ວຽດນາມ ສເນີ ໃຫ້ ຄະນະ ກັມມາທິການ ແມ່ນ້ຳຂອງ ນໍາເອົາ ໂຄງການເຂື່ອນ ດອນສະໂຮງ ມາ ຫາຣືກັນ ໃນ ທ້າຍເດືອນ ນີ້. ໄທຈະເປັນ ເຈົ້າພາບ ຈັດ ກອງປະຊຸມ ຄະນະ ກັມມາທິການ ແມ່ນ້ຳຂອງ ສມັຍສາມັນ ຢູ່ ເມືອງຊຽງໄໝ່ ໃນ ວັນທີ 25 ຈົນ ເຖິງວັນທີ 27 ເດືອນ ມິຖຸນາ ນີ້.
ກ່ອນໜ້ານີ້ ເຈົ້າພາບ ບໍ່ໄດ້ ຈັດບັນຫາ ການ ສ້າງເຂື່ອນ ດອນສະໂຮງ ເຂົ້າໃນ ຣາຍການ ປະຊຸມ; ແຕ່ ວຽດນາມ ໄດ້ສເນີໃຫ້ ກອງປະຊຸມ ຫາຣືກັນ ກ່ຽວກັບ ບັນຫາ ດັ່ງກ່າວ ນັ້ນນຳ. ດັ່ງ ເຈົ້າໜ້າທີ່ ກະຊວງ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ຂອງໄທ ທ່ານນຶ່ງ ເປີດເຜີຍວ່າ:
“ກອງປະຊຸມ ຈະບໍ່ເວົ້າ ເຖິງການ ສ້າງເຂື່ອນ ໄຊຍະບຸຣີ ແລ້ວ ຈະເວົ້າເຖິງ ແຕ່ ເຂື່ອນ ດອນ ສະໂຮງ; ບາງປະເທດ ເຊັ່ນ ວຽດນາມ ໄດ້ ສເນີມາ ຂໍໃຫ້ ເອົາເຣື່ອງນີ້ ເຂົ້າ ກອງປະຊຸມ; ປັດຈຸບັນ ເຈົ້າໜ້າທີ່ ກຳລັງ ສເນີໃຫ້ ປະທານ ກອງປະຊຸມ ຈັດເຂົ້າຢູ່ ໃນຣາຍການ ປະຊຸມ ນັ້ນຢູ່”.
ປັດຈຸບັນ ລາວ ກຳລັງ ສ້າງເຂື່ອນ ໄຊຍະບຸຣີ ແລະ ມີແຜນ ຈະລົງມື ສ້າງ ເຂື່ອນ ດອນສະໂຮງ ໃນພາກໃຕ້ ຂອງລາວ ໃນ ທ້າຍປີນີ້. ເຂື່ອນ ທັງສອງ ເປັນເຂື່ອນ ໃນ ແມ່ນ້ຳ ຂອງ. ວຽດນາມ ແລະ ກຳພູຊາ ຂັດຄ້ານ ການ ສ້າງເຂື່ອນ ດອນສະໂຮງ ຮຽກຮ້ອງ ໃຫ້ ລາວ ເລື່ອນ ການກໍ່ສ້າງ ຈົນເຖິງ ທ້າຍປີ 2015 ແລະ ໃຫ້ສຶກສາ ສຳຫຣວດ ເຖິງ ຜົນກະທົບ ຕື່ມ.
ໂຄສົກ ກະຊວງ ການຕ່າງ ປະເທດ ວຽດນາມ ກ່າວ ເມື່ອວັນທີ່ 2 ເດືອນ ນີ້ວ່າ ວຽດນາມ ຢາກສຶກສາ ສຳຣວດ ຜົນກະທົບ ຈາກ ເຂື່ອນ ດອນສະໂຮງ ຈະມີຕໍ່ ສິ່ງແວດ ລ້ອມ ຢ່າງຄັກແນ່ ກ່ອນ.
ສ່ວນທ່ານ ວິຣະພົນ ວິຣະວົງ ຣັຖມົນຕຣີ ຊ່ວຍວ່າການ ກະຊວງ ພະລັງງານ ແລະ ບໍ່ແຮ່ ຂອງລາວ ກ່າວວ່າ ເຂື່ອນ ດອນສະໂຮງ ຈະບໍ່ສົ່ງ ຜົນກະທົບ ຕໍ່ການໄຫລ ຂອງນ້ຳ ປາ ແລະ ສິ່ງແວດລ້ອມ ໃນພາກລຸ່ມ ແມ່ນ້ຳຂອງ ປານໃດ.