ໃນຫລາຍປີມານີ້ ຄວາມຕ້ອງການດ້ານຜົນຜລິດທາງກະສິກັມມີສູງ ຂຶ້ນໃນລາວ ຍ້ອນຜູ້ຄົນຍ້າຍເຂົ້າມາ ຕັ້ງຖິ່ນຖານ ເພີ້ມຂຶ້ນ ຈາກປະ ເທດເພື່ອນບ້ານເປັນຕົ້ນ ປະເທດໄທ ພະມ້າ ຈີນ ແລະວຽດນາມ. ການເພີ້ມຂຶ້ນຂອງຄວາມຕ້ອງການດ້ານຜົນຜລິດກະສິກັມນີ້ ເຮັດໃຫ້ ຊາວໄຮ່ຊາວສວນໃນລາວພາກັນຕື່ນໂຕເພາະເຫັນວ່າເປັນໂອກາດ ຈະໄດ້ຂາຍຜລິຕະຜົນຂອງຕົນ. ຄຽງຄູ່ກັນນັ້ນ ຣັຖບານໄດ້ຊຸກຍູ້ໃຫ້ ຊາວກະສິກອນລາວ ຜລິດ ກະສິກັມເປັນສິນຄ້າພ້ອມທັງເປີດກວ້າງ ໃຫ້ນັກລົງທຶນເຂົ້າມາສັມປະທານຫລືເຊົ່າທີ່ດິນເປັນເວລາຍາວນານ ເພື່ອປູກຕົ້ນໄມ້ອຸດສະຫະກັມ ໂດຍສະເພາະຕົ້ນຢາງພາຣາ ຕົ້ນຢູຄາ ລິບຕັສ. ຫຼາຍປີຜ່ານມາກ່ອນຣັຖບານລາວເປີດກວ້າງໃຫ້ນັກລົງທຶນ ພາຍໃນແລະຕ່າງປະເທດເຂົ້າມາລົງທຶນນັ້ນຣັຖບານ ຍັງບໍ່ມີຣະບຽບ ກົດໝາຍແລະຫລັກການໂດຍລະອຽດໃນການໃຊ້ທີ່ດິນ. ພນັກງານ ວິຊາສະເພາະ ບໍ່ທັນມີຕຽມພ້ອມໄວ້ ຮອງຮັບບັນຫາທີ່ຈະເກີດຂຶ້ນຈຶ່ງ ເຮັດໃຫ້ເກີດບັນຫາຕາມມາ ຮ່ວມທັງບັນຫາຍຶດທີ່ດິນຂອງປະຊາຊົນ.
ເກືອບຈະວ່າ 10 ປີຜ່ານມາ ຣັຖບານຈຶ່ງໄດ້ຄົ້ນພົບບັນຫາຕ່າງໆທີ່ເກີດຂຶ້ນ ຫລັງຈາກນັກວິຊາການລາວ ສົມທົບກັບນັກວິຊາການຕ່າງປະເທດ ສຶກສາຄົ້ນຄວ້າ ຂໍ້ໄດ້ຂ້ເສັຽ ຂອງນະໂຍບາຍ ແລະການຈັດຕັ້ງປະຕິບັດຜ່ານມາ. ນຶ່ງໃນຈໍານວນນັ້ນ ແມ່ນເຣື້ອງ ນໍາເອົາແນວຄິດ ກະເສດ ພັນທະສັນຍາ ມາຈັດຕັ້ງ ປະຕິບັດ ເພື່ອ ສົ່ງເສີມ ໃຫ້ຊາວ ກະສິກອນ ສາມາດ ຂາຍຜລິຕຜົນ ຂອງຕົນ ເຂົ້າສູ່ຕລາດ ເພື່ອມີລາຍໄດ້ ເພີ້ມຂຶ້ນ ແລະ ຫລຸດຜ່ອນ ຄວາມທຸກຍາກ ຂອງ ປະຊາຊົນ ເອງ. ພ້ອມນັ້ນ ຍັງເປັນການ ສົ່ງເສີມ ໃຫ້ຊາວ ກະສິກອນ ຂນາດນ້ອຍ ກ້າວໄປສູ່ ການຜລິດ ເປັນສິນຄ້າ ແລະ ເປັນວິທີ ນຶ່ງອີກ ເພື່ອດຶງດູດ ເອົາ ນັກລົງທຶນ ໃຫ້ລົງທຶນ ການກະເສຕ ໃຫ້ ຫລາຍຂຶ້ນ.
ແຕ່ວ່າ ຈາກການ ທົດລອງ ຫລາຍປີຜ່ານມາ ຊຶ່ງຣັຖບານ ໄດ້ປະປ່ອຍ ໃຫ້ ບໍຣິສັດ ເອກຊົນ ເປັນ ຜູ້ຄວບຄຸມ ຊາວ ກະສິກອນ ໂດຍ ຕົນເອງ ກໍເລີຽມີ ຫລາຍໂຄງການ ທີ່ ເຮັດໃຫ້ ຊາວ ກະສິກອນ ຕ້ອງ ຕົກເປັນໜີ້ ເປັນສິນ ທະນາຄານ ຫລື ບໍຣິສັດ ຢ່າງໜັກ ຍ້ອນຂາຍ ຜລິຕພັນ ຂອງຕົນບໍ່ໄດ້ ຕາມຣາຄາ ທີ່ຄວນໄດ້. ຍັງບໍ່ເທົ່ານັ້ນ ຊາວ ກະສິກອນ ບາງຈໍານວນ ຕ້ອງສູນເສັຽ ທີ່ດິນ ໃຫ້ແກ່ ນັກລົງທຶນ ໄປແບບ ບໍ່ຮູ້ເທົ່າ ເຖິງການ.
ການຮ່ວມມື ຣະຫ່ວາງ ຊາວ ກະສິກອນ ຜູ້ຜລິດ ກັບ ບໍຣິສັດ ຫລື ນິຕິບຸກຄົນ ຜູ້ຮັບຊື້ ຜລິຕຜົນ ກະສິກັມ ທີ່ເກີດເປັນ ບັນຫາ ນັ້ນ ມັກເອີ້ນກັນວ່າ ກະເສຖ ພັນທະ ສັນຍາ 2 ບວກ 3 ຊຶ່ງ ນັກວິຊາການ ທີ່ຄົ້ນພົບ ບັນຫາ ນັ້ນ ແນະນໍາ ວ່າຄວນຖືກ ນໍາໄປ ທົບທວນ ໃໝ່.
ຮູບການ ກະເສດ ພັນທະສັນຍາ 2 ບວກ 3 ນີ້ ໝາຍຄວາມວ່າ ຊາວ ກະສິກອນ ປະກອບສ່ວນ ສອງຢ່າງຄື: ດິນ ແລະ ແຮງງານ ສ່ວນ ບໍຣິສັດ ປະກອບສ່ວນ ສາມຢ່າງ ຄື: ແນວພັນ ວິຊາການ ປຸ໋ຍ-ຢາຂ້າ ແມງໄມ້ ຮ່ວມທັງ ເປັນຜູ້ຮັບຊື້. ຫລັງຈາກ ການຂາຍຜລິຕພັນ ມາໄດ້ແລ້ວ ຫັກຄ່າ ໃຊ້ຈ່າຍ ອອກໝົດ ສ່ວນທີ່ເຫລືອ ຈຶ່ງເປັນກຳໄຣ ມາແບ່ງກັນ.
ແຕ່ ສັນຍານີ້ ບໍ່ໄດ້ ບົ່ງແຈ້ງວ່າ ຜູ້ທີ່ອອກດິນ ກັບ ແຮງງານນັ້ນ ຕີເປັນຣາຄາ ເທົ່າໃດ. ຫລັງຈາກ ຫັກຄ່າ ໃຊ້ຈ່າຍ ທີ່ ບໍຣິສັດ ອອກໄປກ່ອນ ແລ້ວນັ້ນ ຜົນ ປາກົດວ່າ ຊາວ ກະສິກອນ ຜູ້ເປັນເຈົ້າຂອງ ທີ່ດິນ ແລະ ແຮງງານ ເປັນ ຝ່າຍເສັຽປຽບ ຍ້ອນວ່າ ທາງ ບໍຣິສັດ ເປັນຜູ້ມີສິດ ໃນການ ໃຊ້ສັນຍາ ຫລາຍກວ່າ ຊາວ ກະສິກອນ. ເຊັ່ນ ໂຕຢ່າງ ທີ່ເກີດຂຶ້ນ ແກ່ຊາວ ກະສິກອນ ປູກອ້ອຍ ໃຫ້ແກ່ ບໍຣິສັດ ນໍ້າຕານ ມິຕລາວ ຈໍານວນ 400 ຄອບຄົວ ຢູ່ເມືອງ ຊົນບູຣີ. ຊາວ ກະສິກອນ ຫລາຍຄົນ ກໍວ່າພວກ ຕົນ ບໍ່ເຂົ້າໃຈຄັກ ເຣື້ອງສັນຍາ ມີແຕ່ ປະຕິບັດ ຕາມສັນຍາ ທີ່ໄດ້ເຊັນກັນ ກັບ ໂຮງງານ. ຫລັງຈາກ ເຮັດໄປ ເປັນເວລາ 3 ປີ ແລ້ວ ຈຶ່ງຮູ້ວ່າ ຕິດໜີ້ ບໍຣິສັດ ຄອບຄົວນຶ່ງ 50 ລ້ານກີບ.
ຊາວກະສິກອນ ປູກອ້ອຍ ຢູ່ ເມືອງຊົນບູຣີ ເລົ່າໃຫ້ຟັງ ວ່າ ບໍຣິສັດ ເອົາລັດ ເອົາປຽບ ຊາວ ກະສິກອນ ຜູ້ທຸກຍາກ ທີ່ບໍ່ມີ ຄວາມຮູ້ ຄວາມເຂົ້າໃຈ ເຣື້ອງສັນຍາ. ລາວ ອະທິບາຍ ການ ປະຕິບັດ ຂອງ ບໍຣິສັດ ວ່າ:
1- ໃນປີທໍາອິດ ທາງບໍຣິສັດ ດູແລເບິ່ງແຍງ ຊາວສວນ ອ້ອຍ ຜູ້ເປັນເຈົ້າຂອງ ດີທີ່ສຸດ. ເຂົາເຈົ້າ ອອກທຶນ ລ່ວງໜ້າ ໃນການບຸກເບີກ ທີ່ດິນໃຫ້ ປະກອບ ພັນອ້ອຍໃຫ້, ເອົາປູ໋ຍໃຫ້, ສິດສອນ ວິທີການປູກ ໃຫ້ ແລະການ ບໍຣິການອື່ນໆ. ໃນປີທໍາອິດ ນັ້ນ ທາງ ບໍຣິສັດ ຮັບຊື້ອ້ອຍ ຕາມຣາຄາ ທີ່ ຕົກລົງກັນໄວ້. ເງິນທີ່ຂາຍອ້ອຍ ນັ້ນ ເຂົາເອົາ ມາລົບກັບ ຕົ້ນທຶນທີ່ ເຂົາອອກ ລ່ວງໜ້າໃຫ້. ສ່ວນເຫລືອ ເປັນເງິນກໍາໄຣ ທີ່ຕ້ອງ ແບ່ງປັນກັນ. ຖ້າແມ່ນ ບໍ່ພໍ ກໍຖືວ່າ ເປັນໜີ້ ບໍຣິສັດ. ທາງບໍຣິສັດ ຕ້ອງເກັບ ໜີ້ສີນຄືນ ພ້ອມດ້ວຍ ດອກເບັ້ຽ. ໝາຍຄວາມວ່າ ໃນປີທໍາອິດ ນັ້ນ ຊາວສວນອ້ອຍ ບາງຄອບຄົວ ເລີ້ມຕິດໜີ້ ບໍຣິສັດ ແລ້ວ.
2- ຕົກມາຮອດ ປີທີສອງ ທາງ ບໍຣິສັດ ເລີ້ມເມີນເສີຽ ຕໍ່ຊາວ ກະສິກອນ ປູກອ້ອຍແລ້ວ ເພາະເຂົາເຈົ້າ ຮູ້ລ່ວງໜ້າ ແລ້ວວ່າ ອ້ອຍທີ່ປູກ ໃນປີ ທີ 2 ບໍ່ມີ ຄຸນນະພາບ ສູງຄືກັນ ກັບອ້ອຍ ທີ່ປູກ ໃນປີທີນຶ່ງ. ທາງ ບໍຣິສັດ ຍັງສືບຕໍ່ ໃຫ້ພັນອ້ອຍ ໃຫ້ປູ໋ຍ ໃຫ້ຢາ ຂ້າຫຍ້າ ຄືເກົ່າ, ແຕ່ບໍ່ໄດ້ ມາດູແລ ເບິ່ງແຍງ ຢ່າງໃກ້ຊິດ ຄືກັບ ປີທີນຶ່ງ. ທາງ ບໍຣິສັດວ່າ ບໍ່ສາມາດ ຊື້ອ້ອຍ ຈາກຊາວສວນ ໃນຣາຄາເດີມ ໂດຍອ້າງວ່າ ຜົນເກັບກ່ຽວ ອ້ອຍໃນປີທີ ສອງ ບໍ່ມີ ຄຸນນະພາບ ສູງ ຄືກັນກັບໃນປີທີນື່ງ. ເປັນອັນວ່າ ຊາວສວນ ມີລາຍໄດ້ຈາກການຂາຍ ອ້ອຍຫນ້ອຍ ລົງ. ເມື່ອເອົາລາຍໄດ້ ຈາກການຂາຍ ອ້ອຍ ມາລົບອອກ ຈາກຄ່າປູ໋ຍ ຄ່າພັນອ້ອຍ ແລະຄ່າ ການ ບໍຣິການ ອື່ນໆ ທີ່ ບໍຣິສັດ ປະກອບ ໃຫ້ນັ້ນ ຊາວສວນ ກໍຂາດທຶນ ແລະ ໜີ້ສີນ ໃນ ປີທີ່ນຶ່ງ ກັບ ປີທີສອງ ແລະ ບວກກັບ ດອກເບັ້ຽອີກ ກໍເພີ້ມຂື້ນ.
3- ຕົກມາຮອດ ປີທີສາມ ຊາວ ກະສິກອນ ປູກອ້ອຍ ຮູ້ສຶກວ່າ ໜັກໃຈ ຫລາຍແລ້ວ ເພາະວ່າ ທັງຫລຸບທຶນ ທັງ ເປັນໜີ້ສິນ ບໍຣິສັດ. ເມື່ອ ເປັນດັ່ງນັ້ນ ທາງ ບໍຣິສັດ ກໍສົ່ງ ພນັກງານ ຫລື ໂຕແທນ ມາທາບທາມ ຂໍເຊົ່າທີ່ດິນ ສວນອອ້ຍ ໃນລະຍະ 12 ປີ ເພື່ອເປັນການ ໃຊ້ໜີ້ສິນ ຄືນໃຫ້ ບໍຣິສັດ. ຊາວສວນອ້ອຍ ບາງ ຈໍານວນ ບໍ່ມີທາງ ເລືອກ ກໍເລີຽຮັບ ຂໍ້ສະເໜີ ສັນຍາ ກັບທາງ ບໍຣິສັດຕື່ມ. ທໍາອິດ ເຂົາກໍສະເໜີ ຈ້າງເຈົ້າ ຂອງທີ່ດິນ ເຮັດວຽກໃຫ້ ແຕ່ຕໍ່ໄປ ເຂົາເຈົ້າ ກໍຈ້າງຄົນອື່ນ ທີ່ມີ ຣາຄາ ຖືກກ່ວາ ເພື່ອປູກອອ້ຍ ໃຫ້ເຂົາເຈົ້າ. ດັ່ງນັ້ນ ຄວາມຫວັງ ທີ່ ຊາວ ກະສິກອນ ພັນທະສັນຍາ ຈະມີລາຍໄດ້ ເພີ້ມຈາກການ ຂາຍອ້ອຍ ໃຫ້ ບໍຣິສັດ ກໍເລີຽ ກາຍເປັນ ຜູ້ຕິດໜີ້ ບໍຣິສັດ.
ລາຍງານ ຂອງ ທະນາຄານ ພັທນາ ເອເຊັຽວ່າ ກະເສດ ພັນທະສັນຍາ ໃນລາວ ມີຫລາຍຮູບ ຫລາຍແບບ ແຕກຕ່າງກັນ ນັບແຕ່ ສັນຍາ ປາກເປົ່າ ການຕົກລົງ ລະຫວ່າງ ຊາວ ກະສິກອນ ແລະ ຜູ້ຊື້ ຜລິຕຜົນ ທີ່ເປັນຜູ້ ຮ່າງ ລາຍລະອຽດ ຂອງສັນຍາ ກ່ຽວກັບ ຄວາມ ຮັບຜິດຊອບ ຂອງ ແຕ່ລະຝ່າຍ ຊຶ່ງສວ່ນຫລາຍ ປະຕິບັດ ກັນ ຫລາຍທີ່ສຸດ ໃນລາວ ໂດຍບໍ່ຢູ່ ໃນຂອບເຂດ ຂອງກົດໝາຍ. ບາງເທື່ອ ບໍຣິສັດ ຫລຸບທຶນ ຍ້ອນວ່າ ຄູ່ສັນຍາ ລະເມີດ ຂໍ້ຕົກລົງ ໂດຍນໍາເອົາ ຜລິຕຜົນ ໄປຂາຍ ໃຫ້ແກ່ ບໍຣິສັດ ອື່ນ ຫລື ເອົາໄປຂາຍ ໃນຕລາດ. ສ່ວນຊາວ ກະສິກອນ ກໍອ້າງວ່າ ຕົນຫລຸບທຶນ ຍ້ອນຄູ່ ສັນຍາ ຝ່າຍຮັບຊື້ ບໍ່ໄປຮັບ ເອົາຜລິຕຜົນ ຫລັງຈາກ ເກັບກ່ຽວ ແລ້ວ.
ໃນກໍຣະນີ ດັ່ງກ່າວ ບໍ່ມີກົດໝາຍ ແນວໃດ ທີ່ຈະຮັບ ປະກັນ ບໍ່ໃຫ້ ຊາວ ກະສິກອນ ຫລື ບໍຣິສັດ ຜູ້ຮັບຊື້ ຈະບໍ່ສູນເສັຽ ເງິນໄປຊື່ໆ. ກໍຣະນີ ກະເສຖ ພັນທະ ສັນຍາ ປູກຖົ່ວ ເຫລືອງ ຢູ່ຫລາຍເມືອງ ຂອງ ແຂວງ ອຸດົມໄຊ ຈັດຂຶ້ນ ໂດຍ ບໍຣິສັດ ລົງທຶນ ຮ່ວມ ອະເມຣິກັນ ທີ່ ເປັນເຈົ້າຂອງ ໂຮງສີ ບົດເມັດຖົ່ວ. ຝ່າຍ ບໍຣິສັດ ປະກອບພັນ ແລະ ການຊ່ວຍເຫລືອ ດ້ານເທັກນິກ ໃນການຜລິດ ແຕ່ໃຫ້ຣາຄາ ຖືກ ກ່ວາຣາຄາ ໃນ ທ້ອງຕລາດ. ໃນປີ 2004 ຫລາຍສັນຍາ ຖືກ ລະເມີດ ຍ້ອນຊາວ ກະສິກອນ ບໍ່ສົ່ງ ຜົນເກັບກ່ຽວ ໃຫ້ ຫລັງຈາກ ພໍ່ຄ້າຊາວຈີນ ຮັບຊື້ ໃນ ຣາຄາສູງກ່ວາ ເຮັດໃຫ້ ບໍຣິສັດ ລົງທຶນ ຮ່ວມ ອະເມຣິກັນ ຫລຸບທຶນ. ກໍຮະນີນີ້ ກໍເຮັດໃຫ້ ຝ່າຍ ບໍຣິສັດ ລົງທຶນ ເສັຽລາຍໄດ້ ໄປ ໂດຍຮຽກຮ້ອງ ຄືນບໍ່ໄດ້ ຍ້ອນຂາດ ກົດໝາຍ ປົກປ້ອງ.
ຢູ່ແຂວງ ຫລວງນໍ້າທາ ອົງການ ບໍ່ຂຶ້ນກັບ ຣັຖບານ ຈົດທະບຽນ ເປັນ ບໍຣິສັດ ການຄ້າ ຈັດຕັ້ງ ປູກເຂົ້າໂພດ ຢູ່ໃນ 3 ເມືອງ ແບບບໍ່ມີ ສັນຍາ ເປັນທາງການ. ຝ່າຍ ບໍຣິສັດ ປະກອບ ແນວພັນປູກ ແລະ ຮັບຊື້ ຜົນຜລິດ ຈາກຊາວ ກະສິກອນ ໃນເວລາ ເກັບກ່ຽວ. ໃນສອງປິ ທໍາອິດ ບໍຣິສັດ ບໍ່ຖືກຊາວ ກະສິກອນ ລະເມີດ ສັນຍາ ແຕ່ຕົກມາ ຮອດປີ 2003 ພໍ່ຄ້າ ຊາວຈີນ ຮັບຊື້ ເຂົ້າໂພດ ທັງໝົດ ຈາກຊາວ ກະສິກອນ. ຝ່າຍ ອົງການ ທີ່ບໍ່ຂຶ້ນ ກັບ ຣັຖບານ ສູນເສັຽ ເງິນຄໍາ ແລະ ບໍ່ມີທາງ ໃນການຮຽກ ເອົາຄ່າ ເສັຽຫາຍ ໄດ້ ຍ້ອນສັນຍາ ກັນແບບ ປາກເປົ່າ.
ຢູ່ແຂວງ ຜົ້ງສາລີ ຊາວ ກະສິກອນ ປູກອ້ອຍ ສົ່ງໃຫ້ ໂຮງງານ ທີ່ຕັ້ງຢູ່ ຊາຍແດນ ປະເທດຈີນ. ບໍຣິສັດຈີນ ປະກອບ ແນວພັນອ້ອຍ ແລະ ປູ໋ຍໃຫ້ ແຕ່ບໍ່ໄດ້ ຮັບປະກັນ ເຣື້ອງ ຣາຄາຊື້. ໃນເວລາ ເກັບກ່ຽວ ແລ້ວ ຊາວ ກະສິກອນ ກໍສົ່ງອ້ອຍໄປຂາຍ ໃຫ້ໂຮງງານທາງໂຮງງານ ກໍເອົາຄ່າ ຂາຍອ້ອຍ ກັບຈໍານວນທຶນ ທີ່ ບໍຣິສັດ ປະກອບ ໃຫ້ມາລົບ ກັນອອກ ປາກົດວ່າ ຊາວ ກະສິກອນ ຫລຸບທຶນ. ກໍຣະນີ ນີ້ ກໍຮຽກ ຮ້ອງ ຄືນບໍ່ໄດ້.
ກໍຣະນີ ຊາວສວນ ປູກ ຢາງພາຣາ ໃນແຂວງ ອຸດົມໃຊ ແຂວງ ຫລວງນໍ້າທາ ແຂວງບໍ່ແກ້ວ ແລະ ຜົ້ງສາລີ ເກີດມີບັນຫາ ຂາຍຢາງ ບໍ່ໄດ້ ແລະ ຖືກ ກົດຣາຄາ ຍ້ອນ ຣັຖບານ ລາວ ກັບ ຈີນ ບໍ່ມີ ຂໍ້ຕົກລົງກັນ. ທາງການ ແຂວງຢຸນນ່ານ ກໍານົດໃຫ້ 5 ບໍຣິສັດ ທີ່ ຊື້ຢາງ ຈາກແຂວງ ຫລວງນໍ້າທາ ມີແຕ່ 2,000 ໂຕນ ຕໍ່ປີ ເທົ່ານັ້ນ. ບາງ ບໍຣິສັດ ທີ່ຍັງມີ ໂຄຕາ ເຫລືອຢູ່ ກົດດັນ ຣາຄາ ຂອງຢາງລົງ ເພາະເຫັນວ່າ ຊາວ ກະສິກອນ ບໍ່ມີທາງເລືອກ. ຊາວກະສິກອນ ສ່ວນຫລາຍ ຂາຍໃຜຂາຍມັນ ບໍ່ມີອໍານາດ ຕໍ່ຮອງ ກັບພໍ່ຄ້າ. ໃນປີ 2013 ນີ້ ແຂວງ ຫລວງນໍ້າທາ ສາມາດ ຂາຍ ຢາງດິບໄດ້ 3,500 ໂຕນ ແລະ ຂາຍຢາງ ທີ່ຜລິດ ເປັນແຜ່ນອອກ ຈາກ ໂຮງງານ ໄດ້ 1,200 ໂຕນ.ຄິດເປັນ ມູນຄ່າ 10 ລ້ານໂດລາ.
ປັດຈຸບັນ ຢູ່ແຂວງ ຫລວງນໍ້າທາ ມີເນື້ອທີ່ ປູກ ຢາງພາຣາ ເຖິງ 30,000 ເຮັກຕາ ແລ້ວ ຢູ່ ຜົ້ງສາລີ ປະມານ 17,000 ເຮັກຕາ ແລະ ໃນທົ່ວປະເທດ ມີປະມານ 300,000 ເຮັກຕາ. ຈໍານວນໂຕເລກ ນີ້ຍັງບໍ່ທັນ ໄລ່ເນື້ອທີ່ ຂອງນັກ ທຸຣະກິດ ລາວ ແລະ ເນື້ອທີ່ ຂອງ ປະຊາຊົນ ທີ່ປູກຢາງ ຕ່າງຫາກ ຈາກການ ໃຫ້ ສັມປະທານ ແກ່ ບໍຣິສັດ ໃຫ່ຽ ຂອງຈີນ ແລະ ວຽດນາມ.
ຢູ່ແຂວງ ອຸດົມໄຊ ກໍເຊັ່ນກັນ ບໍຣິສັດ ຢາງພາຣາ ຈີນ-ລາວ Sino-Lao rubber ສົ່ງເສີມ ໃຫ້ ປະຊາຊົນ ໃນແຂວງ ປູກຢາງພາຣາ ໄດ້ຫລາຍປີ ມາແລ້ວ ແລະ ໄດ້ຕັ້ງ ໂຮງງານ ປຸງແຕ່ງ ຢາງ ຂຶ້ນ, ແຕ່ວ່າ ຫລັງຈາກ ທາງການຈີນ ຫ້າມນໍາເຂົ້າ ຢາງເກີນ ຈໍານວນ, ຊາວສວນ ມີຢາງ ເຫລືອສາງ ຕັ້ງວ່າ 270 ໂຕນ. ຖ້າບໍ່ສາມາດ ສົ່ງອອກ ແລ້ວ ທາງ ບໍຣິສັດ ຕ້ອງກົດ ຣາຄາ ໃຫ້ຕໍ່າລົງ.
ໃນຂະນະດຽວກັນ ລາຍງານ ທາງການລາວ ວ່າ ຊາວ ກະສິກອນ ປູກ ຢາງພາຣາ ປະເຊີນກັບ ບັນຫາ ຫລາຍຢ່າງ ໃນການຜລິດ ກະສິກັມ ບໍ່ວ່າ ແຕ່ປູກ ຖົ່ວເຫລືອງ ປູກ ເຂົ້າໂພດ ແລະ ພືດຜັກ ອື່ນໆກໍດີ. ສະເພາະ ຢາງພາຣານີ້ ຊາວ ກະສິກອນ ດີ້ນຮົນ ກັບຣາຄາ ຢາງ ຕົກຕໍ່າ ແລະ ການກົດ ຣາຄາ ຂອງພໍ່ຄ້າຈີນ.
ຊາວສວນຢາງ ໃນແຂວງ ຜົ້ງສາລີ ຈົ່ມວ່າ ຫລັງຈາກ ດ່ານພາສີ ແຂວງ ຢຸນນ່ານ ຢືດຢາງພາຣາ ທີ່ເຂົາເຈົ້າ ນໍາໄປຂາຍ ປະເທດຈີນ ພໍ່ຄ້າຈີນ ກໍກົດ ລາຄາລົງ ຕໍ່າເທົ່າທີ່ ເຂົາຕ້ອງ ການຊື້. ເຂົາວ່າ ພໍ່ຄ້າຈີນ ຂີ້ຫລັກ ເຂົາເຈົ້າ ຫລາຍສິ່ງ ຫລາຍຢ່າງ.
ນັກເສຖສາຕລາວ ທ່ານ ດຣ. ລີເບີ້ ລີບົວປາວ ປະຈໍາ ສະຖາບັນ ການຄົ້ນຄວ້າ ເສຖກິດ ແຫ່ງຊາຕ ກ່າວຕໍ່ ໜັງສືພິມ ວຽງຈັນທາມສ໌ ເມື່ອວັນທີ່ 3 ຕຸລາ ປີ 2013 ຜ່ານມາ ວ່າ ການປູກ ຢາງພາຣາ ມີ ຜົນກະທົບ ບໍ່ພຽງແຕ່ ຕໍ່ສິ່ງແວດລ້ອມ ເທົ່ານັ້ນ ແຕ່ຍັງ ກະທົບ ຕໍ່ການ ຮັບປະກັນ ດ້ານການຜລິດ ສະບຽງ ອາຫານ ໃນລາວ ໃນ ລະຍະຍາວ ອີກດ້ວຍ. ທ່ານວ່າ ພວກເຮົາ ຄວນຮັກສາ ເນື້ອທີ່ດິນ ໄວ້ປູກ ພືດພັນ ອື່ນໆ ທີ່ ຮັບປະກັນ ອາຫານ. ທາງການລາວ ຮູ້ດີວ່າ ຊາວສວນ ທີ່ປູກ ຢາງພາຣາ ໂດຍ ຕົນເອງ ບໍ່ຮູ້ຈັກວ່າ ຣາຄາ ຢາງ ແຕ່ລະມື້ ລະວັນ ມັນຂື້ນລົງ ແນວໃດ. ເຂົາເຈົ້າປູກ ກໍປູກໄປ ຊື່ໆ ຕາມຂະບວນ ການສົ່ງເສີມ ຂອງ ຣັຖບານ.
ດັ່ງນັ້ນ ນັກວິຊາການ ທີ່ຄົ້ນຄວ້າ ເຣື້ອງການ ຜລິດ ກະສິກັມ ໃນລາວ ເພື່ອເປັນ ສິນຄ້າ ອຸດສາຫະກັມ ນັ້ນ ເວົ້າວ່າ ລາວ ຍັງມີຂໍ້ ຈໍາກັດ ຫລາຍຢ່າງ ນັບແຕ່ ຄວາມ ສາມາດ ຂອງ ຣັຖບານ ທຸກຂັ້ນ ລົງໄປຮອດ ປະຊາຊົນ ທີ່ ຂາດຄວາມຮູ້ ຄວາມສາມາດ ໃນການ ສັນຍາ ການຜລິດ ແລະ ຊື້ຂາຍ.