ກັມພູຊາຈະຫາລືໂຄງການ ເຂື່ອນ ຂອງລາວ

ໄມຊູລີ
2014.10.14
f-default ກັມພູຊາຈະຫາລືໂຄງການ ເຂື່ອນ ດອນສະໂຮງ ຂອງລາວ
RFA

 

ຄນະ ກັັມມາທິການ ແມ່ນໍ້າຂອງ ແຫ່ງຊາດ ກັມພູຊາ ຈະຫາລື ຮ່ວມກັບ ເຈົ້າໜ້າທີ່ ກ່ຽວຂ້ອງ ທ້ອງຖິ່ນ ພ້ອມດ້ວຍ ຜູ້ຕາງໜ້າ ປະຊາຊົນ ກັມພູຊາ ແລະ ເຈົ້າໜ້າທີ່ NGO ເພື່ອ ພິຈາຣະນາ ບັນຫາ ທີ່ ຈະໄດ້ຮັບ ຈາກ ໂຄງການ ສ້າງເຂື່ອນ ດອນ ສະໂຮງ ໃສ່ ແມ່ນໍ້າຂອງ ຢູ່ລາວ ເພື່ອ ຮິບໂຮມ ຂໍ້ມູນ ຫລັກຖານ ສໍາລັບ ນໍາມາ ປະກອບ ເປັນ ຄວາມເຫັນ ແລະ ສໍາເນົາ ເພື່ອ ນໍາສເນີ ຕໍ່ ທາງການ ກ່ຽວຂ້ອງ ຂອງລາວ ໃນ ຂັ້ນຕໍ່ໄປ.

ທ່ານ Te Navuth ເລຂາ ຄນະ ກັມມາທິການ ແມ່ນໍ້າຂອງ ແຫ່ງຊາດ ກ່າວວ່າ ການຮິບໂຮມ ຂໍ້ມູນ ຈາກ ປະຊາຊົນ ຖ້ອງຖິ່ນ ແລະ ເຈົ້າໜ້າທີ່ ກ່ຽວຂ້ອງ ຍັງຈະຕ້ອງ ມີການ ປຶກສາ ຫາຣື ກັບ ຫລາຍ ພາກສ່ວນ ຈາກ ຫລາຍ ພື້ນທີ່ ຕໍ່ໆໄປ ຈົນເຖິງ ຕົ້ນເດືອນ ທັນວາ ເພື່ອ ນໍາສເນີ ຕໍ່ທາງ ຄນະ ກັມມາທິການ ແມ່ນໍ້າຂອງ ແລະວ່າ ເຈົ້າໜ້າທີ່ ຂອງ ປະເທດ ສະມາຊິກ ແມ່ນໍ້າ ຂອງ ອື່ນໆ ກໍມີ ກໍານົດ ທີ່ ຈະຮິບໂຮມ ຂໍ້ມູນ ເຊັ່ນດຽວກັນ ໃນ ຣະຍະ 6 ເດືອນ ເພື່ອ ປຶກສາ ຫາຣຶ ກ່ອນ ຈະເອົາເປັນ ປະຊາມະຕິ ເຫັນພ້ອມ ຮ່ວມກັນ ກ່ອນ ຕົກລົງ ໃນ ໂຄງການ ສ້າງ ເຂື່ອນ ດອນ ສະໂຮງ ໃນ ພາກໃຕ້ ຂອງລາວ ທີ່ມີ ຫລາຍ ຝ່າຍບໍ່ ເຫັນພ້ອມ ນໍານັັ້ນ.

ໃນຂນະ ດຽວກັນ ກໍມີຂ່າວ ວ່າ ທາງການລາວ ໄດ້ ລົງມື ໃນ ໂຄງການ ສ້າງ ເຂື່ອນ ດອນ ສະໂຮງ ແລ້ວແຕ່ ເດືອນ ມິຖຸນາ ຜ່ານມາ ໂດຍທີ່ ບໍໄດ້ ຈັດ ກອງປະຊຸມ ເພື່ອ ເອົາຄວາມຄິດ ຈາກ ຫລາຍຝ່າຍ ມາ ພິຈາຣະນາ ການລົງ ມະຕິ ແຕ່ຢ່າງໃດ ອັນເປັນເຫດ ເຮັດໃຫ້ ບັນດາ ປະເທດ ສະມາຊິກ ຂອງ ຄນະ ກັມມະທິການ ແມ່ນໍ້າຂອງ ຊື່ງ ຮວມທັງ ໄທ, ກັມພູຊາ, ແລະ ວຽດນາມ ຢູ່ທາງ ພາກໃຕ໊ ທີ່ ຈະ ໄດ້ຮັບ ຜົນ ກະທົບ ແລະ ບໍ່ເຫັນ ພ້ອມ ນໍາໂຄງການ ສ້າງເຂື່ອນ ດອນ ສະໂຮງ ນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.