ສວນກາເຟ ເມືອງປາກຊ່ອງ ຂາດເຂີນຄົນງານ ເກັບກູ້ໝາກກາເຟ

ຄົນງານພາຍໃນປະເທດ ບໍ່ພຽງພໍ ກະທົບຫຼາຍພາກສ່ວນ ທີ່ໃຊ້ຄົນງານ ແລະ ສວນກາເຟ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ກຳປະເຊີນກັບຄວາມຫຍຸ້ງຍາກ ຍ້ອນຂາດເຂີນຄົນງານ ເກັບໝາກກາເຟ ໂດຍສະເພາະ ໃນລະດູເກັບກູ້ໝາກກາເຟ ທີ່ມີຄວາມຕ້ອງການຄົນງານຫລາຍເຖິງ 600 ຄົນ.

ແມ່ຍິງຄົນໜຶ່ງເຮັດວຽກຢູ່ສວນກາເຟກາງສາຍຝົນ ເຂດພູພຽງບໍລິເວນ ທາງພາກໃຕ້ຂອງລາວ, ວັນທີ 2 ເດືອນກັນຍາ ປີ 2003. ເຂດນີ້ເປັນພື້ນທີ່ທີ່ທາງສະຫະລັດອາເມຣິກາ ຖິ້ມລະເບີດຈຳນວນຫຼາຍ ໃນລະຫວ່າງສົງຄາມຫວຽດນາມ ຍັງເປັນເຂດທີ່ທຸກຍາກ ແຕ່ການປູກາເຟ ເປັນໜຶ່ງໃນອຸດສາຫະກຳ ທີ່ສາມາດສ້າງລາຍຮັບໄດ້. KARL MALAKUNAS / AFP

ສວນກາເຟ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ປະເຊີນກັບຄວາມຫຍຸ້ງຍາກ ຍ້ອນຂາດເຂີນຄົນງານເກັບໝາກກາເຟ ໂດຍສະເພາະໃນລະດູເກັບກູ້ໝາກກາເຟ ທີ່ມີຄວາມຕ້ອງການຄົນງານຫລາຍເຖິງ 600 ຄົນ.

ສາເຫດທີ່ພາໃຫ້ເກີດມີການຂາດເຂີນ ຄົນງານເກັບໝາກກາເຟ ທີ່ວ່ານັ້ນ ກໍຍ້ອນວ່າ ໄດ້ເງິນຄ່າແຮງງານຕໍ່າຫລາຍ ບໍ່ສົມກັບຄ່າຄອງຊີບແພງ ໃນຂະນະທີ່ເສດ ຖະກິດຫຍຸ້ງຍາກ, ເງິນກີບເຟີ້, ລາຄາສິນຄ້າທຸກຢ່າງແພງຂຶ້ນ, ເງິນທີ່ໄດ້ບໍ່ກຸ້ມຢູ່ ບໍ່ກຸ້ມກິນ ເຮັດໃຫ້ພວກເຂົາເຈົ້າໄປຊອກຫາເຮັດວຽກໃໝ່ ເປັນຕົ້ນໄປປະເທດໄທ ທີ່ໄດ້ຄ່າແຮງງານດີກວ່າຫລາຍເທົ່າ ແລະຈໍານວນນຶ່ງກໍໄປເຮັດສວນມັນຕົ້ນ.   

ລາຍໄດ້ຂອງຄົນງານຕໍ່າທີ່ວ່ານັ້ນ ແມ່ນພວກເຂົາເຈົ້າຖືກຈ້າງຕາມໜ້າວຽກ, ຄິດ ໄລ່ໃຫ້ຕາມຈໍານວນໝາກກາເຟທີ່ເກັບໄດ້, ໃນຊ່ວງເກັບໝາກກາເຟຈະໄດ້ດີແດ່ ຄືໄດ້ 2,300 ກີບຕໍ່ 1 ກິໂລ.

ດັ່ງພະນັກງານບໍລິສັດກາເຟແຫ່ງນຶ່ງ ທີ່ເມືອງປາກ ຊ່ອງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ເມສານີ້ວ່າ:

ຮູ້ກັນແຫລະວ່າ ຄົນງານສ່ວນຫລາຍເລີຍເຮັດໃຫ້ລາວເຮົາ ຂາດແຮງງານ. ອີກຢ່າງກໍຜົນຕອບແທນເຂົາມັນບໍ່ຄຸ້ມ ເຂົາກໍເລີຍໄປເຮັດຢູ່ບ່ອນື່ນຫລາຍກວ່າ ເພາະວ່າເງິນເຟີ້ກໍເປັນສ່ວນນຶ່ງ. ໂອ໋ ຊ່ວງເກັບກາເຟຫັ້ນລາຍໄດ້ດີ ຄືມື້ນຶ່ງບຈະໄດ້ບໍ່ຕໍ່າກວ່າ 2 ຫລື 3 ແສນເຮົາຈ້າງເປັນກິໂລເດ໋ ຢູ່ບໍລິສັດຂ້ອຍຫັ້ນເຂົາຈ້າງຂັ້ນຕໍ່າຫັ້ນ 2 ພັນປາຍຕໍ່ກິໂລ 2 ພັນສາມເດ໋.

ເວົ້າເຖິງສາເຫດ ທີ່ເຮັດໃຫ້ຄົນງານພາກັນໄປຊອກຫາເຮັດວຽກ ຢູ່ປະເທດໄທ ເຈົ້າຂອງສວນກາເຟ ຢູ່ເມືອງປາກຊ່ອງຜູ້ນຶ່ງກໍເວົ້າວ່າ ປັດໃຈຫລັກ ແມ່ນເປັນຍ້ອນເງິນກີບເຟີ້ຫລາຍ ແລະວ່າ ເລີ່ມຂາດເຂີນຄົນງານ ມາຕັ້ງແຕ່ຊ່ວງທີ່ສອງປະເທດລາວ-ໄທ ເປີດປະເທດໃຫ້ປະຊາຊົນຂ້າມໄປມາຫາກັນໄດ້.

ຫາກຄິດໄລ່ເງິນຄ່າແຮງງານເປັນວັນ ເຈົ້າຂອງສວນກາເຟເວົ້າວ່າ ຄົນງານເຮັດວຽກໃນສວນກາເຟ ໄດ້ຄ່າແຮງງານໜ້ອຍ, ແຕ່ກ່ອນຈະໄດ້ວັນລະແສນກີບ ເດືອນນຶ່ງຈະໄດ້ 1 ລ້ານປາຍຫາ 2 ລ້ານກີບ ແຕ່ຖ້າພວກເຂົາເຈົ້າໄປເຮັດວຽກຢູ່ໄທ ອາດຈະໄດ້ຫລາຍເຖິງ 10 ລ້ານປາຍກີບ. ເພື່ອແກ້ໄຂບັນຫາການຂາດ ເຂີນຄົນງານ ປັດຈຸບັນ ແມ່ນໄດ້ເພີ່ມຄ່າແຮງງານໃຫ້ຕື່ມ ເປັນວັນນຶ່ງ 2,500 ຫາ 3,000 ກີບ.

ດັ່ງທີ່ທ່ານເວົ້າວ່າ:

ຂາດເຂີນແຮງງານເພາະວ່າ ເງີນບ້ານເຮົາມັນເຟີ້ເນາະ ສະນັ້ນແຮງງານເຮົາມັນຈະຂ້າມໄປທໍາງານຢູ່ໄທ ເຮົາກໍຈ້າງຢູ່ ແຕ່ວ່າຄ່າແຮງມັນຕໍ່າ. ເຮົາຈ້າງເຮົາຈະຈ້າງເປັນວັນ ວັນລະແສນກີບກໍເດືອນນຶ່ງ ກໍລັ້ານປາຍ 2 ລ້ານນີ້ແຫລະ. ຕາມໜ້າວຽກກໍຖືກທໍ່ໃດພັນ ກໍ 3 ພັນ 4 ພັນບາດ, ຖ້າໄປທໍາງານຢູ່ໄທ ຈະໄດ້ເດືອນນຶ່ງໝື່ນປາຍ 2 ໝື່ນ ເຮົາກໍເພີ້ມແຮງງານເພີ້ມມູນຄ່າກໍກາເຟຂຶ້ນ, ແຕ່ກ່ອນເຮົາເກັບໂລລະພັນກີບເນາະ. ດຽວນີ້ກໍ 2 ພັນ 5 3 ພັນເຂົາກໍມາ ຄືແຮງງານເຂົາກໍມາ ມາເກັບກາເຟແລ້ວກໍກັບໄປຝັ່ງໄທຄືນ ກໍຍັງມີຄືກັນ.

ແລະຜູ້ຈັດຫາງານ ຢູ່ນະຄອນປາກເຊທ່ານນຶ່ງ ເວົ້າວ່າ ຄົນງານບາງສ່ວນຢາກໄດ້ຄ່າແຮງງານ ເປັນເດືອນ ແລະບາງສ່ວນກໍຍອມເຮັດວຽກ ແບບໄດ້ຄ່າຈ້າງຕາມໜ້າວຽກ ແຕ່ບໍ່ຕໍ່າກວ່າ 2,000 ກີບຕໍ່ກິໂລ ແລະຢາກໃຫ້ມີບ່ອນພັກໃຫ້ຢູ່

ເຮົາມີທີ່ພັກໃຫ້ເຂົາຮຽບຮ້ແຍ ເຂົ້ານໍ້າຂຶ້ນກັບເຂົາເອງ ຄົນຫັ້ນມາຫລາຍເຮັດໃຫ້ເຮົາລະອຽດ ມາຢູ່ ສົມມຸດວ່າ 2 ພັນນີ້ກມາ 2 ພັນສອງນີ້ກໍມາ ໂດຍ ດຽວນີ້ເຂົາຈ້າງກາເຟນ້ອຍກໍຂຶ້ນຢູ່ 2 ພັນແລ້ວ.

ບັນຫາການຂາດເຂີນ ຄົນງານໃນສວນກາເຟນີ້ ເກີດຂຶ້ນມາດົນເຕີບແລ້ວ, ສ່ວນກາເຟຂະໜາດໃຫຍ່ ຂອງບໍລິສັດຕ່າງໆ ໄດ້ຂໍໃຫ້ພະແນກແຮງງານ ແລະສະຫວັດດິການສັງຄົມ ຊ່ອຍແກ້ໄຂບັນຫາດັ່ງກ່າວ ມາຕັ້ງແຕ່ປີ 2020 ທີ່ມີການຂາດເຂີນຄົນງານຫລາຍ.

ດັ່ງເຈົ້າໜ້າທີ່ ຜູ້ຂໍສະຫງວນຊື່ແລະຕໍາແໜ່ງ ຢູ່ແຂວງ ຈໍາປາສັກທ່ານນຶ່ງກ່າວວ່າ:

ກາເຟນີ້ ແມ່ນຊ້ວງນັ້ນຂາດແຮງງານຫລາຍອີ່ຫລີ ແຕ່ປີ 2020 ພຸ້ນແຫລະເພາະວ່າເຮົາປະກາດເອົາແລ້ວກໍບໍ່ມີໃຜມາສະມັກ ຊິໄປເກັບກະເພາະກາເຟອີ່ຫຍັງນີ້ແຫລະ. ຫລາຍບໍລິສັດມາກໍບໍ່ເຫັນໃຜມາສະມັກ ຄືບໍລິສັດນຶ່ງນີ້ ປະມານຢາກໄດ້ 20 ຄົນ, 30 ຄົນ, 50 ຄົນຈັ່ງຊີ້ ມັນກໍບໍ່ເຫັນມາສະມັກຮອດ 10 ຄົນຫັ້ນນ່າ. ສ່ວນຫລາຍຂະເຈົ້າກໍໄປເອງຂະເຈົ້າຫັ້ນນ່າ ເພາະວ່າຄ່າຄອງຊີບມັນກໍບໍ່ມີອັນນັ້ນປານໃດ ເງິນເດືອນກໍບໍ່ພຽງພໍ.

ການຂາດເຂີນຄົນງານ ນອກຈາກໃນສວນກາເຟແລ້ວ ຢູ່ໂຮງງານອຸດສາຫະກໍາຫລາຍແຫ່ງ ແລະຫົວໜ່ວຍທຸລະກິດຕ່າງໆ ກໍຂາດເຂີນຫລາຍເຊັ່ນກັນ ດັ່ງທີ່ທ່ານ ໄຊບັນດິດ ຣາຊພົນ, ປະທານສະມາຄົມ ອຸດສາຫະກໍາ ຕັດຫຍິບລາວ ໄດ້ລາຍງານໃນມື້ວັນທີ 9 ມີນາ 2024 ນີ້ວ່າ ປັດຈຸບັນ ໃນອຸດສາຫະກໍາຕັດ ຫຍິບ ກໍາລັງຂາດແຄນຄົນງານຫລາຍພັນຄົນ, ສ່ວນນຶ່ງຍ້ອນວ່າ ເງິນກີບອ່ອນຄ່າ ແລະຄ່າຄອງຊີບເພີ່ມສູງຂຶ້ນ ເຮັດໃຫ້ຄົນງານບໍ່ຢາກໄປເຮັດວຽກ ໃນໂຮງ ງານຕັດຫຍິບ, ຄົນງານສ່ວນນຶ່ງຫລັ່ງໄຫລໄປເຮັດວຽກຢູ່ຕ່າງປະເທດ ແລະສ່ວນນຶ່ງກໍຫັນໄປປະກອບອາຊີບອື່ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org