ເກີດ ໂມໂຫຮ້າຍ ຫລາຍທີ່ສຸດ ພາກັນ ກຽດຊັງ ເຂື່ອນ. ສ່ວນ ທາງການ ວຽດນາມ ກໍອອກ ຂ່າວວ່າ ເຫດນໍ້າຖ້ວມ ຄັ້ງນີ້ ແມ່ນຍ້ອນ ຝົນຕົກ ໜັກຕິດ ຕໍ່ກັນ, ແຕ່ໃນ ຂະນະ ດຽວກັນ ສື່ມວນຊົນ ຫລາຍແຫ່ງ ອອກ ຂ່າວວ່າ ບໍ່ພຽງແຕ່ ມີຝົນ ຕົກໜັກ ເທົ່ານັ້ນ ແຕ່ມີ ການປ່ອຍນໍ້າ ອອກຈາກ ເຂື່ອນ 15 ແຫ່ງ ຢູ່ໃນ 2 ພາກ ຍ້ອນວ່າ ນໍ້າ ຢູ່ໃນເຂື່ອນ ສູງເກີນ ຄວາມສາມາດ ຂອງ ເຂື່ອນ ຈະຮັບ ໄດ້, ຖ້າ ບໍ່ປ່ອຍ ອອກ ເຂື່ອນ ກໍຈະແຕກ.
ໃນເວລານັ້ນ ປະຊາຊົນ ບໍ່ມີ ເວລາ ພຽງພໍ ທີ່ຈະຕຽມ ໂຕທັນ. ແຂວງ ທີ່ມີ ຜູ້ເສັຽ ຊີວິດ ຫລາຍທີ່ສຸດ ໄດ້ແກ່ ແຂວງ ກວາງນໍາ ຟູເຢັນ ເກັຽຫລາຍ ແລະ ກອນຕຸມ. ຊາວບ້ານ ຮອຍອັນ ແຂວງ ກວາງນໍາ ບ່ອນທີ່ ຖືກນໍ້າຖ້ວມ ນັ້ນ ເວົ້າວ່າ ລາວ ບໍ່ເຫັນດີ ນໍາ ການສ້າງ ເຂື່ອນ ຈໍານວນ ຫລວງຫລາຍ ລາວວ່າ ລາວ ບໍ່ສົນໃຈ ວ່າໃຜ ຈະເປັນ ຜູ້ສນັບ ສນູນ ກໍດີ. ທຸກຄັ້ງ ທີ່ເຂື່ອນ ປ່ອຍນໍ້າ ບ້ານ ຂອງລາວ ໄດ້ ຮັບຜົນ ກະທົບ ຫລາຍທີ່ສຸດ. ໃນຍາມ ລະດູແລ້ງ ເຂື່ອນ ກັກນໍ້າ ໄວ້ໝົດ ເຮັດໃຫ້ ທາງລຸ່ມ ເຂື່ອນ ແຫ້ງແລ້ງ, ແລະ ໃນຍາມ ລະດູຝົນ ເຂື່ອນ ປ່ອຍນໍ້າ ອອກ ເຮັດໃຫ້ ເກີດ ນໍ້າຖ້ວມ ຕະຝັ່ງ ເຈື່ອນ ແລະ ກະແສນໍ້າ ປ່ຽນທິດ ທາງໄຫລ.
ຍັງບໍ່ແລ້ວ ເທົ່ານັ້ນ ເມື່ອວັນ ທີ 18 ກັນຍາ ປີ 2013 ຜ່ານມາ ກະຊວງ ກະສິກັມ ແລະ ການພັທນາ ຊົນນະບົດ ຂອງ ວຽດນາມ ເວົ້າວ່າ ໂຄງການ ສ້າງເຂື່ອນ ຂນາດນ້ອຍ ນັບເປັນ ຮ້ອຍ ເຂື່ອນນັ້ນ ອາດມີ ເຈຕະນາ ແອບແຝງ ເພື່ອ ຕັດໄມ້ ຢູ່ໃນ ອຸທຍານ ແຫ່ງຊາຕ. ໃນຫລາຍປີ ມານີ້ ປ່າໄມ້ ປະມານ 20,000 ເຮັກຕາ ຖືກທໍາລາຍ ສໍາລັບ ສ້າງເຂື່ອນ ຂນາດນ້ອຍ 160 ກ່ວາແຫ່ງ, ຄິດສະເລັ່ຽ ແລ້ວ ໂຄງການ ເຂື່ອນ ຂນາດນ້ອຍ ແຫ່ງນຶ່ງ ກິນພື້ນທີ່ ປ່າໄມ້ ໄປ ແລ້ວ 125 ເຮັກຕາ, ແຕ່ວ່າ ຫລາຍ ໂຄງການ ບໍ່ຄຸ້ມຄ່າ ທາງເສຖກິດ. ເມື່ອ ເບິ່ງແລ້ວ ແມ່ນມີ ຈຸດປະສົງ ຢາກ ຕັດໄມ້ ຫລາຍກ່ວາ.
ສ່ວນຢູ່ ສປປລາວ ທາງການ ລາວ ມີແຜນການ ສ້າງ ເຂື່ອນ ຂນາດນ້ອຍ ຂນາດກາງ ແລະ ຂນາດໃຫ່ຽ ຫຼາຍໂຄງການ. ໂຄງການ ທີ່ມີ ແຜນການ ສ້າງໃນ ລະຍະ ໃກ້ໆນີ້ ມີ ປະມານ 20 ໂຄງການ. ໃນນັ້ນ ມີໂຄງການ ທີ່ມີ ຄວາມ ສາມາດ ຜລິດ ໄຟຟ້າໄດ້ 15 ເມກາວັດ 1 ໂຄງການ ເທົ່ານັ້ນ. ນອກນັ້ນ ແມ່ນ ໂຄງການ ຂນາດກາງ ແລະ ຂນາດ ໃຫ່ຽ ຮ່ວມທັງ ໂຄງການ ສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ 4 ແຫ່ງ ຄື ພູງອຍ, ຊນະຄາມ, ປາກແບ່ງ,ແລະ ດອນ ສະໂຮງ. ຍັງມີ 20 ໂຄງການ ທີ່ຢູ່ໃນ ຂັ້ນຕອນ ສຶກສາ ຄວາມ ເປັນໄປໄດ້ ຮ່ວມທັງ ໂຄງການ ເຂື່ອນ ໃນ ແມ່ນໍ້າຂອງ 4 ແຫ່ງ ຄື ບ້ານກຸ່ມ, ຫລວງພຣະບາງ, ປາກລາຍ ແລະ ລາດເສືອ.
ເຖິງຢ່າງໃດກໍດີ ໂຕຢ່າງ ໃນປະເທດ ວຽດນາມ ທີ່ ຍົກມາ ກ່າວນີ້ ເປັນພຽງ ສ່ວນນຶ່ງ ຂອງ ບັນຫາ ໃຫ່ຽໆ ທັງໝົດ ໃນ ວຽດນາມ. ສໍາລັບ ຢູ່ ລາວແລ້ວ ຍັງ ບໍ່ທັນໄດ້ ຍິນລາຍງານ ການ ປະເມີນ ຫລື ຕີຣາຄາ ຜົນກະທົບ ຈາກ ເຂື່ອນ ທີ່ເປີດໃຊ້ ແລ້ວນັ້ນ ຢ່າງ ແທ້ຈິງ ເທື່ອ. ວຽດນາມ ມີໂຄງການ ສ້າງເຂື່ອນ ຢູ່ ແຂວງ ເຊກອງ ສາຣະວັນ ແລະ ອັດຕະປື ຢ່າງນ້ອຍ 4 ໂຄງການ ແຕ່ບໍ່ເຄີຽ ເປີດເຜີຽ ລາຍງານ ຜົນກະທົບ ຕໍ່ ສິ່ງແວດລ້ອມ.
ທຸກຄັ້ງ ທີ່ ເກີດບັນຫາ ນໍ້າຖ້ວມ ສ່ວນຫລາຍ ແລ້ວ ກໍມັກ ຈະຖິ້ມໂທດ ໃສ່ ການປ່ຽນແປງ ຂອງ ດິນ ຟ້າອາກາດ. ວຽດນາມ ກໍເຊັ່ນ ດຽວກັນ ສ້າງເຂື່ອນ ໄປເລື້ອຍໆ ຈົນ ບໍ່ມີບ່ອນ ສ້າງອີກແລ້ວ ຈຶ່ງ ມາຕີຣາຄາ ພາຍຫລັງ ທີ່ ເຫັນວ່າ
ມີ ຜົນກະທົບ ເກີດຂຶ້ນ, ແຕ່ຂໍ້ດີ ຂອງ ວຽດນາມ ແມ່ນເລີ້ມ ມີ ການກວດກາ ໂຄງການ ຄືນໃໝ່ ແລ້ວ. ຖ້າເຫັນວ່າ ບໍ່ໄດ້ ມາຕຖານ ມີຜົນ ກະທົບ ຫລາຍ ຕໍ່ຊີວິດ ການເປັນຢູ່ ຂອງ ປະຊາຊົນ ແລະ ບໍ່ຄຸ້ມຄ່າ ທາງເສຖກິດ ແລ້ວ ເຂົາກໍ ຍົກ ເລີກໂລດ.
ຕໍ່ບັນຫາ ດັ່ງກ່າວ ທີ່ເກີດຂຶ້ນ ໃນວຽດນາມ ນີ້ ນັກ ວິຊາການ ໃນລາວ ເຄີຽເວົ້າວ່າ ລາວ ຄວນ ຖອດຖອນ ບົດຮຽນ ຈາກ ຫລາຍປະເທດ ໂດຍສະເພາະ ໃນ ວຽດນາມ.