ຊາວດອນສະໂຮງຢາກຮູ້ຣາຍ ຣະອຽດ
ປະຊາຊົນ ທ້ອງຖິ່ນ ໃນພື້ນທີ່ ກໍ່ສ້າງ ເຂຶ່ອນ ດອນສະໂຮງ ຕ້ອງການ ຢາກຮູ້ ຣາຍຣະອຽດ ກ່ຽວກັບ ຄ່າຊົດເຊີຍ ແລະ ຜົລກະທົບ ຈາກ ສ້າງເຂື່ອນ.
-
ສິດນີ
2014-02-26 -
-
-
Your browser doesn’t support HTML5 audio
ຊາວບ້ານຢູ່ໃນພື້ນທີ່ກໍສ້າງເຂື່ອນດອນສະໂຮງເວົ້າວ່າພວກຂະເຈົ້າ ມີຄວາມເຂົ້າໃຈກ່ຽວກັບການກໍ່ສ້າງເຂື່ອນດອນສະໂຮງໜ້ອຍທີ່ສຸດ ຍ້ອນບໍ່ມີເຈົ້າຫນ້າທີ່ຈາກໂຄງການມາໃຫ້ຂໍ້ມູນໂດຍສີ່ງທີ່ຊາວບ້ານຢາກຮູ້ຫລາຍທີ່ສຸດກໍຄືໂຄງການຈະຈ່າຍຄ່າຊົດເຊີຍໃຫ້ແກ່ຊາວບ້ານ ຜູ້ທີ່ໄດ້ຮັບຜົລກະທົບຫລາຍປານໃດແລະເຂື່ອນຈະສົ່ງຜົລກະທົບຕໍ່ການເປັນຢູ່ຂອງພວກຂະເຈົ້າແນວໃດ:
"ບໍ່ທັນໄດ້ເຂົ້າໃຈລຶກຊື້ງວີຊາການເພີ່ນກໍມາເກັບກໍາຂໍ້ມູນເຣື້ອງປາ,ເຣື້ອງຫຍັງ,ເຣື້ອງຜົລກະທົບຍົກຍ້າຍອີ່ຫຍັງນະກໍເຫັນມາຢູ່ເອົາຂໍ້ມູນ ມາ2-3ເທື່ອກໍບໍ່ເຫັນຈະວ່າແນວໃດປະຊາຊົນໃນບ້ານເພີ່ນກະສົນໃຈຢູ່ດອກວ່າເພີ່ນຊີ່ຊົດເຊີຍແນວໃດຖືກດີນຖືກຫຍ້າເຂົາຫລືວ່າໂຍກ ຍ້າຍຈັດສັນຈັ່ງໃດຢູ່ຈັ່ງໃດ".
ທ່ານກ່າວຕື່ມວ່າເຫັນເຈົ້າຫນ້າທີ່ທາງການແລະເຈົ້າຫນ້າທີ່ຈາກບໍຣິສັດມາເກັບກຳຂໍ້ມູນຢູ່ ແຕ່ຍັງບໍ່ໄດ້ມີການຊີ້ແຈງຣາຍຣະອຽດກັບຊາວ ບ້ານສ່ວນຫລາຍຊາວບ້ານຮູ້ພຽງແຕ່ວ່າບໍຣິສັດ MEGAS FIRST ຈະມາກໍ່ສ້າງເຂື່ອນດອນສະໂຮງຈະມີເຮືອນແລະໂຮງຮຽນຖືກມ້າງ ແຕ່ລາຍລະອຽດເຣື້ອງຜົລກະທົບການຈ່າຍຄ່າຊົດເຊີຍນັ້ນແກ່ຊາວບ້ານນັ້ນ ຍັງບໍ່ຮູ້ເລີຍ.
ທ່ານກ່າວຕໍ່ໄປວ່າ ທີ່ຜ່ານມາມີອົງການສາກົນແລະອົງການຕ່າງຊາດຈະເຂົ້າມາໃຫ້ທຶນພັທນາກັບຊາວບ້ານແຕ່ຍ້ອນຄວາມບໍ່ແຈ່ມແຈ້ງ ຂອງໂຄງການສ້າງເຂື່ອນເຮັດໃຫ້ການຊ່ອຍເຫລືອຈາກອົງການເຫລົ່ານັ້ນຕອ້ງໄດ້ເລື່ອນອອກໄປ ເພື່ອໃຫ້ຊາວບ້ານໄດ້ລໍຖ້າ ໂຄງການ ສ້າງເຂຶ່ອນດອນສະໂຮງກ່ອນ ເຮັດໃຫ້ຊາວບ້ານເສັຽໂອກາດໃນການພັທນາ.