ກອງປະຊຸມພັທນາເພື່ອຄວາມ ຍືນຍົງ

ການສ້າງສາ ເຂື່ອນ ໄຟຟ້າ ພລັງນໍ້າ ຕ້ອງ ມີຄວາມ ຮັບຜິດຊອບ ແລະ ໃຫ້ເປັນ ການພັທນາ ທີ່ຍືນຍົງ.

ການພັທນາ ເຂື່ອນໄຟຟ້າ ຕ້ອງຮັບປະກັນ ຄວາມຍືນຍົງ (ຮູປຖ່າຍແມ່ນໍ້າຂອງ ຢູ່ເຂດສີ່ພັນດອນ) RFA

 

ຕົວແທນຂອງບໍຣິສັດໄຟຟ້າພລັງນໍ້າໄດ້ປະຊຸມກັນຢູ່ນະຄອນຫລວງວຽງຈັນຊຶ່ງຖືວ່າເປັນການປະຊຸມກັນເທື່ອທຳອິດຂອງບັນດາກຸ່ມ ບໍຣິສັດທີ່ຮັບຜິດຊອບສ້າງເຂື່ອນໄຟຟ້າພລັງນ້ຳ.

ກອງປະຊຸມດັ່ງກາວໄດ້ເລັງໃສ່ການພັທນາເຂື່ອນໄຟຟ້າໃນລາວ ເພື່ອຮັບປະກັນຄຸນນະພາບທາງດ້ານເສຖກິດແລະຮັກສາສິ່ງແວດ ລ້ອມໃຫ້ຍືນຍົງ.ອີງຕາມການລາຍງານຂອງສຳນັກຂ່າວຊິນຫົວຂອງຈີນ.

ບໍຣິສັດວິສາຫະກິດທາງດ້ານການເງິນສາກົນຫລືໄອເອັຟຊີແລະສະພາການຄ້າແລະອຸດສາຫະກັມແຫ່ງຊາດລາວໄດ້ເປັນເຈົ້າພາບ ຈັດກອງປະຊຸມຄັ້ງນີ້ຊຶ່ງມີຜູ້ເຂົ້າຮ່ວມ 60 ກວ່າຄົນ ທີ່ເປັນຕົວແທນມາຈາກພາກສ່ວນທີ່ຮັບຜິດຊອບກໍ່ສ້າງເຂື່ອນໄຟຟ້າ.

ເຈົ້າໜ້າທີ່ຂັ້ນສູງຂອງສະພາການຄ້າແລະອຸດສາຫະກັມແຫ່ງຊາດໄດ້ກ່າວວ່າ: ການພັທນາເຂື່ອນໄຟຟ້າພລັງນໍ້າແມ່ນນຶ່ງໃນຄຳ ຕອບຂອງປະເທດລາວໃນການລຶບລ້າງຄວາມທຸກຍາກ.ປັດຈຸບັນ ສິ່ງທ້າທາຍຂອງພວກເຮົາກໍຄືການເຮັດໃຫ້ເກີດຄວາມຍືນຍົງ ແມ່ນເປັນບູຣິມະສິດຂອງທາງການລາວ.

ບັນດາຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລືກັນກ່ຽວກັບການລົງທຶນແລະການສນັບສນູນທາງດ້ານການເງິນໃຫ້ແກ່ໂຄງການເພື່ອໃຫ້ເກີດ ຄວາມຍືນຍົງເຊັ່ນການຈັດການກັບຄວາມສ່ຽງເພື່ອໃຫ້ມີຄວາມ ຮັບຜິດຊອບຕໍ່ຜົນກະທົບທາງດ້ານສິ່ງແວດລ້ອມແລະສັງຄົມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org