ທາງການລາວໝັ້ນໃຈສ້າງ ເຂື່ອນ
2014.11.11
ໜັງສືພິມ The Interpreter ຣາຍງານ ໃນເດືອນ ມິຖຸນາ ວ່າ ຫລັງຈາກ ມີ ການສຶກສາ ຕາມຜົນ ການ ສຳຣວດ ຂອງ ໂຄງການ ສ້າງ ເຂື່ອນ ໄຟຟ້າ ດອນສະໂຮງ ພາກໃຕ້ ຂອງລາວ ຢ່າງ ຣະອຽດ ແລ້ວ ທາງການ ລາວ ໄດ້ຕົກລົງ ທີ່ ຈະດຳເນີນ ການ ກໍ່ສ້າງ ໃຫ້ ສຳ ເຣັດ ຢ່າງ ແນ່ນອນ ເຖີງແມ່ນຈະ ໄດ້ຮັບສຽງ ວິພາກ ວິຈານ ຈາກ ພາກສ່ວນ ທີ່ບໍ່ເຫັນ ພ້ອມ ກໍຕາມ.
ກ່ຽວກັບ ໂຄງການ ສ້າງ ເຂື່ອນ ດອນສະໂຮງ ນີ້ ທ່ານ ວິຣະພົນ ວີຣະວົງ ຮອງ ຣັຖມນົຕຣີ ກະຊວງ ພລັງງານ ແລະ ບໍ່ແຮ່ ໄດ້ກ່າວ ຕໍ່ ຜູ້ ສື່ຂ່າວ ຕອນຮ່ວມ ກອງ ປະຊຸມ ຢູ່ ບາງກອກ ໃນ ວັນທີ່ 24 ຕຸລາ ຜ່ານມາ ວ່າ ທາງການລາວ ຍັງຈະ ດຳເນີນ ຕາມໂຄງການ ສ້າງ ເຂື່ອນ ດອນສະໂຮງ ຕໍ່ໄປ ເຊັ່ນດຽວກັນ ກັບ ໂຄງການ ສ້າງເຂື່ອນ ໄຊຍະ ບູຣີ ທີ່ ໄດ້ລົງມື ການ ກໍ່ສ້າງ ສຳເຣັດ ເປັນ ບາງສ່ວນ ແລ້ວ ນັ້ນ ຊຶ່ງ ທັ້ງໝົດ ແມ່ນ ຕ້ອງ ປະຕິບັດ ໄປຕາມ ແຜນພັທນາ ປະເທດ ເພື່ອ ຈະເຮັດໃຫ້ ເມືອງລາວ ກາຍເປັນ ສູນກາງ ກະຈາຍ ກະແສ ໄຟຟ້າ ຫລື ເປັນໝໍ້ໄຟ ແຫ່ງ ເອເຊັຽ ເພື່ອ ສົ່ງອອກ ຂາຍ ໄປຍັງ ປະເທດ ເພື່ອນບ້ານ ໃກ້ຄຽງ ໂດຍ ສະເພາະ ກໍແມ່ນ ປະເທດໄທ.
ທີ່ຜ່ານມາ ເຖີງຈະມີ ກຸ່ມ ຄັດຄ້ານ ດ້ວຍ ເຫດຜົນ ວ່າ ໂຄງການ ສ້າງ ເຂື່ອນ ດອນສະໂຮງ ຈະເປັນການ ກີດກັັ້ນ ການຂຶ້ນລ່ອງ ຂອງ ປາ ກໍຕາມ ແຕ່ທາງ ເຈົ້າໜ້າທີ່ ລາວ ຍັງເນັ້ນວ່າ ການສ້າງ ເຂື່ອນ ໃສ່ ດອນສະໂຮງ ເປັນພຽງ ການອັດຕັນ ສ່ວນໜື່ງ ຂອງ ແມ່ນ້ຳຂອງ ໃນພາກໃຕ້ ຂອງລາວ ເທົ່ານັ້ນ ຊຶ່ງຍັງມີ ຫລາຍ ຊ່ອງທາງ ທີ່ ຈຳພວກ ສັດນ້ຳ ເຊັ່ນປາ ທີ່ ຍັງຈະ ສາມາດ ຂຶ້ນລ່ອງ ໄດ້ຕາມ ປົກກະຕິ.