ຊາວບ້ານຈະເສັຽດິນໃຫ້ ຄາຊີໂນ

ສິດນີ
2017.02.17
f-savanh ບ່ອນຫຼິ້ນການພະນັນ ສວັນ-ເວກັສ ທີ່ແຂວງ ສວັນນະເຂດ ປະຈຸບັນ ປ່ຽນເປັນ ສະຫວັນ ຣີເຈິນ ຣີຊອຕ
Screen captured from Savanh-Vegas video

ບໍຣິສັດ Macau Legend Development ຊຶ່ງເປັນເຈົ້າຂອງ ຄາຊີໂນ ສະຫວັນ ຣີເຈິນ ຣີຊອດ ຢູ່ບ້ານຫນອງເດີ່ນ ເມືອງໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ ໄດ້ສົ່ງ ເຈົ້າຫນ້າທີ່ ໄປວັດແທກ ດິນນາ ຂອງຊາວບ້ານ ຫຼາຍເຮັກຕາ ເພື່ອຈະຂຍາຍ ເນື້ອທີ່ ບ່ອນຫລີ້ນ ຄາຊີໂນ ຂອງຕົນ ແລະ ສ້າງເປັນສນາມກອຟ ໃນອະນາຄົດ. ດັ່ງເຈົ້າຫນ້າທີ່ ເມືອງໄກສອນ ພົມວິຫານ ທ່ານນຶ່ງ ກ່າວ ໃນວັນທີ 16 ກມຸພາ ນີ້ວ່າ:

"ວຽນລົງມາແຖບທົ່ງນາໃກ້ໆນີ້ ຂໍ້ມູນເພິ່ນສິເອົາໃຫມ່ ຫັ້ນນະ ເພິ່ນມາແທກ ມາຫຍັງຫມົດແລ້ວ ແຕ່ເນື້ຶ້ອທີ່ ຮອດພຸ້ນ ເພິ່ນເວົ້າຫັ້ນ ກວມຫມົດ ຫັ້ນນະ ກະຖືກໄຮ່ຖືກນາ ພໍ່ແມ່ ປະຊາຊົນ ມັນກະສິຫຼາຍແຫຼະ ທັງເຂດໂຕເກົ່າ ພອ້ມເດ້".

ທ່ານກ່າວຕື່ມວ່າ ກ່ອນຫນ້ານີ້ ຄາຊີໂນ ແຫ່ງນີ້ ເຄີຍເອົາດິນ ປະຊາຊົນ ໄປຫຼາຍແລ້ວ ແລະຍັງໄດ້ ປະກາດ ບໍ່ໃຫ້ປະຊາຊົນ ປຸກສ້າງ ໃນດິນ ຄາຊີໂນ ຈອງໃວ້ ຊຶ່ງໃນປັດຈຸບັນ ດິນດັ່ງກ່າວ ກໍຍັງປະໄວ້ ບໍ່ທັນເຮັດ ຫຍັງເທື່ອ. ສຳລັບເນື້ອທີ່ດິນ ທີ່ຂະເຈົ້າ ກຳລັງວັດແທກ ໃຫມ່ນີ້ ກໍຍັງບໍ່ຮູ້ວ່າ ຂະເຈົ້າ ຈະເອົາໄປເມື່ອໃດ.

ທ່ານວ່າ ປະຊາຊົນ ຜູ້ທີ່ເປັນເຈົ້າຂອງດິນ ສ່ວນໃຫຍ່ ກໍບໍ່ພໍໃຈ ຍ້ອນບໍ່ຄິດວ່າ ຈະໄດ້ຮັບ ຄ່າຊົດເຊີຍ ທີ່ຫນ້າພໍໃຈ ຊຶ່ງ ໃນປັດຈຸບັນ ເຈົ້າຫນ້າທີ່ ຜູ້ຮັບຜິດຊອບ ກ່ຽວກັບເຣື້ອງນີ້ ກໍຍັງບໍ່ໃຫ້ ຂໍ້ມູນວ່າຈະໃຫ້ ຄ່າຊົດເຊີຍ ຊາວບ້ານຢ່າງໃດ.

ດິນທີ່ຊາວບ້ານເປັນເຈົ້າຂອງ ນັ້ນມີໃບຕາດິນ ຖືກຕ້ອງຖ້າຫາກ ຄາຊີໂນ ຈະເອົາດິນ ຂະເຈົ້າ ຕ້ອງຈ່າຍຄ່າ ຊົດເຊີຍ ທີ່ສົມເຫດ ສົມຜົລ. ແຕ່ກ່ອນ ບ່ອນຫລີ້ນ ຄາຊີໂນ ແຫ່ງນີ້ ຕ້ອງການ ຈະເອົາດິນ ທີ່ຕັ້ງຂອງ ຫ້ອງການເມືອງ ບ້ານຫນອງເດີ່ນ ແຕ່ທາງການ ບໍ່ໃຫ້ຍ້ອນວ່າ ມັນບໍ່ເຫມາະສົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.