ໂຄວິດ-19 ສົ່ງຜົລກະທົບ ຕໍ່ວິຖີຊີວິດ ປະຊາຊົນ

ມາຕການ ຄວບຄຸມ ໂຄວິດ-19 ຂອງທາງການລາວ ສົ່ງຜົລກະທົບ ຕໍ່ຊີວິດການເປັນຢູ່ ຂອງປະຊາຊົນລາວ, ຕໍ່ການພັທນາເສຖກິຈ, ອັດຕຣາຄວາມທຸກຍາກ ຂອງປະຊາຊົນ ປີ 2021 ເພີ່ມຂຶ້ນ 1.7% ຈາກປີ 2020 ທີ່ທະນາຄານໂລກ ເວົ້າວ່າ 18% ຄືເພິ່ມຂຶ້ນເປັນ 19.7%.

ເນື່ອງຈາກໂຄວິດ-19 ຍັງຣະບາດໃນຊຸມຊົນຢ່າງໜັກ, ຊາວຄ້າຂາຍ ກໍຕ້ອງປັບໂຕ ແລະ ຣະມັດຣະວັງ ໃນການຄ້າຂາຍຫງາຍມື ເພື່ອປ້ອງກັນໂຄວິດ-19 ທັງຜູ້ຊື້ ແລະ ຜູ້ຂາຍ ໃນນະຄອນຫຼວງວຽງຈັນ, ວັນທີ 14 ຕຸລາ 2021. RFA

ການຣະບາດຂອງໂຄວິດ-19 ແລະມາຕການຄວບຄຸມ ຂອງທາງການລາວ ສົ່ງຜົລກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ, ເຮັດໃຫ້ມີຜົລກະທົບຕໍ່ການ ຂຍາຍຕົວທາງດ້ານເສຖກິຈ. ເວົ້າລວມ ອັດຕຣາຄວາມທຸກຍາກຂອງປະຊາຊົນ  ປີ 2021 ເພີ່ມຂຶ້ນ 1.7% ຈາກປີ 2020 ທີ່ທະນາຄານໂລກເວົ້າວ່າ 18% ຄືເພິ່ມຂຶ້ນເປັນ 19.7%.

ການຄ້າຂາຍ ແລະການທ່ອງທ່ຽວ ຫລຸດລົງ ເຮັດໃຫ້ຜູ້ຄົນຫລາຍພັນຄົນ ຕົກຢູ່ໃນຄວາມສ່ຽງຕໍ່ການເສັຍວຽກເຮັດ ຊຶ່ງເປັນບັນຫາອັນບໍ່ດີຕໍ່ການດໍາລົງຊີວິດ. ຜົລກະທົບທາງດ້ານເສຖກິຈນີ້ ກະທົບໃສ່ຄົນງານນອກຣະບົບ ທີ່ຂາດການຄຸ້ມຄອງທາງສວັດດິການສັງຄົມ. ຣາຄາອາຫານແພງຂຶ້ນ ເຮັດໃຫ້ມີຄວາມຫຍຸ້ງ ຍາກຮຸນແຮງຂຶ້ນ ໂດຍສະເພາະໃນຄົວເຮືອນ ທີ່ມີຣາຍໄດ້ໜ້ອຍ ດັ່ງປະຊາຊົນລາວຜູ້ນຶ່ງ ຢູ່ນະຄອນຫຼວງພຣະບາງ, ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 31 ທັນວາ ທີ່ຜ່ານມາວ່າ:

ເພາະວ່າໄປຊື້ເຄື່ອງຢູ່ຕລາດ ໄປຊື້ແມ່ນຫຍັງຜູ້ໃດກາວ່າເຄື່ອງ ລາຄາຂື້ນເພາະວ່າເງິນບາດແພງ ເຮົາກາງົງ ເພາະວ່າບາງຄັ້ງໝາກກ້ວຍກາບໍ່ໄດ້ນຳເຂົ້າຈາກໄທຍ ດຽວນີ້ມັນຈະເຟີ້ແລ້ວ ມັນຖືກລົງໆ ເຂື່ອນກາພໍເຂື່ອນອ້ອມຫົວບ່ອນເລີຍນີ້ ຢູ່ປະເທດລາວ.

ບາງຄົວເຮືອນ ສູນເສັຽແຫລ່ງຣາຍໄດ້ຫລັກ, ການສົ່ງເງິນມາຈາກຄົນງານຍ້າຍຖິ່ນຖານ ກໍສູນຫາຍໄປ. ໃນການຕິດຕາມຜົລກະທົບທາງສັງຄົມ ແລະເສຖກິຈ ຍ້ອນການຣະບາດຂອງໂຄວິດ-19 ທະນາຄານໂລກ ພວມເຮັດການສໍາຣວດໂດຍຖາມປະຊາຊົນໃນລາວທາງໂທຣະສັບ ຊຶ່ງທີ່ຜ່ານມາ ກໍໄດ້ສໍາຣວດຮອບທໍາອິດ ແຕ່ມື້ວັນທີ 20 ມິຖຸ ນາ ຫາວັນທີ 16 ກໍຣະກະດາ 2020 ເມື່ອລາວຫາກໍ່ລ໊ອກດາວນ໌ ທົ່ວປະເທດເທື່ອທໍາອິດ, ຮອບທີ 2 ແຕ່ມື້ວັນທີ 26 ກຸມພາ ຫາວັນທີ 24 ມິນາ 2021 ຄືນຶ່ງປີທີ່ໂຄວິດ19 ຣະບາດ ແລະຮອບທີ 3 ແຕ່ມື້ວັນທີ 26 ເມສາ ຫາວັນທີ 30 ພຶສພາ 2021 ໃນໄລຍະລ໊ອກດາວຄັ້ງທີ 2. ແຕ່ບໍ່ມີຣາຍງານວ່າ ປະຊາຊົນທີ່ທະນາຄານໂລກໄດ້ສໍາຣວດນັ້ນ ມີຈໍານວນເທົ່າໃດ. ແຕ່ກໍໄດ້ຮູ້ວ່າ ອັດຕຣາຄວາມທຸກຍາກຂອງປະຊາຊົນ ປີ 2021 ເພີ່ມຂຶ້ນຈາກປີ 2020 1.7%

ຜົລການສໍາຣວດຄໍາເຫັນຂອງປະຊາຊົນ ທີ່ສໍາຄັນລ່າສຸດຂອງທະນາຄານໂລກ ອອກມາວ່າ ໂຄວິດ-19 ຣະບາດຮອບ 2 ແລະມາຕການລ໊ອກດາວນ໌ຂອງທາງການລາວ ກະທົບໃສ່ການຈ້າງງານ. ປະຊາຊົນຜູ້ຕອບຕາມແບບສອບຖາມ ປະມານ 51% ບໍ່ມີວຽກເຮັດງານທໍາ ຫລືຕ້ອງໄດ້ຢຸດເຮັດວຽກແຕ່ ເດືອນເມສາ ຫາເດືອນພຶສພາ 2021 ຊຶ່ງການບໍ່ມີວຽກເຮັດ ແຕ່ເດືອນກຸມພາ ຫາເດືອນມິນາ 2021 ມີ 17%. ການຢຸດການຈ້າງງານ ເປັນທີ່ແຜ່ຫລາຍໃນພາກບໍຣິການ. ຄົນງານຫລາຍກວ່າເຄິ່ງນຶ່ງ ໃນພາກການຂາຍຍົກ ແລະຂາຍຍ່ອຍ ແລະພາກບໍຣິການອື່ນໆ ຕ້ອງໄດ້ຢຸດເຮັດວຽກ ຫລືປ່ຽນວຽກເຮັດໃນລະຫວ່າງລ໊ອກດາວນ໌.ພາຍໃນເດືອນພຶສພາ 2021 5.5% ຂອງທຸຣະກິຈ ຕ້ອງໄດ້ຢຸດໄປແບບຖາ ວອນ ແລະທຸຣະກິຈ 33% ໄດ້ຢຸດຊົ່ວຄາວ. ໃນຈໍານວນທຸຣະກິຈ ທີ່ຍັງດໍາເນີນການຢູ່ນັ້ນ 65% ມີຣາຍໄດ້ຫລຸດລົງ ຈາກຣະດັບກ່ອນລ໊ອກດາວນ໌. ປະມານ 43% ຂອງຄົວເຮືອນ ມີຣາຍໄດ້ຫລຸດລົງໃນເດືອນມິນາ 2021 ເມື່ອທຽບກັບກ່ອນລ໊ອກດາວນ໌. ຜູ້ຕອບຕາມແບບສອບຖາມ ທີ່ກັງວົນເຣື່ອງຄວາມພໍພຽງຂອງອາຫານ ສໍາລັບຊຸມຊົນ ເພິ່ມຂຶ້ນຈາກ 16% ກ່ອນໜ້າການຣະບາດຮອບ 2 ຂອງໂຄວິດ-19 ມາເປັນ 26% ໃນຣະຫວ່າງການລ໊ອກດາວນ໌. ວັກຊິນປ້ອງກັນໂຄວິກ-19 ເລີ່ມໄດ້ສັກກັນຫລາຍຢູ່ໃນເຂດຕົວເມືອງ ແລະໃນຄອບຄົວຂອງຜູ້ຕອບຂໍ້ສອບຖາມ ທີ່ມີການສຶກສາສູງ. ການຣະບາດຂອງໂຄວິດ-19 ໃນທົ່ວໂລກ ແລະແນວໂນ້ມຂອງການຂຍາຍຕົວທາງດ້ານເສຖກິຈ ຍັງຄົງບໍ່ແນ່ນອນ ແລະບາງກຸ່ມ ຍັງສືບຕໍ່ປະສົບບັນຫາຜົລກະທົບໄປໃນທາງລົບຢູ່.

ຜູ້ຕອບຕາມແບບສອບຖາມ 70 ປາຍສ່ວນຮ້ອຍ  ພໍໃຈໃນມາຕການຂອງຣັຖບານ ໃນການຄວບຄຸມການຣະບາດຂອງໂຄວິດ-19, ແຕ່່ພໍໃຈໜ້ອຍນໍາໂຄງ ການການຊ່ອຍເຫລືອ ແລະການສນັບສນູນຂອງຣັຖບານ.

ການຍອມຮັບວັກຊິນປ້ອງກັນໂຄວິດ-19 ຂອງປະຊາຊົນທີ່ຖືກສອບຖາມ ໂດຍທົ່ວໄປແມ່ນສູງເຖິງ 87% ເປັນຕົ້ນແມ່ນຢູ່ໃນຕົວເມືອງ ແລະຜູ້ມີການສຶກສາສູງ ຄືສູງກວ່າຜູ້ທີ່ຢູ່ຕາມຊົນນະບົດ, ມີການສຶກສາໜ້ອຍ, ເປັນຊົນເຜົ່າ ແລະຜູ້ຊາຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org