ຊາວແຄມຂອງ ບໍ່ຢາກໄດ້ເຂື່ອນ

ຊາວລາວ ໃນເຂດແຄມ ແມ່ນໍ້າຂອງ ບໍ່ເຫັນດີນໍາ ຄະນະ ກັມມາທິການ ແມ່ນໍ້າຂອງ MRC ທີ່ສນັບສນູນ ໂຄງການສ້າງ ເຂື່ອນ ໄຊຍະບູຣີ.
ມະນີຈັນ
2013.01.18
F-don-sahong ແມ່ນໍ້າຂອງ ທາງພາກໃຕ້ ໃນເຂດ ດອນສະຫົງ ທີ່ມີໂຄງການ ສ້າງເຂື່ອນ ຂອງ ຣັຖບານລາວ
RFA

ຫລັງຈາກ ທີ່ມີຂ່າວວ່າ  ຄະນະ ກັມມາທິການ ແມ່ນໍ້າຂອງ MRC ສນັບສນູນ ຣັຖບານ ລາວ ໃນການກໍ່ສ້າງ ເຂື່ອນ ໃສ່ແມ່ນໍ້າຂອງ ແລ້ວ ເອເຊັຍເສຣີ ກໍໄດ້ຕິດຕໍ່ ຂໍຄວາມຄິດເຫັນ ຈາກຊາວລາວ ໃນແຂວງ ສວັນນະເຂດ ຢູ່ຕາມແຄມ ຝັ່ງແມ່ນໍ້າຂອງ ທີ່ຕິດຕາມຂ່າວ ການກໍ່ສ້າງ ເຂື່ອນ ໄຊຍະບູຣີ ວ່າມີຄວາມເຫັນ ແນວໃດ ຕໍ່ຂ່າວດັ່ງກ່າວ. ທ່ານທີ່ບໍ່ປະສົງ ອອກຊື່ເວົ້າວ່າ ຜິດຫວັງ ຕໍ່ຂ່າວດັ່ງກ່າວ ແລະ ທັງວ່າ MRC ໄດ້ເຮັດຜິດ ຕໍ່ສິ່ງທີ່ຕົວເອງ ເປັນຜູ້ກໍານົດໄວ້:

"ກໍໃນນາມ ຂອງເຮົາ ທີ່ເປັນຄົນລາວ MRC ຊີ່ສນັບສນູນ ເຮົາກໍຄິດວ່າ ຄັນຊັ້ນ ກົດຣະບຽບປີ 1995 ທີ່ MRC ຈັດຕັ້ງຂຶ້ນມາວ່າ ການພັທນາໃດໆ ກໍຕາມ ໃນສາຍລຸ່ມ ແມ່ນໍ້າຂອງ ຕ້ອງບໍ່ມີການ ສົ່ງຜົນກະທົບ ແລ້ວ MRC ເປັນຫຍັງ ຊີ່ຕ້ອງໄປ ສນັບສນູນ ການສ້າງເຂື່ອນເນາະ ກໍຮູ້ຢູ່ວ່າ ການສ້າງເຂື່ອນ ຊີ່ທໍາລາຍ ຣະບົບນິເວດ ໃນແມ່ນໍ້າຂອງ".

ທ່ານວ່າ ຫາກ ຣັຖບານລາວ ຮັບຟັງ ຄວາມຄິດເຫັນ ແລະ ຂໍ້ຄັດຄ້ານ ຂອງປະຊາຊົນ ລາວ ແລະ ປະເທດເພື່ອນບ້ານ ກໍໜ້າຈະເຮັດໃຫ້ ຂໍ້ສລຸບ ຂອງໂຄງການນີ້ ເປັນໄປໃນທິດ ທາງທີ່ດີ. ຄໍາເຫັນຂອງ ທ່ານ Hans Guttma ຜູ້ບໍຣິຫານ (CEO) ຢູ່ໃນ ກອງປະຊຸມ MRC ທີ່ຫຼວງພຣະບາງ ເມື່ອວັນທີ 17 ມົກກະຣາ ໄປໃນແນວທາງ ທີ່ວ່າ MRC ຈະບໍ່ຄັດຄ້ານ ໂຄງການພັທນາ ໃນແມ່ນໍ້າຂອງ ຢູ່ເຂດ ປະເທດລາວ ແລະ ບໍ່ຄິດວ່າ ຣັຖບານລາວ ຕ້ອງໄດ້ປັບປຸງ ສັນຍານັ້ນ ສ້າງຄວາມຜິດຫວັງ ໃຫ້ຊາວລາວ ຈໍານວນນຶ່ງ ທີ່ບໍ່ເຫັນພ້ອມ ກັບການສ້າງ ເຂື່ອນ ໄຊຍະບູຣີ ຍ້ອນວ່າ ປະຊາຊົນ ທີ່ອາໄສຢູ່ ແຄມແມ່ນໍ້າຂອງ ຈະໄດ້ຮັບຜົນ ເສັຍຫາຍ ຫລາຍກວ່າຜົນໄດ້.

ອົງການ ແມ່ນໍ້າສາກົນ ເຜີດເຜີຍວ່າ ໃນກອງປະຊຸມ ທີ່ແຂວງ ຫລວງພຣະບາງ ມີຖ້ອຍຖແລງ ຈາກປະເທດ ຜູ້ໃຫ້ການ ຊ່ວຍເຫຼືອ ງົບປະມານ ແກ່ MRC ທີ່ສະແດງຄວາມ ກັງວົນ ນໍາຜົນກະທົບ ທີ່ອາດຈະເກີດຂຶ້ນ ຕໍ່ສັງຄົມ ແລະ ສິ່ງແວດລ້ອມ ຈາກການສ້າງເຂື່ອນ ໃສ່ແມ່ນໍ້າຂອງ ໂດຍສະເພາະ ເຂື່ອນ ໄຊຍະບູຣີ ທີ່ກໍາລັງ ກໍ່ສ້າງຢູ່ນີ້ ແລະ ທັງຮຽກຮ້ອງ ໃຫ້ຣັຖບານລາວ ສົ່ງເອກກະສານ ຂໍ້ມູນ ການອອກແບບ ເຂື່ອນ ສະບັບສຸດທ້າຍ ໃຫ້ກອງ ເລຂາທິການ MRC ເພື່ອໃຫ້ແນ່ໃຈວ່າ ຄວາມກັງວົນ ຂອງ ປະເທດ ສະມາຊິກ ຈະຖືກນໍາມາ ພິຈາຣະນາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.