ສິນຄ້າຈີນ ແລະຫວຽດນາມ ກໍາລັງຄອງຕະຫຼາດລາວ

ສິນຄ້າຈີນ ແລະຫວຽດນາມ ກໍາລັງຄອງຕະຫຼາດລາວ ຍ້ອນສິນຄ້າ ບໍ່ໄດ້ມາດຕະຖານ ແລະ ຄົນບໍ່ນິຍົມ ສິນຄ້າລາວ.

ຮູບພາບປະກອບ: ຮ້ານສິນຄ້າຈີນ ແຫ່ງໜຶ່ງ ຢູ່ນະຄອນຫຼວງວຽງຈັນ. ເດືອນພະຈິກ ປີ 2024. RFA

ປັດຈຸບັນ ຄົນລາວ ຍັງບໍ່ນິຍົມໃຊ້ສິນຄ້າ ທີ່ຜະລິດພາຍໃນລາວ ສ່ວນຫຼາຍ ຍັງນິຍົມໃຊ້ສິນຄ້າ ຈາກຕ່າງປະເທດກັນຢູ່ ໂດຍສະເພາະ ສິນຄ້າຂອງປະເທດໄທ ຈີນ ແລະຫວຽດນາມ ຍ້ອນມີຄຸນນະພາບດີກວ່າ ດັ່ງແມ່ຄ້າໃນນະຄອນຫຼວງວຽງຈັນ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 19 ມີນານີ້ ວ່າ:

“ດຽວນີ້ ຂອງຈີນມາຕີ ຂອງຫວຽດນາມແດ່ ເຮົາກໍໃຊ້ໄປ ສ່ວນຫຼາຍ ກໍນິຍົມຂອງໄທ ຫັ້ນແຫຼະ, ລຶ້ງມາແຕ່ໃດແລ້ວ ແຫຼະ. ສ່ວນຫຼາຍ ບ້ານເຮົາ ກໍບໍ່ມີ ກະມີນໍ້າຢາລ້າງຖ້ວຍ ແຟັບ ບາງເທື່ອ ມັນກະແພງສູສີກັນ ຫັ້ນນ່າ. ລື່ນກັນດ້າມໜ້ອຍ. ບາດນີ້ ມາລອງກະບໍ່ຄື ບາງເທື່ອ. ຜູ້ບໍ່ຖືກກະແພ້ ມືເປື່ອຍໄປຈັ່ງຊີ້ນ່າ. ເລື່ອງຄຸນນະພາບ ແມ່ນຫຍັງນີ້ນ່າ ກະຕ້ອງວ່າ ເຄີຍໃຊ້ໂຕໃດ ກໍຢາກໃຊ້ໂຕນັ້ນ ຂອງເຮົາວ່າຊີ້ສາ.”

ຄົນລາວ ລຶ້ງສິນຄ້າໄທ

ແລະອີກເຫດຜົນໜຶ່ງ ແມ່ນຄົນລາວ ຍັງລຶ້ງກັບການໃຊ້ສິນຄ້າ ຂອງໄທມາດົນ ເມື່ອລາວ ມີສິນຄ້າຈໍາໜ່າຍເອງໄດ້ ເປັນຕົ້ນນໍ້າຢາລ້າງຖ້ວຍ ແຟັບ ກໍບໍ່ຢາກປັບປ່ຽນ ແລະບາງຢ່າງ ລາຄາ ກໍບໍ່ໄດ້ຫຼຸດລື່ນກັນຫຼາຍ ຄິດວ່າເພີ່ມເງິນ ອີກຈັກໜ່ອຍ ກໍໄດ້ສິນຄ້າທີ່ມີຄຸນນະພາບ.

ຂະນະທີ່ຊາວລາວ ນາງໜຶ່ງ ກໍບໍ່ນິຍົມໃຊ້ສິນຄ້າ ຂອງລາວ ເຊັ່ນກັນ ເພາະສິນຄ້າລາວ ບໍ່ມີຄວາມຫຼາກຫຼາຍ ແລະ ຄຸນນະພາບ ກໍຍັງບໍ່ໄດ້ມາດຕະຖານ ຄືກັບສິນຄ້າ ຂອງຕ່າງປະເທດ, ດັ່ງນາງກ່າວວ່າ:                                          

“ສິນຄ້າລາວ ກໍບໍ່ຄ່ອຍມີ ຫັ້ນແຫຼະ. ບໍ່ຄ່ອຍມີໂຮງງານຜະລິດເຄື່ອງທົ່ວໄປຫຼາຍ ສ່ວນຫຼາຍ ມັນຈະເປັນສິນຄ້າໄທ ຫັ້ນນ່າ ຫຼາຍນ່າ, ຂອງໄທ ມັນຈະມີຫຼາຍແນວນໍ ເປັນປະເພດເຄື່ອງໃຊ້ ເຄື່ອງຍຸກ ເຄື່ອງກິນ ມັນກະຫຼຸດລື່ນເລັກໆ ໜ້ອຍໆ ກັນຊື່ໆ ນີ້ນ່າ. ຄັນເວົ້າເລື່ອງຄຸນນະພາບ ຂອງທ່ານ ມັນກໍດີກ່ອນ ຈັ່ງຊີ້ ກໍໄດ້ມາດຕະຖານກວ່າ.” 

ຜູ້ປະກອບການ ນາງໜຶ່ງ ກໍກ່າວວ່າ ສ່ວນໃຫຍ່ ກໍນິຍົມໃຊ້ສິນຄ້າ ຂອງໄທ ເຊັ່ນເຄື່ອງສໍາອາງ ໂລຊັນທາຜິວ. ສ່ວນສິນຄ້າ ຂອງລາວ ເຄີຍລອງໃຊ້ຢູ່ ແຕ່ເປັນປະເພດ ສິນຄ້າອໍແກນິກ ທີ່ຜະລິດຈາກທໍາມະຊາດ ກໍຖືວ່າໃຊ້ໄດ້ ແຕ່ກໍມັກຄືເກົ່າ ເມື່ອທຽບລາຄາ ກໍແພງກວ່າຂອງໄທ.

“ພວກເຄື່ອງສໍາອາງ ກໍໃຊ້ຂອງໄທ ວາສລິນທາຜິວ ຈັ່ງຊີ້. ບ້ານເຮົາ ມັນກໍບໍ່ມີເດ ຂອງລາວ ເອື້ອຍໃຊ້ຢູ່ ບາງຢ່າງ ຄືເອື້ອຍຊື້ມາ ໃຊ້ກໍມີແຕ່ພວກອໍແກນິກ ກະຈະພວກແບບວ່າ ແກ້ຜົມລ່ວງ ຈັ່ງຊີ້. ເຮົາໄດ້ໃຊ້ ເຮົາກໍວ່າເຮົາແພງ ຂວດໜຶ່ງ ກໍປະມານ 300 ບາດ ສ່ວນຫຼາຍ ກໍມີແຕ່ຂອງໄທ ຫັ້ນແຫຼະ.”

ລາວ ບໍ່ສົ່ງເສີມ ສິນຄ້າພາຍໃນປະເທດ

ພ້ອມດຽວກັນນີ້ ເຈົ້າໜ້າທີ່ກະສິກໍາ ແລະປ່າໄມ້ ແຂວງວຽງຈັນ ທ່ານໜຶ່ງ ໄດ້ຍອມຮັບວ່າ ທີ່ລາວ ຍັງບໍ່ປະສົບຜົນສໍາເລັດ ໃນການສົ່ງເສີມ ໃຫ້ໃຊ້ສິນຄ້າພາຍໃນປະເທດ ກໍຍ້ອນວ່າ ພາຍໃນລາວ ບໍ່ມີການລົງສົ່ງເສີມ ໂຄສະນາເຖິງສິນຄ້າວ່າ ມີຄຸນນະພາບ ຢ່າງຈິງຈັງ ແລະ ສ່ວນໜຶ່ງ ສິນຄ້າ ຂອງລາວ ອາດຈະແພງກວ່າສິນຄ້ານໍາເຂົ້າ ແລະ ຄວາມລຶ້ງຂອງຄົນ ກໍບໍ່ຢາກປັບປ່ຽນ:

“ໜຶ່ງ ເຮົາກະບໍ່ທັນໄດ້ລົງ ຊຸກຍູ້ສົ່ງເສີມເຂົາເຈົ້າ ບໍໃຫ້ເຫັນວ່າ ຜົນທີ່ວ່າເຮົານໍາໃຊ້ ໄດ້ຮັບຜົນທີ່ດີ. ໂຕສິນຄ້າ ຂອງລາວ ເຮົານີ້ ຕ້ອງໄປສົ່ງເສີມໃຫ້ເຫັນ. ສອງມາ ກະບາງຢ່າງ ມັນອາດຈະແພງກວ່າສິນຄ້ານໍາເຂົ້າ ບໍ່ຫັ້ນນ່າ.”


ຂ່າວ ກ່ຽວກັນ

ຂາດການບັງຄັບໃຊ້ກົດໝາຍ ຢ່າງຈິງຈັງກັບຜູ້ເອົາສິນຄ້າ ໜີພາສີເຂົ້າປະເທດ

ລາວ-ຫວຽດນາມ ເພີ່ມທະວີຄວາມຮ່ວມມື ດ້ານເສດຖະກິດ

ຄົນລາວບໍ່ນິຍົມໃຊ້ ສິນຄ້າລາວ ເພາະຄຸນນະພາບ


ຢ່າງໃດກໍຕາມ ຕະຫຼອດ ປີ 2024 ຈົນມາຮອດປັດຈຸບັນ ປະເທດລາວ ນໍາເຂົ້ານໍ້າມັນເຊື້ອໄຟ ແລະສິນຄ້າອຸປະໂພກ-ບໍລິໂພກ ຈາກຕ່າງປະເທດ ຫຼາຍກວ່າ ສົ່ງອອກສິນຄ້າ, ເຮັດໃຫ້ລາວ ປະສົບບັນຫາຂາດດຸນການຄ້າ ເປັນຕົ້ນ ເດືອນ ມັງກອນ ຫາ ພະຈິກ ປີ 2024, ລາວຂາດດຸນການຄ້າ ທຸກເດືອນ ລວມເປັນມູນຄ່າ 1 ຕື້ 375 ລ້ານ ໂດລ້າ ສະຫະລັດ ໃນຂະນະທີ່ການສົ່ງເສີມ ການຜະລິດພາຍໃນປະເທດ ຍັງເປັນໄປໄດ້ຍາກ ຍ້ອນງົບປະມານ ແລະໂຄງຮ່າງພື້ນຖານ ບໍ່ພຽງພໍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org