ຣັຖບານລາວຢຶນຢັນສ້າງເຂື່ອນ ດອນ ສະໂຮງ

ຈໍາປາທອງ
2015.01.08
F-don sahong ຮູປຈໍາລອງຂອງເຂື່ອນ ດອນສະໂຮງ
RFA

 

ຣັຖບານ ລາວ ປະກາດ ຢ່າງເປັນ ທາງການ ເຖິງ ການສ້າງ ເຂື່ອນ ໄຟຟ້າ ດອນ ສະໂຮງ ຊຶ່ງ ນັກຊ່ຽວຊານ ເວົ້າວ່າ ເມື່ອ ເຂື່ອນນັ້ນ ຖືກ ສ້າງ ສໍາເຣັດ ແລ້ວ ມັນຈະສ້າງ ຜົລກະທົບ ຕໍ່ ວິຖີ ຊີວິດ ຂອງ ປະຊາຊົນ ຢ່າງ ໜ້ອຍ 60 ລ້ານຄົນ, ຈະ ທໍາລາຍ ພືດພັນ ແລະ ຣະບົບ ນິເວດ ນໍາດ້ວຍ. ແຕ່ ແຫລ່ງຂ່າວ ອື່ນບໍ່ໄດ້ ຢືນຢັນ. ຕາມຣາຍງານ ຂອງ ໜັງສື ພິມ ເອເຊັຽນິວ ໃນ ວັນທີ 7 ມົກກະຣາ ນີ້.

ຣາຍງານ ຂ່າວຈາກ ນະຄອນ ໂຮຈິມິນ ປະເທດ ວຽດນາມ ວ່າ ສປປລາວ ໄດ້ ປະກາດ ຢ່າງເປັນ ທາງການ ແລ້ວວ່າ ຈະ ສ້າງເຂື່ອນ ດອນສະໂຮງ ໃສ່ ແມ່ນໍ້າຂອງ ຈຶ່ງເຮັດໃຫ້ ມີສຽງ ຕໍ່ຕ້ານ ກັງວົນ ຂຶ້ນຕື່ມ ກ່ຽວກັບ ຜົລກະທົບ ຕໍ່ຣະບົບ ນິເວດ ໃນ ຂົງເຂດ ນັ້ນ.

ຣາຍງານວ່າ ບໍຣິສັດ ຈີນ ຈະເປັນຜູ້ ຮັບຜິດຊອບ ທາງດ້ານ ວິຊາການ ຂອງ ໂຄງການ ອັນຮວມທັງ ການ ກໍ່ສ້າງ ເຂື່ອນ ໃຫຍ່ ປະມານ 19 ເຂື່ອນ ຊຶ່ງ ໃນນັ້ນ ເຂື່ອນ 6 ແຫ່ງ ກໍໄດ້ສ້າງ ສໍາເຣັດໄປ ແລ້ວ.

ເມື່ອ ສ້າງແລ້ວ ນັກຊ່ຽວຊານ ເວົ້າວ່າ ເຂື່ອນ ນັ້ນ ຈະສ້າງ ຄວາມເສັຽຫາຍ ໃຫ້ ຢ່າງໜ້ອຍ 60 ລ້ານ ຄົນ ທີ່ ຢູ່ຕາມແຄມ ແມ່ນໍ້າຂອງ ຕອນລຸ່ມ ແລະ ຈະກະທົບ ໃສ່ ພວກ ໝູ່ປາ ເພາະວ່າ ເຂື່ອນ ຈະຕັນ ຮູສະໂຮງ ຊຶ່ງ ເປັນບ່ອນ ໝູ່ປາ ຂຶ້ນ-ລ່ອງ ໃນ ແມ່ນໍ້າຂອງ ຕລອດປີ.

ດຣ. ດາວ ຕຣົງ ຕູ ຜູ້ ອໍານວຍການ ການພັທນາ ແບບ ຍືນຍົງ ກ່າວວ່າ, ການພັທນາ ເຂື່ອນ ໄຟຟ້າ ເປັນໄປ ຢ່າງໄວວາ ເກີນໄປ. ເຖິງເເມ່ນວ່າ ພວກເຮົາ ຈະສາມາດ ເຫັນໄດ້ ເຖິງ ຜົລກະທົບ ຢ່າງ ຮຸນແຮງ ທີ່ສຸດ ກໍຕາມ ແຕ່ກໍບໍ່ ສາມາດ ປົວແປງ ຄືນມາໄດ້. ເຊັ່ນ ກໍຣະນີ ເຂື່ອນ ໄຟຟ້າ ດອນ ສະໂຮງ ນີ້.

ໃນກາງເດືອນ ທັນວາ ຜ່ານມາ Dr. Peter Hawkins ຜູ້ ອໍານວຍການ ດ້ານ ສິ່ງແວດລ້ອມ ປະຈໍາ ໂຄງການ ເຂື່ອນ ດອນສະໂຮງ ສເນີຜົລ ຂອງ ການສຶກສາ ຜົລກະທົບ ຈາກ ເຂື່ອນ ນີ້ວ່າ ຝ່າຍຄ້ານ ເວົ້າເຖິງ ຜົລກະທົບ ຂອງ ເຂື່ອນ ນີ້ ແບບ ເຫລືອເຊື່ອ ໂພດ. ທ່ານເວົ້າວ່າ ເຂື່ອນນີ້ ຈະບໍ່ມີ ຜົລກະທົບ ຢ່າງ ຮ້າຍແຮງ ແຕ່ ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.