ຊາວສວນຂໍຮ້ອງໃຫ້ຊ່ອຍ ແກ້ໄຂ ລາຄາມັນຕົ້ນ

ອຸ່ນແກ້ວ ສຸກສະຫວັນ
2021.02.25
ຊາວສວນຂໍຮ້ອງໃຫ້ຊ່ອຍ ແກ້ໄຂ ລາຄາມັນຕົ້ນ ມັນຕົ້ນ ທີ່ ຊາວບ້ານນໍາມາຕາກແດດໃຫ້ແຫ້ງ ກ່ອນສົ່ງອອກຂາຍ
ພາບປະກອບ: ນັກຂ່າວພົລເມືອງ

ຊາວສວນມັນຕົ້ນຫຼາຍຄົນ ຢູ່ແຂວງຈຳປາສັກ ຮຽກຮ້ອງໃຫ້ທາງການກ່ຽວຂ້ອງ ມາແກ້ໄຂ ລາຄາມັນຕົ້ນທີ່ຕົກຕ່ຳ ຍ້ອນວ່າມີບາງ ບໍຣິສັດ ກົດລາຄາຈາກ 500 ກີບ ລົງມາຮອດ 300- 400 ກີບ ຕໍ່ກິໂລກຣາມ ແລະ ບາງຄັ້ງບໍຣິສັດ ກໍກົດລາຄາຖືກລົງກວ່ານັ້ນ. ຊາວສວນມັນຕົ້ນ ແຂວງຈຳປາສັກ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 25 ກຸມພາ ວ່າ:

"ກະແມ່ນເວົ້າເລື່ອງມັນຕົ້ນລາຄາ ຢາກໃຫ້ມັນຄົງທີ່ ບໍ່ເປັນປົກກະຕິບາງເທື່ອ 300- 400 ກີບ ມື້ນຶ່ງສອງມື້ແລ້ວ 500 ກີບ ບາດນີ້ ກະມີຄົນເຂົ້າໄປຂາຍຫຼາຍໆ ກະປຶບປັບໂລດລາຄາ ຫັ້ນນ່າ ເວົ້າໂຕຈິງໂລດແມ່ນວ່າ ໃນມື້ນຶ່ງຂຶ້ນ 2 ເທື່ອ 3 ເທື່ອກະຍັງມີ ເອົາປ້າຍ ໃໝ່ມາຕິດປັບປ່ຽນຈັ່ງຊີ້ນ່າ."

ໃນຂນະທີ່ ຊາວສວນມັນຕົ້ນ ແຂວງຈຳປາສັກ ອີກທ່ານນຶ່ງເວົ້າວ່າ ຫາກເປັນໄປໄດ້ ກໍຢາກໃຫ້ທາງການຊ່ວຍເຫຼືອພິຈາຣະນາ ລາຄາມັນຕົ້ນ ໃຫ້ສູງຂຶ້ນ ໂດຍສະເພາະ ມັນດິບ ໃຫ້ເປັນ 700 ກີບ ຕໍ່ກິໂລກຣາມ ຈາກ 500 ກິີບ ຕໍ່ກິໂລກຣາມ.

"ລາຄາມັນຕົ້ນບາງຄັ້ງມັນລົງ ບາງຄັ້ງຢາກໃຫ້ປັບລາຄາ ຂຶ້ນຫັ້ນແຫຼະ ມັນດິບກະຢາກໃຫ້ໄດ້ 700 ກີບ ກະໄດ້ຄັນວ່າມັນ, ມັນມາຫຼາຍ ບາງເທື່ອມັນຫຼຸດລາຄາ ມັນປັບລາຄາຫັ້ນນ່າ ມັນອີງໃສ່ວ່າ ມັນບໍ່ມີ່ແປ້ງ."

ສ່ວນວ່າມັນແຫ້ງ ຊາວບ້ານກໍຢາກໃຫ້ຂຶ້ນເປັນ 1,700 ກີບ ຕໍ່ກິໂລກຼັມ ຈາກ 1,500 ກີບ ຕໍ່ກິໂລກຼັມ. ຊາວສວນມັນຕົ້ນ ແຂວງ ຈຳປາສັກ ອີກທ່ານນຶ່ງ ກ່າວໃນມື້ດຽວກັນວ່າ ລາຄາມັນຕົ້ນ ໃນປັດຈຸບັນ ບໍ່ເຄີຍຄົງທີ່ ເຖິງວ່າຈະຖືກກົດລາຄາ ໃຫ້ຖືກລົງ ຊາວບ້ານກໍຈຳເປັນຕ້ອງໄດ້ຂາຍອອກ ພໍໃຫ້ໄດ້ເງິນ ດີກວ່າປ່ອຍໃຫ້ຖິ້ມລ້າໆ.

"ໂຕນີ້ ໂອ້ຍ ມັນບໍ່ຄົງດອກ ຍາມມັນອຶດ ມັນກະແພງ ຍາມຖືກຫຼາຍມັນກະຖືກ ບ້ານເຮົາມັນບໍ່ຄືໄທຍເດ້ ຮຽນຮ້ອງນຳໃຜຂາຍໄດ້ ກະຂາຍເຮັດໄດ້ກະເຮັດ ເຮັດບໍ່ໄດ້ກະເຊົາພໍເທົ່ານັ້ນ."

ທາງການແຂວງຈຳປາສັກ ໄດ້ກຳນົດລາຄາມັນຕົ້ນດິບ ຢູ່ທີ່ 500 ກີບ ຕໍ່ກິໂລກຣາມ ມັນຕົ້ນແຫ້ງຢູ່ທີ່ 1,500 ກີບ ຕໍ່ກິໂລກຣາມ ແລະ ຖ້າວ່າ ບໍຣິສັດໃດ ຊື້ຕ່ຳກວ່າລາຄາ ກໍຈະຖືກ ລົງໂທດ-ປັບໃໝ ຕາມລະບຽບ. ເຈົ້າໜ້າທີ່ ອຸດສາຫະກັມ ແລະ ການຄ້າ ແຂວງຈຳປາສັກ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ກ່າວໃນວັນທີ 25 ກຸມພາ ວ່າ:

"ກໍຕ້ອງໄດ້ໄປເບິ່ງ ໂຕຈິງເຮົາບໍ່ເຫັນ ເຮົາບໍ່ສາມາດ ຖຽງຜູ້ຊື້ຂາຍໄດ້ ບິນເຂົ້າມາເປັນຫຼັກຖານ ໄດ້ເດ້ ເຂົາເຮັດລັກສນະບໍ່ມີ ໃບບິນ ອະນຸຍາດ ຊື້ຂາຍ ມັນຕ້ອງໃບບິນທະບຽນ ວິສາຫະກິດ ແລະ ໃບອະນຸຍາດ ຄັນບໍ່ມີ ເຮົາກະຊິເຮັດບົດບັນທຶກ ແລະ ກ່າວເຕືອນ ແລະ ກໍປັບໃໝ ເຮົາກຳລັງໃຫ້ບັນດາ ການຄ້າເມືອງລົງກວດແຕ່ລະບ້ານ ແຕ່ລະບ້ານກໍສາມາດ ເຕືອນເຂົາ ເຕືອນບໍຣິສັດເຂົາ ຫັ້ນແຫຼະ ໃຫ້ຊື້ ໃນລາຄາຣັຖ ເຮົາວາງອອກ."

ທ່ານ ກ່າວຕື່ມວ່າ ບໍຣິສັດຊື້ມັນຕົ້ນ ຢູ່ແຂວງຈຳປາສັກ ມີທັງໝົດ 17 ບໍຣິສັດ ແລະ ຢູ່ແຂວງຈຳປາສັກ ໃນປີ 2020 ຜ່ານມາໄດ້ ສົ່ງອອກ ມັນຕົ້ນໄປປະເທດໄທຍ ປະມານ 400,000 ຕັນ ກໍຖືວ່າ ໄດ້ປະມານ 50 ເປີເຊັນ ຍ້ອນມີການແຜ່ລະບາດ ຂອງໂຄວິດ.

ສຳລັບເລື່ອງການປັບລາຄາມັນຕົ້ນ ເຈົ້າໜ້າທີ່ແຂວງ ຈະມີການປະຊຸມກັນ ແລະ ເບິ່ງມາຕການລາຄາ ຕາມຄວາມເປັນຈິງວ່າຈະ ສາມາດປັບຂຶ້ນໄດ້ຫຼືບໍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.