ຜູ້ປະກອບການ ກັງວົນ, ຜູ້ໃຊ້ບໍຣິການຣົຖເມ ຫຼຸດລົງຫຼາຍ
ຜູ້ປະກອບການ ຣົຖເມໂດຍສານ ກຳລັງຕົກຢູ່ໃນ ສະຖານະຫຍຸ້ງຍາກ ເນື່ອງຈາກວ່າ ຜູ້ໃຊ້ບໍຣິການຣົຖເມໜ້ອຍລົງ, ໃນຂະນະທີ່ຄ່າໂດຍສານແພງຂຶ້ນ ຍ້ອນຄາລານ້ຳມັນທີ່ປັບສູງຂຶ້ນ ຢ່າງຕໍ່ເນື່ອງ, ສ່ວນຜູ້ໂດຍສານຣົຖເມ ກໍ່ມີທາງເລືອກອື່ນເຊັ່ນ ໃຊ້ບໍຣິການຣົຖໄຟ ລາວ-ຈີນ ແທນ, ເຖິງແມ່ນວ່າ ປີ້ຣົຖໄຟແພງກວ່າ ກໍຕາມ ແຕ່ກໍໃຊ້ເວລາ ເດີນທາງໄວກວ່າຣົຖເມ ແລະຣົຖໂດຍສານ ປະເພດອື່ນ.
-
ອຸ່ນແກ້ວ
2022-04-22 -
-
-
Your browser doesn’t support HTML5 audio
ໃນໄລຍະປີໃໝ່ລາວ ທີ່ຜ່ານມາ ຜູ້ປະກອບການຣົຖເມສາຍໃຕ້ ແລະ ຣົຖເມສາຍເໜືອ ເປີດເຜີຍວ່າ ມີຜູ້ໂດຍສານເດີນທາງກັບຕ່າງແຂວງ ໜ້ອຍລົງ 50 ເປີເຊັນ ຍ້ອນວ່າ ຄ່າໂດຍສານມີລາຄາແພງຂຶ້ນ ລວມເຖິງລາຄານ້ຳມັນທີ່ແພງຂຶ້ນ ແລະ ຍັງມີການເປີດໃຫ້ບໍຣິການຣົຖໄຟລາວ-ຈີນ ທີ່ເປັນໂຕເລືອກທີ່ດີກວ່າ.
ຜູ້ປະກອບການຫຼາຍຄົນ ທີ່ແລ່ນຣົຖໂດຍສານ ປະສົບບັນຫານ້ຳມັນແພງ ແລະ ມີຜູ້ໂດຍສານໜ້ອຍລົງ ກໍບໍ່ຄຸ້ມຄ່າ ໃນການແລ່ນຣົຖໂດຍສານຕໍ່ຖ້ຽວ ເຮັດໃຫ້ຜູ້ປະກອບການຂາດທຶນ ແຕ່ຜູ້ປະກອບການຫຼາຍຄົນຈຳເປັນຕ້ອງໄດ້ແລ່ນຣົຖຕໍ່ໄປ.
ຜູ້ປະກອບການຣົຖເມໂດຍສານ ສາຍເໜືອ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 22 ເມສາ ວ່າ:
“ແມ່ນມີຣົຖໄຟເນາະ. ໄດ້ຮັບຜົລກະທົບ ມັນໜ້າຈະຕ່ຳກວ່າ 50 ເປີເຊັນ ດ້ວນຊ້ຳເດ້ ຖ້ຽວນຶ່ງບໍ່ຄຸ້ມຄ່ານ້ຳມັນເລີຍ ບໍ່ມີຫຍັງເຫຼືອ ໂອ້ຍກໍຢາກໃຫ້ຊ່ອຍ ເຣື່ອງຄາລານ້ຳມັນຫັ້ນ ຫຼຸດລົງໃຫ້ແດ່ ຜູ້ພວກເຮົາປະກອບການ ທາງດ້ານຣົຖໂດຍສານນີ້ ມັນບໍ່ຢາກໄປແລ້ວ ເພາະວ່າ ຄົນຫັ້ນໜ້ອຍເນາະ ນ້ຳມັນແພງ.”
ການແລ່ນຣົຖໂດຍສານຕໍ່ຖ້ຽວໄປຕ່າງແຂວງ ບໍ່ຄຸ້ມຄ່າ ກັບຄ່ານ້ຳມັນທີ່ຈ່າຍໄປ ເຖິງແມ່ນວ່າ ທາງການລາວ ຈະປັບລາຄາປີ້ໂດຍສານ ໃຫ້ກໍຕາມ ເຂົາເຈົ້າກໍຍັງຂາດທຶນຢູ່ ຍ້ອນຜູ້ໂດຍສານໜ້ອຍລົງ.
ຜູ້ປະກອບການຣົຖໂດຍສານ ສາຍໃຕ້ ອີກທ່ານນຶ່ງ ໄດ້ກ່າວວ່າ:
“ຜູ້ໂດຍສານປີນີ້ຫຼຸດລົງຫຼາຍ ບາງທີມັນກະເປັນຍ້ອນສະຖານະການໂຄວິດແດ່ ຜົລກະທົບຍ້ອນນ້ຳມັນແພງ, ຜູ້ປະກອບການຊິບໍ່ໄຫວແລ້ວ ເພາະວ່າ ມັນບໍ່ຄຸ້ມຄ່າ ຂຶ້ນຄ່າໂດຍສານຢູ່ ຂຶ້ນແດ່ໜ້ອຍນຶ່ງ ນ້ຳມັນຂຶ້ນນີ້ ສາມ-ສີ່ ທົບແລ້ວ ຜູ້ປະກອບການບໍ່ຢາກລອດແລ້ວ ກະຫຼຸບຢາກໃຫ້ຊ່ວຍຫຼຸດຄ່ານ້ຳມັນລົງ.”
ທາງການ ມີການປັບລາຄາປີ້ໂດຍສານ ໃຫ້ຜູ້ປະກອບການຣົຖເມ, ຣົຖໂດຍສານແລ້ວ ຍ້ອນວ່າ ຜູ້ປະກອບການຣົຖເມ ຕ້ອງແບກຫາບພາຣະ ລາຄານ້ຳມັນທີ່ແພງຂຶ້ນ ໃນຂະນະທີ່ຜູ້ໂດຍສານກໍຫຼຸດລົງ ຕົວຢ່າງ ແຕ່ກ່ອນ ຈາກທີ່ເຄີຍມີຜູ້ໂດຍສານ 100 ຄົນ ແຕ່ ໄລຍະປີໃໝ່ລາວ ມານີ້ ກໍເຫຼືອແຕ່ 50 ຄົນ.
ເຈົ້າໜ້າທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ຜູ້ທີ່ຂໍສງວນຊື່ ແລະ ຕຳແໜ່ງ ໄດ້ກ່າວວ່າ:
“ໂຕນີ້ສຸດແລ້ວແຕ່ ໂດຍສານເນາະ ໂຕນີ້ກໍບໍ່ສາມາດກຳກັບໄດ້ວ່າ ຕ້ອງໜ້ອຍ ຕ້ອງຫຼາຍຊ່ຳໃດ ມັນກໍສຸດແລ້ວແຕ່ເຂົາເຈົ້າໄປ ທີ່ວ່າ ເສັ້ນທາງໃດທີ່ຈະບໍ່ມີຣົຖໄຟແລ່ນຜ່ານ ບໍ່ສະດວກໃນການໃຊ້ຣົຖສ່ວນໂຕ ເຂົາເຈົ້າກໍສາມາດນຳໃຊ້ຣົຖເມ.”
ລາຄາປີ້ໂດຍສານ ຈາກນະຄອນຫລວງວຽງຈັນ ໄປຫາ ແຂວງສວັນນະເຂດ ແພງຂຶ້ນຈາກ 75,000 ມາເປັນ 135,000 ກີບ.
ຊາວລາວທ່ານນຶ່ງ ໄດ້ກ່າວວ່າ:
“ອາທິດກ່ອນນີ້ ໄປສວັນນະເຂດຫັ້ນ ຄ່າຣົຖ 135,000 ກີບ. ຕອນນັ້ນ ໄປມີແຕ່ 75,000 ກີບ. ຂຶ້ນເກີນເຄິ່ງ ເຮົາກະມີວຽກໄປ ຈຳເປັນຕ້ອງໄດ້ໄປ ນ້ຳມັນກະຂຶ້ນ ໄປ-ມາລຳບາກ.”
ຜູ້ໂດຍສານບາງຄົນທີ່ເດີນທາງ ກໍເລືອກເດີນທາງໄປກັບທາງຣົຖໄຟ ລາວ-ຈີນ ແທນທີ່ຈະຂີ່ຣົຖເມໂດຍສານ.
ຊາວລາວອີກທ່ານນຶ່ງ ໄດ້ກ່າວວ່າ:
“ບໍ່ເຖິງກັບແນ້ນ, ກໍທັມມະດາ! ສ່ວນຫຼາຍບາງຄົນ ເຂົາເມືອຊິ, ເຂົາໄປຈອງປີ້ ຣົຖໄຟລາວ-ຈີນ ຫັ້ນ. ມັນສະດວກກວ່າ ຫັ້ນນ່າ. ຮອດໄວອີກຊິນ່າ.”
ຢ່າງໃດກໍຕາມ ຜູ້ປະກອບການຣົຖໂດຍສານຫຼາຍຄົນ ຢາກໃຫ້ທາງການລາວ ແກ້ໄຂບັນຫາລາຄານ້ຳມັນແພງ ໃຫ້ມີລາຄາຖືກລົງຫຼາຍກວ່າເກົ່າ ເພາະວ່າ ຖ້າຫາກນ້ຳມັນລາຄາຖືກລົງ ຜູ້ປະກອບການຣົຖໂດຍສານຫຼາຍຄົນ ກໍຍັງສາມາດແລ່ນຣົຖ ເຮັດອາຊີບກັນໄດ້ຕໍ່ໄປ ແຕ່ຖ້າຫາກນ້ຳມັນບໍ່ຫຼຸດລົງ ໃນອະນາຄົດ ມີຄວາມເປັນໄປໄດ້ ທີ່ຈະປິດກິຈການໄປ ເພາະເຂົາເຈົ້າຂາດທຶນ.