ສະຫຼຸບທາງການເງິນ ປະຈໍາມື້ນີ້

ປະຊາຊົນລາວ ຂາຍສິນຄ້າພື້ນບ້ານ ນະຄອນຫຼວງພຣະບາງ, ເດືອນກັນຍາ 2023.
ປະຊາຊົນລາວ ຂາຍສິນຄ້າພື້ນບ້ານ ນະຄອນຫຼວງພຣະບາງ, ເດືອນກັນຍາ 2023. (RFA)

0:00 / 0:00

ອັດຕາການແລກປ່ຽນເງິນຕາຕ່າງປະເທດ ປະຈໍາວັນທີ 14 ພະຈິກ 2024 ອີງຕາມຂໍ້ມູນ ຈາກທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ມີດັ່ງນີ້:

ເງິນໂດລ້າສະຫະລັດ: ອັດຕາຊື້ 1 ໂດລ້າ ເທົ່າກັບ 21,828 ກີບ, ອັດຕາຂາຍ ເທົ່າກັບ 22,044 ກີບ.

ເງິນບາດໄທ: ອັດຕາຊື້ 1 ບາດ ເທົ່າກັບ 628.12 ກີບ, ອັດຕາຂາຍ ເທົ່າກັບ 640.68 ກີບ.

ເງິນຢວນຈີນ: ອັດຕາຊື້ 1 ຢວນ ເທົ່າກັບ 2,974 ກີບ, ອັດຕາຂາຍ ເທົ່າກັບ 3,033 ກີບ.

ເງິນດົ້ງຫວຽດນາມ: ອັດຕາຊື້ 1 ດົ້ງ ເທົ່າກັບ 0.8954 ກີບ, ອັດຕາຂາຍ ເທົ່າກັບ 0.9132 ກີບ.

ລາຄາຊື້-ຂາຍຄໍາ ປະຈໍາວັນທີ 14 ເດືອນພະຈິກ 2024 ອີງຕາມຂໍ້ມູນ ຈາກຮ້ານຄໍາພູວົງ.

ຄໍາຮູບປະພັນ 1 ບາດ ລາຄາຂາຍ 27,909,000 ກີບ, ລາຄາຊື້ 27,000,000 ກີບ.

ຄໍາຮູບປະພັນ 1 ສະຫຼຶງ ລາຄາຂາຍ 6,979,000 ກີບ, ລາຄາຊື້ 6,725,000 ກີບ

ແລະຄໍາແທ່ງ 1 ບາດ ລາຄາຂາຍ 27,800,000 ກີບ, ລາຄາຊື້ 27,270,000 ກີບ.

ສ່ວນລາຄານໍ້າມັນ ຢູ່ນະຄອນຫຼວງວຽງຈັນ ອີງຕາມການປັບລາຄາ ປະຈໍາຄັ້ງວັນທີ 13 ເດືອນພະຈິກ 2024 ຈາກກະຊວງອຸດສາຫະກໍາ ແລະການຄ້າ ປະກອບມີ:

  • ແອັດຊັງພິເສດ ລາຄາ 29,660 ກີບຕໍ່ລິດ.
  • ແອັດຊັງທໍາມະດາ ລາຄາ 22,910 ກີບຕໍ່ລິດ.
  • ແລະກາຊວນ ລາຄາ 19,520 ກີບຕໍ່ລິດ.