ມ.ເຊໂປນ 5 ຄອບຄົວ ບໍ່ຂາຍດິນ ໃຫ້ຈີນ
2019.07.03

ປະຊາຊົນ 5 ຄອບຄົວ ຢູ່ບ້ານມັນຈິ ເມືອງເຊໂປນ ແຂວງສວັນນະເຂດ ຍັງບໍ່ຍອມຂາຍດິນ ໃຫ້ໂຮງງານຜລິດເຈັ້ຽ ຂອງບໍຣິສັດ ຊັນເປເປີ ຂອງຈີນ ຍ້ອນບໍຣິສັດ ໃຫ້ຣາຄາຕ່ຳ ແລະ ທັງຊາວບ້ານຢ້ານວ່າ ຈະບໍ່ມີບ່ອນຢູ່ອາສັຍ ແລະ ບໍ່ມີບ່ອນ ທຳການຜລິດ, ດັ່ງ ຊາວບ້ານຜູ່ນຶ່ງ ໃນຈຳນວນ 5 ຄອບຄົວ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 3 ກໍຣະກະດາ ນີ້ວ່າ:
"ຍັງບໍ່ທັນ ຕົກລົງກັບເຂົາ ໃນໃຈກະຢາກໄດ້ດິນ ບ່ອນນຳໃຊ້ແຫລະ ບໍ່ຢາກໄດ້ແຫລະເງິນ ເຮືອນກະຕັ້ງໃຈ ໃຫ້ລູກຢູ່ ເອົາດິນກະບໍ່ມີບ່ອນຢູ່ ແລ້ວແຫລະ."
ທ່ານກ່າວຕື່ມວ່າ ທີ່ຜ່ານມາ ທາງບໍຣິສັດດັ່ງກ່າວ ໄດ້ສເນີໃຫ້ຄ່າຊົດເຊີຽ ທີ່ດິນ ແລະ ສິ່ງປຸກສ້າງ ໃຫ້ຕົນ ແຕ່ເຫັນວ່າ ໃຫ້ຣາຄາຕ່ຳເກີນໄປ ດັ່ງນັ້ນ ຕົນຈຶ່ງໄດ້ຮຽກຮ້ອງ ຂໍຄ່າຊົດເຊີຽ ທີ່ດິນ ແມັດກາເຣນຶ່ງ 64, 000 ກີບ, ແຕ່ທາງບໍຣິສັດ ບໍ່ຍອມຮັບ. ຍ້ອນແນວນັ້ນ ຈຶ່ງບໍ່ຍອມຂາຍດິນ ຂອງຕົນ ໃຫ້ແກ່ບໍຣິສັດ ໃນຂະນະທີ່ ທາງບໍຣິສັດຍັງ ຂໍຕໍ່ລອງ ຢູ່ທຸກມື້.
ກ່ຽວກັບ ເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ ເມືອງເຊໂປນ ທ່ານນຶ່ງ ກ່າວວ່າ ປັດຈຸບັນ ບໍຣິສັດ ຊັນເປເປີ ລາວໂຮນລິງ ຈຳກັດ ຂອງຈີນ ກຳລັງເຈຣະຈາ ຂໍຊື້ທີ່ດິນ ນຳຊາວບ້ານ 5 ຄອບຄົວ ນັ້ນຢູ່, ໃນຂະນະທີ່ ຊາວບ້ານ ອີກ 7 ຄອບຄົວ ໄດ້ຍອມຂາຍດິນ ຂອງພວກຕົນໃຫ້ ບໍຣິສັດໄປແລ້ວ ແລະ ໄດ້ເງິນຫລາຍ ແຕ່ບໍ່ຮູ້ຣາຄາ ຄັກແນ່, ດັ່ງ ທີ່ທ່ານກ່າວວ່າ:
"ເຂົາຊົດເຊີຽແລ້ວ ຫລາຍເຕີບໃດ໋ ຜູ້ຫລາຍກະຫລາຍ ເຂົາກະຊົດເຊີຽ ຢູ່ ຄັນວ່າ ເຂົາເອົາ ພວກຍັງ ບໍ່ທັນເອົາ ກະບໍ່ມີບ່ອນ ທຳການຜລິດຫັ້ນນະ ເພິ່ນກະບໍ່ທັນໄດ້ເອົາ."
ດິນທີ່ທາງບໍຣິສັດດັ່ງກ່າວ ຂໍຊື້ ນຳປະຊາຊົນ ບ້ານມັນຈິ ຢູ່ເມືອງເຊໂປນນັ້ນ ມີເນື້ອທີ່ ທັງໝົດ 40 ເຮັກຕາຣ໌ ເພື່ອຂຍາຍໂຮງງານຕື່ມ ຕາມແຜນ ທີ່ໄດ້ມີມາ ຕັ້ງແຕ່ປີກາຍ.
ໂຮງງານຜລິດເຈັ້ຽ ຊັນເປເປີ ຂອງບໍຣິສັດຈີນນີ້ ສ້າງຂຶ້ນ ເມື່ອປີ 2010, ເປັນບໍຣິສັດ ໃນເຄືອຂ່າຍ ຂອງ ບໍຣິສັດ ຊານ ດົງ (Shan Dong) ຊັນເປເປີ, ຊຶ່ງເປັນ ຜູ່ຜລິດເຈັ້ຽ ຣາຍໃຫຍ່ ໃນປະເທດຈີນ.