ອິດທິພົນຈີນເຂົ້າມາ ລາວ (ຈົບ)

ສົມເນ
2015.11.19
F-Bokeo ສະຖານທີ່ ສະປາ ອາບອົບນວດ ຄົບວົງຈອນ ຂອງ ນັກລົງທຶນ ຈີນ ແຂວງບໍ່ແກ້ວ
RFA

ສະຖາບັນ ສຶກສາ ເອເຊັຽ ຕະເວັນອອກ ສ່ຽງໃຕ້ ໃນ ປະເທດ ສິງຄະໂປ ໄດ້ເຜີຽແຜ່ ບົດຄວາມ ການຄົ້ນຄວ້າ ບັນຫາ ການເມືອງ ແລະ ເສຖກິດ ໃນລາວ ຂອງ ທ່ານ ເດນຽນ ແທັນ ທີ່ ມີຫົວເຣື້ອງ ວ່າ ມີເຫດຜົນ ທີ່ ຕ້ອງເປັນຫ່ວງ ບໍ່ກ່ຽວກັບ ການແຜ່ ຂະຫຍາຍ ອິດທິພົນ ຂອງ ຈີນ ໃນລາວ.

ຜ່ານມາ ຜົນງານ ການຄົ້ນຄວ້າ ຂອງ ນັກ ວິຊາການ ຈາກ ຫຼາຍ ສະຖາບັນ ໃນ ເອເຊັຽ ຢູໂຣບ ແລະ ສະຫະຣັຖ ອະເມຣິກາ ນັກ ປັນຍາຊົນ ຫຼາຍຄົນ ໃຫ້ ຂໍ້ສັງເກດ ວ່າ ລາວ ເປັນ ປະເທດ ທີ່ໄດ້ຮັບ ເຄາະ ຈາກການ ແຜ່ຂະຫຍາຍ ອິດທິພົນ ຂອງ ຈີນ ທາງດ້ານ ເສຖກິດ-ການເງິນ ແລະ ການ ຫລັ່ງໄຫລ ຂອງ ຊາວຈີນ ເຂົ້າມາ ໃນລາວ.

ການຄົ້ນຄວ້າ ຂອງ ທ່ານ ເດນຽນ ເຫັນໄປ ໃນມຸມນຶ່ງ ອີກວ່າ ແມ່ນແລ້ວ ລາວ ປະເທດ ນ້ອຍໆ ຈະ ບໍ່ສາມາດ ຕ້ານຢັນ ການແຜ່ ຂະຫຍາຍ ອໍານາດ ຂອງ ຈີນ ໄດ້. ໃຫ້ ເບິ່ງ ຕໍ່ໄປວ່າ ຜູ້ນໍາ ຂອງລາວ ຈະກົ້ມຫົວ ໃຫ້ ຈີນ ໝົດ ທຸກຢ່າງ ຫລືບໍ ຫລືວ່າ ມັນເປັນການ ເຊື້ອເຊີນ ມະຫາອໍານາດ ໃນທ້ອງຖິ່ນ ເຂົ້າມາ ແຂ່ງຂັນ ກັນເອງ. ທ່ານ ເຫັນວ່າ ລາວ ອາສັຍ ຈີນ ເປັນຕົວ ເຊື່ອມຕໍ່ ໃນການ ເຂົ້າຫາ ຕລາດ ໂລກ ເພື່ອປ້ອງກັນ ຜົນກະທົບ ທີ່ ອາດເກີດຂຶ້ນ ໃນ ຍຸກສະໄໝ ໂລກາພິວັດ ຊຶ່ງ ການເມືອງ ເສຖກິດ ສັງຄົມ ແລະ ວັທນະທັມ ເຊື່ອມໂຍງ ກັນໝົດ ແລະ ເພື່ອຮັກສາ ອໍານາດ ການປົກຄອງ ໃນ ຣະບອບ ປັດຈຸບັນ ໄວ້.

-ບົດບາດ ການເພີ້ມ ການຊ່ວຍເຫລືອ ດ້ານ ເສຖກິດ ຂອງ ຈີນ ຕໍ່ ລາວ ໃນ 10 ກວ່າ ປີ ຜ່ານມາ ສິ່ງ ສໍາຄັນ ກວ່າໝູ່ ແມ່ນ ຈີນ ຫວັງໃຊ້ ຊັພຍາກອນ ທັມມະຊາຕ ໃນ ລາວ ຫຼາຍຂື້ນ.

-ຈີນ ຫວັງໃຊ້ ແຜ່ນດິນ ລາວ ເປັນທາງ ເຊື່ອມຕໍ່ ໄປຍັງ ປະເທດ ສະມາຊິກ ອາຊຽນ ໃນ ຂນະທີ່ ພະມ້າ ແລະ ວຽດນາມ ຍັງຢູ່ໃນ ທ່າ ລັງເລໃຈ ທີ່ຈະໃຫ້ ຈີນ ສ້າງ ທາງຣົດໄຟ ຜ່ານ ປະເທດ ຂອງ ເຂົາເຈົ້າ ເພື່ອເປີດ ທາງ ໃຫ້ ແຂວງ ຢຸນນ່ານ ພາກ ຕະເວັນຕົກ ສ່ຽງໃຕ້ ຂອງຈີນ ມີ ທາງອອກສູ່ ທະເລ.

-ນັບແຕ່ ປີ 2003 ມາເຖິງ ປັດຈຸບັນ ນີ້ ການແຜ່ລາມ ອິດທິພົນ ທາງ ເສຖກິດ ການເງິນ ແລະ ການຫລັ່ງໄຫລ ຂອງຊາວຈີນ ເຂົ້າມາ ໃນ ດິນແດນ ຂອງລາວ ເພີ້ມຂຶ້ນ ຢ່າງວ່ອງໄວ ທີ່ສຸດ ໂດຍສະເພາະ ນັບແຕ່ ປີ 2008 ເປັນ ຕົ້ນມາ ຊຶ່ງ ເປັນລະຍະ ທີ່ ເສຖກິດ ໃນ ທົ່ວໂລກ ໄດ້ ປະເຊີນກັບ ຜົນກະທົບ ຈາກ ວິກິດການ ເສຖກິດ ທີ່ ເກີດຂຶ້ນ ຢູ່ ສະຫະຣັຖ ແລະ ຢູໂຣບ, ແຕ່ ເສຖກິດ ແລະ ການເງິນ ຂອງຈີນ ພັດຢູ່ ໃນອັນດັບ ນໍາໜ້າ ໂລກ.

-ການຊ່ວຍເຫລືອ ຂອງ ຈີນ ຕໍ່ລາວ ເຮັດໃຫ້ ລາວ ມີຄວາມສ່ຽງ ຫນ້ອຍລົງ ຕໍ່ຜົລກະທົບ ຈາກ ວິກິດການ ນີ້ໄດ້.

-ເງື່ອນໄຂນຶ່ງ ອີກ ທີ່ ອໍານວຍ ຄວາມສະດວກ ໃຫ້ ແກ່ ຈີນ ເຊື່ອມຕໍ່ ຫລື ຂະຫຍາຍ ອິດທິພົນ ທາງການຄ້າ ໃນ ເອເຊັຽ ຕະເວັນອອກ ສ່ຽງໃຕ້ ໄດ້ ຢ່າງສະບາຍ ແມ່ນກົນໄກ ແຜນການ ຮ່ວມມື ພັທນາ ອານຸ ພູມີພາກ ແມ່ນໍ້າຂອງ ຫລື ຈີແອັມແອສ ຂອງ 6 ປະເທດ ຄື ລາວ ພະມ້າ ກໍາພູຊາ ຈີນ ແຄ້ວນ ຢຸນນ່ານ ປະເທດ ໄທ ແລະ ວຽດນາມ. ກອງປະຊຸມ ສົນທະນາ ຈີແອັມແອສ ຄັ້ງທີ່ 3 ເມື່ອ ເດືອນ ມີນາ ປີ 2008 ທີ່ ນະຄອນຫຼວງ ວຽງຈັນ ໄດ້ມີການ ຮຽກຮ້ອງ ໃຫ້ເພີ້ມ ການຮ່ວມມື ໃນ ອານຸ ພູມີພາກ ນີ້ຫຼາຍຂຶ້ນ ອັນເຮັດໃຫ້ ຈີນ ກັບ ໄທ ມີຄວາມ ໃກ້ຊິດກັນ.

-ການ ສ້າງຖນົນ R3 ໃນລາວ ພາຍໃຕ້ ຂອບການ ຮ່ວມມື ພັທນາ ຈີແອັທແອສ  ທີ່ ມີຄວາມຍາວ 180 km ຊຶ່ງ ເປັນເສັ້ນທາງ ເຊື່ອມຕໍ່ ແລວ ທາງ ເສຖກິດ ເໜືອ-ໃຕ້ ຊຶ່ງ ສ່ວນນຶ່ງ ແມ່ນ ຈີນ ເປັນຜູ້ຊ່ວຍ ສ້າງ ແລະ ສ່ວນນຶ່ງ ແມ່ນ ໄທ ເຮັດໃຫ້ ລົດບັນທຸກ ຈາກ ແຂວງ ຢຸນນ່ານ ສາມາດ ບັນທຸກ ສິນຄ້າ ລົງສູ່ ບັນດາ ປະເທດ ເອເຊັຽ ຕະເວັນອອກ ສ່ຽງໃຕ້ ຫລາຍແລ້ວ ຕັ້ງແຕ່ ກ່ອນ ປີ 2007 ພຸ້ນ. ແລະ ໃນຕອນ ຂາກັບ ຣົດບັນທຸກ ເລົ່ານັ້ນ ກໍນໍາເອົາ ວັດຖຸດິບ ຈາກ ເອເຊັຽ ຕະເວັນອອກ ສ່ຽງໃຕ້ ກັບຄືນ ໄປ ປະເທດຈີນ. ຍັງ ບໍ່ເທົ່ານັ້ນ ຖນົນສາຍ ນີ້ ໄດ້ ອໍານວຍ ຄວາມສະດວກ ໃຫ້ ຊາວຈີນ ຫລັ່ງໄຫລ ເຂົ້າມາ ໃນລາວ ຫຼາຍຂຶ້ນ ທຸກໆມື້.

-ຄຽງຄູ່ກັນ ນັ້ນ ເສັ້ນທາງ ຂົນສົ່ງ ທາງເຮືອ ຕາມລໍາ ແມ່ນໍ້າຂອງ ຈາກແຄ້ວນ ສິບສອງ ພັນນາ ມາຍັງ ທ່າເຮືອ ເມືອງ ຊຽງແສນ ແຂວງ ຊຽງຮາຍ ຂອງໄທ ແລະ ທ່າເຮືອ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ຂອງລາວ ເຮັດໃຫ້ ສິນຄ້າ ຂອງຈີນ ແລະ ໄທ ຫລັ່ງໄຫລ ລົງ ແລະ ຂຶ້ນ ເປັນ ປະຈໍາວັນ ຫລັງຈາກ ທີ່ ຣັຖບານ ຂອງ 4 ປະເທດ ໃນ ອານຸ ພູມີພາກ ແມ່ນໍ້າຂອງ ຈີແອັມແອສ ໄດ້ຕົກລົງ ສັນຍາ ການເປີດທາງ ເດີນເຮືອ ແມ່ນໍ້າຂອງ ແມ່ນໍ້າ ລ້ານຊ້າງ ເມື່ອປີ 1998.

-ຕົກມາຮອດ ປີ 2014 ການລົງທຶນ ຂອງ ຈີນ ໃນລາວ ເພີ້ມຂຶ້ນ ເປັນ 5 ຕື້ ກວ່າ ໂດລາ ສະຫະຣັຖ ລື່ນ ກາຍ ໄທ ແລະ ວຽດນາມ ທີ່ ມີອິດທິພົນ ທາງດ້ານ ເສຖກິດ ໃນລາວ ກ່ອນແລ້ວ.

-ການລົງທຶນ ຂອງຈີນ ຢູ່ແຂວງ ພາກເໜືອ ຂອງລາວ ເພີ້ມຂຶ້ນ ຢ່າງ ວ່ອງໄວ. ຈີນ ໄດ້ເຊົ່າ ທີ່ດິນ ຢູ່ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ປະມານ 10 ພັນ ເຮັກຕາ ເປັນເວລາ 99 ປີ ເພື່ອສ້າງ ເປັນເມືອງຈີນ ໃໝ່. ໃນນັ້ນ ພື້ນທີ່ 3 ພັນ ເຮັກຕາ  ໃຊ້ສ້າງ ໂຮງຫລິ້ນ ການພະນັນ ກາຊີໂນ ຄິງໂຣມັນ, ຮ້ານ ຂາຍສິນຄ້າ ການ ບໍຣິການ ຄົບວົງຈອນ ແລະ ສະຖານທີ່ ທ່ອງທ່ຽວ ທີ່ ເປີດໃຊ້ ເປັນ ທາງການ ເມື່ອ ເດືອນ ກັນຍາ ປີ 2009. ໂຄງການ ຂະຫຍາຍ ຂັ້ນຕໍ່ໄປ ແມ່ນ ສ້າງ ສນາມບິນ ຮ່ວມຢູ່ ໃນເຂດ ເສຖກິດພິເສດ ນັ້ນ.

-ຢູ່ ແຂວງ ຫລວງນໍ້າທາ ຈີນ ໄດ້ເຊົ່າ ທີ່ດິນ ປະມານ 1 ພັນ ກວ່າ ເຮັກຕາ ເປັນ ເວລາ 99 ປີ ເພື່ອ ພັທນາ ເປັນເຂດ ເສຖກິດ ສະເພາະ ຢູ່ເມືອງ ຊາຍແດນ ບໍ່ເຕັນ ບໍ່ຫານ.

-ການລົງທຶນ ຂອງ ຈີນ ຂແນງ ອຸດສາຫະກັມ ສ່ວນຫຼາຍ ແລ້ວ ແມ່ນ ບໍຣິສັດ ຣັຖວິສາຫະກິດ ແລະ ບໍຣິສັດ ເອກຊົນ ຂະນາດໃຫ່ຽ ຂຸດຄົ້ນ ບໍ່ແຮ່ ສ້າງເຂື່ອນ ໄຟຟ້າ ແລະ ການ ກະສິກັມ ເພື່ອ ການຄ້າ.

-ການລົງທືນ ດ້ານການຄ້າ ແລະ ບໍຣິການ ນັ້ນ ສ່ວນຫຼາຍ ແມ່ນ ສ້າງ ເຄຫາສະຖານ ສ້າງເຂດ ເສຖກິດພິເສດ ໃນ ແຂວງ ບໍ່ແກ້ວ, ແຂວງ ຫຼວງນໍ້າທາ ໃຫ້ເປັນ ແຫລ່ງ ທ່ອງທ່ຽວ, ສ້າງເມືອງໃໝ່ ເຂດ ພັທນາ ບຶງ ທາດຫລວງ,
ສ້າງສູນ ຊັພສິນຄ້າ ໃນ ນະຄອນຫຼວງ ວຽງຈັນ.

-ໃນດ້ານ ບໍ່ແຮ່ ນັ້ນ ສະຖິຕິ ໃນປີ 2008 ແຈ້ງວ່າ ໃນ ຈໍານວນ 100 ກວ່າ ບໍຣິສັດ ທີ່ ລົງທຶນ ດ້ານ ບໍ່ແຮ່ ນັ້ນ, 33 ບໍຣິສັດ ແມ່ນຈາກ ປະເທດ ຈີນ ຄິດເປັນ ເຄິ່ງນຶ່ງ ຂອງການ ລົງທຶນ ຕ່າງປະເທດ ຂອງ ຈີນ ໃນລາວ.

-ປັດຈຸບັນ ນີ້ ຈີນ ໄດ້ເປັນ ເຈົ້າຂອງ ບໍ່ຄໍາ ເຊໂປນ ທີ່ ຜລິດຄໍາ ແລະ ທອງແດງ ຂນາດໃຫ່ຽ ຢູ່ແຂວງ ສວັນນະເຂດ ແລ້ວຍັງເປັນ ຜູ້ຖືຮຸ້ນ ຣາຍໃຫ່ຽ ຢູ່ ບໍ່ຄໍາ ພູເບັ້ຽ ແລະ ບ້ານຫ້ວຍຊາຍ ແຂວງວຽງຈັນ.

-ນອກນັ້ນ ຍັງໄດ້ຮັບ ສັມປະທານ ສໍາຣວດ ບໍ່ແຮ່ ໃນທົ່ວ ປະເທດ ລາວ. ໃນປີ 2009 ບໍຣິສັດ ຣັຖວິສາຫະກິດ ຈີນ ໄດ້ຮັບ ສັມປະທານ ສໍາຣວດ ແລະ ກ້າວໄປສູ່ ການຂຸດຄົ້ນ ແຮ່ທາດ ສັງກະສີ ຫລື ທາດ ບອກໄຊ ຢູ່ເຂດ ພູພຽງ ບໍລະເວນ ແຂວງ ຈໍາປາສັກ, ຈີນ ໄດ້ຮັບ ສັມປະທານ ບໍ່ເກືອ ກາລີ ຢູ່ເຂດ ນະຄອນຫຼວງ ວຽງຈັນ ແລະ ຄໍາມ່ວນ ແລະ ແຮ່ທາດ ອື່ນໆ ອີກ.

-ການລົງທຶນ ຂອງ ຈີນ ດ້ານການ ສ້າງເຂື່ອນ ຜລິດ ກະແສ ໄຟຟ້າ ນັ້ນ ໃນປີ 2013 ມີເຖິງ 32 ສ່ວນຮ້ອຍ ຂອງກາ ນລົງທຶນ ຕ່າງ ປະເທດ ຂອງ ຈີນ ໃນລາວ. ຕົກມາຮອດ ປີ 2014 ບໍຣິສັດ ຣັຖວິສາຫະກິດ ຈີນ ເປັນ ຜູ້ລົງທຶນ ສ້າງ ເຂື່ອນ ໃນລາວ 14 ເຂື່ອນ ທີ່ ສ້າງ ສໍາເຣັດ ແລ້ວ ແລະ ກໍາລັງ ສ້າງ ຢູ່. ນອກນັ້ນ ບໍຣິສັດ ຂອງ ຈີນ ຍັງໄດ້ຮັບ ສັມປະທານ ສ້າງ ເຂື່ອນ 3 ແຫ່ງ ທີ່ ລາວ ມີແຜນ ຈະລົງມື ສ້າງ ແລະ ຢ່າງນ້ອຍ ອີກ 11 ແຫ່ງ ທີ່ ຈີນ ໄດ້ຮັບ ອານຸຍາດ ໃຫ້ສຶກສາ ຄວາມເປັນໄປ ໄດ້.

-ດ້ານ ກະສິກັມ ຈີນ ໄດ້ລົງທຶນ ຢູ່ ແຂວງ ບໍ່ແກ້ວ ແຂວງ ຫຼວງນໍ້າທາ ແຂວງ ອຸດົມໄຊ ໂດຍເຊົ່າ ທີ່ດິນ ຈາກ ຣັຖບານ ແລະ ຈາກ ປະຊາຊົນ ເພື່ອ ປູກ ຢາງພາຣາ  ປູກກ້ວຍ ປູກສາລີ ປູກໝາກໂມ ໝາກແຕງ ແລະ ພືດຜັກ ອື່ນໆ ເພື່ອ ເປັນສິນຄ້າ ສົ່ງໄປຂາຍ ຢູ່ແຂວງ ຢຸນນ່ານ ໃນນັ້ນ ມີຫລາຍ ບໍຣິສັດ ໄດ້ຮັບ ເງິນ ອຸດໜູນ ຈາກ ຣັຖບານ ແຂວງ ຢຸນນ່ານ ທີ່ ເຂົ້າມາ ລົງທຶນ ພາຍໃຕ້ ໂຄງການ ປູກພືດ ແທນ ຝິ່ນ. ຄິດລວມແລ້ວ ຈີນ ໄດ້ຮັບ ສັມປະທານ ທີ່ດິນ ເພື່ອ ການ ກະສິກັມ ຮວມ ທັງໝົດ ໃນທົ່ວ ປະເທດ ປະມານ 3 ຮ້ອຍພັນ ເຮັກຕາ ຈົນວ່າ ປະຊາຊົນ ໃນເຂດ ຊົນນະບົດ ຫຼາຍ ທ້ອງຖິ່ນ ສູນເສັຽ ພື້ນທີ່ ປູກຝັງໄປ ກໍຫຼາຍ ແລ້ວ, ແລະ ຍັງມີຫລາຍ ຕື່ມ ທີ່ບໍ່ໄດ້ ມາເລົ່າ ໃຫ້ໝົດ.

-ຣາຍງານ ການຄົ້ນຄວ້າ ຂອງ ນັກ ວິເຄາະ ຈາກ ສິງຄະໂປ ໃຫ້ຂໍ້ ສັງເກດ ວ່າ ການລົງທຶນ ຂອງ ຈີນ ໃນລາວ ຜູ້ໄດ້ ຫຼາຍກ່ວາໝູ່ ແມ່ນ ນັັກລົງທຶນ ຣັຖບານ ລາວ ແລະ ບັນດາ ຜູ້ນໍາ. ສ່ວນຜູ້ເສັຽ ຜົນປໂຍດ ຫຼາຍກ່ວາ ໝູ່ ແມ່ນ ປະຊາຊົນ ຍ້ອນວ່າ ການລົງທຶນ ແຕ່ລະ ຂະແໜງ ເຮັດໃຫ້ ສິ່ງແວດລ້ອມ ຖືກ ທໍາລາຍ, ພື້ນທີ່ ປູກຝັງ ສໍາລັບ ປະຊາຊົນ ໃນແຕ່ລະ ທ້ອງຖິ່ນ ຫລຸດລົງ ຍ້ອນ ໂຄງການ ລົງທຶນ ກະສິກັມ ແບບ 2 ບວກ 3 ທີ່ແຂວງ ຫລືບຸກຄົນ ອະນຸມັດ ເຮັດໃຫ້ ປະຊາຊົນ ເສັຽທີ່ດິນ ແລ້ວກາຍ ເປັນລູກຈ້າງ ຂອງ ນັກລົງທຶນ ຈີນ.

ນະໂຍບາຍ ການຫັນປ່ຽນ ທີ່ດິນ ເປັນທຶນ ໂດຍອີງຕໍ່ ໃຫ້ ນັກລົງທຶນ ຕ່າງປະເທດ ເຊົ່າ ແລະ ຂຸດຄົ້ນ ຊັພຍາກອນ ທັມມະຊາດ ນີ້ ເປັນໂຄງການ ທີ່ ມີຄວາມສ່ຽງ ເຖິງ ແມ່ນວ່າ ບັນດາ ອົງການ ບໍ່ຂຶ້ນກັບ ຣັຖບານ ສະແດງ ຄວາມ ເປັນຫ່ວງ ກໍດີ ແຕ່ ຣັຖບານ ບໍ່ຍອມ ປ່ຽນແປງ.

ສລຸບແລ້ວ ລາວ ບໍ່ສາມາດ ຕ້ານທານ ຕໍ່ການ ແຜ່ຂະຫຍາຍ ອິດທິພົນ ຂອງຈີນ ໄດ້. ດັ່ງ ຈະເຫັນໄດ້ ຈາກ ຣັຖບານ ລາວ ເຄີຍ ຂໍໃຫ້ ຣັຖບານ ແຄ້ວນ ຢຸນນ່ານ ວາງແຜນ ພັທນາ ແຂວງ ພາກເໜືອ ຂອງລາວ, ໃຫ້ ຈີນ ສໍາຣວດ ບໍ່ແຮ່ ຢ່າງ ລະອຽດ ໃນທົ່ວ ປະເທດ.

ລາວ ໄດ້ຮັບການ ຊ່ວຍເຫລືອ ລ້າ ໄດ້ຮັບເງິນ ກູ້ຢືມ ໂດຍ ບໍ່ມີ ດອກເບັ້ຽ ແລະ ເງິນກູ້ຢືມ ດອກເບັ້ຽຕໍ່າ ອັນສະແດງ ເຖິງຄວາມ ອ່ອນແອ ທາງດ້ານ ເສຖກິດ ຂອງປະເທດ ນັ້ນ ຢູ່ແລ້ວ. ທີ່ ຈີນ ສາມາດ ເຮັດແນວນີ້ໄດ້ ກໍຍ້ອນ ສອງ ປະເທດ ນີ້ ໄດ້ ເຊັນ ສັນຍາ ເປັນ ຄູ່ຮ່ວມມື ຍຸທສາດ ການພັທນາ ຢ່າງຮ້ອມດ້ານ ໃນ ນັ້ນ ສປປ ລາວ ສນັບສນູນ ນະໂຍບາຍ ຈີນ ດຽວ ຂອງ ຣັຖບານ ຈີນ.

-ສນັບສນູນ ແຜນການ ລິເລີ້ມ ການຮ່ວມມື ແມ່ນໍ້າຂອງ ແມ່ນໍ້າ ລ້ານຊ້າງ

-ສນັບສນູນ ແຜນການ ລິເລີ້ມ ເສັ້ນທາງ ສາຍໄໝ ຂອງ ຈີນ ຫລືວ່າ ເສັ້ນທາງ ເຊື່ອມຈອດ ທະວີບ ເອເຊັຽ ທາງບົກ ແລະ ທາງນໍ້າ ຊຶ່ງມັນ ສອດຂ່ອງ ກັບ ແຜນການ ຂອງລາວ ທີ່ຢາກໃຫ້ ເປັນປະເທດ ເຊື່ອມຕໍ່ ກັບ ອານຸ ພູມີພາກ

-ສນັບສນູນ ແຜນການ ຕັ້ງ ທະນາຄານ ເພື່ອ ພັທນາ ໂຄງລ່າງ ພື້ນຖານ ເອເຊັຽ ຫລື AIIB ທີ່ ຈີນ ເປັນຜູ້ ລິເລີ້ມ. ເມື່ອ ຫັນມາເບິ່ງ ມູນຄ່າ ການລົງທຶນ ຂອງຈີນ ໃນລາວ ແລະ ຄວາມສັມພັນ ຣະຫ່ວາງ ສອງ ປະເທດ ໃນ ລະຍະ ສັ້ນໆມານີ້ ຈະເຫັນວ່າ ສອງ ປະເທດ ໄດ້ລົງນາມ ສັນຍາ ເອກສານ ການ ເປັນຄູ່ຮ່ວມ ຍຸທສາດ ການພັທນາ ຮອບດ້ານ 6 ສະບັບ ໃນປີ 2013.

-ການເດີນທາງ ໄປ ຢ້ຽມຢາມ ປະເທດ ຈີນ ຂອງ ປະທານ ປະເທດ ທ່ານ ຈູມມາລີ ໄຊຍະສອນ ແລະ ເຈົ້າໜ້າທີ່ ຣະດັບສູງ ເພີ້ມຂຶ້ນ ໃນ ທຸກໆປີ. ຄັ້ງຫລ້າສຸດ ໃນ ເດືອນ ກັນຍາ ປີ 2015 ນີ້ ທ່ານ ຈູມມາລີ ພ້ອມດ້ວຍ ຜູ້ນໍາ ຣະດັບ ສູງ ໄດ້ເດີນທາງ ໄປຮ່ວມ ສະຫລອງ ວັນ ຄົບຮອບ 70 ປີ ຂອງ ໄຊຊນະ ຕ້ານການ ລຸກລານ ຂອງ ຍີ່ປຸ່ນ ແລະ ສົງຄາມ ໂລກ ຄັ້ງທີ່ 2 ທີ່ ກຸງ ປັກກິ່ງ ແລະ ໄດ້ຮ່ວມເປັນ ພິຍານ ການລົງນາມ ໃນ ສັນຍາ ການ ຮ່ວມມື 11 ສະບັບ ຄິດເປັນ ມູນຄ່າ 3 ພັນ ກ່ວາ ລ້ານ ໂດລາ.

ທ່ານ ຈີ ຊິນປິງ ປະທານ ປະເທດ ຈີນ ກ່າວຕໍ່ ທ່ານ ຈູມມາລີ ວ່າ ຄວາມສັມພັນ ຣະຫ່ວາງ ຈີນ ກັບ ລາວ ຍາມໃດ ກ່າຢູ່ໃນ ຣະດັບສູງ ຄື ທຸກມື້ນີ້ ແລະວ່າ ຈະສືບຕໍ່ ສ້າງຄວາມ ສົມພັນ ນີ້ໃຫ້ສູງຂຶ້ນ ເລື້ອຍໆ. ທ່ານ ຈີຊິນປິງ ວ່າ ຈີນ ມີ ຈຸດປະສົງ ຢ່າງ ແຮງກ້າ ທີ່ ຈະຮ່ວມມື ກັບ ລາວ ໃນໂຄງການ ລິເລີ້ມ ທີ່ເອີ້ນວ່າ  ຖນົນສາຍແອວ ດຽວ ອັນໝາຍເຖິງ ເສັ້ນທາງ ເຊື່ອມຕໍ່ ພູມີພາກ ເອເຊັຽ ນຶ່ງໃນນັ້ນ ກໍແມ່ນ ເສັ້ນທາງ ລົດໄຟ ລາວ-ຈີນ ມູນຄ່າ 6 ພັນ ກວ່າ ລ້ານ ໂດລາ ທີ່ຈີນ ກັບ ລາວ ຫາກໍລົງນາມ ເຊັນ ສັນຍາ ກັນ ເມື່ອ ວັນສຸກ ວັນທີ່ 13 ພຶສຈິກາ ປີ 2015 ນີ້ເອງ ທີ່ ກຸງ ປັກກິ່ງ.

ນັກ ວິເຄາະ ວ່າ ຄວາມສັມພັນ ທາງການເມືອງ ຂອງລາວ ຕໍ່ຈີນ ແລະ ການລົງທຶນ ຂອງຈີນ ທີ່ ເພີ້ມຂຶ້ນ ເລື້ອຍໆນີ້ ມີຄວາມ ໜັກແໜ້ນ, ແຕ່ມັນ ກໍຕິດຕາມ ມາດ້ວຍ ຣາຄາ ແພງ ເພາະລາວ ຈະຕ້ອງເປັນ ໜີ້ສີນ ຈີນ ຂຶ້ນອີກ ນັບມື້. ຜ່ານມາ ລາວ ກໍເຄີຽ ຕິດໜີ້ ຈີນ 1 ພັນ ກວ່າ ລ້ານ ໂດລາ ແລ້ວ ຕໍ່ມາ ຈີນ ກໍ ຍົກເລີກ ໃຫ້, ແຕ່ວ່າ ບໍ່ແມ່ນ ການຍົກເລີກ ລ້າໆ, ມັນແມ່ນ ການ ຍົກເລີກ ທີ່ລາວ ຕ້ອງມີອັນ ແລກປ່ຽນ. ສະນັ້ນ ການແຜ່ ຂະຫຍາຍ ອິດທິພົນ ທາງດ້ານ
ເສຖກິດ ຂອງຈີນ ໃນລາວ ເປັນເຣື້ອງ ທີ່ລາວ ບໍ່ສາມາດ ຕ້ານທານ ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.