ຄອງນໍ້າສ້າງແລ້ວໃຊ້ ບໍ່ໄດ້

0:00 / 0:00

ບໍຣິສັດຄໍາມ່ວນຊິເມັນ ຢູ່ເມືອງມະຫາໄຊ ແຂວງຄໍາມ່ວນ ຊຶ່ງເປັນເຈົ້າຂອງ ໂຮງງານຊິເມັນ ສ້າງຄອງນໍ້າຍາວ ປະມານ 7 ກິໂລແມັດ, ກວ້າງ 1 ແມັດເຄິ່ງ ແລະເລິກ 1 ແມັດ ໄປຫາທົ່ງນາໃໝ່ ໃນເນື້ອທີ່ 84 ເຮັກຕາ ເພື່ອໃຫ້ຊາວບ້ານໂພວາ ແຕ່ໃຊ້ການບໍ່ໄດ້ ຍ້ອນວ່າ ຄອງນໍ້ານັ້ນ ເກັບກັກນໍ້າໄວ້ບໍ່ໄດ້. ດັ່ງປະຊາຊົນບ້ານໂພວາ ກ່າວຕໍ່ RFA ໃນວັນທີ 19 ເມສາ ນີ້ວ່າ:

"ນີ້ແຫລະຄອງເໝືອງ ໂຕນີ້ລະໄປຫາສຸດ ແຕ່ເກົ່າລະຄອງເໝືອງ ຂອງຣັຖບານເຮັດ ເຂົາທຸບເຂົາເຮັດໃໝ່ນິ ທຸບເອົາກະບໍ່ໄດ້ສເນີບ້ານເລີຍ ເຂົາເຮັດກ່ອນເລີຍ ບໍ່ໄດ້ຜ່ານ ອົງການຣັຖ ທີ່ກ່ຽວຂ້ອງຂອງຊົລປະທານ ຈຸມມະລະເຮັດແລ້ວໃດ ບາດນີ້ ຮັບຕະເຂບນີ້ໄປນີ້ ເຮັດນາໄດ້ລະ ຮັບເອົາ ໂຕນາໄດ້ລະຍັງບໍ່ໄດ້ຮັບ ໂຕຊົລປະທານເກົ່າ".

ທາງໂຮງງານຊິເມັນ ສ້າງຄອງນໍ້າໃຫ້ຊາວບ້ານໃໝ່ ຍ້ອນວ່າຄອງນໍ້າເກົ່າ ທີ່ທາງການສ້າງໃຫ້ ເພື່ອໃຫ້ປະຊາຊົນເຮັດນາແຊງ ແລະປູກພືດ ອື່ນໆນັ້ນ ຖືກສ້າງໂຮງງານ ທັບ ໂດຍທີ່ບໍ່ໄດ້ຖາມຄວາມຄິດເຫັນ ຂອງປະຊາຊົນ ຫລື ອົງການທີ່ກ່ຽວຂ້ອງ. ດັ່ງເຈົ້າໜ້າທີ່ກະສິກັມ ແລະ ປ່າໄມ້ເມືອງມະຫາໄຊ ກ່າວໃນມື້ດຽວກັນນັ້ນວ່າ:

"ລະແມ່ນຂະເຈົ້າລະບໍ່ໄດ້ມາ ຜ່ານຫ້ອງການ ຂະເຈົ້າລະເຮັດໄປເລີຍ ໄທເຮົາແລ່ນໄປເບກຂະເຈົ້າ ໄວ້ບາດນີ້ບໍ່ຕ້ອງຈົກແລ້ວ ໂຕເກົ່າມັນ ນີ້ນ່າ ໄທເຮົາເວົ້ານີ້ນ່າ ບໍ່ຕ້ອງແລ້ວ ໂຕເກົ່າ ມັນກະຕໍ່າຢູ່ແລ້ວ ຂະເຈົ້າຕ້ອງ ເສີມຕື່ມຂຶ້ນອີກ ອັນນີ້ຊຸມເຈົ້າໄປຈົກ ຜັດເຮັດຕໍ່າລົງໄປອີກ ມັນກະເສັຽຫາຍແລ້ວ ໄທເຮົາເວົ້າຫັ້ນນະ ບາດແລ້ວລະບໍ່ຟັງແລ້ວ".

ປັດຈຸບັນ ຄອງນໍ້າທີ່ທາງໂຮງງງານຊີເມັນ ສ້າງໃຫ້ໃໝ່ນີ້ ຍັງໃຊ້ການບໍ່ໄດ້ ແລະທົ່ງນາບ່ອນໃໝ່ນີ້ ກໍບໍ່ເໝາະສົມ ກັບການເຮັດນາ ຫຼືເຮັດ ກະສິກັມໄດ້ ຍ້ອນຕ້ອງໄດ້ໃຊ້ ນໍ້າຫຼາຍກ່ອນ ທີ່ຈະເຮັດນາແຊງໄດ້, ຊາວບ້ານຕ້ອງໄດ້ໃຊ້ຈ່າຍ ຄ່ານໍ້າ ໃຫ້ທາງການຫຼາຍ ປີນຶ່ງເຖິງ 2-3 ລ້ານກີບ.