ກາເຟດາວເຮືອງເວົ້າວ່າ ສີສຸກ ດາວເຮືອງ ບໍ່ກ່ຽວກັນ

ຄະລືຫາດ ພັນລ້ານ ຂອງ ດາວເຮືອງ ກາເຟລາວ ເມືອງປາກເຊ ແຂວງຈໍາປາສັກ
ຄະລືຫາດ ພັນລ້ານ ຂອງ ດາວເຮືອງ ກາເຟລາວ ເມືອງປາກເຊ ແຂວງຈໍາປາສັກ (Screen captured cafe Daoheuang video)

0:00 / 0:00

ທ້າວສີສຸກ ດາວເຮືອງ ຜູ້ຕ້ອງຫາຄ້າຢາເສບຕິດ ທີ່ຖືກເຈົ້າໜ້າທີ່ ຕໍາຣວດ ຈັບຢູ່ແຂວງຫລວງພຣະບາງ ບໍ່ແມ່ນຄົນ ຢູ່ໃນຕະກູນ ບໍຣິສັດ ດາວເຮືອງ ຊຶ່ງເປັນ ບໍຣິສັດ ຕົວແທນຈຳໜ່າຍ ກາເຟດັງຂອງລາວ.

ເຈົ້າຂອງບໍຣິສັດດາວເຮືອງ ຊື່ວ່ານາງເຮືອງ ລິດດັງ ແລະລູກສາວຊື່ດາວ ຊຶ່ງບໍ່ມີການພົວພັນ ທາງສາຍຍາດກັບ ທ້າວສີສຸກ ດາວເຮືອງ ຜູ້ຕ້ອງຫາຄ້າ ຢາເສບຕິດ, ຜູ້ຈັດການ ຮ້ານກາເຟດາວເຮືອງ ທີ່ຫລວງພຣະບາງ ໄດ້ກ່າວວ່າ:

"ບໍ່ ບໍ່ກ່ຽວເລີຍ ດາວເຮືອງນີ້ ນາມສະກຸນ ລິດດັງ ບໍ່ແມ່ນ ສີສຸກ ດາວເຮືອງ ອັນນັ້ນເປັນ ນາມສະກຸນ ຂອງເຂົາເຈົ້າຕ່າງຫາກ. ເພິ່ນຫັ້ນ ນາມສະກຸນ ດາວເຮືອງ ແຕ່ຂອງເຮົານີ້ ລະແມ່ນ ດາວເຮືອງນີ້ແມ່ນ ລູກສາວຊື່ດາວ ແມ່ຫັ້ນຊື່ເຮືອງ ແຕ່ນາມສະກຸນນັ້ນ ລີດດັງ ຄົນລະ ອັນເດີ".

ທ່ານອອກມາອະທິບາຍເຣື້ອງນີ້ ແມ່ນຫຼັງຈາກເຈົ້າໜ້າທີ່ ສະເພາະກິດຂອງໜ່ວຍ ປ້ອງກັນຄວາມສງົບ ໄດ້ຈັບກຸມ ທ້າວສີສຸກ ດາວເຮືອງ ຜູ້ຕ້ອງສົງໃສ ຄ້າຢາເສບຕິດ ຣາຍໃຫຍ່ ໃນວັນທີ 1 ເມສາ ໃນຂນະທີ່ຜູ້ກ່ຽວ ກັບໝູ່ໃກ້ຊິດ ກໍາລັງນັ່ງກິນເຂົ້າ ຢູ່ຮ້ານອາຫານ ແຫ່ງນຶ່ງ ໃນເມືອງຫລວງພຣະບາງ, ແຕ່ບໍ່ແມ່ນຖືກຈັບຢູ່ ຮ້ານກະເຟດາວເຮືອງ ຕາມທີ່ຄົນເວົ້າກັນ ຢູ່ໃນສື່ສັງຄົມອອນລາຍ. ດັ່ງຜູ້ຈັດການທ່ານນີ້ ກ່າວອີກວ່າ:

"ເຫັນເຂົາເຈົ້າລົງຂ່າວຫັ້ນສີ່ເປັນ ຮ້ານອາຫານນຶ່ງ ຕ່າງຫາກນະ ບໍ່ແມ່ນຢູ່ຮ້ານກາເຟດາວ ເຈົ້າ. ເບິ່ງແຕ່ຮູບຫັ້ນເດ ຝາຄົນລະແບບ ຝາຊີມັງ ແລ່ະກ່າຕິດລວດລາຍ ເປັນໄມ້ ເປັນຮ້ານອີ່ຫຍັງນະ ບໍ່ໄດ້ກ່ຽວກັບຮ້ານ ດາວເລີຍ".

ຜູ້ຈັດການຮ້ານກາເຟດາວເຮືອງ ອອກມາຢືນຢັນຄັ້ງນີ້ ໂດຍຫວັງໃຫ້ມວນຊົນ ແລະຜູ້ໃຊ້ສື່ສັງຄົມ ເຂົ້າໃຈວ່າ ສີສຸກ ດາວເຮືອງ ບໍ່ມີສ່ວນກ່ຽວ ທາງສາຍຍາດຫຍັງ ກັບຄົນໃນ ຕະກູນຂອງ ບໍຣິສັດດາວເຮືອງ ທີ່ເປັນຕົວແທນຈຳໜ່າຍ ກາເຟດາວເຮືອງ ໃນລາວ.