ດອນສະໂຮງຕ້ອງຫາລືກັນ ຂັ້ນສູງ
2014.01.17

ເຈົ້າໜ້າທີ່ກັມມາທິການແມ່ນໍ້າຂອງ MRC ລາວ ກໍາພູຊາ ໄທ ແລະວຽດນາມ ຕົກລົງຍົກເອົາການສົນທະນາບັນຫາໂຄງການ ສ້າງ ເຂື່ອນດອນສະໂຮງ ໃນພາກໃຕ້ຂອງລາວ ຂຶ້ນສູ່ຣະດັບ ຣັຖມົນຕຣີ ຫລັງຈາກໄດ້ ສົນທະນາກັນ ໃນວາຣະກອງປະຊຸມ ພິເສດ ທີ່ ນະຄອນຫລວງ ວຽງຈັນ ໃນວັນທີ່ 16 ມົກກະຣານີ້.
ຕາມຖະແຫລງການຂອງ ສໍານັກງານເລຂາທິການ MRC ຈາກ ນະຄອນຫລວງວຽງຈັນ. ສະພາມົນຕຣີກໍາມາທິການແມ່ນໍ້າຂອງ ເປັນການຈັດຕັ້ງສູງສຸດ ຂອງ MRC ປະກອບດ້ວຍ ຣັຖມົນຕຣີ ນໍ້າແລະສິ່ງແວດລ້ອມຂອງ ແຕ່ລະປະເທດ. ຣາຍງານແຈ້ງວ່າ ຢູ່ໃນກອງປະຊຸມ ວາຣະພິເສດນີ້ ກໍາພູຊາ ໄທ ແລະ ວຽດນາມ ເນັ້ນໃນທ່າທີເດີມວ່າໂຄງການນີ້ຄວນຜ່ານຂັ້ນຕອນປຶກສາຫາລື ລ່ວງໜ້າກ່ອນລົງມືສ້າງ. 3 ປະເທດດັ່ງກ່າວຍົກບັນຫາ ຄວາມ ເປັນຫ່ວງວ່າ ໂຄງການນີ້ມີຄວາມເປັນໄປໄດ້ສູງທີ່ຈະສົ່ງຜົນກະ ທົບຕໍ່ການຂຶ້ນລົງຂອງປາຍ້ອນວ່າຮູສະໂຮງເປັນເສັ້ນທາງໃຫ່ຽ ສໍາລັບ ການຂຶ້ນລົງຂອງປາ ໃນຍາມແລ້ງ.
ສ່ວນຝ່າຍລາວ ໃຫ້ຄວາມກະຈ່າງແຈ້ງວ່າ ຮູນໍ້າ 2 ຮູທີ່ຢູ່ທາງ ຂ້າງຂອງຮູສະໂຮງ ຄື ຮູສະດໍາ ແລະ ຮູຊ້າງເຜືອກ ສາມາດເປັນທາງ ຂື້ນລົງຂອງປາ ແທນ ຮູສະໂຮງໄດ້.