ເຂື່ອນໄຟຟ້ານ້ຳລີກ1 ເລີ້ມແລ້ວ

ສິດນີ
2014.07.21
F-Nam-lik-reservoir ເຮືອຫາປາ ຂອງຊາວບ້ານ ໃນອ່າງນໍ້າລີກ
mekong.blogspot

 

ທ່ານ ເຕ ຫວນ ຫວງ ຜູ້ ບໍຣິຫານ ບໍຣິສັດ ວິສວະກັມ ການກໍ່ສ້າງ POSCO ຂອງ ເກົາຫລີໃຕ້ ກ່າວ ໃນວັນທີ 9  ກໍຣະກະດາ ປີ 2014 ວ່າໄດ້ ວາງສີລາຣືກ ການ ກໍສ້າງ ເຂື່ອນ ໄຟຟ້າ ນ້ຳລີກ1 ທີ່ ເມືອງ ໂພນໂຮງ ແຂວງວຽງຈັນ ຢ່າງເປັນ ທາງການ. ໂຄງການ ເຂືື່ອນ ໄຟຟ້າ ນ້ຳລີກ1 ເປັນການ ຮ່ວມລົງທຶນ ຈາກ ທະນາຄານ ກຣຸງໄທ, ທະນາຄານ ຂາເຂົ້າ ຂາອອກ ຂອງ ໄທ ແລະ ບໍຣິສັດ ຜູ້ຮ່ວມຫຸ້ນ ໄຟຟ້າ ນ້ຳລີກ1 ໃນລາວ. ເປັນຮູບແບບ ຂອງ ໂຄງການ ສ້າງ ບໍຣິຫານ ແລະ ສົ່ງມອບ ໃຫ້ແກ່ ທາງການ ລາວ ໃນຣະຍະ 30 ປີ. ເຂື່ອນ ໄຟຟ້າ ນ້ຳລີກ1 ຈະມີ ພລັງການ ຜລິດ 65 ເມກາວັດ ຄາດວ່າ ຈະສ້າງ ສຳເຣັດ ພາຍໃນ 39 ເດືອນ ເປັນ ໂຄງການ ຊ່ອຍພັທນາ ເສຖກິດ ແລະ ສັງຄົມ ໃນລາວ.

ບໍຣິສັດ ໄຟຟ້າ ນ້ຳລີກ1 ຈຳກັດ ເປັນການ ຮ່ວມຫຸ້ນ ຣະຫວ່າງ ບໍຣິສັດ ປຕທ ຂອງໄທ, ການໄຟຟ້າ ຝ່າຍຜລິດ, ຣັຖວິສາຫະກິດ ໄຟຟ້າ ລາວ ແລະ ບໍຣິສັດ ວິສວະກັມ ກໍ່ສ້າງ POSCO ຂອງ ເກົາຫລີໃຕ້ ຊຶ່ງຈະເປັນ ຜູ້ອອກແບບ ແລະ ສ້າງເຂື່ອນ ດັ່ງກ່າວ.

ໃນການວາງ ສີລາຣຶກ ມີຜູ້ເຂົ້າຮ່ວມ ເຖິງ 170 ຄົນ ໃນນັ້ນ ຮ່ວມດ້ວຍ ຮອງ ຣັຖມົນຕຣີ ກະຊວງ ພລັງງານ ແລະ ບໍ່ແຮ່ ສປປລາວ ທ່ານ ສີນາວາ ສຸພັນນຸວົງ ທ່ານ ຄຳເມີງ ທອງທາດີ ເຈົ້າຄອງ ກຳແພງ ນະຄອນຫລວງ ວຽງຈັນ ແລະ ເຈົ້າຫນ້າທີ່ ຣະດັບສຸງ ສປປລາວ ຫລາຍທ່ານ ນອກຈາກ ນັ້ນ ກໍມີ ເຈົ້າຫນ້າທີ່ ຈາກ ສະຖານທູດ ເກົາຫລີໃຕ້ ຜູ້ບໍຣິຫານ ບໍຣິສັດ ນ້ຳລີກ1 ທ່ານ ໂກວິດ ຈຽງສະຖຽນ ແລະ ຕົວແທນ ບໍຣິສັດ ວິສວະກັມ ເກົາຫລີໃຕ້ ປະຈຳ ອາຊຽນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.