ເຂື່ອນດອນສະໂຮງຍັງກໍ່ສ້າງ ຢູ່່ ຕໍ່ໄປ

ມະນີຈັນ
2014.06.27
F-donsahong ສາຍນໍ້າຂອງ ໃນເຂດ ຈະສ້າງເຂື່ອນ ດອນສະໂຮງ ພາກໃຕ້ຂອງລາວ
RFA

 

ເຄືອຂ່າຍ ແມ່ນໍ້າ ສາກົລ ອອກຖແລງ ຂ່າວ ໃນວັນທີ 26 ມີຖຸນາ 2014 ວ່າ ສປປລາວ ໃນທີ່ສຸດ ກໍໄດ້ເພີ້ມ ຄວາມ ຮັບຜິດຊອບ ຫລາຍ ຂຶ້ນຕື່ມ ໃນ ຂໍ້ຕົກລົງ ແມ່ນໍ້າຂອງ ປີ 1995 ແລະ ກົດໝາຍ ສາກົລ ດ້ວຍການ ຍອມຮັບ ທີ່ ຈະປຶກສາ ຫາຣື ກັນກ່ອນ ກ່ຽວກັບ ເຂື່ອນ ໄຟຟ້າ ດອນສະໂຮງ.

ເຖິງຢ່າງໃດ ກໍຕາມ ທາງ ເຄືອຂ່າຍ ກໍມີຄວາມ ເປັນຫ່ວງ ວ່າ ສປປລາວ ຍັງ ຕັ້ງໃຈ ທີ່ ຈະພັທນາ ເຂື່ອນ ນັ້ນ ຕາມ ແຜນເດີມ ຢູ່ຕໍ່ໄປ ຫລາຍກວ່າ ທີ່ ຈະນໍາໃຊ້ ຂະບວນການ ປຶກສາ ຫາຣື ກັນກ່ອນ ເພື່ອ ເປີດ ໂອກາດ ໃຫ້ບັນດາ ປະເທດ ເພື່ອນບ້ານ ມີ ຄໍາເຫັນວ່າ ໂຄງການ ນັ້ນ ຈະສ້າງ ຫລື ບໍ່ສ້າງ.

ຖແລງ ຂ່າວ ເວົ້າ ຕໍ່ໄປວ່າ ຢູ່ ກອງປະຊຸມ ນັ້ນ ທ່ານ ວິຣະພົນ ວິຣະວົງ ຮອງ ຣັຖມົນຕຣີ ກະຊວງ ພະລັງງານ ແລະ ບໍ່ແຮ່ ຂອງລາວ ໄດ້ ກ່າວວ່າ ໂດຍການ ສນັບ ສນູນ ແລະ ການອອກ ຄວາມເຫັນ ທີ່ ສ້າງສັນ ຂອງ ພວກ ທ່ານ ຣັຖບານ ລາວ ຈະພັທນາ ໂຄງການ ນັ້ນ ຢູ່ຕໍ່ໄປ ໃນຮູບແບບ ທີ່ ມີຄວາມຮັບ ຜິດຊອບ ແລະ ຍັ້ງຍືນ.

ຖ້າມກາງ ການຕັດ ສິນໃຈ ດັ່ງກ່າວ ຂອງ ທາງການລາວ ທາງ ເຄືອຂ່າຍ ແມ່ນໍ້າ ສາກົລ ຮຽກຮ້ອງ ໃຫ້ ຣັຖບານ ລາວ ຢຸດເຊົາ ການກໍ່ສ້າງ ທຸກຢ່າງ ໃນເຂດ ເຂື່ອນ ດອນ ສະໂຮງ ແລະ ໃຫ້ ຄວາມ ຮ່ວມມື ຢ່າງຈິງໃຈ ກັບ ປະເທສ ເພື່ອນບ້ານ ທີ່ ກ່ຽວຂ້ອງ ເພື່ອ ໃຫ້ມີການ ຕີຣາຄາ ໂຄງການ ເຂື່ອນ ດອນສະໂຮງ ຢ່າງ ຖືກຕ້ອງ ຕາມ ຂະບວນ ການ ປຶກສາ ຫາຣື ກັນກ່ອນ. ຊຶ່ງ ຈະຕ້ອງ ມີຮວມທັງ ການຕີ ຣາຄາ ເບິ່ງ ຜົລກະທົບ ຂ້າມ ຊາຍແດນ ແລະ ການຫາຣື ທີ່ມີ ຄວາມໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.