ຄົນສໍ້ໂກງຕ້ອງຖືກລົງໂທດ
2016.01.01

ປະຊາຊົນ ຊາວ ນະຄອນຫຼວງ ວຽງຈັນ ຮຽກຮ້ອງ ໃຫ້ ອົງການ ກວດສອບ ແຫ່ງຣັຖ ໃຫ້ ປະຕິບັດ ມາຕການ ຕໍ່ ໜ່ວຍງານ ຂອງຣັຖ ຫລື ສ່ວນບຸກຄົນ ຜູ້ທີ່ບໍ່ ຈ່າຍ ຣາຍຮັບ ເຂົ້າ ງົປມານ ຫລັງຈາກ ທີ່ ມີການ ກວດສອບ ພົບວ່າ ຈໍານວນ ເງິິນ ທີ່ ບໍ່ຈ່າຍເຂົ້າ ງົປມານ ສົກປີ 2013-14 ມີ ມູນຄ່າ ປະມານ 700 ຕື້ ກີບ. ດັ່ງ ຊາວ ນະຄອນຫຼວງ ວຽງຈັນ ທ່ານນຶ່ງ ກ່າວຕໍ່ ເອເຊັຽ ເສຣີ ໃນ ວັນທີ່ 27 ທັນວາ ຜ່ານມາວ່າ:
“ການຈັດຕັ້ງ ປະຕິບັດ ແທ້ໆ ມັນຕ້ອງ ມີຂໍ້ມູນ ມາຣາຍງານ ແລ້ວ ຕ້ອງຈັບ ຄົນເຮັດຜິດ ມາລົງໂທສ ຈັ່ງຊັ້ນ ເຂົາຈັ່ງວ່າ ປະຕິບັດງານ ແບບ ສຳເຣັດ ສົມບູນ ບໍ່ແມ່ນວ່າ ເອົາຂ່າວ ມາ ຣາຍງານ ແລ້ວວ່າ ໂຕ ເຮັດວຽກ ມັນບໍ່ແມ່ນ ຈັ່ງຊັ້ນ.”
ຈໍານວນ ເງິນ ດັ່ງກ່າວ ແມ່ນ ຍາງນາງ ວຽງທອງ ສີພັນດອນ, ປະທານ ອົງການ ກວດສອບ ແຫ່ງຣັຖ, ເປັນ ຜູ້ຣາຍງານ ຢູ່ໃນ ກອງປະຊຸມ ສະໄໝ ສາມັນ ເທື່ອ ທີ 10 ຂອງ ສະພາ ແຫ່ງຊາດ ຊຸດທີ 7.
ອົງການ ກວດສອບ ແຫ່ງຣັຖ ຍັງ ໄດ້ກວດພົບ 4 ຫົວໜ່ວຍ ວິສາຫະກິດ ມອບ ອາກອນ ຣາຍໄດ້ ບໍ່ຄົບຖ້ວນ ແລະ ມີການຈັດ ຊື້ ອຸປະກອນ ກ່ອນ ແລະ ພາຫານະ ບໍ່ຖືກ ຣະບຽບການ. ດັ່ງ ຍານາງ ວຽງທອງ ສີພັນດອນ ປະທານ ອົງການ ກວດສອບ ແຫ່ງຣັຖ ໄດ້ກ່າວ ຢູ່ໃນ ກອງປະຊຸມ ສະພາ ຕອນນຶ່ງ ວ່າ:
“ຜົນກວດສອບ ເຫັນຣະບົບ ການຄວບຄຸມ ພາຍໃນ ວິສາຫະກິຈ ຣັຖ ກ່ຽວກັບ ໂຄງປະກອບ ກົງຈັກ ການຈັດຕັ້ງ ຂອງ ວິສາຫະກິຈ ຣັຖ ບໍ່ສົມຄູ່ ກັບທຶນ ທີ່ໄດ້ ຈົດທະບຽນ. ການ ກຳນົດ ການ ໃຊ້ຈ່າຍ ຂອງ ວິສາຫະກິຈ ສູງ ບໍ່ສົມເຫຕ ສົມຜົນ. ໄດ້ກວດສອບ ເຫັນ 4 ຫົວໜ່ວຍ ວິສາຫະກິຈຣັຖ ມອບ ອາກອນ ຣາຍໄດ້ ບໍ່ ຄົບຖ້ວນ. ກວດສອບເຫັນ ຈຳນວນ 4 ໂຄງການ ໄດ້ຈັດຊື້ ອຸປກອນ ແລະ ພາຫະນະ ກ່ອນ ການດຳເນີນ ການ ປະມູນ”.
ໃນ ສົກປີ 2013-14 ຜ່ານ ມານີ້ ມີການນໍາ ໃຊ້ ງົປມານ ເຂົ້າ ໃນວຽກງານ ອື່ນ ຄືໃຊ້ຈ່າຍ ວຽກງານ ບໍຣິຫານ, ຈ່າຍຊໍາລະ ໜີ້ສິນ ໂຄງການ ລົງທຶນ, ເກັບຮັກສາ ໄວ້ ເປັນ ເງິນສົດ, ຝາກໄວ້ ທະນາຄານ ແລະ ໃຫ້ ບໍຣິສັດ ກູ້ຢືມ ຊຶ່ງຖືວ່າ ເປັນການ ໃຊ້ເງິນ ບໍ່ເປັນໄປ ຕາມຣະບຽບ ຂອງ ການກະຊວງ ການເງິນ. ອີງຕາມ ການ ຣາຍງານ ຂອງ ອົງການ ກວດສອບ ແຫ່ງຣັຖ.