ບ້ານມິດສໍາພັນວ່າເງິນ ຊົດເຊີຍ ຖືກຕັດ
2020.05.08
ປະຊາຊົນບ້ານມິດສໍາພັນ ເມືອງສນາມໄຊ ແຂວງອັດຕະປື ທີ່ໄດ້ຮັບຄວາມເສັຽຫາຍຈາກ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຕ່າງກໍບໍ່ເຂົ້າໃຈ ວ່າເປັນຫຍັງ ທາງການຈຶ່ງຕ້ອງຕັດເງິນຄ່າຊົດເຊີຍໄປ 20% ຂອງມູນຄ່າທັງໝົດທີ່ຈະໄດ້ຮັບ, ຜູ້ໄດ້ໜ້ອຍ ຫຼື ໄດ້ຫຼາຍກໍຖືກຕັດໝົດ, ດັ່ງ ປະຊາຊົນ ຢູ່ເມືອງສນາມໄຊ ຜູ້ນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 7 ພຶສພາ ນີ້ວ່າ:
“ເຂົາຕັດ 20% ຂອງມູນຄ່າທີ່ເສັຍຫາຍ ຈັກເຂົາຊິຕັດແບບໃດກະບໍ່ຮູ້ ຈັກເຂົາຊິຕັດແບບໃດ ຈັ່ງໃດຫັ່ນບໍ່ຮູ້ນໍາເຂົາ ຄົນອື່ນເຂົາກະຕັດເບິດ ຂອງອ້າຍນິ່ມັນຖືກ 23 ກວ່າ ແຕ່ວ່າເຂົາຕັດຍັງເຫຼືອແຕ່ 19 ລ້ານ ແຕ່ວ່າເພິ່ນຕັດມາຈັ່ງຊັ້ນລະກະບໍ່ຢາກດີໃຈປານໃດແຫຼະ.”
ຊາວບ້ານອີກຜູ້ນຶ່ງ ທີ່ຈະຖືກຕັດເງິນກໍກ່າວວ່າຕັດ 20% ນີ້ແມ່ນຄວາມຈິງ, ແລະຊາວບ້ານໝົດທຸກຄົນ ກໍໄດ້ເຊັນເອກກະສານນັ້ນໃຫ້ທາງ ການໄປແລ້ວ ແບບບໍ່ມີທາງເລືອກ ເພາະເພິ່ນພຽງແຕ່ບອກໃຫ້ເຊັນ ຮັບຮູ້:
“ຄວາມຈິງ, ຄວາມຈິງໂຕນີ້ບໍ່ຕົວະແຫຼະ ພວກເຮົານີ້ຄັນວ່າ ເປັນແບບນີ້ນິພັກຣັຖ ເຮັດນໍາເຮົາ ພວກເຮົາກະຊິບໍ່ຕາຍບໍ ທຸກກະຕື່ມທຸກ ຍາກຕື່ມ ຍາກອັນໃດກະເບິດນ່າ ຍັງຊິໄປຕັດອີກ ຈໍາເປັນແຫຼະໝູ່ເຊັນກັນ ເໝິດ ພໍ່ກະເຊັນນໍາກັນແຫຼະ ຈໍາເປັນແຫຼະ ເຮົາປະຊາຊົນ ພໍ່ຊິຂັດຜູ້ດຽວ ກະບໍ່ໄດ້ແຫຼະ ຂອງພໍ່ເບື້ອງຕົ້ນເພິ່ນວ່າ 10 ປາຍລ້ານ ບາດມາໂຕຈິງ ມີແຕ່ 7 ລ້ານ 5.”
ຊາວບ້ານຜູ້ນີ້ກ່າວອີກວ່າ ຢ່າງນ້ອຍທາງການ ກໍຄວນມີຄໍາອະທິບາຍ ໃຫ້ປະຊາຊົນຮັບຮູ້ກ່ອນ ວ່າເປັນຫຍັງຈຶ່ງຕັດ ແລະ ຈະຕັດໄປເພື່ອ ຫຍັງ ເອົາໄປພັທນາສ່ວນໃດ. ຊາວບ້ານວ່າຢາກຝາກຂໍ້ຄວາມນີ້ໄປຫາ ຂັ້ນເທິງ ຫຼື ຄະນະໜ່ວຍງານທີ່ຮັບຜິດຊອບ ວ່າ; ເຮັດແບບນີ້ ປະຊາຊົນຜູ້ທຸກຍາກລໍາບາກ ກໍໝົດກໍາລັງໃຈ ແລະ ຮູ້ສຶກວ່າພວກຕົນ ບໍ່ໄດ້ຮັບຄວາມເປັນທັມເລີຍ.
ໃນຂນະດຽວກັນ ປະຊາຊົນ ອີກຜູູ່ນຶ່ງກໍເວົ້າວ່າ:
“ກະຕັດຫັ້ນແຫຼະເນາະ ເວົ້າເຣື່ອງຕັດນິ່ ເພິ່ນຕັດແທ້ໂລດ ປະຊາຊົນນິ່ເວົ້າເບີດບ້ານ ເບິດເມືອງ ຕັດບໍ່ຮູ້ສາເຫດອີກ ຄືອ້າຍວ່າຫັ່ນແຫຼະ ນ້ອງສາວ ຫັ້ນເງິນຄ່າເຄື່ອງ 2 ແສນປາຍ ກະຍັງຕັດຫັ້ນນ່າ ມັນເງິນ ໜ້ອຍດຽວ ຈັກຊິເຮັດສັງ ສັງບໍ່ເລີຍລະກະແລ້ວ ບໍ່ຕ້ອງໃຫ້ນ່າ ເງິນໜ້ອຍດຽວຍັງຊິຕັດ ບໍ່ຕ້ອງໃຫ້ກະໄດ້ ບ້ານໂລດ ບ້ານໂລດ ຕັ້ງບ້ານໂລດ ໂຕນີ້ແມ່ນບ້ານ.”
ກ່ຽວກັບເຣື້ອງດ່ັງກ່າວນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ສອບໄປຍັງນາຍບ້ານ ບ້ານມິດສໍາພັນ ທ່ານໄດ້ກ່າວກ່ຽວກັບເຣື້ອງນີ້ວ່າ:
“ຊັກເປີເຊັນນິ່ ຂ້າພະເຈົ້າເອງໃນນາມນາຍບ້ານເນາະ ຂ້າພະເຈົ້າບໍ່, ບໍ່ໆຮູ້ ບໍ່ເຫັນ, ບໍ່ໄດ້ເຮັດເດີ້ໂຕນີ້ເດີ້ ຈັ່ງວ່າຄົນອື່ນບໍ່ຈັກຕັດ 20% ນິ່ ຖືວ່າ ທາງໂຄງການ ເພິ່ນເອງມື້ນັ້ນກະໄດ້ລວມກັນຢູ່ຫ້ອງວ່າການ ບ້ານນິ່ບໍ່ໄດ້ຫັກ 20% ແລ້ວແຕ່ເພິ່ນຊິເຫັນໃຈ ບ້ານນິ່ມີແຕ່ວ່າຊິຂໍນໍາ ຄ່າເອກກະສານຫັ່ນ ແຕ່ບໍ່ຮູ້ວ່າຊິກໍານົດທໍ່ໃດທໍ່ໃດ ບໍ່ໄດ້ຄາດໝາຍວ່າທໍ່ນີ້ພັນ ທໍ່ນັ້ນພັນ ແຕ່ໄດ້ລົມຂະເຈົ້າຄັນໄດ້ມາໃຫ້ກິນນໍ້າ ກິນໃນແນ່ ຫຼືວ່າໃຫ້ຄ່າເອກກະສານ ເຮົາແນ່ ເຮົາກະເປັນຜູ້ປ້ອງກັນເຮົາວ່າ.”
ຢ່າງໃດກໍຕາມເຖິງແມ່ນວ່າ ເງິນຄ່າຊົດເຊີຍຈະຍັງບໍ່ໄດ້ຮັບເທື່ອ ແລະຄໍາເວົ້າຂອງນາຍບ້ານ ກໍເປັນຄືດັ່ງທີ່ທ່ານກ່າວມານີ້, ປະຊາຊົນທີ່ ໄດ້ເຊັນເອກກະສານໄປແລ້ວນັ້ນ ກໍຍັງຢາກໄດ້ຄໍາອະທິບາຍ ຈາກຂັ້ນເມືອງ ຫຼືຂັ້ນແຂວງວ່າຕັດເງິນ 20% ຂອງມູນຄ່າຄວາມເສັຽຫາຍ ທັງໝົດນັ້ນ ແມ່ນສົມຄວນແລະຍຸຕິທັມ ຫຼືບໍ່? ສໍາລັບປະຊາຊົນທີ່ກໍາລັງດີ້ນຮົນ ເພື່ອຄວາມຢູ່ລອດ ໃນແຕ່ລະມື້.