ຄົນຂັບຣົຖຂົນສົ່ງຈີນ ໄດ້ສິດແຊງຄີວ ຄົນຂັບຣົຖ ຊາວລາວ

ບັນຫາ ຄົນຂັບຣົຖຊາວຈີນ ມັກແຊງຄີວ ຣົຖບັນທຸກລາວ ຢູ່ດ່ານສາກົລ ບໍ່ເຕັນ ຊຶ່ງມີເຈົ້າໜ້າທີ່ ໃຫ້ຄວາມສະດວກ ຊຶ່ງສ້າງຄວາມເດືອດຮ້ອນ ແລະ ຄວາມບໍ່ເປັນທັມ ໃຫ້ຄົນຂັບຣົຖຂົນສົ່ງ ທີ່ປະຕິບັດຕາມ ຣະບຽບ.

ເຂດດ່ານສາກົນ ບໍ່ເຕັນ ແຂວງຫຼວງນ້ຳທາ, ເດືອນທັນວາ 2021 RFA

ບັນຫາຣົຖຕິດຢູ່ດ່ານສາກົລບໍ່ເຕັນ ແຂວງຫລວງນໍ້າທາ ຍັງເປັນບັນຫາທີ່ແກ້ບໍ່ຕົກ ແລະຍັງສືບຕໍ່ເລື້ອຍໆ ສາເຫດນຶ່ງ ຍ້ອນຄົນຂັບຣົຖບັນທຸກ ຊາວຈີນມັກຂັບຣົຖແຊງຄີວ ຣົຖບັນທຸກລາວ ເພື່ອທີ່ຈະໄປຮອດໜ້າດ່ານສາກົລບໍ່ເຕັນ ໃຫ້ໄວທີ່ສຸດ ໂດຍມີເຈົ້າໜ້າທີ່ລາວ ບາງຄົນໄດ້ໃຫ້ຄວາມສະດວກ ແກ່ຣົຖບັນທຸກຄົນຈີນ ແຊງໄປກ່ອນ ເຮັດໃຫ້ຄົນຂັບຣົຖບັນທຸກ ຄົນລາວໄດ້ຮັບຄວາມເດືອດຮ້ອນ ແລະບໍ່ໄດ້ຮັບຄວາມເປັນທັມ.

ດັ່ງຜູ້ປະກອບການ ຂັບຣົຖບັນທຸກທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 14 ກຸມພາ ນີ້ວ່າ:

ເຖົ້າແກ່ ໄປເຄັລຍ ເຖົ້າແກ່ສິນຄ້າ ເອົາເງິນເຄັຣຍໃຫ້ເຈົ້າໜ້າທີ່ ກາແຊງໄປເລີຍແລ້ວ ເຮົາກາຕ້ອງໄດ້ລໍຕໍ່ໄປຊິນ່າ ເຈົ້າໜ້າທີ່ກາເຄັຣຍທາງໃຫ້ ເຂົາມາເຄັຣຍກັນຂື້ນໄປໜ້າດ່ານພຸ້ນຖືວ່າເກືອບຮອດ 100 ຄັນພຸ້ນເດງ່າຍກວ່າເກົ່າດຽວນີ້ນ່າ.

ທ່ານກ່າວຕື່ມວ່າ ເຖິງແມ່ນລາວເອງ ແລະຄົນຂັບຣົຖບັນທຸກຊາວລາວ ອີກຫລາຍຄັນຈະຖືບັດຄີວ ທີ່ອອກໃຫ້ໂດຍເຈົ້າໜ້າທີ່ ເພື່ອໄວ້ສຳລັບລໍຖ້າ ຜ່ານໄປຍັງໜ້າດ່ານສາກົລ ບໍ່ເຕັນກໍ ຕາມແຕ່ກໍຍັງຖືກຣົຖບັນທຸກຈີນ ຫລາຍຄັນຂັບແຊງ ແລະກໍບໍ່ເຫັນເຈົ້າໜ້າທີ່ ມີການປັບໄຫມຄົນຂັບຣົຖ ບັນທຸກຈີນນັ້ນເທື່ອ. ດັ່ງນັ້ນຈຶ່ງຢາກໃຫ້ ພາກສ່ວນທີ່ກ່ຽວຂ້ອງ ລົງພື້ນທີ່ຕິດຕາມກວດກາຕື່ມ ເພື່ອໃຫ້ຄວາມເປັນທັມ ແກ່ຄົນຂັບຣົຖບັນທຸກທີ່ເຮັດຕາມກົດລະບຽບ.

ໃນຂະນະທີ່ຜູ້ປະກອບການ ຂັບຣົຖບັນທຸກອີກທ່ານນຶ່ງ ທີ່ກຳລັງມຸ້ງໜ້າໄປຍັງດ່ານສາກົລ ບໍ່ເຕັນກ່າວວ່າບັນຫາຣົຖຕິດ ຍັງຈະແກ່ຍາວອີກດົນ ແລະບັນຫາຄົນຈີນຂັບຣົຖແຊງ ຄົນຂັບລົດຄົນລາວ ໂດຍໃຫ້ເຈົ້າໜ້າທີ່ບາງຄົນ ອຳນວຍຄວາມສະດວກນັ້ນ ກໍຍັງຈະແກ້ໄດ້ຍາກ ຍ້ອນຄົນຈີນສ່ວນນຶ່ງ ບໍ່ຢ້ານກົດໝາຽລາວ.

ດັ່ງທ່ານໄດ້ກ່າວວ່າ:

ຄືວ່າແຫລະ ເຂົາມາເຂົາກາເປັນຄົນຈີນ ແບບວ່າແບບບໍ່ມີຄວາມເກັງໃຈ ຈັ່ງໃດນ່າບໍ່ຢ້ານຫຍັງແນ່ ບາງຄົນເຂົາກາຊື້ເຈົ້າໜ້າທີ່ ຈ້າງເຈົ້າໜ້າທີ່ແດ່ 6-7 ຄືນແລ້ວ ຍັງບໍ່ເຖິງເທື່ອຍັງບໍ່ຮອດບ້ານ ບໍ່ເຕັນເທື່ອ.

ເມື່ອບໍ່ດົນມານີ້ ຜູ້ປະກອບການຂັບຣົຖບັນທຸກສິນ ຄ້າທ່ານນຶ່ງທີ່ຍັງຕິດຄາຢູ່ດ່ານສາກົລ ບໍ່ເຕັນ ກໍໄດ້ສະແດງຄວາມບໍ່ພໍໃຈ ທີ່ຖືກຣົຖບັນທຸກຂອງຄົນຈີນ ຂັບແຊງ ແລະໄດ້ຮັບສິດໃຫ້ໄປເຖິງໜ້າ ດ່ານສາກົລບໍ່ເຕັນກ່ອນ. ດັ່ງນັ້ນຈຶ່ງຢາກໃຫ້ ເຈົ້າໜ້າທີ່ມາກວດສອບ.

ດັ່ງທ່ານກ່າວຜ່ານສື່ສັງຄົມອ໋ອນລາຍນ໌ວ່າ:

ຈຳນວນຣົຖທີ່ວ່າມານີ້ ແມ່ນເຈົ້າໜ້າທີ່ໃຫ້ມາບໍ່ ຫລືວ່າຂະເຈົ້າໃຫ້ມາ ກາບໍ່ຮູ້ຜູ້ທີ່ວ່າຖ້າ ຫລາຍມື້ແລ້ວມັນກາຢາກໄປຄືກັນທຸກຄົນ ກາມາຫາເງິນແຕ່ເຈົ້າໜ້າທີ່ ເຂົາບໍ່ເຮັດວຽກ ດຽວນີ້ນ່າບາງຄົນກາວ່າ ຣົຖເຖົ້າແກ່ໝາກໂມນີ້ເສັຽເງິນໃຫ້ແລ້ວ ປ່ອຍໃຫ້ມາຜູ້ໃຫຍ່ບ້ານເມືອງ ມາເບິ່ງນຳກັນເດີ້.

ສ່ວນຊາວບ້ານໃກ້ຄຽງ ອີກທ່ານນຶ່ງກໍເຊື່ອວ່າ ການແກ້ໄຂບັນຫາຣົຖຕິດ ຢູ່ດ່ານສາກົລບໍ່ເຕັນຍັງຈະໃຊ້ເວລາອີຫລາຍ ໃນການແກ້ໄຂ ຍ້ອນນອກຈາກດ່ານ ເບື້ອງຈີນມີການຈຳກັດ ຈຳນວນນຣົຖບັນທຸກ ຈາກລາວແລ້ວ. ບັນຫາການຂັບຣົຖແຊງກັນ ກໍເປັນອີກສາເຫດນຶ່ງ ທີ່ເຮັດໃຫ້ບັນຫາຣົຖຕິດ ມີຄວາມຫຍຸ້ງຍາກຫລາຍຂື້ນ.

ດັ່ງທ່ານໄດ້ກ່າວວ່າ:

ຍັງຕິດນ່າ ໂອຫລາຍໂລເຕີບຍັງຊິແກ່ຍາວແລ້ວ ກາເບິ່ງ ກໍບາງຄັນລະເມີດ ກົດຈາຣະຈອນ ມາກາມາຄ້າງມາຕິດມື້ນຶ່ງ ຂະເຈົ້າກາປ່ອຍໄປ ເທື່ອນຶ່ງຣົຖບັນທຸກສິນຄ້າຫັ້ນນ່າ.

ທາງດ້ານເຈົ້າໜ້າທີ່ ຢູ່ດ່ານສາກົລບໍ່ເຕັນທ່ານນຶ່ງກ່າວວ່າ ສຳລັບບັນຫາທີ່ມີຜູ້ຂັບຣົຖ ແຊງຄີວກັນຢູ່ດ່ານສາກົລ ບໍ່ເຕັນນັ້ນ ຫາກເຈົ້າໜ້າທີ່ກວດພົບ ກໍຈະກັກໂຕ ແລະປັບໄໝ ແລະກໍບໍ່ມີນະໂຍບາຍ ໃຫ້ເຈົ້າໜ້າທີ່ຜູ້ໃດ ໃຫ້ຄວາມສະດວກ ແກ່ຣົຖບັນທຸກຂອງຄົນຈີນ ຫລາຍກວ່າຄົນລາວ.

ດັ່ງທ່ານກ່າວວ່າ:

ມື້ກ່ອນ ກາໄດ້ຍິນເຂົ້າເວົ້າຢູ່ ແຊງຄີວກາມີ ແຕ່ເຈົ້າໜ້າທີ່ ເອົາມາອັນນັ້ນໂລດແຫລະ ເພິ່ນກາມີລະບຽບຂອງເພິ່ນ ເອີດີຂື້ນຫລາຍດຽວນີ້ ມາຕາມຄີວມາ ຕາມຄີວນີ້ພຸ້ນແຫລະ ຕັ້ງແຕ່ນາເຕີຍພີ້ຂື້ນມາ.

ຫລ້າສຸດໃນໂອກາດທີ່ ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວ ໄດ້ເຄື່ອນໄຫວເຮັດວຽກ ຢູ່ແຂວງຫລວງນໍ້າທາ ໃນລະຫວ່າງວັນທີ 7-8 ກຸມພາທີ່ຜ່ານມາ. ທ່ານ ທອງລຸນ ສີສຸດລິດ ໄດ້ໃຫ້ທິດຊີ້ນຳແກ່ທາງການແຂວງຫລວງນໍ້າທາ ເພື່ອແກ້ໄຂບັນຫາຣົຖຕິດ ຢູ່ດ່ານສາກົລບໍ່ເຕັນ ແລະທ່ານກໍຢືນຢັນວ່າຈະຫາລືກັບ ນາຍົກຣັຖມົນຕຣີ ເພື່ອຊອກຫາວິທີແກ້ໄຂບັນຫາ ແລະບໍ່ໃຫ້ບັນຫາແກ່ຍາວເກີນໄປ ຍ້ອນສ້າງຄວາມຫຍຸ້ງຍາກ ໃຫ້ແກ່ການສົ່ງອອກສິນຄ້າ ຈາກລາວໄປຈີນ.

ປັດຈຸບັນຣົຖບັນທຸກສິນຄ້າ ຈາກລາວສາມາດອອກຈາກດ່ານສາກົລ ບໍ່ເຕັນ ໄປດ່ານສາ ກົລບໍ່ຫານ ໄດ້ພຽງແຕ່ 150-200 ຄັນ, ໂດຍອີງໃສ່ມາຕການ ປ້ອງກັນໂຄວິດ-19 ເບື້ອງດ່ານບໍ່ຫານຂອງຈີນ ເຮັດໃຫ້ຣົຖບັນທຸກຕິດຄ້າງ ແລະແອອັດຢ່າງຫລວງຫລາຍ ຢູ່ດ່ານສາກົລບໍ່ເຕັນ. ໃນຂະນະທີ່ ໄລຍະຜ່ານມາທາງການແຂວງຫລວງນໍ້າທາ ກໍໄດ້ປະສານງານ ກັບຄະນະສະເພາະກິດ ເມືອງຫລ້າຂອງຈີນ ເພື່ອຫາລືແກ້ໄຂບັນຫາແລ້ວ ຫລາຍເທື່ອ ແລະສາມາດແກ້ໄຂໄດ້ແລ້ວ ໃນລະດັບນຶ່ງ ແຕ່ກໍມີຣົຖບັນທຸກ ຂອງຄົນລາວ ແລະຂອງຄົນຈີນ ທີ່ຍັງຕິດຄ້າງເພື່ອລໍຖ້າ ອອກໄປເບື້ອງດ່ານຈີນ. ອີງຕາມການຣາຍງານ ຂອງທ່ານ ຄຳໄຫລ ສີປະເສີດ ເຈົ້າແຂວງ ແຂວງຫລວງນໍ້າທາ ຕໍ່ປະທານປະເທດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org