ຈີນ,ວຽດນາມ ຄ້າຂາຍຢູ່ ຫຼວງພຣະບາງ

ສິດນີ
2017.06.26
F-LP ແມ່ຄ້າຊາວຂາຍ ຕາມແຄມທາງ ຢູ່ເມືອງຫຼວງພຣະບາງ
Screen captured

ຕລາດຢູ່ເມືອງຫລວງພຣະບາງ ມີຄົນຈີນ ແລະຄົນວຽດນາມ ເຂົ້າມາຄ້າຂາຍ ຫລາຍຂື້ນ ໃນທຸກມື້ນີ້ ດ້ວຍການເຊົ່າຮ້ານ ຂາຍເຄື່ອງຍົກ ປະເພດ ເສື້ອຜ້າ ກະເປົ໋າ ຄາດວ່າ ມີພໍ່ຄ້າແມ່ຄ້າ ຊາວວຽດນາມ ໃນຕລາດເມືອງຫຼວງພຣະບາງ ໃນປັດຈຸບັນ ປະມານ 20 ປາຍຮ້ານ ແລະ ຄົນຈີນ ປະມານ 10 ປາຍຮ້ານ ຫຼາຍກວ່າ ຈຳນວນຮ້ານເຊົ່າ ຂອງ ຄົນລາວໃນຕລາດ. ດັ່ງຜູ້ຈັດການຕລາດແຫ່ງນື່ງ ຢູ່ເມືອງ ຫລວງພຣະບາງ ເວົ້າວ່າ:

"ມີລາວ ແລ້ວກໍມີວຽດນາມ ແລະຈີນ ຢູ່ໃນຕລາດ ສິບປາຍຫ້ອງ ດຽວນີ້ ເຂົາເອົາສີບາຍ ຄົນນະຈີນນະ ວຽດນາມ ມີມ້ອງ ຊາວປາຍ ຄົນລາວນີ້ ບໍ່ຫລາຍແລ້ວຄົນລາວນະ".

ທ່ານວ່າ ຜູ້ເຊົ່າຄົນຈີນ ມັກເຊົ່າ ສອງ-ສາມຫ້ອງ ພ້ອມກັນ ສີນຄ້າສ່ວນໃຫຍ່ ເປັນກະເປົ໊າ ແລະ ເສື້ອຜ້າ ແລະສ່ວນຫລາຍ ນຳເຂົ້າມາ ຈາກຈີນ. ການທີ່ຮ້ານຄ້າລາວ ຫຼຸດໜ້ອຍລົງ ກໍຍ້ອນວ່າສິນຄ້າ ທີ່ແມ່ຄ້າລາວ ເອົາເຂົ້າຂາຍນັ້ນ ຣາຄາຈະສູງກວ່າ ຂອງ ຄົນຈີນ ແລະ ຄົນວຽດນາມ ຈື່ງບໍ່ສາມາດ ແຂ່ງຂັນ ກັບ ພວກຂະເຈົ້າໄດ້ ເຮັດໃຫ້ ແມ່ຄ້າຄົນລາວ ບາງຄົນ ໄປຂາຍຕາມແຄມທາງ.

ເຈົ້າຫນ້າທີ່ ກະຊວງອຸດສາຫະກັມ ແລະການຄ້າ ໄດ້ຈັດສັນບ່ອນຂາຍ ຕາມແຄມທາງໃຫ້ ແລະສ່ວນໃຫຍ່ ຈະເປັນກຸ່ມແມ່ຄ້າຄົນລາວ ທີ່ ບໍ່ສາມາດ ເສັຽຄ່າເຊົ່າຮ້ານ ໃນຕລາດໄດ້:

"ຕລາດຄົນຕ່າງຊາດ ບໍ່ມີຕລາດສະເພາະ ເຮົາມີແລ້ວ ແຕ່ຂະເຈົ້າ ມາຂາຍທົ່ວທາງຍ່າງ ແທ້ໆນີ້ນະທີ່ເຮົາ ເວົ້າຈັດສັນເຂົາຂາຍ ໃຫ້ເປັນ ຣະບຽບຮຽບຮ້ອຍ ຈັດສັນເພື່ອ ການຍ່າງ ການສັນຈອນ".

ຢູ່ເມືອງຫລວງພຣະບາງ ມີຕລາດຢູ່ ສີ່ແຫ່ງ ສ່ວນໃຫຍ່ ຈະເກັບຄ່າເຊົ່າ ສຳລັບຄົນລາວ ມື້ລະ 2 ພັນກີບ ເທົ່ານັ້ນ ແຕ່ຍັງມີພໍ່ຄ້າ ແລະ ແມ່ຄ້າລາວ ຫລາຍຄົນ ບໍ່ຍອມເຂົ້າ ໄປຂາຍ ເພາະວ່າຄິດວ່າ ມັນແພງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.