ຊຸມຊົນໄທຕ້ານເຂື່ອນດອນ ສະໂຮງ
2015.09.23
ເຄືອຂ່າຍ ປະຊາຊົນ ຈາກ 8 ແຂວງ ຕາມລໍາ ແມ່ນ້ຳຂອງ ຂອງໄທ ເຊັ່ນ, ແຂວງ ຊຽງຮາຍ, ເລີຍ, ໜອງຄາຍ, ບຶງການ, ນະຄອນພະນົມ, ມຸກດາຫານ, ອຳນາດ ຈະເຣີນ, ແລະ ອຸບົນ ຣາຊທານີ, ຕ້ານ ການສ້າງ ເຂື່ອນ ດອນ ສະໂຮງ ຈຶ່ງ ໄດ້ ຮຽກຮ້ອງ ໃຫ້ ທາງການ ລາວ ເປີດເຜີຍ ຂໍ້ມູນ ຣາຍລະອຽດ ກ່ຽວກັບ ເຂື່ອນ ເພີ້ມຕື່ມ. ດັ່ງ ທ່ານ ອິດທິພົລ ຄຳສຸກ ເລຂານຸການ ຂອງ ອົງການ ກ່າວວ່າ:
"ຕ້ອງມີການ ຮ່ວມກັນ ຄັດຄ້ານ ເພາະວ່າ ມັນມີ ຜົລກະທົບ ກ່ຽວກັບ ພັນປາ ທີ່ ຈະ ອົພຍົບ ຈາກ ຝັ່ງລາວ ເຂົ້າມາ ໃນສ່ວນ ຂອງ ພາກ ປະຊາຊົນ ເມື່ອ ປະຊຸມກັນ ແລ້ວ ກໍໄດ້ ໂອ້ ປຶກສາ ກັນ ກ່ຽວກັບ ຣົນນະຣົງ ຫລື ຍັບຍັ້ງ ຄັດຄ້ານ ບໍ່ໃຫ້ ຣັຖບານ ລາວ ເຮັດສັນຍາ ສ້າງ ເຂື່ອນ ທີ່ ຈະສົ່ງ ຜົລກະທົບ".
ທ່ານ ກ່າວ ຕື່ມວ່າ ໃນ ເວລາ ນີ້ ກຸ່ມ ຂອງທ່ານ ຍັງບໍ່ໄດ້ ວາງແຜນ ທີ່ ຊັດເຈນ ວ່າ ຈະເຮັດ ແນວໃດ, ແຕ່ ຖ້າຫາກ ຈະຟ້ອງສານ ປົກຄອງ ໄທ ແບບ ເຂື່ອນ ໄຊຍະບູຣີ ນັ້ນ ກໍຕ້ອງ ສຶກສາ ຂໍ້ມູນ ໃຫ້ ຣະອຽດ ກ່ອນ ຊຶ່ງ ໃນ ເວລາ ນີ້ ກຸ່ມ ຊາວບ້ານ ຍັງບໍ່ໄດ້ ຮັບຂໍ້ມູນ ຣາຍລະອຽດ ຈາກ ຣັຖບານ ລາວ ແລະ ຄນະ ກັມມະການ ແມ່ນ້ຳຂອງ ເທື່ອ ໃນ ໂຄງການ ນີ້. ຈຶ່ງ ຢາກ ຮຽກຮ້ອງ ໃຫ້ ທາງການ ລາວ ເປີດເຜີຍ ຂໍ້ມູນ ຣາຍລະອຽດ ເພີ້ມຕື່ມ.
ທ່ານວ່າ ສຳລັບ ການ ເຄື່ອນໄຫວ ຂອງ ຣັຖບານ ໄທ ກ່ຽວກັບໂຄງການ ເຂື່ອນ ດອນ ສະໂຮງ ນັ້ນ ອົງການ ຈັດຕັ້ງ ທາງ ສັງຄົມ ໃນໄທ ເຫັນພ້ອມ ກັນວ່າ ທາງການ ໄທ ຍັງບໍ່ມີ ຄວາມ ກະຕື ລືລົ້ນ ໃນການ ຕອບໂຕ້ ໂຄງການ ເຂື່ອນ ດອນສະໂຮງ ແຕ່ຢ່າງໃດ.
ນາງ ເປຣມຣຶດີ ດາວເຮືອງ ຜູ້ ອຳນວຍການ ອົງການ ຟື້ນຟູ ຣະບົບ ນິເວດ ຕາມ ລຳ ແມ່ນ້ຳຂອງ ກ່າວວ່າ, ນາງຕ້ອງ ການຢາກໃຫ້ ຣັຖບານ ທຸກ ປະເທດ ໃນ ແມ່ນ້ຳຂອງ ທົບທວນ ກ່ຽວກັບໂຄງການ ເຂື່ອນ ດອນສະໂຮງ ຢ່າງ ຈິງຈັງ ໂດຍສະເພາະ ຣັຖບານ ໄທ. ດັ່ງ ນາງກ່າວ ໃນ ຕອນນຶ່ງ ວ່າ:
"ເບີ່ງ ຄືວ່າ ເຣືຶຶ້ອງ ເຂື່ອນ ດອນສະໂຮງ ຕ້ອງ ເຫນືອກວ່າ ພາກສ່ວນ ປະຊາຊົນ ຣັຖບານ ຂອງ ແຕ່ລະ ປະເທດ ແມ່ນ້ຳຂອງ ຕອນລຸ່ມ, ຈະຕ້ອງ ຄິດ ຢ່າງຈິງຈັງ ວ່າ ຄວາມ ເປັນຫ່ວງ ຂອງ ປະຊາຊົນ ຕ້ອງຖືກ ໂອ້ ລົມກັນ ຊຶ່ງ ໃນ ປັດຈຸບັນ ທ່າທີ ຂອງ ຣັຖບານ ໄທ ກໍເບິ່ງຄືວ່າ ບໍ່ຈິງຈັງ ໃນ ບັນຫາ ນີ້".
ຫນັງສືພີມ ວຽງຈັນ ໃຫມ່ ໄດ້ອອກ ຣາຍງານ ຂ່າວວ່າ ບໍຣິສັດ MEGA FIRST ຂອງ ມາເລເຊັຽ ຈະລົງມື ສ້າງ ເຂື່ອນ ດອນສະໂຮງ ໃນ ເດືອນ ພຶສຈິກາ ປີ ນີ້.