ຂົວອູ່ຂາດຍ້ອນບໍ່ກວດກາ ຕໍ່ເນື່ອງ
2016.10.04
ຫລັງຈາກ ທີ່ສາຍກ້າບ ເໜັ່ງຈ່ອງຂົວອູ່ ຂ້າມນ້ຳແຊງ ຂາດ ເຮັດໃຫ້ມີ ນັກຮຽນ ເສັຽຊີວິດ 2 ຄົນ ແລະ ບາດເຈັບ 55 ຄົນ. ຫລ້າສຸດ ປະຊາຊົນ ຜູ້ທີ່ໃຊ້ຂົວ ໃຫ້ ຂໍ້ສັງເກດວ່າ ຂົວດັ່ງກ່າວ ສ້າງແຕ່ປີ 2012 ເປັນຕົ້ນມາ ແຕ່ວ່າທາງ ບໍຣິສັດ ແລະ ໜ່ວຍງານ ຮັບຜິດຊອບ ບໍ່ໄດ້ຂຽນ ຄຳແຈ້ງເຕືອນ ໃຫ້ ປະຊາຊົນ ຮູ້ວ່າ ຂົວ ດັ່ງກ່າວ ສາມາດ ຮັບນ້ຳໜັກ ໄດ້ເທົ່າໃດ ແລະ ຄົນສາມາດ ຍ່າງຂ້າມ ຂົວນັ້ນ ໄດ້ພ້ອມກັນ ຈັກຄົນ.
ປະຊາຊົນ ທ່ານນີ້ບອກວ່າ ແຕ່ລະມື້ ມີປະຊາຊົນ ທຽວໃຊ້ຂົວນີ້ ບໍ່ຂາດສາຍ, ແລະ ຫລັງຈາກ ເກີດເຫດການ ດັ່ງກ່າວ ແລ້ວ ປະຊາຊົນ ພາກັນຈົ່ມວ່າ ຂົວ ດັ່ງກ່າວ ບໍ່ໄດ້ ມາດຕະຖານ. ສ່ວນວ່າ ຜູ້ທີ່ໄດ້ ຮັບບາດເຈັບ ໃນເບື້ອງຕົ້ນ ອຳນາດ ການປົກຄອງ ເມືອງເປັນຜູ້ ຮັບຜິດຊອບ ຄ່າປິ່ນປົວ ຜູ້ທີ່ໄດ້ ຮັບບາດເຈັບ ຈາກເຫດການ ດັ່ງກ່າວ ແລະ ໄດ້ສົ່ງໄປ ປິ່ນປົວຢູ່ ໂຮງໝໍ ແຂວງ ຫຼວງພຣະບາງ.
ຫລັງຈາກເກີດເຫດ ຫົວໜ້າ ຜແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ຫຼວງພຣະບາງ ພ້ອມດ້ວຍ ຫົວໜ້າກົມ ຂົວທາງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ໄປກວດກາ ຈຸດເກີດເຫດ ໃນວັນທີ 2 ຕຸລາ ຜ່ານມາ, ແຕ່ຍັງບໍ່ໄດ້ ມາຊີ້ແຈງ ກ່ຽວກັບ ສາເຫດ ອັນແທ້ຈິງ ທີ່ເຮັດໃຫ້ ສາຍກ້າບ ນັ້ນຂາດ.
ຈຳນວນຜູ້ທີ່ໄດ້ ຮັບບາດເຈັບ ທີສົ່ງໄປປິ່ນປົວ ຢູ່ ໂຮງໝໍແຂວງ ມີທັງໝົດ 20 ຄົນ, ໃນນັ້ນ 16 ຄົນ ມີອາການດີ ຂຶ້ນ ແລະ ສາມາດ ກັບບ້ານໄດ້ ແລະອີກ 4 ຄົນ ຍັງນອນປິ່ນປົວ ຢູ່ໂຮງໝໍ ຍ້ອນວ່າ ກະດູກຫັກ.
ເຖິງວ່າ ຍັງບໍ່ທັນມີ ຂໍ້ສະຫລຸບວ່າ ຂອງເຫດການ ຄັ້ງນີ້, ແຕ່ ຊາວບ້ານ ກໍໃຫ້ເຫດຜົນວ່າ ເປັນຍ້ອນສະພາບ ເຕັກຕິກ ການກໍ່ສ້າງ ບໍ່ໄດ້ ມາດຕະຖານ. ກ່ຽວກັບ ບັນຫາ ການກໍ່ສ້າງຂົວ ບໍ່ໄດ້ ມາດຕະຖານ ທີ່ຜ່ານມາ ກະຊວງ ໂຍທາທິການ ແລະ ຂົນສົ່ງ ກໍໄດ້ມີ ຄຳສັ່ງ ໃຫ້ ມີການ ກວດກາ ສະພາບ ຂົວ ຫຼາຍບ່ອນ ເປັນຕົ້ນວ່າ ຂົວ ຂ້າມນ້ຳຊັນ ຢູ່ ເມືອງທ່າໂທມ ແຂວງ ໄຊສົມບູນ, ແລະ ຂົວ ຂ້າມນ້ຳຂອງ ຢູ່ເຂດດ່າເດືອ ແຂວງ ໄຊຍະບູຣີ.
ຂົວອູ່ ຂ້າມນໍ້າແຊງ ສ້າງຂຶ້ນໃນປີ 2012ໃນມູລຄ່າ ການກໍ່ສ້າງ ເກືອບ 700 ລ້ານກີບ.