ຈີນເລີກລົ້ມເຂດເສຖກິຈ ມ.ປາກແບງ
2016.08.07
ນັກລົງທຶນຈີນ ຣາຍນຶ່ງ ທີ່ເຄີຍເຂົ້າມາສໍາຣວດ ເນື້ອທີ່ຢູ່ ເມືອງ ປາກແບງ ແຂວງ ອຸດົມໄຊ ເມື່ອປີກາຍ ເພື່ອ ສ້າງເຂດເສຖກິດ ສະເພາະ ຢູ່ບ້ານປາກເງີຍ ນັ້ນ ໄດ້ຖອນຕົວ ບໍ່ເຮັດ ການສໍາຣວດ ຕໍ່ແລ້ວ ຊຶ່ງ ກໍອາດຍ້ອນ ມີບັນຫາດ້ານ ເງິນລົງທຶນ. ດັ່ງ ເຈົ້າໜ້າທີ່ ຜແນກ ອຸດສາຫະກັມ ການຄ້າ ແຂວງ ອຸດົມໄຊ ກ່າວຕໍ່ RFA ເມື່ອ ວັນທີ 5 ສິງຫາ ນີ້ວ່າ:
"ສ່ວນນຶ່ງເພິ່ນວ່າ ຄົນຈີນ ສິມາເຮັດ ແລ້ວດຽວນີ້ ຫາຍໄປ ບໍ່ເຫັນມາ ກະສິແມ່ນ ຂະເຈົ້າ ມາສຶກສາ ຄວາມເປັນໄປໄດ້ ແນວໃດ ກະບໍ່ຮູ້ ເນາະ ບາງທີ ມັນກະສິ ເປັນບັນຫາ ຂາດທຶນຮອນ ຂອງເພິ່ນບໍ່ ຫລືວ່າແນວໃດ ບໍ່ເຂົ້າໃຈ ບໍ່ຮູ້ຈັກ ນໍາເພິ່ນ".
ນັກລົງທຶນຈີນ ຜູ້ນີ້ ຢາກສ້າງ ເຂດເສຖກິດ ສະເພາະ ຢູ່ ບໍຣິເວນ ຂົວປາກເງີຍ ຊຶ່ງມີເນື້ອທີ່ ຢູ່ປະມານ 50 ເຮັກຕາ ເພື່ອສ້າງ ທັງໂຮງແຮມ ເຮືອນພັກ ສູນການຄ້າ ແລະ ສູນ ບໍຣິການ ຕ່າງໆ ເພື່ອໃຫ້ເປັນ ບ່ອນພັກ ຂອງ ນັກທ່ອງທ່ຽວ ທີ່ ຈະເດີນທາງ ໄປຮອດ ແຂວງ ຫຼວງພຣະບາງ ຊຶ່ງ ຈະສ້າງວຽກງານ ແລະ ຣາຍໄດ້ໃຫ້ ປະຊາຊົນ ທ້ອງຖິ່ນ ແຕ່ ຍັງບໍ່ທັນ ລົງມືສ້າງ ກໍກັບໄປ ຈີນ ກ່ອນ.
ທ່ານກ່າວອີກວ່າ ປັດຈຸບັນ ຍັງບໍ່ມີ ນັກລົງທຶນ ຜູ້ໃໝ່ ສົນໃຈຢາກ ເຮັດໂຄງການ ນັ້ນແທນ. ແຕ່ ເຖິງຢ່າງໃດກໍຕາມ ທາງການ ເມືອງປາກແບງ ກໍຍັງສງວນ ດິນເຂດ ນັ້ນໄວ້ຢູ່ ແລະ ຍັງເປີດຮັບ ນັກລົງທຶນ ທີ່ຢາກເຂົ້າມາ ສໍາຣວດ ແລະ ຢາກເປັນຜູ້ ສັມປະທານ ໂຄງການ ເຂດເສຖກິດ ແຫ່ງນີ້.
ໂຄງການເຂດເສຖກິດສະເພາະ ເມືອງປາກແບງ ຈະເປັນນຶ່ງ ໃນຈໍານວນ ເຂດເສຖກິດ 5 ແຫ່ງ ຂອງ ແຂວງອຸດົມໄຊ ຮວມທັງ ເຂດນໍ້າກັດ, ເຂດຖໍ້າຈອມ ອ່າງຫີນ, ເຂດ ເມືອງຫລາ ເມືອງຂວາ ແລະ ເຂດ ການຄ້າ ຊາຍແດນ ບ້ານຂວາງ ນາໝໍ້ ຊຶ່ງ ມາຮອດດຽວນີ້ ແຕ່ລະ ໂຄງການ ຍັງບໍ່ມີ ຄວາມຄືບໜ້າ ບໍ່ເປັນໄປຕາມ ທີ່ທາງການ ແຂວງ ອຸດົມໄຊ ໄດ້ຕັ້ງ ເປົ້າໝາຍໄວ້.