ການກໍ່ສ້າງເຂື່ອນນໍ້າງື່ມ 4 ເລີ້ມແລ້ວ
2018.01.30

ເມື່ອວັນທີ 25 ມົກຣາ ຜ່ານມາ ສປປລາວ ຈັດພິທີເປິດການກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າງຶ່ມ 4 ຢູ່ເມືອງພູກູດ ແຂວງຊຽງຂວາງ ທີ່ມີ ກໍາລັງການຜລິດ 240 ເມກາວັດ ໃຊ້ງົບປະມານ ການລົງທຶນ 700 ກວ່າລ້ານດອນລາ ສະຫະຣັຖ ໂດຍບໍຣິສັດ CHMC ຂອງຈີນເປັນ ຜູ້ຮັບເຫມົາ ໃນການກໍ່ສ້າງ. ດັ່ງເຈົ້າໜ້າທີ່ ພລັງງານແລະບໍ່ແຮ່ ແຂວງຊຽງຂວາງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 29 ມົກຣາ ນີ້ວ່າ:
“ໂອ! ນໍ້າງຶ່ມ 4 ແມ່ນເຂົາເຈົ້າວາງສີລາເລີກ ແລ້ວເຈົ້າ ເບິ່ງນະມັນຄືວ່າ ກໍຍັງກໍາບໍ່ໄດ້ ຣະອຽດປານໃດ ຫາສິເປິດ ມື້ວານມື້ຊືນນີ້ ເປັນ ໂຄງການເນາະ ເຈົ້າ ບ້ານນີ້ເບີ່ງເດີ ມັນກໍບໍ່ຣະອຽດ ມີຈັກຄອບຄົວ ຈັກເຮືອນ ຈັກຫັລງແທ້ໆ.”
ທ່ານວ່າ ໂຄງການເຂື່ອນໄຟຟ້ານໍ້າງຶ່ມ 4 ແມ່ນເປັນເຂື່ອນປະເພດ ຄອນກຣິດອັດແໜ້ນ ໃຊ້ປູນຊິເມນນ້ອຍ ລວງສູງ 74 ແມັດ ລວງຍາວ 252 ແມັດ ທີ່ສໍາຄັນເປັນ 1 ໃນ 5 ໂຄງການ ພັທນາເຂື່ອນໄຟຟ້າ ຕາມສາຍນໍ້າງຶ່ມ ຊຶ່ງຣັຖບານ ໃຫ້ຣັຖວິສະຫະກິດ ໄຟຟ້າລາວ ເປັນຜູ້ ພັທນາ ໂດຍຄາດວ່າ ໂຄງການເຂື່ອນໄຟຟ້ານໍ້າງຶ່ມ 4 ນີ້ເປັນໂຄງການ ຈະຊ່ວຍ ຍົກຣະດັບ ໃນດ້ານໂຄງລ່າງພື້ນຖານແລະແກ້ໄຂຄວາມ ທຸກຍາກຂອງປະຊາຊົນລາວ ແລະບັນດາຊົນເຜົ່າ.
ເຈົ້າໜ້າທີ່ ຣັຖວິສາຫະກິດໄຟຟ້າລາວ ແຂວງຊຽງຂວາງ ກ່າວວ່າ ສໍາລັບການສໍາຣວດບ້ານ ທີ່ຈະໄດ້ຮັບຜົນກະທົບ ຈາກການສ້າງເຂື່ອນ ໄຟຟ້ານໍ້າງຶ່ມ 4 ນີ້ເຈົ້າໜ້າທີ່ ກໍາລັງເກັບກໍາ ຂໍ້ມູນຢູ່ ໂດຍບໍ່ທັນຮູ້ວ່າ ມີຈັກບ້ານຈັກຄອບຄົວ ໂດຍອາດຈະມີ ປະຊາຊົນ ໃນບາງບ້ານ ທີ່ ຈະຕ້ອງໂຍກຍ້າຍ ອອກຈາກບ້ານເກົ່າ ຊຶ່ງພາກສ່ວນກ່ຽວຂ້ອງພວມດໍາເນີນການ ແລະສເນີແນວທາງໃນການຊົດເຊີຍ ຮວມທັງເຣື້ອງເງິນ ຊົດເຊີຍ ແລະທີ່ຢູອາສັຍບ່ອນໃໝ່.
ທ່ານກ່າວເນັ້ນວ່າ ໂຄງການ ເຂື່ອນໄຟຟ້ານໍ້າງຶ່ມ 4 ນີ້ຈະໃຊ້ເວລາ ໃນການກໍ່ສ້າງ 5 ປີ ນັບແຕ່ປີ 2018 ນີ້ໄປຫາ ປີ 2022 ຈຶ່ງຈະ ສໍາເຣັດ ແລະເປິດໃຊ້ ຢ່າງເປັນທາງການ.