ຈີນສວຍໂອກາດລັກຕັດໄມ້
ນາຍທຶນຈີນ ລັກ ຕັດໄມ້ ຢູ່ໃນເຂດ ປ່າສະຫງວນ ຢູ່ ເມືອງຈຳພອນ ແຂວງ ສະຫວັນນະເຂດ.
-
ອຸ່ນແກ້ວ ສຸກສະຫວັນ
2016-07-27 -
-
-
Your browser doesn’t support HTML5 audio
ບໍຣິສັດເອເຊັຽ ທີ່ ເຂົ້າມາເຮັດ ຟາມງົວ ຢູ່ ເຂດບ້ານນາເຊືອກ, ບ້ານ ເລົ່າສຸລິຍາ ແລະ ບ້ານ ພັງເຮັງ ສວາຍໂອກາດ ຕັດໄມ້ ຢູ່ໃນເຂດ ປ່າສະຫງວນ ຂອງບ້ານ ນອກຈາກ ການຍຶດ ທີ່ດິນ ຂອງ ຊາວບ້ານ ແລ້ວ. ດັ່ງ ປະຊາຊົນ ເມືອງຈຳພອນ ທ່ານນຶ່ງ ຜູ້ທີ່ບໍ່ ປະສົງອອກຊື່ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນ ວັນທີ 26 ກໍຣະກະດາ ວ່າ:
"ພວກຈີນ ນະ ເຂົາຕັດໄມ້ ປະຊາຊົນ ເຂົາກໍຕັດເອົາຂຶ້ນເມືອ ເຂົາຕັດໄມ້ເຂົ້າໄປ ເມື່ອກ່ອນນະ ເຂົາຊິເວົ້າວ່າ ເຂົາຈະຕັດໄມ້ ໄວ້ໃຫ້ ປະຊາຊົນ ແຕ່ ຕອນແລງມາ ປະຊາຊົນ ອອກຈາກປ່າ ໄມ້ໝົດ ເຂົາກໍເອົາຂຶ້ນ ຊິນະ ໄປແລ້ວ ກໍເຫັນແບບ ໂຮງເລື່ອຍ ເຂົາ ເຂົາຕັ້ງ ໂຮງເລື່ອຍ ຈັກຈານຕ້ອນ ແລະ ກໍມີໂຮງເລື່ອຍໄມ້ ຂຶ້ນມາເຕັມ".
ຊາວບ້ານ ກ່າວຕືມອີກວ່າ ນາຍທຶນ ກຸ່ມນີ້ ໃນເບື້ອງຕົ້ນ ມາລົມກັບ ຊາວບ້ານ ເພື່ອ ເອົາທີ່ດິນ ໄປເຮັດ ຟາມງົວ ແຕ່ດຽວນີ້ ຟາມງົວ ບໍ່ທັນມີ ເຂົາເຈົ້າ ພັດເຂົ້າໄປຕັດ ໄມ້ ຢູ່ໃນເຂດ ປ່າສະຫງວນ ຂອງບ້ານ ເຮັດໃຫ້ ດຽວນີ້ ປະຊາຊົນ ບໍ່ສາມາດ ເຂົ້າໄປເກັບ ເຄື່ອງປ່າ ຂອງດົງ ໄດ້ ແລະ ໄມ້ ທີ່ ນາຍທຶນຈີນ ຕັດໄປນັ້ນ ຊາວບ້ານ ຍັງບໍ່ຮູ້ວ່າ ເຂົາເຈົ້າເອົາໄປ ເຮັດຫຍັງ ຢູ່ໃສ.
ນອກຈາກ ການຕັດໄມ້ແລ້ວ, ທີ່ດິນ ຂອງ ປະຊາຊົນ ຢູ່ ສາມບ້ານ ກໍຍັງຖືກ ບໍຣິສັດ ບຸກເບີກ ໄປເຮັດ ຟາມງົວ ໂດຍຈ່າຍ ຄ່າຊົດເຊີຍ ໃຫ້ ຊາວບ້ານ ພຽງແຕ່ 6 ໂດລາ ຕໍ່ນຶ່ງ ເຮັກຕາ ເທົ່ານັ້ນ ແລະ ບໍຣິສັດ ເຂົ້າມາເຮັດຄອງ ຊົລປະທານ ຖົມດິນນາ ຂອງ ຊາວບ້ານ. ດັ່ງ ຊາວບ້ານ ອີກທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:
"ແບບວ່າ ເຮັດຝາຍຢູ່ ບໍ່ມີ ຄ່າຊົດເຊີຍ ເຮັດຝ່າຍ ນ້ຳຖ້ວມນາ ເຂົາເຈົ້າ ຈາກທີ່ວ່າ ຫາທໍາມາຫາກິນ ເຮັດນາ ດຽວນີ້ ເຂົາເຈົ້າ ປ້ານຝາຍ ຂຶ້ນ ທຳເຮັດ ນ້ຳຖ້ວມນາ ກໍບໍ່ໄດ້ເຮັດ ດຽວນີ້ນະ".
ປັດຈຸບັນ ຢູ່ເຂດບ້ານ ດັ່ງກ່າວ ມີ ປະຊາຊົນ ທັງໝົດ ປະມານ 100 ຄອບຄົວ ທີ່ໄດ້ຮັບ ຜົນກະທົບ ຈາກ ການສຳປະທານ ທີ່ດິນ ເຮັດ ຟາມງົວ ຂອງ ບໍຣິສັດ ເອເຊັຽ ຊຶ່ງເປັນ ບໍຣິສັດ ຂອງຈີນ.