ການລົງທຶນ ຂອງຈີນ ໃນລາວ ນັບມື້ຫຼາຍຂຶ້ນ

ອຸ່ນ​ແກ້ວ ສຸກ​ສະ​ຫວັນ
2021.08.31
ການລົງທຶນ ຂອງຈີນ ໃນລາວ ນັບມື້ຫຼາຍຂຶ້ນ ໂຮງງານ ບໍຣິສັດ ຊັນເປເປີ ຂອງຈີນ ສົ່ງຜົລກະທົບ ຕໍ່ຊາວເມືອງເຊໂປນ ທັງບັນຫາທີ່ດິນ ແລະ ມົລພິດນໍ້າເສັຽ.
ພາບຈາກ: ວີດີໂອ ຂ່າວສານ ພະລັງງານ ແລະ ບໍ່ແຮ່

ເມື່ອບໍ່ດົນມານີ້, ຣັບຖານ ໄດ້ປະກາດວ່າ ນັບແຕ່ປີ 1989 ມາເຖິງ ປັດຈຸບັນ ຈີນ ໄດ້ເຂົ້າມາ ລົງທຶນ ຢູ່ປະເທດລາວ ມີມູນຄ່າ ປະມານ 16 ຕື້ ໂດລາ, ແຕ່ນັກວິຊາການ ເຫັນວ່າ ຕົວເລກ ການລົງທຶນ ບໍ່ແມ່ນ ຕົວຊີ້ວັດ ທີ່ຈະເຮັດໃຫ້ ປະຊາຊົນ ສ່ວນໃຫຍ່ ໄດ້ຮັບ ຜົລປໂຍດ ຈາກການລົງທຶນ ໃນຂນະດຽວກັນ ປະຊາຊົນ ພັດໄດ້ຮັບ ຜົລກະທົບ ຈາກໂຄງການລົງທຶນ ຂອງຈີນຫຼາຍ ແບບປະເມີນຄ່າ ບໍ່ໄດ້.

ນັກວິຊາການ ລາວ ທ່ານນຶ່ງ ໄດ້ໃຫ້ສັມພາດ ຕໍ່ວິ​ທ​ຍຸເອເຊັຽເສຣີ ວ່າ:

ນັກຂ່າວ: ຈີນນີ້ ມາລົງທຶນ ເປັນອັນດັບນຶ່ງ ໃນລາວ 16 ຕື້ໂດລາ ແຕ່ວ່າ ເພິ່ນຊິເອົາ ໂຕນີ້ ມາເປັນ ໂຕຊີ້ວັດເລີຍ ໄດ້ບໍ່?

ນັກວິຊາການ: ຕາມນັກພັທນາ ເຂົາເວົ້ານີ້ ຊິເອົາ GDP ມາໄລ່ ໃສ່ຫົວຄົນ ລະວ່າ ເຮົາພັທນາ ເປັນຮອດໃສ ແລ້ວຫັ້ນນ່າ ຂະເຈົ້າ ກະບໍ່ຄ່ອຍ ຍອມຮັບ ການລະນ່າ ດຽວນີ້ເນາະ.

ຄືນັກພັທນາ ທາງດ້ານສັງຄົມ ເຮົາກະຮູ້ແລ້ວ ວ່າ ການເອົາເງິນກ້ອນ ມາລົງທຶນ ໃສ່ໂຄງການ ໃຫຍ່ໆແລ້ວ ເອົາມາຫານໃສ່ GDP ນີ້ນ່າ ມັນບໍ່ກະຈາຍເນາະ ຄວາມໝາຍ ຍົກຕົວຢ່າງວ່າ ໂຄງການໃດ ທີ່ວ່າ ເຂົາເຈົ້າ ລົງທຶນຫຼາຍ ຍົກຕົວຢ່າງ ຄືໄຟຟ້າເບາະ ອັນນ່າ ທີ່ວ່າ ເປັນການລົງທຶນ Mega Project.

ເຮົາກະຕ້ອງ ເບິ່ງວ່າ ປະຊາຊົນ ເຮົານີ້ ມັນໄດ້ ຜົລປໂຍດ ຫຍັງບໍ່ ຕົວຢ່າງວ່າ ລົງທຶນ ທາງຣົດໄຟ ນີ້ແຫຼນາ ນາຍົກ ເພິ່ນກະຜູ້ເກົ່າ ເຄີຍລົງໄປຕິດຕາມ ຢູ່ວ່າ ໃຫ້ຮັບປະກັນວ່າ ມີການວ່າຈ້າງ ແຮງງານ ພາຍໃນນີ້ ໃຫ້ມັນຫຼາຍ ຕາມການຕົກລົງ ແຕ່ວ່າ ໃນຕົວຈິງ ມັນເຮັດບໍ່ໄດ້ ເພາະວ່າ ເຮົາບໍ່ໄດ້ ກຽມພ້ອມ ໃນດ້ານນີ້ເດ້.

ສຸດທ້າຍ ກະຕ້ອງ ໄດ້ເອົາຄົນ ຂອງເຂົາເຈົ້າຫັ້ນ ມາເປັນ ວິຊາການເນາະ ເພາະວ່າ ຄົນເຮົາ ມັນຍັງບໍ່ທັນໄດ້ ມາຕຖານ ມັນຕ້ອງ ມີການວິໃຈ ລົງເລິກແທ້ໆ ແມ່ນໃຜ ຊິໄດ້ຮັບ ຜົລປໂຍດ ຍົກຕົວຢ່າງວ່າ ໂຄງການລົງທຶນ ກະສິກັມ ລາວເຮົາ ເຮັດຫຍັງ ທັງຜູ້ລົງທຶນ ເຮັດຫຍັງ.

ຖ້າວ່າ ມີຝ່າຍດຽວ ໄດ້ຮັບ ຜົລປໂຍດມັນ ກະບໍ່ ຍືນຍົງດອກ ການພັທນາ ສຸດທ້າຍກະ ເຈົ້າເຮັດໄປ ກະບໍ່ມີໃຜ ເຮັດນຳເຈົ້າ ເດ້ຊັ້ນ.

ປະຊາຊົນ ເຂົາເຫັນ ບໍ່ໄດ້ປໂຍດ ເຂົາບໍ່ຮ່ວມມື ບໍ່ໄດ້ ເປັນແຮງງານ ຜູ້ລົງທຶນເອງ ກະມີບັນຫາ ຄືກັນ ຕ່າງຝ່າຍ ຕ່າງໄດ້ຮັບ ຜົລປໂຍດ ເຂົາເອີ້ນວ່າ ວິນວິນ ຫັ້ນເນາະ ແຕ່ວ່າ ໃນຕົວຈິງ ມັນຊິເຮັດໄດ້ ຊ່ຳໃດ ມັນກະຕ້ອງໄດ້ ເບິ່ງເນາະ.

ເຂົ້າເອີ້ນວ່າ ຊ່ອງວ່າງ ລະຫວ່າງ ໃນເມືອງ ກັບຕົວເມືອງ [ຊົນບົດ] ນີ້ ມັນຫ່າງກັນ ໄປເລື້ອຍໆ. ເຂົາກະເຫັນ ລະເດ້ ມັນ GDP ມັນບໍ່ໄດ້ຊ່ອຍ ຫຍັງໄດ້.

ນັກຂ່າວ: ຖ້າໄລ່ລຽງ ໂຄງການ ທີ່ເຂົາເຈົ້າ ມາລົງທຶນ ຫຼາຍຕື້ໂດລາ ເພິ່ນເອົາໂຕເລກ ມາວັດ ຫຼືວ່າ ເພິ່ນເອົາ ໂຕເລກ ມາເວົ້າ ກັບຜົລກະທົບ ທີ່ວ່າ ມັນເກີດຂຶ້ນນີ້ ມັນສົມດູນກັນບໍ່ ມັນດຸ່ນດ່ຽງ ກັນບໍ່?

ນັກວິຊາການ: ໂຄງການໃຫຍ່ໆ ກ່ຽວກັບ ສິ່ງແວດລ້ອມ ໂຄງການຜລິດ ພລັງງານໄຟຟ້າ ຕ່າງໆເນາະ ໂຄງການໃຫຍ່ໆ ຫຼືວ່າ ຂຸດຄົນບໍ່ແຮ່ ມັນມາເບິ່ງ 10–20 ປີ ມາແລ້ວ ຜົລກະທົບ ເຮົາກະເຣີ່ມເຫັນແລ້ວ ສົມມຸດວ່າ ເມັດເງິນ ເຮົາຊິໃຊ້ຈ່າຍ ໄດ້ຈັກປີ ມັນຊິໝົດລະ ຜົລກະທົບ ມັນຊິໃຊ້ ເວລາຈັກປີ ໃນການແກ້ໄຂ.

ລະ ຜົລກະທົບ ແກ້ໄຂ ຕ່າງຫາກໃດ ຍັງບໍ່ທັນເວົ້າ ເຣື່ອງສຸຂພາບ ຂອງປະຊາຊົນ ແມ່ນຫຍັງ ຕ່າງໆໃດ. ຫຼືວ່າ ຊັພຍາກອນມະນຸດ ເຮົາຫັ້ນນະ.

ນັກຂ່າວ: ຄືຍົກຕົວຢ່າງ ຄືຕົວຢ່າງ ການປູກກ້ວຍ ເພິ່ນກະຕ້ອງ ລວມໃສ່ ມູນຄ່າ ການລົງທຶນ ແຕ່ວ່າ ຜົລກະທົບ ຈາກການປູກກ້ວຍ ມັນມີຫຍັງແດ່?

ນັກວິຊາການ: ອັນນ່າ ທີ່ຈິງນີ້ ຜູ້ມາລົງທຶນ ເຂົາເຈົ້າ ຄວນມີ ບົດສຶກສາ ມີບົດໂຄງການ ຄັກແນ່ ວ່າ ມັນຕ້ອງ ເຮັດແບບໃດເນາະ ຫຼືວ່າ ໃຊ້ສານເຄມີ ຊ່ຳໃດ ຈັ່ງໄດ້ ມາຕຖານ ຫັ້ນນ່າ ແຕ່ວ່າ ເຮົາເຫັນຜ່ານມານີ້ ຜົລກະທົບກັນກະ ຄືເຮົາເຫັນຫັ້ນແຫຼະ ແຕ່ວ່າ ຍັງບໍ່ທັນມີ ການຣາຍງານ ອອກມາ ແບບຊັດເຈນ ຫັ້ນນ່າ ວ່າ ເອີແມ່ນ້ຳໂຕນີ້ ມັນເນົ່າເສັຽນີ້ ມັນຍ້ອນອັນໃດ ການຣາຍງານ ແບບກະແຈກກະຈາຍ ຄວາມໝາຍເນາະ ມັນຍັງ ບໍ່ເປັນຣາຍງານ ແບບພາບໃຫຍ່ລວມ.

ເອົ້າ ທົ່ວປະເທດນີ້ ສວນກ້ວຍ ຊ່ຳໃດ ຜົລໄດ້ຮັບ ຊ່ຳໃດ ຂ້າພະເຈົ້າ ເຄີຍເຫັນນີ້ ໄປທາງເໜືອນີ້ ມັນກະບໍ່ໄດ້ ພໍຊ່ຳໃດ ການຜລິດສວນກ້ວຍ ນາຍທຶນ ເຂົາເຈົ້າ ມາເຮັດສວນຕາມ ຟາມນີ້ກະ ປະຖິ້ມ ໄປຊື່ໆນ່າ ຮອດຍາມ ກັບກະຍັງບໍ່ເກັບນະ ເພາະວ່າ ຂະເຈົ້າ ມີບັນຫາ ທາງດ້ານການເງິນເບາະ ຫຼືວ່າ ສຸດທ້າຍ ມັນກະແມ່ນ ປະໄວ້ຊື່ໆ ເງິນເດືອນ ພນັກງານ ກະບໍ່ຈ່າຍ.

ມັນກະ ຜົລກະທົບ ທາງດ້ານເສຖກິຈ ນີ້ແຫຼ ທາງດ້ານຊຸມຊົນເນາະ ສິ່ງແວດລ້ອມ ເບາະຫຍັງຕ່າງໆ.

ນັກກົດໝາຍ ທ່ານນຶ່ງ ກ່າວວ່າ: ຄົນລາວ ສ່ວນຫຼາຍ ຍັງເປັນລູກຈ້າງ ລາຍໄດ້ຕ່ຳ ທີ່ເຮັດວຽກ ກັບໂຄງການລົງທຶນ ຂອງຈີນ ແຕ່ມີ ນັກທຸຣະກິດຈີນ ເຂົ້າມາຊື້ ໂຮງແຮມ, ບ້ານພັກ, ຮ້ານອາຫານ ທີ່ຢູ່ເຂດແຂວງ ທີ່ທາງຣົດໄຟ ລາວ-ຈີນ ຕັດຜ່ານ .

ນັກກົດໝາຍ ທ່ານນີ້ ຍັງກ່າວວ່າ: ຖ້າປຽບທຽບ ຈຳນວນ ໂຄງການລົງທຶນ ແລະ ສຖານະພາບ ຄົນລາວ ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການ ລົງທຶນ ຂອງຈີນ ແມ່ນຜິດດ່ຽງກັນຫຼາຍ ແຕ່ບໍ່ມີໃຜ ເວົ້າເຖິງ ເຣື່ອງນີ້ ຢູ່ໃນລາວ ຍ້ອນເຫດຜົລ ຄວາມປອດໄພ.

ນັກທຸຣະກິດ ທີ່ມີ ບໍຣິສັດ ກໍ່ສ້າງ ທ່ານນຶ່ງ ໄດ້ກ່າວວ່າ ສ່ວນຫຼາຍ ຣັຖບານ ຈະນັບແຕ່ ມູນຄ່າ ການລົງທຶນ ແຕ່ບໍ່ໄດ້ເວົ້າເຖິງ ຜົລກະທົບ ທີ່ເກີດຂຶ້ນ ມີຫຍັງແດ່.

ນັກທຸຣະກິດ: ບາດນີ້ ເຂົາ ບໍ່ຣາຍງານ ຄືນວ່າ ຜົລກະທົບ ກັບຄືນຄື ນຶ່ງ ແມ່ນຫຍັງ ສິ່ງແວດລ້ອມ ຖືກທຳລາຍ, ສອງ ໂອກາດ ຖືກທຳລາຍ ເຫັນບໍ່ ແລ້ວມັນເປັນ ມູນຄ່າແບບໃດ ເຂົາ ບໍ່ຣາຍງານກັບ.

ນັກຂ່າວ: ແຕ່ວ່າ ກໍຣະນີ ທີ່ວ່າ ມີການລົງທຶນນີ້ ເຮົານຳສເນີ ໃຫ້ສາທາຣະນະຊົນ ໄດ້ຮັບຮູ້ນີ້ ມັນຄວນຈະ ນຳສເນີ ດ້ານດຽວບໍ່ ວ່າ ແຕ່ການລົງທຶນ ໂອຫຼາຍບາດດຽວ ລະດີໂລດບໍ່ ໂຕນີ້?

ນັກທຸຣະກິດ: ມັນບໍ່ແມ່ນ ຍຸກຕາສີ ຕາສາ ຂີ່ກວຽນ ຂີ່ລໍ້ໄດ໋ ຊິມາເວົ້າ ດ້ານດຽວບໍ່ໄດ້ ຍຸກໄອທີ ຍຸກຂໍ້ມູນ ຂ່າວສານ ຢູ່ແຕ່ປາຍມື ຍຸກຄົນ ມີຄວາມຮູ້ ຄົນມີ ຄວາມສລາດ ອັນເປັນຫຼາຍ ຍຸກຄົນ ທີ່ບໍ່ມີສມອງຫັນ ຢູ່ໃນແຕ່ ຄຳໂອວາດ ຂອງການສັ່ງສອນ ເປັນແບບ ບໍ່ແມ່ນ ຍຸກຊີ້ນົກ ເປັນນົກ ຊີ້ໄມ້ ເປັນໄມ້. ເພາະສນັ້ນ ຊິໄປສເນີ ດ້ານດຽວ ມັນບໍ່ຖືກ.

ນັກຂ່າວ: ມັນບໍ່ຖືກຈັ່ງໃດ?

ນັກທຸຣະກິດ: ອ້າວ ກູ້ເງິນ ເຂົາມາແລ້ວ ບໍ່ເວົ້າ ເວົ້າແຕ່ວ່າ ໂອ້ ກູໄປສ້າງວັດ ກູໄປສ້າງໂຮງຮຽນ ລາຍໄດ້ ຈາກການທຳ ທຸຣະກິດ ພັດບໍ່ເວົ້າວ່າ ກູເປັນໜີ້ເຂົາ ຫຼາຍກວ່າຫັ້ນ.

ນັກຂ່າວ: ຜົລກະທົບ ດ້ານອື່ນເດ້ ຄວນຈະເອົາມາ ຊັ່ງຊານຳບໍ່?

ນັກທຸຣະກິດ: ທຸກດ້ານ ຕ້ອງຊັ່ງຊາໄດ໋ ຜົລກະທົບ ດ້ານສິ່ງແວດລ້ອມ ຜົລກະທົບ ດ້ານວັທນະທັມ ຜົລກະທົບ ດ້ານຄຸນພາບຊີວິດ ຜົລກະທົບ ດ້ານວິຖີຊີວິດ ແລະ ຜົລກະທົບ ດ້ານໂອກາດ ມັນຕ້ອງເອົາ ມາເວົ້າ ດ້ານສິ່ງແວດລ້ອມນີ້ ກະຄືໜັກ ດ້ານວັທນະທັມ ມັນໄປ ທຳລາຍ ອັນໃດແນ່ ເຂົານົບທຳນຽມ ຮີດຄອງປະເພນີ ຕ່າງໆ ແບບໃດ ຢູ່ໃນຫັ້ນຄື ມີຂບວນ ການຄ້າມະນຸດມາບໍ່ ຄ້າຫຼືບໍ່ຄ້ານີ້ ຈີນເອົາ ເມັຽລາວໄປ ສ່ວນໃຫຍ່ລະ ມີບັນຫາກັບມາ.

ຜົລກະທົບ ທີ່ເກີດຂຶ້ນ ເຫັນປະຈັກຕາ ຈາກຫຼາຍໂຄງການ ເຊັ່ນ ໂຄງການປູກກ້ວຍ ຂອງຈີນ ຢູ່ພາກເໜືອ ຂອງປະເທດລາວ ເຮັດໃຫ້ຊຸມຊົນ ທີ່ຢູ່ໃກ້ຄຽງ ໄດ້ຮັບ ຜົລກະທົບ ຈາກສານເຄມີ ທີ່ໃຊ້ໃນສວນກ້ວຍ, ດິນ ທີ່ປູກກ້ວຍເສື່ອມຄຸນພາບ ບໍ່ສາມາດ ບຸກເບີກ ເຮັດຢ່າງອື່ນໄດ້ ຫຼັງຈາກ ຈີນເຂົ້າມາ ສັມປະທານ ປູກສວນກ້ວຍ.

ໂຄງການເຂື່ອນ ເປັນຕົ້ນ ເຂື່ອນນ້ຳອູ ຢູ່ເຂດເມືອງງອຍ ແຂວງຫຼວງພຣະບາງ ປະຊາຊົນ ທີ່ເຮັດບ້ານພັກ ຮ້ານອາຫານ, ເຮືອນຳທ່ຽວ ຕ້ອງຢຸດ ກິຈການ ຍ້ອນບໍ່ມີ ນັກທ່ອງທ່ຽວ ຫຼັງຈາກ ມີການສ້າງເຂື່ອນນ້ຳອູ. ຍັງມີ ປະຊາຊົນ ອີກຫຼາຍ 100 ຄອບຄົວ ຕ້ອງຖືກຍົກຍ້າຍ ຈາກໂຄງການເຂື່ອນນ້ຳອູ.

ນອກຈາກນີ້ ຍັງມີ ປະຊາຊົນ 1,700 ຄົນ ຫຼື ປະມານ 10,000 ຄົນ ຢູ່ເມືອງນາແລ ແຂວງຫຼວງນ້ຳທາ ແລະ ເມືອງຜາອຸດົມ ແຂວງບໍ່ແກ້ວ ທີ່ໄດ້ຮັບ ຜົລກະທົບ ຈາກເຂື່ອນນ້ຳທາ 1 ຢູ່ແຂວງຫຼວງນ້ຳທາ. ໃນນັ້ນ ປະຊາຊົນ ຈຳນວນນຶ່ງ ຍັງບໍ່ມີ ອາຊີບ ແລະ ລາຍຮັບ ທີ່ໝັ້ນຄົງ ແລະ ເຂົາເຈົ້າ ຍັງກັບໄປ ເຮັດນາ ຢູ່ບ້ານເກົ່າ ຂອງເຂົາເຈົ້າ ຍ້ອນວ່າ ເຂົາເຈົ້າ ບໍ່ມີດິນ ເຮັດກະສິກັມ ພຽງພໍ ຢູ່ເຂດບ້ານຈັດສັນ ທີ່ໂຄງການ ຈັດສັນໃຫ້. 

ມີປະຊາຊົນ ປະມານ 4,000 ຄອບຄົວ ຕ້ອງຖືກເວນຄືນ ທີ່ດິນ ຈາກໂຄງການ ທາງຣົດໄຟ ລາວ-ຈີນ. ຫຼາຍຄອບຄົວ ໄດ້ເງິນ ຄ່າເວນຄືນ ທີ່ດິນ ແລະ ເຮືອນ ບໍ່ພຽງພໍ ກັບການໄປ ຊື້ດິນ ແລະ ເຮຶອນ ຢູ່ບ່ອນໃໝ່ ຕົວຢ່າງ ຄ່າເວນຄືນດິນ ແລະ ເຮືອນປະມານ 100 ລ້ານ ປາຍກີບ, ແຕ່ ເວລາ ຊື້ດິນ ບ່ອນໃໝ່ ແລະ ໄປປຸກເຮືອນໃສ່ ຕ້ອງໃຊ້ ເງິນປະມານ 200 ລ້ານກີບ.

ວິ​ທ​ຍຸເອເຊັຽເສຣີ ພຍາຍາມ ຕິດຕໍ່ຫາ ເຈົ້າໜ້າທີ່ ກະຊວງແຜນການ ແລະ ການລົງທຶນ ເພື່ອຂໍ ຄວາມກະຈ່າງແຈ້ງ ໃນເຣື່ອງນີ້, ແຕ່ເຈົ້າໜ້າທີ່ ປະຕິເສດ ທີ່ຈະໃຫ້ຂໍ້ມູນ.

ເຖິງຢ່າງໃດກໍຕາມ, ມີນັກລົງທຶນຈີນ ເຂົ້າມາລົງທຶນ ໃນປະເທດລາວຫຼາຍ ຍ້ອນວ່າ ລາວ ແລະ ຈີນ ໄດ້ເຊັນ ເອກສານ ທາງການ ວ່າດ້ວຍ ການເປັນຄູ່ຮ່ວມ ຊາຕາກັມນຳກັນ, ເຈົ້າໜ້າທີ່ ກະຊວງແຜນການ ແລະ ການລົງທຶນ ທ່ານນຶ່ງ ເຄີຍກ່າວ ຕໍ່ວິ​ທ​ຍ໌ເອເຊັຽເສຣີ ໃນວັນທີ 17 ສິງຫາ ວ່າ:

“ເພິ່ນເອີ້ນວ່າ ປະເທດ ຍຸທສາຕ ຮ່ວມຊາຕາກັມ ໝາຍຄວາມວ່າ ພ້ອມທີ່ຈະ ສ້າງໃຫ້ລາວ ໄປນຳກັນ ຄຽງຄູ່ກັນໄປ ທັງກໍຣະນີ ປະເທດລາວ ຫຼື ປະເທດຈີນ ທີ່ວ່າ ການເມືອງ ຈະມີສ່ວນກ່ຽວຂ້ອງ, ການພັທນາຫຼາຍ ໂຕຢ່າງ ຄື ບຶງທາດຫຼວງ ຊິເນາະ ກະຖືວ່າ ເປັນເຣື່ອງ ທີ່ຢູ່ອາສັຍ ອັນທີ 2 ໂຄງການ ທາງດ່ວນ ຣະບົບເສຖກິຈ ຂຍາຍໂຕ ຄຶກຄື້ນ ການທ່ອງທ່ຽວ ມັນກະເປັນ ມັນມີຜົລໄດ້ ຫຼາຍຊີ້ແຫຼະ ໄປ.”

ນອກຈາກນີ້ ໃນວັນທີ 13 ສິງຫາ 2021 ທີ່ຜ່ານມາ, ທ່ານ ສອນໄຊ ສີພັນດອນ, ຣັຖມົນຕຣີ ກະຊວງແຜນການ ແລະ ການລົງທຶນ, ໄດ້ຣາຍງານ ຕໍ່ກອງປະຊຸມ ເພື່ອແລກປ່ຽນ ສະພາບ ການດຳເນີນ ທຸຣະກິຈ ແລະ ການລົງທຶນ ຂອງນັກລົງທຶນຈີນ ຢູ່ໃນລາວວ່າ: ປະເທດ ຈີນ ແມ່ນເຂົ້າມາ ລົງທຶນ ຢູ່ໃນປະເທດລາວ ເປັນອັນດັບ 1, ມາຮອດ ປັດຈຸບັນ ມີໂຄງການ ທີ່ໄດ້ລົງທຶນ ໄປແລ້ວ 813 ໂຄງການ ທີ່ມີມູນຄ່າ 16 ຕື້ໂດລາ ຮວມມີທັງ ໂຄງການ ຂນາດນ້ອຍ, ຂນາດກາງ ແລະ ຂນາດໃຫຍ່.

ອີງຕາມຂໍ້ມູນ ຈາກກະຊວງແຜນການ ແລະ ການລົງທຶນ, ການລົງທຶນ ຂອງຈີນນັບແຕ່ປີ 1989 ຫາ ປີ 2021 ມີ ດັ່ງນີ້:

  • 1989-2014 ມູນຄ່າການລົງທຶນ ເກືອບ 5.4 ຕື້ ໂດລາ.
  • 1989-2015 ມູນຄ່າການລົງທຶນ ເກືອບ 5.5 ຕື້ ໂດລາ
  • 1989-2016 ມູນຄ່າ ການລົງທຶນ 8.2 ຕື້ໂດລາ
  • 1989-2017 ມູນຄ່າ ການລົງທຶນ 8.3 ຕື້ໂດລາ. 
  • 1989-2018 ມູນຄ່າການລົງທຶນເກືອບ 9 ຕື້ໂລດາ
  • 1989 – 2019 ມີມູນຄ່າການລົງທຶນປະມານ 10 ຕື້ ໂດລາ
  • 1989- 2020-2021 ມູນຄ່າການລົງທຶນປະມານ 16 ຕື້ໂດລາ.
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.