ເຂື່ອນດອນສະໂຮງຈະສ້າງ ປີນີ້

ສິດນີ
2015.08.21
F-Daovong ທ່ານ ດາວົງ ພອນແກ້ວ ເອກອະທິບໍດີ ກະຊວງ ພລັງງານ ແລະ ບໍແຮ່
RFA
ເຈົ້າຫນ້າທີ່ ກະຊວງ ພລັງງານ ແລະ ບໍ່ແຮ່ ທ່ານນຶ່ງ ເວົ້າວ່າ, ທາງການ ລາວ ຈະເລີ້ມ ສ້າງ ເຂື່ອນ ດອນສະໂຮງ ໃນເດືອນ ພືສຈິກາ ປີນີ້, ແລະ ຕ້ອງໄດ້ ລໍຖ້າໃຫ້ ນ້ຳຂອງ ລົດລົງ ກ່ອນ, ຄາດວ່າ ຈະເປັນ ເດືອນ ສິບເອັດ. ດັ່ງທ່ານ ດາວົງ ພອນແກ້ວ ເອກ ອະທິບໍດີ ກະຊວງ ພລັງງານ ແລະ ບໍແຮ່ ກ່າວ ໃນ ຕອນນຶ່ງ ວ່າ:

"ກຳລັງ ຈະເລີ້ມ ການກໍ່ສ້າງ ໃຫ້ ຣະດູຝົນ ຜ່ານໄປ, ໃຫ້ນ້ຳລົງ ຈື່ງ ຈະເລີ້ມ ລົງມື ນຳຫຼັງ ກໍ ປະມານ ເດືອນ ສິບເອັດ".

ທ່ານກ່າວ ຕື່ມວ່າ ໃນ ປັດຈຸບັນ ຍັງບໍ່ມີ ການ ເຄື່ອນຍ້າຍ ອຸປກອນ ເຂົ້າໄປໃນ ບ່ອນ ກໍ່ສ້າງ ເທື່ອ ແລະ ກໍຍັງບໍ່ ຮູ້ ຣາຍລະອຽດ ວ່າ, ມີການ ກໍ່ສ້າງ ບ່ອນພັກ ໃຫ້ ຄົນງານ ໃນເຂດ ດັ່ງກ່າວ ແລ້ວ ຫລືບໍ່, ສຳລັບ ຄົນງານ ກໍ່ສ້າງ ນັ້ນ ຈະມີທັງ ຄົນລາວ, ຈີນ, ວຽດນາມ ແລະ ໄທ.

ທ່ານວ່າ ສຳລັບ ການ ໂຍກຍ້າຍ ປະຊາຊົນ ຜູ້ທີ່ໄດ້ ຮັບຜົລ ກະທົບ ນັ້ນ ກໍໄດ້ ເຮັດ ຣຽບຣ້ອຍ ແລ້ວ ຍ້ອນວ່າ ບໍ່ມີຫຼາຍ ຄອບຄົວ ມີແຕ່ 11 ຄອບຄົວ ເທົ່ານັ້ນ ທີ່ຖືກ ໂຍກຍ້າຍ. ກຸ່ມ ດັ່ງກ່າວ ໄດ້ຍ້າຍ ຈາກ ຫາງ ສະດຳ ໄປຢູ່ ຫົວ ສະດຳ, ຫ່າງຈາກ ບ່ອນຢູ່ ເກົ່າ ປະມານ 5 ກິໂລແມັດ.

ນອກຈາກ ນັ້ນ ທາງການ ຍັງມີແຜນ ຈະສ້າງ ໂຄງຮ່າງ ພື້ນຖານ ການ ດຳຣົງ ຊິວິດ ປະເພດ ຕ່າງໆ, ໃຫ້ແກ່ ພວກ ຂະເຈົ້າ ນຳອີກ ແຕ່ຍັງ ບໍ່ທັນ ເລີ້ມເທື່ອ. ທ່ານ ກ່າວ ເພີ້ມວ່າ:

"ເຂົາເອົາເຂົ້າ ໂຄງການ ແລ້ວ ມີເຣື້ອງ ນ້ຳ ສະອາດ ເຣື້ອງ ໂຮງຮຽນ ໂຮງຫມໍ, ໂຮງ ໄຟຟ້າ ສິ່ງ ພື້ນຖານ ຂອງ ການກຳຣົງ ຊີບ ແລະ ເຣື້ອງ ອາຊີບ".

ອິງຕາມ ຣາຍງານ ຫລ້າສຸດ ຈາກ ຊາວບ້ານ ເມື່ອ ເດືອນ ມິຖຸນາ ຜ່ານມາ, ຄອບຄົວ ທີ່ໄດ້ຮັບ ຜົລກະທົບ ຈາກການສ້າງ ເຂື່ອນ ດອນສະໂຮງ ຍັງບໍ່ໄດ້ ຮັບຄ່າ ຊົດເຊີຍ ຕາມ ທີ່ ທາງການ ວາງໄວ້ ເທື່ອ.

ເຂື່ອນ ດອນສະໂຮງ ຈະສ້າງໃສ່ ແມ່ນ້ຳຂອງ ເຂດ ເມືອງໂຂງ ແຂວງ ຈຳປາສັກ, ຂນາດ 260 ເມກາວັດ ໃນມູນຄ່າ ການກໍ່ສ້າງ ປະມານ 720 ລ້ານ ໂດລາ, ສ້າງໂດຍ ບໍຣິສັດ Megas FIRST ຂອງ ມາເລເຊັຽ ຈະໃຊ້ ເວລ າໃນ ການກໍ່ສ້າງ 3 ປີ ເມື່ອ ສ້າງແລ້ວ ໄຟຟ້າ ສ່ວນນຶ່ງ ຈະໃຊ້ ພາຍໃນ ປະເທດ ແລະ ອີກສ່ວນເຫຼືອ ຈະຂາຍ ໃຫ້ ຕ່າງ ປະເທດ.

ອິງຕາມ ຂໍ້ມູນ ຈາກ ເຄືອຊ່າຍ ອິນເຕີແນດ ຂອງ ຄນະ ກັມມະທິການ ແມ່ນ້ຳຂອງ ຄນະ ກັມມະການ ຮ່ວມ ແມ່ນ້ຳຂອງ ຫລື MRC ໄດ້ນຳ ຜົລສລູບ ຂັ້ນຕອນ ການປຶກ ສາຫາ ລື ລ່ວງຫນ້າ ກ່ຽວກັບ ການສ້າງ ເຂື່ອນ ດອນສະໂຮງ ສົ່ງໃຫ້ ຣັຖບານ ຂອງ ແຕ່ລະ ປະເທດ ເປັນຜູ້ ພິຈາຣະນາ ເພື່ອ ຕັດ ສີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.