ຈີນປັ່ນປ່ວນການຄ້າຂາຍ ຂ.ອຸດົມໄຊ

ມະນີຈັນ
2016.10.30
F-Oudomxay ວຽກງານຫັຖກັມ ຂອງຊົນເຜົ່າຂະມຸ ໃນແຂວງອຸດົມໄຊ
Screen captured from visit Oudaomxay video

ຄົນຈີນ ຈໍານວນຫຼວງຫຼາຍ ເຂົ້າມາ ເຮັດວຽກ ເຮັດ ທຸຣະກິຈ ຢູ່ແຂວງ ອຸດົມໄຊ ທັງຖືກ ແລະຜິດ ກົດໝາຍ ດ້ານ ບໍຣິການ, ຂາຍເຄື່ອງ ຂອງ ແລະ ການປູກຝັງ ຢູ່ ແຂວງ ອຸດົມໄຊ ພາກເໜືອ ຂອງລາວ ເຮັດໃຫ້ ຄົນລາວ ບໍ່ສາມາດ ດຳເນີນ ກິຈການ ປະເພດ ດຽວກັນໄດ້ ຍ້ອນວ່າ ຄົນຈີນ ເອົາຄ່າ ບໍຣິການ ຫຼື ຂາຍສິນຄ້າ ຣາຄາ ຕ່ຳກວ່າ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ແຂວງ ອຸດົມໄຊ ຕໍ່ RFA ວ່າ:

"ຂາຍເຄື່ອງຫຍັງ ກໍມີໝົດ ມີຢູ່່ຂາຍເຄື່ອງ ເຮັດສວນກ້ວຍ ບໍ່ວ່າ ເປັນຂແນງ ອຸດສາຫະກັມ ກະສິກັມ ບໍຣິຫານ ສ່ວນຫຼາຍ ກໍແມ່ນຄົນຈີນ ແຫຼະ ຄົນວຽດ ກໍສ່ວນໜ້ອຍຢູ່ ມີແຕ່ຄົນຈີນ ແມ່ນແລ້ວ ກໍເກືອບ ສອງສາມ ໝື່ນ ພຸ້ນແຫຼະ".

ທ່ານກ່າວຕື່ມວ່າ ນັກທຸຣະກິດ ຈີນ ທີ່ເຂົ້າມາ ເຮັດ ທຸຣະກິຈ ແລະ ສ້າງຕັ້ງ ໂຮງງານ ຢູ່ລາວ ສ່ວນຫຼາຍ ມັກ ຈະນຳເອົາ ຄົນງານຈີນ ເຂົ້າມານຳ ໂດຍສະເພາະ ຄົນງານ ທີ່ມີສີມື, ສ່ວນໜ້ອຍ ທີ່ຈະຈ້າງ ຄົນງານລາວ.

ກ່ຽວກັບເຣຶ່ອງນີ້ ປະຊາຊົນ ຢູ່ແຂວງ ອຸດົມໄຊ ກ່າວຕໍ່ RFA ວ່າ ຕອນນີ້ ຄົນລາວ ບໍ່ສາມາດ ຂາຍເຄື່ອງ ຂາຍຂອງ ແຂ່ງກັບຄົນຈີນ ທີ່ເຂົ້າມາ ເປີດຮ້ານ ຂາຍເຄື່ອງ ນັ້ນໄດ້ ຍ້ອນພວກເຂົາ ຂາຍຣາຄາ ຕ່ຳກວ່າ ຮວມທັງ ຣົດຈັກ ພວກເຂົາ ກໍຂາຍ ໃນຣາຄາ ຖືກກວ່າ:

"ຈີນມາຢູ່ຂາຍເຄື່ອງ ຍ່ອຍແນ່ ມາຂາຍ ສັກພັກ ຈະຂາຍຣົດຈັກ ຣົດຫຍັງ ມັນກໍເຮັດ ກັນໄປໝົດນະ ຄົນລາວນີ້ ກໍ່ຖອຍໃຫ້ ບໍ່ສາມາດ ຈະແຂ່ງຂັນ ກັບຈີນໄດ້ ເວລາ ເບື້ອງຕົ້ນນີ້ ມັນຂາຍ ຣາຄາຖືກ ກວ່າເຮົາ ຕົວຢ່າງວ່າ ຣົດໄຖນາ ເດີນຕາມຫລັງ ມັນຂາຍ ຄັນນຶ່ງມີແຕ່ 9 ລ້ານ 5 ອ້າຍລາວ ນີ້ຂາຍ ຄັນລະ 11 ລ້ານ 5 ແສນ ນໍ ຜົລສຸດທ້າຍ ລາວດຳເນີນ ໄປບໍ່ໄດ້".

ທ່ານກ່າວຕື່ມວ່າ ຍ້ອນຄົນລາວ ມັກຊື້ ສິນຄ້າໄທ ຫຼາຍກວ່າ ສິນຄ້າຈີນ. ຍ້ອນຈີນ ມັກປອມແປງ ສິນຄ້າ ເມື່ອ ເປັນແນວນັ້ນ ພໍ່ຄ້າຈີນ ຈຶ່ງມັກຕິດ ສະຕິກເກີ ໄທ ໃສ່ ສິນຄ້າຈີນ ແລ້ວນຳ ມາຂາຍ ໃຫ້ຄົນລາວ.

ແຂວງອຸດົມໄຊ ເປັນແຂວງນຶ່ງ ທີ່ມີຊາຍແດນ ຕິດກັບ ປະເທດຈີນ ແລະ ມີຄົນຈີນ ເຂົ້າມາລົງທຶນ ເຮັດສວນກ້ວຍ, ສວນ ຢາງພາລາ, ມາຄ້າຂາຍ ແລະເຮັດ ທຸຣະກິດ ຕ່າງໆ ເປັນຈຳນວນ ຫຼວງຫຼາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.