ເມກາເຟິສລົງນາມສ້າງເຂື່ອນ ດອນ ສະໂຮງ


2015.03.03
F-Peter ທ່ານ Peter Hawkins ຜູ້ບໍຣິຫານ ດ້ານສິ່ງແວດລ້ອມ ໃນໂຄງການ ສ້າງເຂື່ອນດອນສະໂຮງ
RFA

ຫລັງຈາກ ເກືອບ ຮອດ 10 ປີ ທີ່ ບໍຣິສັດ ເມກາເຟີສ ຂອງ ມາເລເຊັຽ ກໍໄດ້ ລົງນາມ ສ້າງ ເຂື່ອນ ດອນສະໂຮງ ກັບ ຣັຖບານ ລາວ ຄວາມ ຄືບຫນ້າ ໃນ ປັດຈຸບັນ ກໍແມ່ນ ວ່າ ບໍຣິສັດ ເມກາເຟີສ ໄດ້ ລົງນາມ ການ ຮ່ວມຫຸ້ນ ກັບ ຕົວແທນ ຂອງ ຣັຖບານ ລາວ ຢ່າງ ເປັນ ທາງການ ໃນ ໂຄງການ ສ້າງ ເຂື່ອນ ດອນ ສະໂຮງ ໃນ ອາທິດ ນີ້.

ຂໍ້ຕົກລົງ ການ ຮ່ວມຫຸ້ນ ດັ່ງກ່າວ ໄດ້ ລົງນາມ ຣະຫວ່າງ ບໍຣິສັດ ລູກ ຂອງ ເມກາເຟີສ ຊື່ງ ເປັນຜູ້ ຖື ຫຸ້ນ ຣາຍ ໃຫຍ່ 79 ສ່ວນຮ້ອຍ ບໍຣິສັດ GROUND ROSE LIMITED ແລະ 1 ສ່ວນຮ້ອຍ ບໍຣິສັດ SILVER ACREAGE LTD ກັບ ຣັຖບານ ລາວ ຜູ້ ທີ່ ຖືຫຸ້ນ 20 ສ່ວນຮ້ອຍ ໃນ ໂຄງການ ພລັງງານ ດອນ ສະໂຮງ. ຫລັງຈາກ ນັ້ນ ບໍຣິສັດ ພລັງງານ ດອນ ສະໂຮງ ຍັງຈະ ລົງນາມ ສຳປະທານ ການສ້າງ, ບໍຣິຫານ ແລະ ສົ່ງໃຫ້ ຣັຖບານ ລາວ ໃນ ໂຄງການ ເຂື່ອນ ດອນ ສະໂຮງ ຫລັງຈາກ ສິ້ນສຸດ ອາຍຸ ການ ສຳປະທານ ນຳອີກ.

ເຂື່ອນ ດອນ ສະໂຮງ ເປັນ ເຂື່ອນ ນ້ຳລົ້ນ ສ້າງ ຕັດ ຮູ ສະໂຮງ ໃນເຂດ ພາກໃຕ້ ຂອງ ລາວ ເຂື່ອນ ດັ່ງກ່າວ ຈະ ສາມາດ ຜລິດ ກະແສ ໄຟຟ້າ ໄດ້ 260 ເມກາວັດ ຖ້າ ສ້າງ ແລ້ວ ແລະ ສາມາດ ກະຈ່າຍ ໄຟຟ້າ ໄດ້ 2 ພັນ ກິກາວັດ ຊົ່ວໂມງ ຕໍ່ປີ.

ເຂື່ອນ ດອນ ສະໂຮງ ຈະ ໃຊ້ທຶນ ໃນການ ກໍ່ສ້າງ ຫລາຍລ້ານ ໂດລາ ແລະ ອາດຈະ ສ້າງ ສຳເຣັດ ພາຍໃນ 3 ປີ ຂ້າງຫນ້າ ອົງການ ສີ່ງ ແວດລ້ອມ ເວົ້າວ່າ  ເຂື່ອນ ດອນ ສະໂຮງ ຈະສົ່ງ ຜົລ ກະທົບ ຕໍ່ ສິ່ງ ແວດລ້ອມ ແລະ ວິຖິ ຊີວິດ ຂອງ ປະຊາຊົນ ຢູ່ລຸ່ມ ເຂື່ອນ ແຕ່ ຜູ້ລົງທຶນ ສ້າງ ເຂື່ອນ ເວົ້າວ່າ ຈະ ບໍ່ມີ ການສົ່ງ ຜົລ ກະທົບ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.