ງົປມານແຂວງຮົ່ວເປັນ ດອກເບັ້ຽ
2016.06.21
ພະນັກງານ ການເງິນ ແຂວງ ອັດຕະປື ຜູ້ທີ່ບໍ່ປະສົງ ອອກຊື່ ທ່ານນຶ່ງ ກ່າວຕໍ່ ເອເຊັຽເສຣີ ວ່າ ພະນັກງານ ຂອງຣັດ ທີ່ ແຂວງອັດຕະປື ໄດ້ຮັບ ເງິນເດືອນຊ້າ ເປັນຍ້ອນວ່າ ເຈົ້າຫນ້າທີ່ ການເງິນ ທີ່ ແຂວງອັດຕະປື ເອົາເງິນໄປໃຫ້ ບໍຣິສັດ ເອກກະຊົນ ຢືມ ເພື່ອ ກິນດອກເບັ້ຽ.
ທ່ານວ່າ ໃນທ້າຍປີ 2015 ຖືກກວດພົບວ່າ ມີການເອົາເງິນ ອອກຈາກ ທະນາຄານ ແຂວງ ຈຳນວນ 14 ຕື້ກີບ, ໂດຍ ຮອງຫົວຫນ້າຄັງ ແລະ ພະນັກງານ ວິຊາການ ຮ່ວມກັນ ເອົາໄປໃຫ້ ບໍຣິສັດ ເອກກະຊົນ ກູ້ແລ້ວ ເອົາດອກເບັ້ຽເຂົ້າຖົງ ຕົນເອງ. ອັດຕຣາ ດອກເບັ້ຽ ທີ່ ກຸ່ມດັ່ງກ່າວ ເກັບຈາກ ບໍຣິສັດ ນັ້ນກໍແມ່ນ 100 ລ້ານກີບ ຕໍ່ 1 ຕື້ກີບ ໃນແຕ່ລະ ເດືອນ ຈົນເຮັດໃຫ້ ມີການຊັກຊ້າ ໃນການ ເບີກຈ່າຍ ເງິນເດືອນ ຂອງ ພະນັກງານ ຣັດ. ເມື່ອມີການ ສືບສວນ ກໍໄປລົງໂທດ ບໍຣິສັດ ຜູ້ ທີ່ຢືມເງີນ ບໍ່ແມ່ນ ເຈົ້າຫນ້າທີ່ ທະນາຄານ ຫຼື ເຈົ້າຫນ້າທີ່ ການເງິນ ຂອງແຂວງ. ກ່ຽວກັບ ບັນຫາ ການຈ່າຍ ເງິນເດືອນຊ້າ ທ່ານ ທອງລຸນ ນາຍົກ ຣັຖມົນຕຣີລາວ ເວົ້າວ່າ: --ສຽງ--
ບໍຣິສັດ ທີ່ ກູ້ຢືມເງິນ ແຂວງ ອັດຕະປື ນັ້ນ ມີ 4 ບໍຣິສັດ; ດັ່ງ ບໍຣິສັດ ບຸນສົງ ກໍ່ສ້າງຂົວທາງ, ບໍຣິສັດ P&S ຈຳກັດ, ບໍຣິສັດ ພອນວິໄລ ກໍ່ສ້າງຈຳກັດ ແລະ ບໍຣິສັດ ເຮືອງມີໄຊ ກໍ່ສ້າງ ຈຳກັດ ທັງສີ່ ບໍຣິສັດ ນີ້ ຖືກ ຜແນກການເງິນ ແຈ້ງຂໍ້ຫາ ໃຫ້ຫ້ອງການແຂວງ ລົງໂທດ ຄືໃຫ້ຖອນ ໃບອະນຸຍາດ, ໂຈະການດຳເນີນ ທຸຣະກິດ, ບໍ່ມີສິດ ໃນການປະມູນ ແລະ ການຈັດຊື້ ເຄື່ອງ ອຸປກອນ ດ້ວຍ ງົບປະມານ ຣັດ, ໂຄງການ ຊ່ອຍເຫລືອລ້າ ແລະ ກູ້ເງິນພາຍໃນ ແລະ ຕ່າງປະເທດ ໄດ້. ທ່ານ ທອງລຸນ ກ່າວເພີ້ມ ກ່ຽວກັບ ຄວາມສຳຄັນ ຂອງ ການຈ່າຍ ເງິນເດືອນວ່າ: --- ສຽງ---
ມາຮອດ ປັດຈຸບັນ ທາງຫ້ອງການ ການເງິນ ແຂວງ ຍັງບໍ່ໄດ້ ລົງໂທດ ຮອງຫົວຫນ້າ ຜແນກ ແລະ ລູກນ້ອງ ຜູ້ກະທຳຜິດ ນັ້ນຈັກຄົນ ບຸກຄົນ ເຫລົ່ານີ້ ຍັງເຮັດວຽກ ຢູ່ຫ້ອງການ ການເງິນ ແຂວງ ອັດຕະປື ຕາມ ປົກກະຕິ ຢູ່.