ປັດຈຸບັນ ສປປລາວ ມີເຂື່ອນຜລິດກະແສໄຟຟ້າ ທີ່ກໍາລັງປະຕິບັດ ງານ ປະມານ 17 ເຂື່ອນ ແລະ ກໍາລັງກໍ່ສ້າງ 14 ເຂື່ອນຍັງມີ 20 ເຂື່ອນ ທີ່ກໍາລັງຢູ່ໃນໂຄງການວາງແຜນແລະ 20 ເຂື່ອນຢູ່ໃນການ ສຶກສາຄວາມເປັນໄປໄດ້. ເຂື່ອນທີ່ສ້າງ ສໍາເຣັດໄປແລ້ວ ແລະເຂື່ອນ ທີ່ກໍາລັງກໍ່ສ້າງຢູ່ນັ້ນ ເຮັດໃຫ້ມີການໂຍກຍ້າຍ ປະຊາຊົນບໍ່ຕໍ່າກ່ວາ 3 ໝື່ນ ກວ່າຄົນ ໂດຍຍັງບໍ່ທັນໄດ້ຄິດໄລ່ ປະຊາຊົນ ຈາກ 600 ກວ່າ ຄອບຄົວ ຖືກໂຍກຍ້າຍ ໂດຍບໍ່ໄດ້ ເປີດເຜີຽ ຈໍານວນຄົນ. ຕາມໂຕ ເລກ ທີ່ປະເມີນ ຢູ່ເວັບໄຊຕ໌.
ຣາຍງານວ່າ ຣັຖບານ ຕັ້ງໃຈຈະໃຊ້ເງິນ ການຂາຍໄຟຟ້ານີ້ ນໍາມາ ພັທນາສັງຄົມເພື່ອຫລຸດຜ່ອນຄວາມທຸກຍາກ ຂອງປະຊາຊົນ. ນັກ ວິເຄາະອົງການ ອານຸຣັກສິ່ງແວດລ້ອມຕ່າງ ມີຄວາມເປັນຫ່ວງ ວ່າ ການສ້າງເຂື່ອນ ຈໍານວນ ຫລວງຫລາຍ ທີ່ມີການໂຍກຍ້າຍ ປະຊາ ຊົນຫຼາຍ ໝື່ນຄົນນັ້ນ ຈະບໍ່ເຮັດໃຫ້ ປະຊາຊົນ ທຸກຍາກລົງຕື່ມບໍ່? ນອກນັ້ນ ຍັງເກີດ ນໍ້າຖ້ວມໄຮ່ນາ ແລະຮົ້ວສວນ ແບບຜິດ ປົກກະຕິ ໃນບໍ່ເທົ່າໃດ ປີມານີ້.
ປັດຈຸບັນ ປະຊາຊົນ ຈໍານວນນຶ່ງ ທີ່ຖືກຍ້າຍ ຖິ່ນຖານໃໝ່ນັ້ນ ປະສົບກັບຄວາມ ຫຍູ້ງຍາກ ໃນການ ທໍາມາຫາກິນ ທີ່ບໍ່ສະດວກສະບາຍ ຄື ແຕ່ກ່ອນ ເພາະວ່າການ ສ້າງເຂື່ອນ ມັນທໍາລາຍ ສິ່ງແວດລ້ອມ ໃນສາຍແມ່ນໍ້າ ເຊັ່ນກັນ. ນໍ້າຢູ່ ທາງລຸ່ມ ເຂື່ອນບົກແຫ້ງລົງ ໃນລະດູແລ້ງ. ໃນຍາມລະດູຝົນ ນໍ້າຂື້ນ ຜິດປົກກະຕິ. ປະຊາຊົນສ່ວນໃຫ່ຽທີ່ໄດ້ຮັບຜົນກະທົບນັ້ນ ມີອາຊີບ ຫາຢູ່ຫາກິນ ຕາມທັມມະຊາດ ຕາມສາຍແມ່ນໍ້າ ຫ້ວຍນໍ້າເຊ ໂດຍສະເພາະ ການຫາປາ ການປູກ ພືດຜັກ ຕາມແຄມແມ່ນໍ້າ.
ຈາກເດືອນ ກໍຣະກະດາ ປີ 2008 ຣັຖບານລາວ ໄດ້ລົງນາມ ສັນຍາບັນທຶກ ຄວາມເຂົ້າໃຈ MOU ໃນການຂາຍ ໄຟຟ້າ ໃຫ້ປະເທດໄທ 7,000 MW ພາຍໃນ ປີ 2015 ແລະ 3,000 ເມກາວັດ ໃຫ້ວຽດນາມ ແຕ່ນີ້ ໄປຫາປີ 2020 ແຕ່ ນັກວິເຄາະຕ່າງປະເທດ ມີຄວາມ ເປັນຫ່ວງ ອີກວ່າ ລາຍໄດ້ຈາກການ ຂາຍໄຟຟ້ານີ້ ຈະຖືກນໍາມາໃຊ້ ປັບປຸງ ຊີວິດການ ເປັນຢູ່ຂອງ ປະຊາຊົນ ໃນທ້ອງຖິ່ນ ນ້ອຍຫລາຍ ປານໃດ.