ກັມມາທິການແມ່ນໍ້າຂອງຕ້ອງ ເດັດຂາດ

ຄນະກັມມາທິການ ແມ່ນໍ້າຂອງ ຕ້ອງການ ມີຄວາມ ເດັດຂາດ ໃນການ ປະຕິບັດ ໜ້າທີ່.

ອົງການ ຄນະກັມມາທິການ ແມ່ນໍ້າຂອງ MRC

 

ບົດບັນນາທິການຈາກຫນັງສືພິມ The Nation ຂອງໄທສະບັບວັນ ທີ 8 ຕຸ ລາປີ 2013 ຣະບຸວ່າ ຄນະກັມມາທິການແມ່ນໍ້າຂອງ ເບີ່ງ ຄືວ່າບໍ່ມີອໍານາດຫຍັງຫມົດໃນການປ້ອງກັນບໍ່ໃຫ້ ປະເທດສະມາຊິກ ແມ່ນໍ້າຂອງ ສ້າງເຂື່ອນ ທີ່ຈະສົ່ງຜົນ ກະທົບຕໍ່ສິ່ງແວດລ້ອມ ແລະ ວິຖີຊິວິດຂອງປະຊາຊົນ.

ສີ່ປະເທດສະມາຊິກ ແລະອົງການແມ່ນໍ້າຂອງຕ້ອງໄດ້ທົບທວນສົນທິ ສັນຍາການປົກປ້ອງແມ່ນໍ້າຂອງສະບັບປີ 1995 ເພື່ອສ້າງຄວາມແນ່ ໃຈ ວ່າກົດຣະບຽບດັ່ງກ່າວ ສາມາດບັງຄັບໃຊ້ຕ້ານຂໍ້ສເນີການ ສ້າງ ເຂື່ອນຕັນແມ່ນໍ້າຂອງຂອງບັນດາປະເທດສະມາຊິກ ທີ່ເພີ້ມຂຶ້ນຢ່າງ ຕໍ່ເນື່ອງໄດ້.

ການແຈ້ງການຄັ້ງຫຼ້າສຸດ ຈາກຣັຖບານລາວວ່າຈະເດີນຫນ້າໃນການ ສ້າງເຂື່ອນດອນສະຫົງໃສ່ແມ່ນໍ້າຂອງໃນເຂດພາກໃຕ້ຂອງລາວເປັນ ການທົດສອບກົດຣະບຽບ ດັ່ງກ່າວຂອງຄນະກັມມທິການແມ່ນໍ້າຂອງ ວ່າຈະຕ້ານການສ້າງເຂື່ອນ ທີ່ຈະສົ່ງຜົລກະທົບ ຂ້າມແດນໄດ້ແທ້ ຫລືບໍ່.

ບົດວິເຄາະຣະບຸຕໍ່ໄປວ່າ ການສ້າງເຂື່ອນໃນລາວ ແນ່ນອນວ່າ ສົ່ງຜົລກະທົບຕໍ່ ປະເທດເພື່ອນບ້ານ ສີ່ງແວດລ້ອມ ແລະຄວາມສົມດູນຂອງ ຣະບົບນິເວດໃນອ່າງແມ່ນໍ້າຂອງ. ເຂື່ອນດອນສະຫົງບໍ່ແມ່ນແຕ່ເຂື່ອນນໍ້າຂອງແຫ່ງດຽວທີ່ສປປລາວ ສ້າງກ່ອນໜ້ານີ້ ກໍແມ່ນເຂື່ອນໄຊຍະບູຣີ ຢູ່ທາງພາກເຫນືອຂອງລາວ ທີ່ໄດ້ສ້າງຄວາມຂັດແຍ່ງ ແລະການຕໍ່ຕ້ານຈາກກຸ່ມປົກປ້ອງສິ່ງແວດລ້ອມມາແລ້ວ ນອກຈາກລາວແລ້ວ ປະເທດ ສະມາຊິກອື່ນໆ ກໍມີແຜນການຈະສ້າງເຊັ່ນກັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org