ທາງຣົດໄຟ ຈະເຣີ່ມສ້າງ ຢູ່ໂພນໂຮງ
ທາງຣົດໄຟ ລາວ-ຈີນ ແຕ່ ເມືອງໂພນໂຮງ ແຂວງວຽງຈັນ ໄປຮອດ ນະຄອນຫຼວງ ວຽງຈັນ ຈະເຣີ່ມສ້າງ ພາຍໃນ ປີນີ້ ແນ່ນອນ.
-
ມະນີຈັນ
2016-11-23 -
-
-
Your browser doesn’t support HTML5 audio
ປັດຈຸບັນ ບັນດາ ບໍຣິສັດ ຜູ້ຮັບເໝົາ ກໍ່ສ້າງ ໄດ້ຂົນ ເຄື່ອງຈັກ ແລະ ອຸປະກອນ ກໍ່ສ້າງ ເຂົ້າມາ ເມືອງໂພນໂຮງ ຫຼາຍສົມຄວນ, ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ເມືອງໂພນໂຮງ ໃນວັນທີ 22 ພຶສຈິກາ ນີ້.
“ຢູ່ໂພນໂຮງ ແຂວງວຽງຈັນ ປີນີ້ແຫລະ ຕາມແຜນເພິ່ນ, ເອີດຽວນີ້ ແບບຂະເຈົ້າເຄີຍ, ຂະເຈົ້າ ອັນນັ້ນ ແລ້ວນະ, ມັນມີ ບາງບ່ອນ ຂະເຈົ້າ ກະເອົາ ກົນຈັກ ເຂົ້າໄປ ແລ້ວນະ, ກົນຈັກ ບໍ່ແມ່ນ ມີແຕ່ ພວກ ບໍຣິສັດ ຄົນລາວ ເຮົານີ້.”
ທ່ານກ່າວຕື່ມວ່າ ສໍາລັບ ຄົນງານຈີນ ທີ່ຈະເຂົ້າມາ ກໍ່ສ້າງ ໃນໂຄງການນີ້ ບໍຣິສັດ ຜູ້ຮັບເໝົາ ກໍ່ສ້າງ ຍັງບໍ່ໄດ້ ນໍາເຂົ້າມາເທື່ອ ແຕ່ຂ້ອນຂ້າງ ຄັກແນ່ວ່າ ໃນການກໍ່ສ້າງ ທາງຣົດໄຟ ແຕ່ເມືອງໂພນໂຮງ ຫາ ນະຄອນຫຼວງ ວຽງຈັນ ຈະໃຊ້ ກັມກອນລາວ ຫຼາຍກວ່າ ກັມກອນຈີນ ເພາະວ່າ ວຽກງານ ກໍ່ສ້າງ ທາງຣົດໄຟ ໃນໄລຍະນີ້ ບໍ່ຫຍູ້ງຍາກຫລາຍ ຄືກັບ ຢູ່ພາກເໜືອ ຊຶ່ງຕ້ອງຂຸດເຈາະ ພູຫຼາຍໜ່ວຍ ເພື່ອເຮັດ ເປັນທາງອຸມົງ.
ຕາມແຜນການ, ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ອະນຸມັດ ໂກຕ້າ ສໍາລັບ ຄົນງານຈີນ ຈໍານວນ 1950 ຄົນ ທີ່ຈະເຂົ້າມາ ສ້າງທາງ ຣົດໄຟ ໄລຍະທາງ 20 ກິໂລແມັຕ ທໍາອິດ ຢູ່ເຂດ ເມືອງໂພນໂຮງ, ແຂວງວຽງຈັນ, ຕາມການສເນີ ຂອງບໍຣິສັດ ວິສະວະກັມ ທາງຣົດໄຟ ເລກ 2 ສປ ຈີນ ຜູ້ຮັບເໝົາ ກໍ່ສ້າງທາງ ໃນໄລຍະນັ້ນ ຊຶ່ງເປັນ ໄລຍະ ສັນຍາ ທີ 6.
ເຣື່ອງຜົລກະທົບ ຂອງໂຄງການນີ້ ຕໍ່ ປະຊາຊົນ ເມືອງໂພນໂຮງ ແລະ ເຣື່ອງການຊົດເຊີຍ ຄວາມເສັຽຫາຍ, ເຈົ້າໜ້າທີ່ ທ່ານນີ້ ເວົ້າວ່າ ຄະນະກັມການ ທີ່ກ່ຽວຂ້ອງ ກໍາລັງໂອ້ລົມ ກັບ ປະຊາຊົນ ທີ່ຈະຖືກ ຜົລກະທົບ ນັ້ນຢູ່ ຍັງບໍ່ສາມາດ ເປີດເຜີຍໄດ້.