ຜູ້ປະສົພພັຍເຂື່ອນແຕກ ລໍຖ້າ ເງິນຊົດເຊີຍ
ຜູ້ປະສົບພັຍ ເຂື່ອນແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ທີ່ວ່າຈະໄດ້ຮັບ ເງິນຊົດເຊີຍ ຄ່າຊັພສິນ ໃນຄອບຄົວ 50 ສ່ວນຮ້ອຍ ໃນເດືອນນີ້ ນັ້ນ ຍັງບໍ່ທັນໄດ້ ຮັບເທື່ອ.
-
ສຸພັດຕາ
2019-07-18 -
-
-
ສະພາບຂອງປັ້ມນໍ້າມັນ ຢູ່ເມືອງສະໜາມໄຊ ພາຍຫລັງເຂື່ອນແຕກ
ຮູບພາບອຸປຖັມໂດຍ:ນັກຂ່າວພົລເມືອງ
Your browser doesn’t support HTML5 audio
ເມື່ອຕົ້ນເດືອນ ຖຸມິນາ ຜ່ານມານີ້ ຂ້າພະເຈົ້າ ສຸພັດຕາ ໄດ້ສໍາພາດ ປະຊາຊົນ ຜູ້ປະສົບພັຍ ເຂື່ອນແຕກ ກ່ຽວກັບເຣື້ອງຄ່າຊົດເຊີຍ ຊັບສິນ ໃນຄົວເຮືອນ 50 ສ່ວນຮ້ອຍ ທີ່ທາງການລາວ ແລະ ບໍຣິສັດສ້າງ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ໄດ້ລົງໄປໂອ້ລົມ ກັບ ປະຊາຊົນຜູ້ປະສົບພັຍ ວ່າຈະຊົດເຊີຍໃຫ້ ພາຍໃນເດືອນ ກໍຣະກະດາ ນີ້ ຜ່ານການໂອນເຂົ້າບັດ ATM ໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບໂດຍກົງເລີຍ.
ແຕ່ມາເຖິງປັດຈຸບັນ ເງິນຊົດເຊີຍ 50 ສ່ວນຮ້ອຍນັ້ນ ປະຊາຊົນ ກໍຍັງບໍ່ທັນໄດ້ຮັບເທື່ອ ທັ້ງໆທີ່ປະຊົນສ່ວນຫຼາຍ ໄດ້ເຊັນເອກສານ ຕົກລົງ ເກືອບໝົດທຸກບ້ານແລ້ວ, ດັ່ງປະຊາຊົນ ຜູ້ປະສົບພັຍເຂື່ອນແຕກ ບ້ານຫິນລາດ ໄດ້ໃຫ້ສໍາພາດ ຕໍ່ ວິທຍຸ ເອເຊັຽເສຣີ ເມື່ອວັນທີ່ 9 ເດືອນ ກໍຣະກະດາ ປີ 2019 ນີ້ວ່າ: ເຊີນທ່ານ ຟັງສຽງສໍາພາດໄດ້ ...